“ລູກທີ່ແສນຮັກຂອງແມ່ເອີຍ! ແມ່ຈະບໍ່ສອນລູກດ້ວຍຄວາມເວົ້າ, ແຕ່ຈະສອນລູກດ້ວຍການປະພຶດຕົວຈິງ. ຫຼັງຈາກລູກເຕີບໃຫຍ່ຂຶ້ນມາແລ້ວ, ຫວັງວ່າລູກຈະບໍ່ລືມວ່າ ແມ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ!”
ນີ້ແມ່ນຈົດໝາຍທີ່ເປັນພິໄນກຳຂອງແມ່ຄົນໜຶ່ງຝາກເຖິງລູກຊາຍໃນໄລຍະສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນທີ່ຮຸກຮານປະເທດຈີນ. ແມ່ຄົນນີ້ຮູ້ຈັກວິທີສູ້ຮົບຢ່າງກ້າຫານ, ເຮັດໃຫ້ສັດຕູອົກສັ່ນຂວັນຫາຍ. ໃນລະດູໜາວຂອງປີ 1935, ເພິ່ນຖືກສັດຕູຈັບເປັນສະເລີຍເສິກ, ເຖິງວ່າຖືກສັດຕູທາລຸນຢ່າງແສນສາຫັດຈົນເສຍຊີວິດກໍບໍ່ຍອມເປີດເຜີຍຄວາມລັບໃດໆກ່ຽວກັບກອງທະຫານຂອງຕົນ. ແມ່ຄົນນີ້ກໍແມ່ນ ຈ້າວອີ່ມ້ານ, ວິລະຊົນຂອງຈີນທີ່ຕໍ່ຕ້ານຟາຊິດຍີ່ປຸ່ນຜູ້ຮຸກຮານ. ຢູ່ເທິງລົດໄຟທີ່ສົ່ງນາງໄປແດນປະຫານຊີວິດ, ນາງໄດ້ຂຽນຈົດໝາຍທີ່ເປັນພິໄນກຳໃຫ້ກັບລູກຊາຍທີ່ມີອາຍຸພຽງແຕ່ 7 ປີ.
ທ່ານນາງຈ້າວອີ່ມ້ານກັບລູກຊາຍ
ວັນທີ 18 ກັນຍາປີ 1931, ກອງທັບຍີ່ປຸ່ນທີ່ປະຈຳຢູ່ພາກຕາເວັນອອກສຽງເໜືອຂອງຈີນໄດ້ຫຼອນໂຈມຕີນະຄອນເສີນຢາງຢ່າງກະທັນຫັນ, ແລະ ໄດ້ຍຶດຄອງພາກຕາເວັນອອກສຽງເໜືອຂອງຈີນ, ນາງຈ້າວອີ່ມ້ານ ທີ່ເປັນສະມາຊິກພັກກອມມູນິດຈີນຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ຢູ່ພາກຕາເວັນອອກສຽງເໜືອ. ຍ້ອນນາງຈ້າວອີ່ມ້ານຕ້ອງປະຕິບັດໜ້າທີ່ເຄື່ອນໄຫວປະຕິວັດຢູ່ນອກເລື້ອຍໆ, ຈຶ່ງຝາກລູກຊາຍໄວ້ກັບຍາດພີ່ນ້ອງຢູ່ນະຄອນຊຽງໄຮ. ໃນປີນັ້ນ, ລູກຊາຍຂອງນາງມີອາຍຸພຽງແຕ່ 2 ປີເທົ່ານັ້ນ, ເນື່ອງຈາກວ່າວັນເກີດຂອງລູກຊາຍພໍດີແມ່ນວັນລະນຶກການມໍລະນະກຳຂອງທ່ານເລນິນຄົບຮອບ 5 ປີ, ນາງຈ້າວອີ່ມ້ານຈຶ່ງໄດ້ຕັ້ງຊື່ໃຫ້ແກ່ລູກຊາຍວ່າ ນິງເອີ, ເຊິ່ງມີຄວາມໝາຍວ່າຄວາມສະຫງົບສຸກຕະຫຼອດຊີວິດ.
ນິງເອີຄ່ອຍໆເຕີບໃຫຍ່ຂຶ້ນຢູ່ນະຄອນຊຽງໄຮ, ແຕ່ບໍ່ສາມາດພົບໜ້າແມ່ທີ່ຢູ່ແດນໄກໄດ້. ເພາະວ່ານາງຈ້າວອີ່ມ້ານໄດ້ຈັດຕັ້ງມະຫາຊົນຕໍ່ສູ້ກັບພວກຟາຊິດຍີ່ປຸ່ນຜູ້ຮຸກຮານຢູ່ນະຄອນເສີນຢາງ ແລະ ນະຄອນຮາບິນ, ນາງໄດ້ກໍ່ຕັ້ງກອງຫຼອນຊາວກະສິກອນ, ເພື່ອປະສານສົບທົບກັບການຕໍ່ສູ້ຂອງກອງທັບຫຼັກ. ເດືອນພະຈິກ ປີ 1935, ເພື່ອຄຸ້ມກັນກອງທະຫານຕີຜ່າວົງປິດລ້ອມຂອງສັດຕູ, ນາງຈ້າວອີ່ມ້ານໄດ້ຮັບບາດເຈັບໜັກ ແລະ ຖືກທະຫານຍີ່ປຸ່ນຈັບເປັນສະເລີຍເສິກ. ທະຫານຍີ່ປຸ່ນຜູ້ຮຸກຮານຄິດວ່າ ນາງສາວທີ່ບາດເຈັບແສນສາຫັດຜູ້ນີ້, ບໍ່ສາມາດອົດທົນຕໍ່ຄວາມລຳບາກໄດ້ອີກຕໍ່ໄປ, ພຽງແຕ່ທໍລະມານລາວຕື່ມອີກ, ກໍຈະໄດ້ຄວາມລັບທີ່ມີຄຸນຄ່າແບບງ່າຍໆ. ທາອິຈີ ໂອໂນ, ນັກສືບຍີ່ປຸ່ນທີ່ເຄີຍເຂົ້າຮ່ວມການທໍລະມານເພື່ອສືບສວນນາງຈ້າວອີ່ມ້ານໄດ້ຫວນຄືນວ່າ, ໄດ້ໃຊ້ວິທີທໍລະມານນາງຈ້າວອີ່ມ້ານຫຼາຍຢ່າງ, ສຽງຮ້ອງຈາກຄວາມເຈັບປວດຂອງນາງເຮັດໃຫ້ລາວບໍ່ສາມາດລືມໄດ້ໃນຕະຫຼອດຊີວິດ, ແຕ່ບໍ່ວ່າຈະຖືກທໍລະມານຢ່າງໂຫດຮ້າຍທາລຸນຫຼາຍເທົ່າໃດກໍຕາມ, ແຕ່ນາງກໍບໍ່ຍອມເປີດເຜີຍຄວາມລັບກ່ຽວກັບພັກກອມມູນິດຈີນ ແລະ ກອງທັບຈັກຢ່າງ.
ປີ 1936, ນິງເອີມີອາຍຸ 7 ປີ, ນາງຈ້າວອີ່ມ້ານມີອາຍຸ 31 ປີ. ໃນຕອນຂ້ອນແຈ້ງຂອງວັນທີ 2 ສິງຫາປີ 1936, ຢູ່ເທິງລົດໄຟທີ່ສົ່ງນາງໄປສູ່ແດນປະຫານຊີວິດ, ນາງຈ້າວອີ່ມ້ານຮູ້ວ່າຈະບໍ່ມີໂອກາດພົບໜ້າກັບລູກຊາຍຂອງຕົນອີກແລ້ວ, ຈຶ່ງໄດ້ບັນທຶກຄວາມໃນໃຈໄວ້ເທິງເຈ້ຍ:
“ນິງເອີ,ແມ່ບໍ່ສາມາດເຮັດຫຼ້ອນໜ້າທີ່ໃນຖານະແມ່ໃນການສຶກສາອົບຮົມ ແລະສັ່ງສອນລູກ, ນີ້ແມ່ນເລື່ອງທີ່ແມ່ເສຍດາຍແທ້ໆ. ຍ້ອນວ່າ ແມ່ໄດ້ ເຄື່ອນໄຫວຕໍ່ສູ້ຕ້ານກັບຟາຊິດຍີ່ປຸ່ນແລະລັດຖະບານຫຸ່ນແມນຈູຢ່າງເດັດດ່ຽວ, ມື້ນີ້ ໃກ້ຈະເຖິງເວລາທີ່ແມ່ເສຍສະຫຼະຊີວິດແລ້ວ. ແມ່ບໍ່ມີໂອກາດໄດ້ພົບໜ້າລູກອີກແລ້ວ. ນິງເອີ ລູກເອີຍ! ຫວັງວ່າ ລູກຈະເຕີບໃຫຍ່ຂຶ້ນມາໄວໆ ເພື່ອປອບໃຈດວງວິນຍານຂອງແມ່!”
ສິ່ງທີ່ໜ້າເສຍດາຍຄື: ໃນຫຼາຍປີຫຼັງຈາກນາງຈ້າວອີ່ມ້ານເສຍສະຫຼະຊີວິດແລ້ວ, ນິງເອີບໍ່ໄດ້ພົບຈົດໝາຍທີ່ເປັນພິໄນກຳຂອງແມ່ເລີຍ, ເພາະວ່າຈົດໝາຍກ້ານນີ້ຖືກສຳນັກງານຕຳຫຼວດຫຸ່ນທີ່ຄວບຄຸມໂດຍທະຫານຍີ່ປຸ່ນຜູ້ຮຸກຮານຍຶດໄວ້ໃນສຳເນົາເອກະສານຄຸກ. ຈົນຮອດປີ 1952, ໃນໄລຍະທີ່ເກັບຫຼັກຖານເພື່ອພິພາກສາຫຼັງສົງຄາມ, ຈົດໝາຍກ້ານນີ້ຈຶ່ງໄດ້ຖືກຄົ້ນພົບໃນເວລາສອບສວນໂທດກຳຂອງທະຫານຍີ່ປຸ່ນຜູ້ຮຸກຮານທີ່ໄດ້ທໍລະມານນາງຈ້າວອີ່ມ້ານ. ຕໍ່ມາ, ເມື່ອນິງເອີໄດ້ເຕີບໃຫຍ່ຂຶ້ນມາຈຶ່ງໄດ້ພົບເຫັນຈົດໝາຍທີ່ເປັນພິໄນກຳກ້ານນີ້ທີ່ເຕັມໄປດ້ວຍຄວາມຮັກອັນເລິກເຊິ່ງຢູ່ຫໍພິພິທະພັນ, ລາວໄດ້ຈົດກ່າຍເອົາເນື້ອໃນຈົດໝາຍຂອງແມ່ທີ່ຝາກເຖິງຕົນທີ່ວາງໄວ້ຢູ່ໃນຕູ້ແກ້ວ.
ທີ່ກ່າວມາຂ້າງເທິງນັ້ນແມ່ນເລື່ອງລາວຂອງນາງຈ້າວອີ່ມ້ານ ວິລະຊົນຈີນໃນໄລຍະສົງຄາມຕໍ່ຕ້ານຟາຊິດຍີ່ປຸ່ນຜູ້ຮຸກຮານ. ໃນທຸກມື້ນີ້, ພວກເຮົາຢູ່ໃນຍຸກສັນຕິພາບ, ປະຊາຊົນຈີນ ແລະ ປະຊາຊົນລາວລ້ວນແຕ່ຢູ່ເຢັນເປັນສຸກພາຍໃຕ້ລະບອບສັງຄົມນິຍົມ, ແຕ່ເລື່ອງລາວຂອງນາງຈ້າວອີ່ມ້ານ ພ້ອມດ້ວຍຈົດໝາຍທີ່ເປັນພິໄນກຳຂອງນາງທີ່ພວກເຮົາແນະນຳໃຫ້ທ່ານຮູ້ນັ້ນ, ຍັງຄົງມີຄວາມໝາຍທີ່ເລິກເຊິ່ງ. ເຖິງວ່າຢູ່ໃນຍຸກສະໄໝທີ່ແຕກຕ່າງກັນກໍຕາມ, ແຕ່ນໍ້າໃຈຮັກຊາດກໍບໍ່ມີຫຍັງແຕກຕ່າງກັນ. ທ່ານປະທານສີຈິ້ນຜິງເຄີຍກ່າວວ່າ: “ທຸກສິ່ງຢ່າງກ້າວໄປທາງໜ້າ, ກໍບໍ່ຄວນລືມເສັ້ນທາງທີ່ເຄີຍກ້າວເດີນຜ່ານມາ; ເດີນທາງໄກເທົ່າໃດ ແລະ ກ້າວໄປສູ່ອະນາຄົດທີ່ສົດໃສເທົ່າໃດກໍຕາມ, ກໍບໍ່ຄວນລືມເລື່ອງໃນອະດີດທີ່ຜ່ານໄປ, ບໍ່ຄວນລືມວ່າ ພວກເຮົາອອກເດີນທາງເພື່ອຫຍັງ.” ພວກເຮົາຄວນຈື່ຈຳຜູ້ຮັກຊາດທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດຕະຫຼອດໄປ, ຈົດຈຳມູນເຊື້ອລັດທິຮັກຊາດ, ນີ້ແມ່ນກຳລັງແຮງດ້ານຈິດໃຈທີ່ເຮັດໃຫ້ປະເທດໜຶ່ງ ແລະຊົນຊາດໜຶ່ງສາມາດຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ສືບທອດຕໍ່ໆກັນໄປຢ່າງບໍ່ຂາດສາຍ, ແລະ ສາມາດຮັກສາພະລັງຊີວິດທີ່ເຂັ້ມແຂງໄດ້ຢ່າງຖາວອນ.
ຄຳເຫັນ
0