ທ່ານເໝົາເຈີຕຸ່ງກັບລູກໆ
ທ່ານເໝົາເຈີຕຸ່ງແມ່ນຜູ້ນຳທີ່ຍິ່ງໃຫຍ່, ໄດ້ນຳພາປະຊາຊົນຈີນຍາດເອົາຄວາມເປັນເອກະລາດແຫ່ງຊາດ ແລະ ປົດປ່ອຍປະຊາຊົນ,ສະຖາປະນາສປຈີນຂຶ້ນ; ທ່ານກໍເປັນພໍ່ຜູ້ຍິ່ງໃຫຍ່, ຄືກັນກັບພໍ່ຫຼາຍໆຄົນທົ່ວໄປ, ຮັກແພງລູກ, ຫວັງໃຫ້ລູກເຕີບໃຫຍ່ຂຶ້ນມາເປັນຜູ້ມີຄວາມຮູ້ຄວາມສາມາດ, ແລະມີຜົນດີຕໍ່ສັງຄົມ.
ຕາມຂໍ້ມູນບັນທຶກໄວ້ວ່າ, ທ່ານເໝົາເຈີຕຸ່ງເຄີຍຂຽນຈົດໝາຍ 28 ກ້ານຝາກເຖິງລູກຊາຍ ແລະ ລູກສາວ. ໃນຈົດໝາຍເຫຼົ່ານີ້, ໄດ້ເວົ້າເຖິງອຸດົມການ, ອະນາຄົດ, ພາລະກິດ ,ການແຕ່ງດອງ, ຈົນຮອດສຸຂະພາບ, ຊີວິດປະຈຳວັນ, ແລະ ມະນຸດສຳພັນ, ໃຫ້ຄວາມເອົາໃຈໃສ່ ແລະ ສັ່ງສອນລູກຢ່າງລະອຽດ. ທ່ານໄດ້ຢູ່ກັບລູກຊາຍລູກສາວດ້ວຍການປະພຶດທີ່ສະເໝີພາບກັນ, ລົມກັນປານເພື່ອນມິດ, ມັກເວົ້າຕະຫຼົກ ແລະ ສ້າງບັນຍາກາດມ່ວນຊື່ນ, ເຮັດໃຫ້ລູກຊາຍລູກສາວໄດ້ສຳຜັດກັບຄວາມຮັກແພງຈາກພໍ່.
“ອ້ານຢີ່ງ ແລະ ອ້ານຊິ່ງ, ຫວ່າງມໍ່ໆມານີ້ ພວກລູກສະບາຍດີຢູ່ບໍ່? ມີຄວາມກ້າວໜ້າຫຍັງບໍ່. ພໍ່ຍັງສະບາຍດີຢູ່, ໄດ້ອ່ານປື້ມໜ້ອຍໜຶ່ງ ບໍ່ຫຼາຍດອກ, ໃນໃຈຮູ້ສຶກບໍ່ພໍໃຈທີ່ສຸດ, ບໍ່ທໍ່ພວກລູກທີ່ກຳລັງຢູ່ໃນໄລຍະຮ່ຳຮຽນໂດຍສະເພາະ.”
ຈົດໝາຍດັ່ງກ່າວ ແມ່ນທ່ານເໝົາເຈີຕຸ່ງຝາກເຖິງທ້າວເໝົາອ້ານຢິ່ງ ແລະ ທ່ານເໝົາອ້ານຊິ່ງທີ່ກຳລັງຮຽນຢູ່ງສະຫະພາບໂຊວຽດເມື່ອລະດູຮ້ອນປີ 1939, ຈົດໝາຍດັ່ງກ່າວມີແຕ່ເນື້ອໃນສັ້ນໆ, ແຕ່ເຕັມໄປດ້ວຍຄວາມຄິດຮອດຄິດເຖິງ ແລະ ຄວາມເອົາໃຈໃສ່ ເປັນຫ່ວງເປັນໃຍຂອງຜູ້ເປັນພໍ່. ສິ່ງທີ່ຝາກໄປນຳກັນກັບຈົດໝາຍນັ້ນຍັງມີປື້ມຈຳນວນໜຶ່ງທີ່ທ່ານເລືອກເຟັ້ນຢ່າງຄັກແນ່, ໃນເວລານັ້ນ, ສົງຄາມຕໍ່ຕ້ານຍີ່ປຸ່ນຜູ້ຮຸກຮານຍັງຢູ່ໃນສະພາບທີ່ສູ້ຢັນກັນຢ່າງດຸເດືອດ, ທ່ານເໝົາເຈີຕຸ່ງ ແລະ ລູກຊາຍໄດ້ຢູ່ຫ່າງໄກກັນເປັນເວລາ 12 ປີແລ້ວ.
“ພວກລູກໄດ້ມີຄວາມຄືບໜ້າທີ່ດີແລ້ວ, ພໍ່ຮູ້ສຶກດີໃຈຫຼາຍ. ອ້ານຢິ່ງຂຽນບົດໄດ້ລຸລົ່ງດີ, ຕົວໜັງສືກໍຂຽນໄດ້ງາມ,ມີອຸດົມການທີ່ສະແຫວງຫາຄວາມກ້າວໜ້າ, ນີ້ເປັນສິ່ງທີ່ດີ. ໃນໄວໜຸ່ມ ຈົ່ງຮ່ຳຮຽນວິທະຍາສາດທຳມະຊາດຫຼາຍແດ່. ໃນປະຈຸບັນນີ້ຕັ້ງໃຈຮ່ຳຮຽນວິທະຍາສາດທຳມະຊາດໃຫ້ຫຼາຍຈະດີກວ່າ, ແລະຮຽນວິທະຍາສາດສັງຄົມເປັນສິ່ງສຳຮອງ, ໃນອະນາຄົດກໍສາມາດປິ່ນກັນ. ຄວາມເຫັນຂອງພໍ່, ພຽງແຕ່ເປັນຂໍ້ສະເໜີໃຫ້ພວກລູກເທົ່ານັ້ນ, ໃຫ້ພວກລູກພິຈາລະນາຕັດສິນເອງ.”
ທ່ານເໝົາເຈີຕຸ່ງກັບທ້າວເໝົາອ້ານຢີ່ງ ລູກຊາຍຂອງຕົນ
ໃນເວລານັ້ນ, ທ້າວເໝົາອ້ານຢິ່ງ ແລະ ທ້າວເໝົາອ້ານຊິ່ງມີອາຍຸພຽງແຕ່ 18,19 ປີ, ເຖິງວ່າບໍ່ສາມາດພົບໜ້າກັນກໍຕາມ, ແຕ່ທ່ານເໝົາເຈີຕຸ່ງໄດ້ໃຫ້ຈົດໝາຍເພື່ອຕິດຕາມ ແລະເລັ່ງທວງໃຫ້ເຂົາເຈົ້າຈົ່ງຕັ້ງໃຈຮ່ຳຮຽນ ແລະ ເສີມສ້າງຄວາມຮູ້ຄວາມສາມາດ.
ໃນປື້ມ “ເໝົາເຈີຕຸ່ງ - ພໍ່ຂອງພວກເຮົາ” ທີ່ປະພັນໂດຍທ້າວເໝົາອ້ານຢິ່ງນັ້ນໄດ້ລະບຸໄວ້ວ່າ: “ພໍ່ໄດ້ອ່ານປື້ມຢ່າງຫຼວງຫຼາຍ, ແຕ່ກໍເອົາໃຈໃສ່ເລື່ອງການຮ່ຳຮຽນຂອງພວກເຮົາທີ່ສຸດ. ພໍ່ເຄີຍສັ່ງສອນເລື້ອຍໆວ່າ, ໃຫ້ອ່ານປື້ມກ່ຽວກັບປະຫວັດສາດຂອງຈີນໃຫ້ຫຼາຍແດ່, ຮັບຮູ້ສະພາບການຂອງປະເທດຈີນໃຫ້ຫຼາຍແດ່. ພໍ່ມີຄວາມເຫັນທີ່ແຫຼມຄົມຕໍ່ຜົນງານວັນນະຄະດີ, ເຊິ່ງເປັນປະໂຫຍດ ແລະ ແຮງບັນດານໃຈໃນດ້ານແນວຄິດໃຫ້ແກ່ພວກເຮົາຢ່າງຫຼວງຫຼາຍ.”
ໃນສາຍຕາຂອງລູກແລ້ວ, ຄວາມກ້າວໜ້າທີ່ເຮັດໃຫ້ພໍ່ຮູ້ສຶກດີໃຈນັ້ນ, ຜົນສຸດທ້າຍຕ້ອງມີຜົນດີຕໍ່ກັບປະຊາຊົນ. ເດືອນມັງກອນປີ 1946, ທ້າວເໝົາອ້ານຢິ່ງໄດ້ສຳເລັດການຮຽນຢູ່ສະຫະພາບໂຊວຽດເປັນເວລາ 10 ປີແລ້ວກັບຄືນສູ່ຢຽນອ່ານ ແລະໄດ້ຢູ່ຮ່ວມກັນກັບພໍ່ທີ່ຫ່າງຈາກກັນເປັນເວລາ 18 ປີ. ເພື່ອໃຫ້ລູກຊາຍໄດ້ຮັບການຝຶກຝົນຫຼໍ່ຫຼອມ. ທ່ານເໝົາເຈີຕຸ່ງບໍ່ໄດ້ສັບຊ້ອນໃຫ້ລູກຊາຍເຮັດວຽກໃກ້ຕົນ, ແຕ່ໄດ້ໃຫ້ລູກເຂົ້າຮ່ວມວຽກງານການປະຕິຮູບທີ່ດິນ, ລົງເລິກການຮັບຮູ້ສະພາບຊົນນະບົດ. ເດືອນຕຸລາປີ 1947, ທ້າວເໝົາອ້ານຢິ່ງທີ່ພວມແນະນຳບົດຮຽນການປະຕິຮູບທີ່ດິນຢູ່ຊີ່ໄບໂພ່, ໄດ້ຮັບຈົດໝາຍຈາກພໍ່.
“ຄົນຜູ້ໜຶ່ງບໍ່ວ່າຮຽນຫຍັງ ຫຼື ເຮັດວຽກຫຍັງ, ຂໍພຽງແຕ່ມີຄວາມກະຕືລືລົ້ນ ແລະ ມີຈິດໃຈສູ້ອົດທົນ, ປະຖິ້ມແນວຄິດລັດທິສ່ວນຕົວທີ່ສະແຫວງຫາແຕ່ຊື່ສຽງແບບເຮັດເອົາໜ້າ ແລະ ບໍ່ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນ, ກໍຈະໄດ້ຮັບຄວາມກ້າວໜ້າຢ່າງແນ່ນອນ.
ທ້າວເໝົາອ້ານຢິ່ງໄດ້ຈົດບັນທຶກເນື້ອໃນຈົດໝາຍວັກນີ້ຂອງທ່ານເໝົາເຈີຕຸ່ງໄວ້ຢູ່ເທິງປົກໃນຂອງປື້ມບັນທຶກ, ເພື່ອເປັນສະຕິເຕືອນໃຈຕົນ. ລາວເຫັນວ່າ, ພໍ່ຕັ້ງມາດຕະຖານໃຫ້ກັບລູກຢ່າງເຂັ້ມງວດ, ສັ່ງສອນດ້ວຍຄຳເວົ້າ ແລະ ການປະພຶດ ຂອງຕົນ, ຫຼືໃຫ້ລູກດຳລງຊີວິດ ແລະຮ່ຳຮຽນນຳກຳມະກອນ ແລະ ຊາວກະສິກອນໂດຍກົງ, ສັ່ງສອນພວກລູກແບບກົງໄປກົງມາ ແລະ ລຽບງ່າຍທີ່ສຸດເພື່ອໃຫ້ພວກລູກຝຶກຝົນຫຼໍ່ຫຼອມຄຸນສົມບັດທີ່ບໍ່ອວດອົ່ງທະນົງຕົວ ບໍ່ຟ້າວຟັ່ງ, ແລະ ຮ່ຳຮຽນຢ່າງຖ່ອມຕົວ. ຢູ່ໃນສະໄໝສົງຄາມກໍເຮັດແບບນີ້, ຫຼັງຈາກການສະຖາປະນາສປຈີນແລ້ວກໍຍັງເຮັດຄືເກົ່າ, ລູກຂອງທ່ານເໝົາເຈີຕຸ່ງກໍຄືກັນກັບລູກເຕົ້າຂອງຜູ້ອື່ນໆ, ບໍ່ມີສິດພິເສດຫຍັງເລີຍ.
ທ່ານເໝົາເຈີຕຸ່ງກັບນາງຫຼີມິນ ລູກສາວຂອງຕົນ
ໃນຖານະເປັນຜູ້ນຳສູງສຸດຂອງພັກ ແລະ ລັດ, ທ່ານເໝົາເຈີຕຸ່ງບໍ່ອະນຸຍາດໃຫ້ລູກຊາຍລູກສາວຊົມໃຊ້ສິດທິພິເສດໂດຍສວຍໃຊ້ຊື່ສຽງຂອງຕົນ. ມີເທື່ອໜຶ່ງ ນາງຫຼີນ້າ ລູກສາວຂອງທ່ານເໝົາເຈີຕຸ່ງເປັນພະຍາດຕ້ອງເຂົ້ານອນປິ່ນປົວຢູ່ໂຮງໝໍ, ທ່ານເໝົາເຈີຕຸ່ງບອກກັບພະນັກງານໃກ້ຊິດເພິ່ນວ່າ, ບໍ່ໃຫ້ບອກຊື່ແທ້ຂອງລູກສາວ, ຍິ່ງກວ່ານັ້ນແມ່ນ ບໍ່ໃຫ້ບອກວ່າເປັນລູກສາວຂອງທ່ານເໝົາເຈີຕຸ່ງ. ເພື່ອຫຼີກລ່ຽງການເບິ່ງແຍງລູກສາວຕົນເປັນກໍລະນີພິເສດ, ໃຫ້ບອກໄປວ່າເປັນລູກສາວຂອງພະນັກງານປ້ອງກັນ.
ວັນທີ 28 ສິງຫາປີ 1959, ແມ່ນວັນແຕ່ງດອງຂອງນາງຫຼີມິນ ລູກສາວກົກຂອງທ່ານເໝົາເຈີຕຸ່ງ, ງານດອງຈັດຂຶ້ນມີພຽງແຕ່ 3 ໂຕະ ເຊີນແຂກທັງໝົດ 30 ກວ່າຄົນເທົ່ານັ້ນ, ບໍ່ໄດ້ຈັດງານດອງແບບໃຫຍ່ໂຕ, ນາງຫຼີມິນເວົ້າວ່າ: “ງານດອງແບບນີ້ມີຄວາມປະຢັດ ແລະ ລຽບງ່າຍກວ່າງານດອງຂອງລູກເຕົ້າຄອບຄົວທຳມະດາ, ແຕ່ກໍຢູ່ໄວ້ໃນຄວາມຊົງຈຳຂອງຂ້າພະເຈົ້າຕະຫຼອດໄປ. ເພາະວ່າ ນີ້ແມ່ນງານດອງທີ່ພໍ່ເປັນພິທີກອນຈັດງານໃຫ້ເອງ, ນີ້ເປັນຄວາມສຸກໃຫຍ່ທີ່ສຸດໃນຕະຫຼອດຊີວິດນີ້.”
ຈາກການຮ່ຳຮຽນ, ຮອດຫຼັກຂອງການປະພຶດຕົວ ແລະ ການແຕ່ງດອງ, ທ່ານເໝົາເຈີຕຸ່ງໄດ້ເສີມຂະຫຍາຍບົດບາດສຳຄັນໃນໄລຍະການເຕີບໃຫຍ່ຕ່າງໆຂອງພວກລູກໆ, ການແລກປ່ຽນຄວາມຄິດເຫັນແບບກົງໄປກົງມາ ແລະຈິງໃຈ ໂດຍປະສົມປະສານຄວາມເຂັ້ມງວດ ແລະ ຄວາມຮັກແພງນັ້ນ, ໄດ້ກາຍເປັນແສງສະຫວ່າງເຍືອງທາງໃຫ້ການເຕີບໃຫຍ່ຂອງພວກລູກໆ.
ຄຳເຫັນ
0