何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງການ​ພັດ​ທະ​ນາ​ທີ່​ມີ​ຄຸນນ​ະ​ພາບ​ສູງ​ຢູ່​ເຂດ​ຕິ​ເບດ​​ປະ​ເທດຈີນ

2021-08-20 15:55:56 CRI

ປີ​ນີ້​ແມ່ນ​ປີ​ທີ່​ເຂດ​ຕິ​ເບດໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ​ຄົບ​ຮອບ 70 ປີ. ປີ 1951, ເຂດ​ຕິ​ເບດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ, ນີ້​ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ໃນປະ​ຫວັດ​ຍຸກ​ປະ​ຈຸ​ບັນ ແລະ ປະ​ຫວັດ​ສາດ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ຈີນ, ທັງ​ແມ່ນ​ເຫດ​ການ​ທີ່​ຢູ່​ໃນ​ໄລ​ຍະ​ຫົວ​ລ້ຽວ​ຫົວ​ຕໍ່​ໃນ​ປະ​ຫວັດ​ສາດ​ຂອງ​ເຂດ​ຕິ​ເບດ. ​ຕະຫຼອດ​ໄລ​ຍະ​ 70 ປີ​ທີ່​ຜ່ານ​ມາ, ເຂດ​ຕິ​ເບດ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດທີ່​ໃຊ້​ເວ​ລາຫຼາຍ​ສິບ​ປີ ​ເຊິ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນຫຼາຍກວ່າ​ພັນ​ປີ.

ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງການ​ພັດ​ທະ​ນາ​ທີ່​ມີ​ຄຸນນ​ະ​ພາບ​ສູງ​ຢູ່​ເຂດ​ຕິ​ເບດ​​ປະ​ເທດຈີນ_fororder_微信图片_20210820145558

ນັບ​ແຕ່ກອງ​ປະ​ຊຸມ​ໃຫ​ຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ເສດ​ຖະ​ກິດ​ຂອ​ງ​ເຂດ​ຕິ​ເບດ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ພົ້ນ​ເດັ່ນ. ແຕ່​ປີ 2012 – 2020, GDP ຂອງ​ເຂດ​ຕິ​ເບດ​ໄດ້ເພີ່ມ​ຂຶ້ນ​ຈາກ 71 ຕື້ຢວນ ​ເປັນ 190,3 ຕື້ຢວນ, ​ເມື່ອຄິດ​ໄລ່​ຕາມ​ລາ​ຄາ​​ປຽບທຽບ, ໄດ້​ເພີ່ມ​ຂຶ້ນ 9,8% ຕໍ່​ປີ, ເປັນ​ອັນ​ດັບ​ໜຶ່ງ​ໃນ 31 ແຂວງ​(ເຂ​ດ​ປົກ​ຄອງ​ຕົນ​ເອງ,ກຳ​ແພງ​ນະ​ຄອນ)ຂອງ​ທົ່ວ​ປະ​ເທດ​ຈີນ. ແຕ່​ປີ 2012 – 2020, ລາຍ​ຮັບ​ສະ​ເລ່ຍທີ່​ຈັບ​ຈ່າຍ​ໄດ້​ຕົວ​ຈິງ​ຕໍ່​ຫົວ​ຄົນ​ຂອງ​ພົນ​ລ​ະ​ເມືອງ​ທົ່ວ​ເຂດ​ຕິ​ເບດ​ໄດ້ເພີ່ມ​ຂຶ້ນ​ຈາກ 8568 ຢວນ ​ເປັນ 21.744 ຢວນ, ເພີ່ມ​ຂຶ້ນ 12,3% ຕໍ່​ປີ, ຈັງ​ຫວະການ​ເຕີບ​ໂຕ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ​ເປັນ 6 ປີ​ລຽນ​ຕິດ, ​ຄຸນ​ນະ​ພາບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ.

ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງການ​ພັດ​ທະ​ນາ​ທີ່​ມີ​ຄຸນນ​ະ​ພາບ​ສູງ​ຢູ່​ເຂດ​ຕິ​ເບດ​​ປະ​ເທດຈີນ_fororder_微信图片_20210820145606

ກ່ຽວ​ກັບ​ການ​​ສ້າ​ງ​ສາພັດ​ທະ​ນາ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມຢູ່​ເຂດ​ຕິ​ເບດ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕະຫຼອດ​ມາ. ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ຕິ​ເບດຫຼາຍ​ເທື່ອ, ແລະ​ເຄີຍ​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ແລ້ວ​ວ່າ: “ຕ້ອງ​ບຸກ​ເບີກ​ເສັ້ນ​ທາງ​​ການພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ເຂດ​ຕິ​ເບດ.” ໃນ​ນັ້ນ​ລວມ​ທັງ: ຊຸກ​ຍູ້​ການປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ໝາກ​ຜົນ​ແຫ່ງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ເຊື່ອມ​ສານ​ເຂົ້າ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຢ່າງ​ຮອບ​ດ້ານ; ດຳ​ເນີນ​ວຽກ​ງານ​ທີ່​ພົວ​ພັນ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ບັນ​ດາ​ເຜົ່າ, ເ​ຊັ່ນ: ການ​ປະ​ກອບ​ອາ​ຊີບ, ການ​ສຶກ​ສາ, ປະ​ກັນ​ສັງ​ຄົມ, ການ​ປິ່ນ​ປົວ, ການ​ລ້ຽງ​ຜູ້​ເຖົ້າ, ໂຮງ​ຮຽນອະ​ນຸ​ບານ​ແລະ​ໂຮງ​ລ້ຽງ​ເດັກ, ເຮືອນ​ຢູ່ ແລະ​ອື່ນໆ, ຈັດ​ຕັ້ງ​ປະ​​ຕິ​ບັດ​​ວຽກ​ງານ​ທຸກ​ຢ່າງ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ຕົວ​ຈິງ; ເລັ່ງ​ລັດ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ເຊິ່ງ​ລວມ​ທັງ ເສັ້ນທາງ​ລົດ​ໄຟ, ທາງຫຼວງ ແລະ ອື່ນໆ. ເຊິ່ງຄຳ​ຮຽກ​​ຮ້ອງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ແມ່ນ​ ​ມີ​ລັກ​ສະ​ນະ​ທີ່​ເປັນ​ຮູບ​ປະ​ທຳ ແລະ ລະ​ອຽດ​ນັ້ນ, ໄດ້​ເປັນ​ທິດ​ຊີ້​ນຳ​ພື້ນ​ຖານ​ໃຫ້​ແກ່​ວຽກ​ງານ​ການ​ພັດ​ທະ​ນາ​ເຂດ​ຕິ​ເບດ, ແລະ​ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​​ຢູ່​ເຂດ​ຕິ​ເບດ.

ຄຳ​ເຫັນ

0