尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນສາ​ມາດ​ເອົາ​​ຊະ​ນະ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ເປັນ​ຄັ້​ງ​ທຳ​ອິດ

2021-08-26 17:14:35 cri

ຈີນສາ​ມາດ​ເອົາ​​ຊະ​ນະ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ເປັນ​ຄັ້​ງ​ທຳ​ອິດ_fororder_b58f8c5494eef01f046b53ba943bfc2dbd317d9b

      ວັນ​ທີ 20 ກໍ​ລະ​ກົດ​ຜ່ານ​ມາ, ນະ​ຄອນ​ໜານ​ກິ່ງ​ຂອງ​ຈີນ​ໄດ້​ລາຍ​ງານ​ວ່າໄດ້​ພົບ​ຊາວ​ທ້ອງ​ຖິ່ນຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 1 ກໍ​ລະ​ນີ, ຫຼັງ​ຈາກ​ນັ້ນ, ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ໄດ້​ແຜ່​ລະ​ບາດ​ຢູ່​ຫຼາຍ​ແຫ່ງ​​ພາຍ​ໃນ​ປະ​ເທດຈີນ​ໂດຍ​ມີນະ​ຄອນ​ໜານ​ກິ່ງ​ເປັນ​ໃຈ​ກາງ​ຂອງ​ການ​ແຜ່​ລະ​ບາດ. ໃນ​ເວ​ລາ 10 ວັນ​ສັ້ນໆ, ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາໄດ້​ແຜ່​ລະ​ບາດ​ໄປ 17 ແຂວງ​ເກືອບ 50 ຕົວ​ເມືອງ​ຂອງ​ຈີນ​ຢ່າງ​ງຽບໆ.
 

      ກ່ອນ​ໜ້າ​ນີ້, ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາໄດ້​ແຜ່​ລະ​ບາດໄປ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ, ການ​​ເກີດ​ມີການ​ແຜ່​ລະ​ບາດ​ຢ່າງ​ກະ​ທັນ​ຫັນ​​ຄັ້ງ​ນີ້​ເຮັດ​ໃຫ້​ຈີນ​ຕ້ອງຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ໂດຍ​ກົງ​ເປັນຄັ້ງ​ທຳ​ອິດ​, ແຕ່​ຈີນ​ກໍ່​ສາ​ມາດ​ເອົາ​ຊະ​ນະ​ພະ​ຍາດ​ນີ້​ໄດ້!
 

      ໂດຍ​ປະ​ເຊີນ​ໜ້າ​ກັບພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ການ​ແຜ່​ລະ​ລາດ​ທີ່​ຮຸນ​ແຮງ​ທີ່​ສຸດ, ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ດັ່ງ​ກ່າວ​ຢ່າງ​ເຂັ້ມ​ງວດ​ແລະ​ເອົາ​ໃຈ​ໃສ່ທີ່​ສຸດ. ໂດຍ​ປະ​ສານ​ສົມ​ທົບ​ບົດ​ຮຽນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ 1 ​ປີກວ່າ​ທີ່​ຜ່ານ​ມາ, ເຮັດ​ວຽກ​ການ​ຄວບ​ຄຸມເຂດ​ຈຸດ​ສຸມ​ສຳ​ຄັນ​ແລະ​ບຸກ​ຄົນ​ເປົ້າ​ໝາຍ,​ເພື່ອປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ອອກ​ໄປ,ດຳ​ເນີນ​ການ​ປະ​ເມີນຜົນ​ໃນ​ເຂດ​ທີ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19,​ກຳ​ນົດ​ເຂດ​ຄວາມ​ສ່ຽງ​ໃນ​ຫຼາຍ​ລະ​ດັບ,ພ້ອມ​ທັງ​ເພີ່ມ​ທະ​ວີ​ການກວດຫາ​ເຊື້ອ​ພະ​ຍາດ​ນີວ​ຄ​ລີ​ອີກ,​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​​ຈາກ​ຜູ້​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ,ຄວບ​ຄຸມ​ແຫຼ່ງ​ກຳ​ເນີດ​ຂອງ​ການ​ແຜ່​ລະ​ບາດ​ໄດ້​ຢ່າງ​ທັນ​ເວ​ລາ. ວັນ​ທີ 23 ສິງ​ຫາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​​ເປັນ​ພະ​ຍາດຢູ່​ຈີນເພີ່ມ​ໃໝ່​ໄດ້​ຫຼຸດ​ລົງ​ຈົນ​ກາຍ​ເປັນ​ສູນ​ເປັນຄັ້​ງ​ທຳ​ອິດ​ນັບ​ແຕ່​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ໄດ້​ແຜ່​ລະ​ບາດ​ຢູ່​ຈີນ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ໃນ​ເບື້ອງ​ຕົ້ນໃນ​ການ​ຕ້ານ​ກັບພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ.
ຈີນສາ​ມາດ​ເອົາ​​ຊະ​ນະ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ເປັນ​ຄັ້​ງ​ທຳ​ອິດ_fororder_下载

      ໂດຍ​ປະ​ເຊີນ​ໜ້າ​​ກັ​ບການ​ແຜ່​ລະ​ບາດ​​ຄັ້ງໃໝ່​​ຈາກພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ, ຫຼາຍປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ໄດ້​​ພົບ​ກັບ​ຄວາມປະ​ລາ​ໄຊ​ໃນ​ການ​ຕ້ານ​ກັບ​ພະ​ຍາ​ດ​ຊະ​ນິດ​ນີ້. ຈຳ​ນວນ​ຜູ້​ຖືກ​ບົ່​ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​​ທີ່​ມີ​ຫຼາຍກວ່າ 2 ແສນ​ກໍ​ລະ​ນີ​​ຢູ່​ອາ​ເມ​ຣິ​ກາ​ໄດ້​ເກີດ​ຂຶ້ນ​ອີກ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້​ໄດ້​ມີ​ຫຼາຍກວ່າ 1 ພັນ​ກໍ​ລະ​ນີ​ຕິດ​ຕໍ່​ກັນ; ​ຢູ່​ປະ​ເທດຍີ່​ປຸ່ນ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ເດວ​ຕາ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ,ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍ​ຄົນ​ໄດ້​ເສຍ​ຊີ​ວິດ​ກ່ອນຈະ​ສົ່ງ​ຕົວ​ເຂົ້າ​ນອນ​ໂຮງ​ໝໍ; ​ສ່ວນ​ຢູ່ອົ​ສ​ຕ​ຣາ​ລີ​ທີ່​ຖື​ວ່າ​ເປັນ​ແບບ​ຢ່າງ​ໃນ​ສາຍ​ຕາ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ກໍ່​ໄດ້​ປະ​ລະ​ການ​ຕ້ານ​​ກັບພະ​ຍາດ, ທ່ານ ສະ​ກອດ ໂມ​ຣີ​ສັນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົ​ສ​ຕ​ຣາ​ລີໄດ້​ກ່າວ​ວ່າ: ໄດ້​ເລີ່ມ​ພິ​ຈາ​ລະ​ນາ​ວ່າຈະ “​​ຢູ່ຮ່ວມ​ກັບເຊື້ອ​ພະ​ຍາດ”​ອີກ​ຕໍ່​ໄປ.
ຈີນສາ​ມາດ​ເອົາ​​ຊະ​ນະ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ເປັນ​ຄັ້​ງ​ທຳ​ອິດ_fororder_b3fb43166d224f4aa03cd50392131b5a9922d162

      ​ໃນ​ໄລ​ຍະ​ຕົ້ນ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ​ຮອບ​ນີ້, ທ່ານ ​ແຣມ​ມີ ອິ​ໂນ​ເຊັນ​ຊີ​ໂອ ນັກ​ຂ່າວ​ຂອງ​ບໍ​ລິ​ສັດ​ກະ​ຈາຍ​ສຽງ​ໂກ​ລົມ​ບີ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຂຽນ​ບົດ​ຄວາມ​ຫຼັງ​ຈາກ​ໄດ້​ສຳ​ຜັດ​ກັບ​ສະ​ພາບ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແບບ​ຈີນ​ຢູ່​ຈີນ​​ໂດຍ​ເວົ້າ​ວ່າ: ຖ້າ​ຈະ​ເວົ້າ​ວ່າ​ມີ​ປະ​ເທດ​ໃດ​​ແດ່​ທີ່ສາ​ມາດ​ຄວບ​ຄຸມພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ໄດ້,ແນ່ນອນ​ກໍ່​ແມ່ນ​ປະ​ເທດ​ຈີນ. ສ່ວນ​ຈີນ​ກໍ​ໄດ້ພິ​ສູດ​ໃຫ້​ເຫັນ​ດ້ວຍ​ຄວາມ​ເປັນ​ຈິງວ່າ: ຈີນ​ເຮັດ​ໄດ້! ​ຈີນ​​ເອົາຊະ​ນະ​ໄດ້​ໃນການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​​​ຜົນ​ງານ​ຂອງ​ຈີນ​ອີກ​ເທື່ອ​ໜຶ່ງ,ຂະ​ນະ​ດຽວ​ກັນ​ກໍ່​ໄດ້​ຢັ້ງ​ຢືນ​ວ່າພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ບໍ່​ແມ່ນ​ພະ​ຍາດ​ທີ່​ບໍ່​ສາ​ມາດ​ເອົາຊະ​ນະ​ໄດ້.
ຈີນສາ​ມາດ​ເອົາ​​ຊະ​ນະ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ເປັນ​ຄັ້​ງ​ທຳ​ອິດ_fororder_242dd42a2834349b6d5539255976e1c637d3be60

      ຍ້ອນ​ປະ​ເທດ​ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ, CNN ສື່ມວນ​ຊົນ​ອາ​ເມ​ຣິ​ກາທີ່​ມັກ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​​ກໍ່​ອົດ​ບໍ່​ໄດ້​ຕ້ອງ​ຕີ​ລາ​ຄາ​ວ່າ: “​ໃຊ້ເວ​ລາ​ພຽງ 5 ອາ​ທິດ,ຈີນ​ກໍ່​ສາ​ມາດ​ສະ​ກັດ​ກັ້ນ​​ທ່ວງ​ທ່າ​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ຮອບ​ນີ້​ໄດ້​ຢ່າງ​ສຳ​ເລັດ​ຜົນ.” “ຖ້າ​ຫາກ​​ສືບ​​ຕໍ່​ປະ​ຕິ​ບັດ​ໄປ​ຕາມ​ທ່ວງ​ທ່າ​ນີ້, ຈີນ​ອາດ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ໄດ້​ຢ່າງ​ເຖິງ​ຖອງ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ໂລກ”.

ຄຳ​ເຫັນ

0