尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?

2021-08-24 17:10:13 cri

ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?_fororder_下载 (4)

      ເດືອນ​ກໍ​ລະ​ກົດ​ຜ່ານ​ມາ, ທ່ານ ​ລອຍ​ ອັ​ສ​ຕີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ສິງ​ກະ​ໂປ,ຫວຽດ​ນາມ​ແລະ​ຟີ​ລິບ​ປິນ​. ທ່ານ ​ລອຍ​ ອັ​ສ​ຕີນ ຫາ​ກໍ່​ສິ້ນ​ສຸດ​ການ​ຢ້ຽມ​ຢາມ, ທ່ານນາງ ​ແພ​ຕ​ຣີ ເອ ແຮ​ຣິ​ສ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກໍ​ເດີນ​ທາງ​ຢ້ຽມ​ຢາມ​ສິງ​ກະ​ໂປ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ​ອີກ,ແລະ​ໄດ້​ຢ້ຽມ​ຢາມ​ຫວຽດ​ນາມ​ໃນວັນ​ທີ 24 ສິງ​ຫາ​ນີ້. ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ອາ​ເມ​ຣິ​ກາ​​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຕິດ​ຕໍ່​ກັນ​ແບບ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​​ຈະ​ແຈ້ງວ່າ​ອາ​ເມ​ຣິ​ກາ​ໄດ້​ຖື​ເອົາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປັນ​ພາກ​ພື້ນ​ທີ່​ສຳ​ຄັນ​ເພື່ອ​ແຂ່ງ​ຂັນກັບ​ຈີນ,ໂດຍ​ມີ​ຈຸດ​ປະ​ສົງ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ:ອາ​ເມ​ຣິ​ກາ​ຢາກ​ແກ່​ດຶງປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ມາ​ເປັນ​ພັກ​ພວກ​ເພື່ອ​ເປັນ​ປໍ​ລະ​ປັກ​ກັບ​ຈີນ.

ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?_fororder_下载

      ອັນ​ທີ່​ເຮັດ​ໃຫ້​ທ່ານນາງ ແພ​ຕ​ຣີ​ສ ເອ ແຮ​ຮີ​ສ ອັບ​ອາຍ​ແມ່ນ,ກ່ອນ​ນາງ​ຈະ​ຢ້ຽມ​ຢາມ​ຫວຽດ​ນາມ, ໄດ້​ເກີດ​ເຫດ​ການ​ທີ່​ທະ​ຫານ​ອາ​ເມ​ຣິ​ກາ​ຖອນ​ໜີ​ຈາກ​ອັ​ຟ​ກາ​ນີ​ສະ​ຖານ. ປີ 1975, ອາ​ເມ​ຣິ​ກາ​ໄດ້​ປະ​ຖິ້ມ​​ພັນ​ທະ​ມິດ,ຟ້າວ​ໜີ​ອອກ​ຈາກ​ໄຊ​ງ່ອນ​ຂອງ​ຫວຽດ​ນາມ​ຢ່າງກະ​ລົກ​ກະ​ລົນ, ການ​ກະ​ທຳ​ທີ່ກອງ​ທັບ​ອາ​ເມ​ຣິ​ກາ​ຖອນ​​ໜີຈາກ​ອັ​ຟ​ກາ​ນີ​ສະ​ຖານ​ເກືອບ​ຄື​ກັນ​ກັບ​ການ​ກະ​ທຳ​ທີ່​ຖອນ​ທະ​ຫານ​ໜີ​ຈາກ​ຫວຽດ​ນາມ​ໃນ​ເມື່ອ​ກ່ອນ, ​ທ່ານ​ນາງ ແຮ​ຣິ​ສ​ເດີນ​ທາງ​ຢ້ຽມ​ຢາມ​ຫວຽດ​ນາມ​ໃນ​ຈຸດ​ເວ​ລາ​ນີ້​ຈະ​ເປັນ​ການ​ຮື້​ຟື້ນ​ຄວາມ​ຊົງ​ຈຳ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ທີ່​ເຫັນອາ​ເມ​ຣິ​ກາ​ເປັນ​ຜູ້​ມັກ​ປະ​ຖິ້ມ​ພັນ​ທະ​ມິດ​ເລື້ອຍໆ​ນັ້ນ​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.
ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?_fororder_下载 (3)

      ການ​ຖອນ​ທະ​ຫານໜີ​ອອກຈາກ​ອັ​ຟ​ກາ​ນີ​ສະ​ຖານຂອງ​ອາ​ເມ​ຣິ​ກາ​ໄດ້​ທຳ​ລາຍ​ຊື່​ສຽງຂອງ​ອາ​ເມ​ຣິ​ກາ​ເອງ​ທີ່​ມີ​ຕໍ່​ສາ​ກົນ​ຢ່າງ​ໜັກ​ໜ່ວງ,ສະ​ນັ້ນ,ເມື່ອ​ທ່ານນາງ ແຮ​ຣິ​ສ ເດີນ​ທາງ​ຢ້ຽມ​ຢາມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້,ບໍ່​ວ່າ​ນາງ​ໄດ້​ໄປ​ຮອດ​ໃສ,ລ້ວນ​ແຕ່​ຈະ​ປະ​ເຊີນ​ກັບ​ຄວາມ​ລະ​ແວງ​ສົງ​ໄສ​ທີ່​ວ່າ “ອາ​ເມ​ຣິ​ກາ​ຍັງ​​ເປັນ​ໜ້າ​ເຊື່ອ​ຖືຄື​ເກົ່າ​ຫຼື​ບໍ່”, ຈຸດ​ປະ​ສົງ​ຂອງການ​ຢ້ຽມ​ຢາມ​ຂອງ​ນາງ​​ໃນ​ຄັ້ງ​ນີ້​ກໍ​ຈະ​ກາຍ​ເປັນ “​ການ​ປະ​ຕິ​ບັດໜ້າ​ທີ່​ທີ່​ບໍ່​ສາ​ມາດ​ສຳ​ເລັດ​ຜົນ​ໄດ້”.
ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?_fororder_0df431adcbef76092467c8aa96c44ac47cd99ebd

      ທີ່​ຈິງ​ແລ້ວ,ຖ້າ​ບໍ່​ໄດ້​ເກີດ​ເລື່ອງ​ທີ່ກອງ​ທັບ​ອາ​ເມ​ຣິ​ກາ​​ໜີອອ​ກ​ຈາກ​ອັ​ຟ​ກາ​ນີ​ສະ​ຖານ,ກໍ່​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ອາ​ເມ​ຣິ​ກາຈະ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ຕົນ​. ເຖິງວ່າ​ສິງ​ກະ​ໂປ​ເປັນ​ໜຶ່ງ​ໃນ​ຄູ່​ຮ່ວມ​ມືດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​​ອາ​ເມ​ຣິ​ກາ​ຢູ່ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກໍ​ຕາມ,​ແລະ​ຫວຽດ​ນາມ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ກັບ​ຈີນ​ໃນ​​ບັນ​ຫາໝູ່​ເກາະ​ໜານ​ຊ່າ​ແລະ​ໝູ່​ເກາະ​ຊີ່​ຊ່າ,​ແຕ່​ນີ້​ກໍ່​ບໍ່​ສາ​ມາດ​ກາຍ​ເປັນ​ສາ​ເຫດ​ທີ່​ເຮັດ​ໃຫ້​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເລືອກ​ຂ້າງວ່າ​ຈະ​ສະ​ໜັບ​ສະ​ໜູນ​ຈີນ​ຫຼື​ອາ​ເມ​ຣິ​ກາ​ດີກວ່າ​ກັນ.
ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?_fororder_下载 (2)

      ໃນ​ຊຸມ​ປີ​ຜ່ານ​ມາ, ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ຂະ​ຫຍາຍ​ຕົວຢ່າງວ່ອງ​ໄວ, ​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກັບ​ຈີນ​ກໍ່​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ,ເນື່ອງ​ຈາກ​ໄດ້​ຮັບ​ຜົນ​​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ,​ເສດ​ຖະ​ກິດ​ຂອງປະ​ເທ​ດ​ເຫຼົ່າ​ນີ້​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງໃນ 10 ກວ່າ​ປີ​ຜ່ານ​ມາ. ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ຫາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢຸ​ໂຊ​ຟ ອິ​​ຊາກ​ຂອງ​ສິງ​ກະ​ໂປ​ໄດ້​ເປີດ​ເຜີຍ “​ການ​ປະ​ເມີນ​ຜົນປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ 2021” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:ໃນ​​ບັນ​ດາຜູ້​ວາງ​ນະ​ໂຍ​ບາຍ​ແລະ​ຜູ້​ນຳ​​ທາງ​ດ້ານແນວ​​ຄິດ​ຂອງ​ປະ​ເທດ​ອາ​ຊຽນ 10 ທ່ານ, ຜູ້​ໃຫ້​ສຳ​ພາດ​ຫຼາຍກວ່າ 3 ສ່ວນ 4 ເຫັນ​ວ່າ​ຈີນ​ແມ່ນປະ​ເທດ​ທີ່​ມີ​ກຳ​ລັງ​ທາງ​ເສດ​ຖະ​ກິດ​ທີ່​ມີ​ອິດ​ທິ​ພົນ​ຫຼາຍ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້,ສ່ວນ​ຜູ້​ໃຫ້​ສຳ​ພາດ​ທີ່​ໄດ້​ເລືອກ​ເຂົ້າ​ຂ້າງ​ອາ​ເມ​ຣິ​ກາ​ກວມພຽງ​ແຕ່ 7% ເທົ່າ​ນັ້ນ.
ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?_fororder_下载 (1)

      ໃນ​ສາຍ​ຕາ​ຂອງ​ປະ​ເທດ​​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ອາ​ເມ​ຣິ​ກາ​ແມ່ນ​ຄູ່​ຮ່ວມມື​ທີ່​ໜ້າ​ເຊື່ອ​ຖື​ຫຼື​ບໍ່​ ຍັງ​ບໍ່​ແນ່​ໃຈ​ເທື່ອ,​ການ​ຖອນ​ທະ​ຫານໜີ​ອອກ​ຈາກ​ອັ​ຟ​ກາ​ນີ​ສະ​ຖານ​ຢ່າງ​ໜ້ອຍ​ໄດ້​ຢັ້​ງ​ຢືນ​ວ່າ​ອາ​ເມ​ຣິ​ກາ​ເປັນ​ຜູ້​ທີ່​ບໍ່​ໜ້າ​ເຊື່ອ​ໃນ​​ຈຸດ​ເວ​ລາທີ່​ສຳ​ຄັນ. ຂະ​ນະ​ດຽວ​ກັນ, ໃນ​ເວ​ລາ​ພິ​ຈາ​ລະ​ນາ​ວ່າ​ຈະ​ເຫັນ​ດີ​ຕາມ​ການ​ຊັກ​ຊວນ​ຂອງ​ອາ​ເມ​ຣິ​ກາ​ຫຼື​ບໍ່,​ສິ່ງ​ທີ່ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ຈະ​ຕ້ອງ​ພິ​ຈາ​ລະ​ນາ​​ກ່ອນ​ໝູ່​ກໍ່ແມ່ນ: ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ອາ​ເມ​ຣິ​ກາ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຫຍັງ​ແດ່​ມາ​ໃຫ້​​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້?_fororder_2021_0824_11b19ab9p00qybslc00bfc000u000fuc

      ປັດ​ຈຸ​ບັນ, ຈີນ​ເກືອບ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ທັງ​ໝົດ​​ໃນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ໂດຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ປານ​ນີ້,ເກືອບ​ຈະ​ບໍ່​ມີ​ປະ​ເທດ​ໃດ​ທີ່​ຈະ​ຍອມ​ສ່ຽງ​ເປັນ​ເຄື່ອງ​ມື​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ໂຈມ​ຕີ​ປະ​ເທດ​ຈີນ. ຖ້າ​ອາ​ເມ​ຣິ​ກາ​ຢາກ​​ຂະ​ຫຍາຍ​ສາຍພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢ່າງ​ຈິງ​ໃຈ,ກໍ​ຕ້ອງ​ຄິດ​​ໃຫ້​ດີ​ໆ​ວ່າຕົນ​ສາ​ມາດ​ນຳ​ເອົາ​ຜົນ​ປະ​ໂຫຍດ​​ຫຍັງ​ແດ່ມາ​ໃຫ້​​ປະ​ເທດອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້,ຫາກ​ບໍ່​ແມ່ນ​ເປັນ​ຜູ້​ມັກ​ກໍ່​ເລື່ອງ​ທີ່​ໜ້າ​ເບື່ອ​ແລະ​ໜ້າ​ສົງ​ໄສ.

ຄຳ​ເຫັນ

0