尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປ່ຽນ​ໂສມ​ໜ້າ​ໃໝ່​ຂອງ​ຕິ​ເບດ​ໃນໄລ​ຍະ 70 ປີ​ຜ່ານ​ມາ

2021-08-19 17:52:01 cri

ການ​ປ່ຽນ​ໂສມ​ໜ້າ​ໃໝ່​ຂອງ​ຕິ​ເບດ​ໃນໄລ​ຍະ 70 ປີ​ຜ່ານ​ມາ_fororder_微信图片_202108191749572

      ວັນ​ທີ 23 ພຶດ​ສະ​ພາ​ປີ 1951 ແມ່ນ​ວັນ​ເຊັນ​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ​ປະ​ຊາ​ຊົນ​ສູນ​ກາງ​ຈີນ​ກັບ​ອຳ​ນາດ​ການ​ປົກ​ຄອງ​ຕິ​ເບດ​ກ່ຽວ​ກັບວິ​ທີ​ການ​ປົດ​ປ່ອຍ​ຕິ​ເບດ​ໂດຍ​ສັນ​ຕິ​ແລະ​ກໍ່​ເປັນ​ວັນ​ທີ່​​ປະ​ກາດການ​ປົດ​ປ່ອຍ​ຕິ​ເບດ​ໂດຍ​ສັນ​ຕິ. ຫຼັງ​ຈາກ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ​ແລ້ວ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ແລະ​ນຳ​​ພາ​ທາດ​ກະ​ສິ​ກອນ​ນັບ​ເປັນ​ລ້ານ​ຄົນ​​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍດຳ​ເນີນ​ການ​ປະ​ຕິ​ຮູບ​ປະ​ຊາ​ທິ​ປະ​ໄຕ,ສ້າງ​ລະ​ບອບ​ສັງ​ຄົມ​ນິ​ຍົມ,ປະ​ຕິ​ບັດ​ຕາມຫຼັກ​ການ​ປົກ​ຄອງ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ເຂດ​ຕິ​ເບດ,ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ. ພາຍ​ຫຼັງ​ ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ​ສິ້ນ​ສຸດ​ລົງ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ມີສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​​ນຳ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ເຂດ​ຕິ​ເບດ​ໃນ​ດ້ານ​ນະ​ໂຍ​ບາຍ,ທຶນ​ຮອນ,ໂຄງ​ການ​ແລະ​ດ້ານ​ອື່ນໆ,ໄດ້​ນຳ​ພາ​ປະ​ຊາ​ຊົນ​ຕິ​ເບດ​ເອົາ​ຊະ​ນະ​ການ​ຕໍ່​​ສູ້​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກແລະ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.
 

      ຕິ​ເບດ​ເກົ່າ​ບໍ່​ມີ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ສະ​ໄໝ​ໃໝ່, ການ​ຜະ​ລິດ​ກະ​ສິ​ກຳ​​ແມ່ນ​ການ​ປູກ​ຝັງ​ແບບ​ປະ​ຖົມ​ປະ​ຖານ​ເປັນ​ເວ​ລາ​ດົນ​ນານ,ລວມຍອດ​ມູນ​ຄ່າ​ການ​ຜະ​ລິດ​ພາຍ​ໃນ​ຢູ່​ຕິ​ເບດ​ໃນ​ໄລ​ຍະ​ນັ້ນ​ມີ​ພຽງ​ແຕ່ 129 ລ້ານຢວນ​ເທົ່າ​ນັ້ນ. ປີ 2020, ​ຍອດ​ປະ​ລິ​ມານ​ເສດ​ຖະ​ກິດຢູ່​ທົ່ວ​ເຂດ​ຕິ​ເບດ​ໄດ້​ບັນ​ລຸ​ຫຼາຍກວ່າ 190 ຕື້ຢວນ, ​ເພີ່ມ​ຂຶ້ນ 321,5 ເທົ່າ​ຂອງ​ປີ 1951 ເມື່ອ​ຄິດ​ໄລ່​ຕາມ​ລາ​ຄາ​​ສົມ​ທຽບໄດ້​ແລ້ວ.
 

      ຕິ​ເບດ​ກ່ອນ​ໜ້າ​ນີ້ 70 ປີ, ຢູ່​ເທິງ​ດິນ​ແດນ​ທີ່​ມີ​ເນື້ອ​ທີ່ 1,2 ລ້ານ​ກິ​ໂລ​ຕາ​ແມັດ, ບໍ່​ມີ​ທາງ​ຫຼວງ​ແຫ່ງ​ຊາດ​ແມ່ນ​ແຕ່​ເສັ້ນ​ດຽວ, ທາງ​ລົດ​ໄຟ​ແຮ່ງ​ບໍ່​ຕ້ອງ​ເວົ້າ​ເຖິງ​ເລີຍ. ປັດ​ຈຸ​ບັນ, ທາງ​ລົດ​ໄຟຊິ່ງ​ໄຫ-ຕິ​ເບດ​ໄດ້​ສ້າງ​ສຳ​ເລັດ​ແລະ​ໄດ້​ນຳ​ໃຊ້​ແລ້ວ, ທາງ​ລົດ​ໄຟ​ເສ​ສວນ-ຕິ​ເບດ​​ໄດ້ເລີ່ມ​ລົງ​ມື​ກໍ່​ສ້າງ​ໝົດ​ສາຍ, ​ລົດ​ໄຟ​ມີ​ລວງ​ຍາວ​ທັງ​ໝົດ​ເກືອບ 1.400 ກິ​ໂລ​ແມັດ. ຢູ່​ໃນ​ເມືອງ​,ຕາ​ແສງ​ແລະ​ຊົນ​ນະ​ບົດ​ໄດ້​ນຳ​ໃຊ້​ເສັ້ນທາງ​ຫຼວງ​ໝົດ​ແລ້ວ, ​ລວງ​ຍາວ​ຂອງ​ທາງ​ຫຼວງ​ມີ​ເຖິງ 118,8 ພັນ​ກິ​ໂລ​ແມັດ, ທາງ​ດ່ວນ​ມີ​ໄລ​ຍະ​ທາງ​ທັງ​ໝົດ​ເຖິງ 1.105 ກິ​ໂລ​ແມັດ. ໄດ້​ສ້າງ​ສະ​ໜາມ​ບິນ​ພົນ​ລະ​ເຮືອນສຳ​ເລັດ​ແລ້ວ 5 ແຫ່ງ, ​ໄດ້ເປີດ​ເສັ້ນ​ທາງ​ການ​ບິນ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ສາ​ກົນ 140 ກວ່າ​ສາຍ.
ການ​ປ່ຽນ​ໂສມ​ໜ້າ​ໃໝ່​ຂອງ​ຕິ​ເບດ​ໃນໄລ​ຍະ 70 ປີ​ຜ່ານ​ມາ_fororder_微信图片_202108191749571

      ຢູ່​ຕິ​ເບດ​ເກົ່າ, ​ຢ່າ​ສູ່​ເວົ້າ​ເລື່ອງ​ໄຟ​ຟ້າເລີຍ, ສ່ວນ​ການ​ໃຊ້​ຕະ​ກຽງ​ນ້ຳ​ມັນ​ເນີຍ ປະ​ຊາ​ຊົນ​ຮູ້​ສຶກ​ເສຍ​ດາຍ​ຈົນ​ບໍ່​ມີ​ໃຜ​ຢາກ​ໃຊ້​ມັນ​ເຖິງ​ຈະ​ແມ່ນ​ຍາມ​ຄ່ຳ​ຄືນ​ກໍ່​ຕາມ. ປັດ​ຈຸ​ບັນ, ເຂດ​ຕິ​ເບດ​ໄດ້​ສ້າງ​ສາຍ​ສົ່ງ​ໄຟ​ຟ້າ​ສຳ​ເລັດ​ແລ້ວ 4 ສາຍ​ເຊັ່ນ: ​ສາຍ​ສົ່ງໄຟ​ຟ້າ​ຊິ່ງ​ໄຫ-ຕິ​ເບດ​ແລະ​ອື່ນໆ, ຕາ​ໜ່າງ​ໄຟ​ຟ້າ​ຕົ້ນ​ຕໍ​ກວມ​ເຖິງ​ເມືອງ​,ຕາ​ແສງ​ແລະ​ຊົນ​ນະ​ບົດ​ທັງ​ໝົດ.
 

      ຢູ່ຕິ​ເບດ​ເກົ່າ, ທາດ​ກະ​ສິ​ກອນ​​ທີ່ກວມ​ປະ​ຊາ​ກອນ​ຕິ​ເບດ 95% ຂຶ້ນ​ໄປ​ນັ້ນ​ບໍ່​ມີ​ປັດ​ໄຈການ​ຜະ​ລິດ, ອັດ​ຕາ​ການ​ເຂົ້າ​ຮຽນ​​ຂອງ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ໃນ​ໄວ​ຮຽນ​ມີ​ບໍ່​ເຖິງ 2%, ອັດ​ຕາ​ການ​ກືກ​ໜັງ​ສື​ສູງ​ເຖິງ 95%, ອາ​ຍຸ​​ຍືນສະ​ເລ່ຍ​ຕໍ່​ຫົວ​ຄົນ​ມີ​ພຽງ​ແຕ່ 35,5 ປີ. ປັດ​ຈຸ​ບັນ,ການ​ສຶກ​ສາ​ພາກ​ບັງ​ຄັບ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ຮຽນ 15 ປີ​ໄດ້​ຮັບ​ການ​​ຈັດ​ຕັ້ງປະ​ຕິ​ບັດ​ຢ່າງ​ເຖິງ​ຖອງ, ອັດ​ຕາ​​ການ​ເຂົ້າ​ຮຽນ​ຂອງການ​ສຶກ​ສາ​ພາກ​ບັງ​ຄັບ​​ໄດ້​ຮັກ​ສາ​ໃຫ້​ຢູ່​ໃນ​ລະ​ດັບ 95,03%,ອາ​ຍຸການ​ສຶກ​ສາ​ຂອງ​ຜູ້​ອອກ​ແຮງ​ງານ​ເພີ່ມ​ໃໝ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເປັນ 13,1 ປີ, ອາ​ຍຸ​ຍືນສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເປັນ 71,1 ປີ.
ການ​ປ່ຽນ​ໂສມ​ໜ້າ​ໃໝ່​ຂອງ​ຕິ​ເບດ​ໃນໄລ​ຍະ 70 ປີ​ຜ່ານ​ມາ_fororder_微信图片_20210819174957

      ເຂດ​ປ່າ​ໄມ້​ຢູ່​ຕິ​ເບດ​ເກົ່າ​ໄດ້​ຢູ່​ໃນ​ສະ​ພາບ​ທີ່​ເກີດ​ຂຶ້ນ​ເອງ​ດັບ​ມອດ​ໄປ​ເອງໂດຍ​ພື້ນ​ຖານ, ​ອັດ​ຕາ​ການ​ປົກ​ຫຸ້ມ​ຂອງປ່າ​ໄມ້​​ໃນ​ເຂດ​ກະ​ສິ​ກຳ​ທັງ​​ໝົດ​ຢູ່​ເຂດ​ລ້ອງ​ແມ່ນ້ຳ​​ຢາ​ລຸງ​ຈາງ​ໂບ, ​ແມ່ນ້ຳ​ໜຽນ​ສູ້​ແລະ​ແມ່ນ້ຳ​ລາ​ຊາ​ກວມ​ບໍ່​ເຖິງ 1%. ​ແຕ່ປັດ​ຈຸ​ບັນ, ເຂດ​ສະ​ຫວງນ​ທຳ​ມະ​ຊາດ​ຕິ​ເບດກວມ 38,75% ຂອງ​ເນື້ອ​ທີ່​ທີ່​ດິນ​ຂອງ​ທົ່ວ​ເຂດ, ອັດ​ຕາ​ການ​ປົກ​​ຫຸ້ມ​ປ່າ​ໄມ້​ມີ​ເຖິງ 12,31%, ຕິ​ເບດ​ຍັງ​ແມ່ນ​ໜຶ່ງ​ໃນ​ເຂດ​ທີ່​ມີ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ດີ​ທີ່​ສຸດ​ໃນ​ໂລກ.
 

      ຕິ​ເບດ​ເກົ່າ, ທາດ​ກະ​ສິ​ກອນ​ບໍ່​ມີ​​ສິດ​ເສ​ລີ​ພາບ​ສ່ວນ​ບຸກ​ຄົນ​ເລີຍ,ແລະ​ຍິ່ງ​ບໍ່​ມີ​ສິດ​ປະ​ຊາ​ທິ​ປະ​ໄຕ,ຖືກ​ເອີ້ນ​ວ່າ​ເປັນ “ເຄື່ອງ​ມື​ທີ່​ປາກ​​ໄດ້​ເທົ່າ​ນັ້ນ”. ນັບ​ແຕ່​ການ​ສ້າງ​ຕັ້ງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ​ເປັນ​ຕົ້ນ​ມາ, ຕິ​ເບດ​ໄດ້​ອອກ​ກົດ​ໝາຍ-ກົດ​ລະ​ບຽບ​ທ້ອງ​ຖິ່ນ​ແລະ​ເອ​ກະ​ສານ​ທີ່​ມີ​ລັກ​ສະ​ນະເປັນ​ລະ​ບຽບ​ແບບ​ແຜນ 152 ສະ​ບັບ​ຕາມ​ລຳ​ດັບ,ເປັນ​ການ​ຮັບ​ປະ​ກັນ​ທາງ​ດ້ານ​ກົດ​ໝາຍ​​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ.
 

      ພຶດ​ຕິ​ກຳ​ຕົວ​ຈິງ​ຕະ​ຫຼອດ​ໄລ​ຍະ 70 ປີ​ຜ່ານ​ມາ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ມີ​ແຕ່​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ,ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແລະ​ລະ​ບົບ​ການ​ປົກ​ຄອງ​ຕົນ​ເອງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,ຈຶ່ງ​ຈະ​ສາ​ມາດ​​ຮັບ​ປະ​ກັນ​ສິດ​ປົກ​ຄອງ​ຕົນ​ເອງ​ໂດຍ​ພື້ນ​ຖານ​ທີ່​ມີ​ຄວາມ​ສະ​ຫງົບ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຖາ​ວອນ,ມີ​ກາ​ນ​ພັດ​ທະ​ນາ​ແລະ​​ມີຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ຢູ່​ເຂດຕິ​ເບດ. ບໍ່​ມີ​ພັກ​ກອມ​ມູ​ນິດ​ຈີນ​ກໍ່​ບໍ່​ມີ​ປະ​ເທດ​ຈີນ​ໃໝ່​​ແລະກໍ່​ບໍ່​ມີ​ຕິ​ເບດ​ໃໝ່.

ຄຳ​ເຫັນ

0