覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ

2021-08-27 14:44:26 cri


 

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ_fororder_塞罕坝1
 

ໄຊ້​ຫານ​ປ້າ
 

ຄຳ​ວ່າ “ໄຊ້​ຫານ​ປ້າ”​ແມ່ນ​ພາ​ສາ​ມົງ​ໂກນ, ມີ​ຄວາມ​ໝາຍ​ວ່າ: “ພູ​ພຽງ​ທີ່​ສວຍ​ງາມ”,  ໄຊ້​ຫານ​ປ້າ​ແມ່ນ​ສະ​ຖານ​ທີ່ທີ່​ຫ່າງ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ໄປ​ທາງ​ທິ​ດ​ເໜືອ 400 ກວ່າ​ກິ​ໂລ​ແມັດ ເຊິ່ງ​ມີ​ປ່າ​ປູກ​ທີ່​ກວມເນື້ອ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຖ້າ​ວ່າ ເອົາ​ຕົ້ນ​ໄມ້​ໃນ​ປ່າ​ແຫ່ງ​ນີ້​ມາ​ລຽນ​ກັນ​ທີ່​ມີໄລ​ຍະ​ຫ່າງ​ລະ​ຫວ່າງ​ຕົ້ນ​ ຕົ້ນລະ​ໜຶ່ງ​ແມັດ ຈະ​ມີ​ຄວາມ​ຍາວ​ທັງ​ໝົດ​​ເທົ່າ​ກັບ12 ​ຮອບ​ອ້ອມ​ໜ່ວຍ​ໂລກຕາມ​ເສັ້ນ​ສູນ​ສູດ.  ວັນ​ທີ 23 ສິງ​ຫາ​ປີ 2021, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນິ​ຄົມ​ປ່າ​ໄມ້​ຈີ່​ເຊ້​ໄຊ້​ຫານ​ປ້າ. ດັ່ງ​ນັ້ນ, ພວກ​ເຮົາ​ມາ​ຕິດ​ຕາມ​​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ເພື່ອ​ຊອກ​ຮູ້​ຜົນ​ງານມະ​ຫັດ​ສະ​ຈັນ​ພ້ອມ​ດ້ວຍ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ໄຊ້​ຫານ​ປ້ານຳ​ກັນ​ເລີຍ.
 

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ_fororder_塞罕坝3
 

ວັນ​ທີ 23 ສິງ​ຫາ​ປີ 2021, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນິ​ຄົມ​ປ່າ​ໄມ້​ຈີ່​ເຊ້​ໄຊ້​ຫານ​ປ້າ.
 

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ_fororder_塞罕坝4

 

ໄຊ້​ຫານ​ປ້າ​ໃນ​ທຸກ​ມື້​ນີ້ ຖືກ​ຂະ​ໜານ​ນາມ​ວ່າ “ຍອດນ້ຳ, ແດນ​ຂີ້​ເຝື້ອ, ອາ​ນາ​ຈັກ​ດອກ​ໄມ້, ທະ​ເລ​ປ່າ​ໄມ້, ແດນ​ສະ​ຫວັນ​ຂອງ​ນົກ”. ແຕ່​ວ່າ ​ກ່ອນ​ໜ້າ​ນີ້ກວ່າ​ເຄິ່ງ​ສະ​ຕະ​ວັດ, ​ໂສມ​ໜ້າຂອງ​ດິນ​ແດນ​ແຫ່ງ​ນີ້​ຄື “ພາ​ຍຸ​​ຊາຍເກີດ​ຂຶ້ນ​ແບບ​ມືດ​ຟ້າ​ມົວ​ດິນ, ນົກ​ບໍ່​ມີ​ໄມ້​ເພິ່ງ​ພາ​ອາ​ໄສ.”
 

ປີ1962, ເພື່ອ​​ສ້າງ​ສິ່ງ​ກຳ​ບັງບໍ່​ໃຫ້ພາ​ຍຸ​ຊາຍ​ພັດ​ຖະຫຼົ່ມ​ນະ​ຄອນຫຼວງ​ປັກ​ກິ່ງ, ກະ​ຊວງ​ປ່າ​ໄມ້​ຈີນ​ໄດ້​ສ້າງ​ຕັ້ງ​ນິ​ຄົມ​ປ່າ​ໄມ້​ຈີ່​ເຊ້​ໄຊ້​ຫານ​ປ້າ.  ຜູ້​ບຸກ​ເບີກທຳ​ອິດອາ​ຍຸ​ສະ​ເລ່ຍ​ບໍ່​ຮອດ 24 ປີ ​ມີທັງ​ໝົດ 369 ຄົນ​ໄດ້​ເດີນ​ທາງ​ມາ​ຈາກ 18 ແຂວງ​ໃນ​ທົ່ວ​ປະ​ເທດ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໄຊ້​ຫານ​ປ້າ ເພື່ອ​ເລີ່ມ​ດຳ​ເນີນ​ພາ​ລະ​ກິດ​ການ​ປູກ​ໄມ້​ສ້າງ​ປ່າ​​ດ້ວຍ​ຄວາມ​ທໍ​ລະ​ຫົດ​ອົດ​ທົນຢູ່​​ດິນຊາຍ​ທີ່​ມີ​ອາ​ກາດ​ໜາວ​ຈັດ.
 

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ_fororder_塞罕坝5
 

​ໄຊ້​ຫານ​ປ້າກ່ອນ​ທີ່​ສ້າງ​ຕັ້ງ​ນິ​ຄົມ​ປ່າ​ໄມ້

 

ແຕ່​ວ່າ​ຢູ່​ດິນ​ແດນ​ແຫ່ງ​ນີ້​ມີ​ແຕ່​ພູ​ຫົວ​ໂລ້ນ​ເກືອບບໍ່​ມີ​​ພືດ​ເລີຍ, ມີພາ​ຍຸ​​ຊາຍຕະຫຼອດ​ປີ, ອຸນ​ຫະ​ພູມ​ລົບ 40 ກວ່າ​ອົງ​ສາ. ໃນ​ໄລ​ຍະ​ການ​ປູກ​ໄມ້​ສ້າງ​ປ່າ​ໃນ​ເບື້ອງ​ຕົ້ນ, ອັດ​ຕາ​ການ​ລອດ​ຕາຍ​ຂອງ​ຕົ້ນ​ໄມ້​ມີ​ບໍ່​ຮອດ 8%. ເພື່ອ​ຍົກ​​ປະ​ສິດ​ທິ​ພາບ​ໃນ​ການ​ປູກ​ໄ​ມ້ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ, “ຊາວ​ໄຊ້​ຫານ​ປ້າ”ໄດ້​ປັບ​ປຸງ​ຈັກ​ປູກ​ໄມ້​ໂດຍ​ອີງ​ຕາມ​ຈຸດ​ພິ​ເສດ​ຂອງ​ພູມ​ສັນ​ຖານ​ທ້ອງ​ຖິ່ນ​ຕົນ, ສາ​ມາດ​ຄົ້ນ​ຄວ້າເຕັກ​ນິກ​ສຳ​ຄັນ​​ໄດ້​ໃນ​ການ​​ກ້າ​ເບັ້ຍ​ໄມ້​ຄຸນ​ນະ​ພາບ​ດີ, ທັງ​ໄດ້​ປັບ​ປຸງວິ​ທີ​ກ້າ​ເບັ້ຍ​​ໄມ້ແບບ​ເກົ່າ​ໃຫ້​ດີ​ຂຶ້ນ, ໃນ​ທີ່​ສຸດ​ກໍ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ກ້າ​ເບັ້ຍ​ໄມ້​ຢູ່​ເຂດ​ທີ່​ມີ​ອາ​ກາດ​ໜາວ​ຈັດ​ເປັນ​ຄັ້ງ​ທຳ​ອິດ.
 

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ_fororder_塞罕坝7
 

ທ່ານຫຼິວ​ຈຸ່ນ ແລະ​ນາງ​ສີ​ຊູ​ຢ້ຽນ ສອງ​ຜົວ​ເມຍ​ທີ່ປະ​ຕິ​ບັດ​ໜ້າ​ທີ່​ເຝົ້າ​ຍາມ​​ຖ່າຍ​ຮູບ​ຢູ່​ໜ້າປ້ອມ​ຍາມ

 

 ຢູ່​ໄຊ້​ຫານ​ປ້າ ຍັງ​ມີ​​ປ້ອມຍາມ  9 ແຫ່ງ ທີ່​ໃຊ້​ສະ​ເພາະ​ເຝົ້າ​ຍາມ​ອັກ​ຄີ​ໄພ.  ​ຕະຫຼອດ​ໄລ​ຍະເກືອບ 60 ປີ​ນັບ​​ຕັ້ງແຕ່​ສ້າງ​ຕັ້ງ​ນິ​ຄົມ​ປ່າ​ໄມ້​ໄຊ້​ຫານ​ປ້າ​ເປັນ​ຕົ້ນ​​ມາ, ມີ​ຄູ່​ຜົວ​ເມຍ ຫຼາຍກວ່າ 20 ຄູ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເຝົ້າ​ຍາມ​ຢູ່​ປ້ອມຍາມ, ຈົນ​ມາ​ເຖິງ​ປັດ​ຈຸ​ບັນ​ບໍ່​ເຄີຍ​ເກີດ​​ມີໄຟ​ໄໝ້​ປ່າ​ຈັກ​ເທື່ອ.

 

ປີ2017, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ທິດ​ຊີ້​ນຳ​ສຳ​ຄັນ​​ໂດຍ​ປິ່ນ​ອ້ອມວິ​ລະ​ກຳ​ຂອງ​ຜູ້​ ສ້າງ​​ສາແລະ​ຜູ້​ອະ​ນັກ​ລັກ​ປ່າ​ໄມ້​ຂອງ​ນິ​ຄົມ​ປ່າ​ໄມ້​ໄຊ້​ຫານ​ປ້າ ໂດຍ​ຍ້ອງ​ຍໍ​ວ່າ: ເຂົາ​ເຈົ້າ​ໄດ້​ສ້າງຈິດ​ໃຈ​ໄຊ້​ຫານ​ປ້າ​ຄື “ຈື່​ຈຳ​ພາ​ລະ​ກຳ​ຢ່າງ​ໜັກ​ແໜ້ນ, ສ້າງ​ສາ​ພັດ​ທະ​ນາ​ພາ​ລະ​ກິດ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ ແລະ​ພັດ​ທະ​ນາ​ແບບ​ສີ​ຂຽວ”.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ເຄີຍ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ເປັນ​ປະ​ເທດ​ທີ່​ປະ​ກອບ​ສ່ວນຫຼາຍກວ່າ​ໝູ່​ໃນ​ໂລກ​ໃນ​​ການ​ປູກ​ໄມ້​ສ້າງ​ປ່າ. ການ​ປູກ​ໄມ້​ສ້າງ​ປ່າ​ຂະ​ໜາດ​ໃຫຍ່​ຢ່າງ​ຕໍ່​ເນື່ອງແບບ​ນີ້, ມີ​ແຕ່​ຢູ່​ພາຍ​ໃຕ້​ລະ​ບອບ​ສັງ​ຄົມ​ນິ​ຍົມ​ແບບ​ຈີນ​ເທົ່າ​ນັ້ນ​ຈິ່ງ​ຈະ​ເຮັດ​ໄດ້.

 

ທຸກ​ມື້​ນີ້, ເນື້ອ​ທີ່​ປ່າ​ໄມ້​ຂອງ​ໄຊ້​ຫານ​ປ້າ​ໄດ້​ເພີ່ມ​ຂຶ້ນ​ຈາກ 16.000 ເຮັກ​ຕາ ​ເປັນ​ປະ​ມານ 77.000 ເຮັກ​ຕາ, ອັດ​ຕາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ໄດ້​ເພີ່ມ​ຂຶ້ນ​ຈາກ 11,4% ເປັນ 82%, ແຕ່​ລະ​ປີ​ໄດ້​ຮັກ​ສາ​ແຫຼ່ງ​ນ້ຳ ແລະ​ປັບ​ປຸງ​ຄຸນ​ນະ​ພາບ​ນ້ຳ​ໃຫ້​ດີ​ຂຶ້ນເຖິງ 284 ລ້ານ​ແມັດ​ກ້ອນ. ນີ້​ແມ່ນ​ສີ​ຂຽວ​ທີ່​ມະ​ຫັດ​ສະ​ຈັນ ​ທີ່​ຊາວ​ໄຊ້​ຫານ​ປ້າ 3 ເຊັ່ນ​ຄົນ​ພາ​ກັນ​ສ້າງ​ຂຶ້ນ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ແລະ​ການ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​ຫົດ​ອົດ​ທົນ.
 

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ_fororder_塞罕坝2
 

ໄຊ້​ຫານ​ປ້າໃນ​ປັດ​ຈຸ​ບັນ

 

 ຈາກ​ພູ​ພຽງ​ຮົກ​ເຮື້ອ​ທີ່ກວ້າງ​ໃຫຍ່​ໄພ​ສານ​ຈົນ​ກາຍ​​ມາເປັນ​ທະ​ເລ​ປ່າ​ໄມ້​ທີ່​ຂຽວ​​ອຸ່ມ​ທຸ່ມ, ໄຊ້​ຫານ​ປ້າ​ເປັນ​ຕົວ​ຢ່າງ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ປະ​ຫວັດ​ການ​ປູກ​ໄມ້​ສ້າງ​ປ່າ​ຂອງ​ປະ​ເທດ​ຈີນ​ໃໝ່.

 

ປີ1955, ສູນກ​າງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ມີ​ຄຳ​ຮຽ​ກ​ຮ້ອງ​ໃຫ້​ຫັນປະ​ເທດ​ຊາດ​ເປັນ​ສີ​ຂຽວ ໂດຍ​ໄດ້​ລະ​ດົມ​ຂົນ​ຂວາຍ​ຂະ​ບວນ​ການ​ປູກ​ໄມ້​ສ້າງ​ປ່າ​ຢ່າງ​ຂະ​ໜາດ​ໃຫຍ່​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ປີ1981, ກອງ​ປະ​ຊຸມ​ເທື່ອ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 5 ໄດ້​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ເປີດ​ຂະ​ບວນ​ການ​ປູກ​ຕົ້ນ​ໄມ້​ຕາມ​ພັນ​ທະ​ທົ່ວ​ປວງ​ຊົນ, ໂດຍ​​ໄດ້ກຳ​ນົດ​ໃຫ້​ການ​ປູກ​ໄມ້​ສ້າງ​ປ່າ​ແລະ​ຫັນ​ປະ​ເທດ​ຊາດ​ເ​ປັນ​ສີ​ຂຽວ​ກາຍ​ເປັນ​ພັນ​ທະ​ຕາມ​​ກົດ​ໝາຍ​ຂອງ​ພົນ​ລະ​ເມືອງ​ໃນ​ເກນ​ອາ​ຍຸ​ຕາມກົດ​ໝາຍ​ກຳ​ນົດ​ທຸກ​ຄົນ. ​ນັບ​ແຕ່​ນັ້ນ​ມາ, ຂະ​ບວນ​ການ​ປູກ​ຕົ້ນ​ໄມ້​ຕາມ​ພັນ​ທະ​ທົ່ວ​ປວງ​ຊົນ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ​ຢູ່ທົ່ວ​ປະ​ເທດ​ຈີນ.

 

  ​ຜູ້​ນຳ​ພັກ​ແລະ​ລັດ​ກໍ​ໄດ້​ນຳ​ໜ້າ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້. ໃນ​ນີ້, ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ​ເປັນ​ຕົ້ນ​ມາ, ທ່ານ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປູກ​ຕົ້ນ​ໄມ້​ຕາມ​ພັນ​ທະ​​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​​ໄດ້ 9 ປີ​ລຽນ​ຕິດ, ​ເຊິ່ງໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ນຳ​ພາ​ແລະ​ເປັນ​ແບບ​ຢ່າງ​ໃນ​ການ​ຊຸກ​ຍູ້​ການ​ປູກ​ຕົ້ນ​ໄມ້​ຕາມ​ພັນ​ທະ​ທົ່ວ​ປວງ​ຊົນ.

ໄຊ້​ຫານ​ປ້າໃນ​ປັດ​ຈຸ​ບັນ

 

ນັບ​ມາ​ຮອດ​ທ້າຍ​ປີ2020, ພົນ​ລະ​ເມືອງ​ຈີນ​ໃນ​ເກນ​ອາ​ຍຸ​ຕາມ​ກົດ​ໝາຍ​ກຳ​ນົດ​ໄດ້​ປະ​ຕິ​ບັດ​ພັນ​ທະ​ການ​ປູກ​ຕົ້ນ​ໄມ້​ລວມ​ທັງ​ໝົດມີຫຼາຍກວ່າ 17, 5 ຕື້​ເທື່ອ​ຄົນ, ໄດ້​ປູກ​ຕົ້ນ​ໄມ້ຫຼາຍກວ່າ 78 ຕື້​ຕົ້ນ. ອັດ​ຕາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ຂອງ​ຈີນ​ໄດ້​​ເພີ່ມ​ຂຶ້ນ​ເຖິງ 23,04%, ປະ​ລິ​ມານ​​ປ່າ​ໄມ້​ສະ​ສົມໄດ້​​ເພີ່ມ​ຂຶ້ນ​ເຖິງ 17,56 ຕື້ແມັດ​ກ້ອນ.
 

ສີ​ແສງ​ແຫ່ງ​ຍຸກ: ໄຊ້​ຫານ​ປ້າ_fororder_塞罕坝6
 

ໄຊ້​ຫານ​ປ້າໃນ​ປັດ​ຈຸ​ບັນ

 

ເມື່ອ​ສິ່ງ​ແວດ​ລ້ອມ​ນິ​ເວດ​ໄດ້​ພັດ​ທະ​ນາ​ແລ້ວ, ຄວາມ​ສີ​ວິ​ໄລ​ກໍ​ຈະ​ມີ​ການ​ພັດ​ທະ​ນາ.  ປະ​ເທດ​ຈີນ​ໃນ​ທຸກ​ມື້​ນີ້​ຈະ​ບໍ່​ສະ​ແຫວງ​ຫາ​ແຕ່​ການ​ພັດ​ທະ​ນາ​ຢ່າງ​ດຽວ​​ທີ່​ປາ​ສະ​ຈາກການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ແຕ່​ຈະ​ເຮັດ​ຄື​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ວ່າ: “ຄວນ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ຕໍ່​​ຄວາມ​ສີ​ວິ​ໄລຂອງມວນ​ມະ​ນຸດ, ເຄົາ​ລົບ​ທຳ​ມະ​ຊາດ,ໄປ​ຕາມ​ກົດ​ເກນ​ທຳ​ມະ​ຊາດ,ອະ​ນຸ​ລັກ​ທຳ​ມະ​ຊາດ, ຄົ້ນ​ຄວ້າ​ເສັ້ນ​ທາງ​ທີ່​ມະ​ນຸດ​ກັບ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ, ຊຸກ​ຍູ້ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ແລະ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ກົມ​ກຽວ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ,ສະ​ອາດ ແລະ​ສວຍ​ງາມ. ”
 

ນະ​ທີ່​ນີ້, ພວກ​ເຮົາຂໍແນະ​ນຳ​ມິດ​ລາຍ​ການ​ທຸກ​ທ່ານ​ວ່າ​ຖ້າ​ມີ​ໂອ​ກາດ​​ກໍ​ພາ​ກັນໄປ​ທ່ຽວ​ໄຊ້​ຫານ​ປ້າ​ທີ່​ສວຍ​ງາມ​ຂອງ​ຈີນ​ເດີ້.

 

ຄຳ​ເຫັນ

0