何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ

2021-08-28 14:02:03 CRI

ວັນ​ທີ 27 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ.

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວ​ພັນ​ຈີນ-ຟິ​ລິບ​ປິນ​ໄດ້​ຮັບ​ການ​ປັບ​ປຸງໃຫ້​ດີ​ຂຶ້ນ, ​ມີ​ຄວາມ​​ແໜ້ນແຟ້ນກວ່າ​ເກົ່າ ແລະ ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ, ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ, ​ທັງ​ໄດ້​ເພີ່ມ​ພະ​ລັງ​ທີ່​ສ້າງ​ສັນ​ໃຫ້​ແກ່​ສັນ​ຕິ​ພາບ​ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ກັບ​ຟິ​ລິບ​ປິນ, ສະ​ໜັບ​ສະ​ໜູນ​​ຟິ​ລິບ​ປິນ​ໃນ​ການ​ປະ​ຕິ​ບັດນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​​ສັນ​ຕິ​ພາບ​ທີ່​ເປັນ​ເອ​ກະ​ລາດ ແລະ ເປັນ​ເຈົ້າ​ຕົນ​ເອງຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຍິນ​ດີ​ຮ່ວມ​ກັບ​ຟິ​ລິບ​ປິນ​ລົງ​ເລິກ​ມິດ​ຕະ​ພາບ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຍຶດ​ໝັ້ນ​ໃນ​ທິດ​ທາງໃຫຍ່​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ຮັບ​ປະ​ກັນ​​ໃຫ້ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ, ບັນ​ລຸ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ແມ່ນ​ວຽກ​ງານ​ທີ່​ຮີບ​ດ່ວນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ສະ​ເພາະ​ໜ້າ​ນີ້. ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຟິ​ລິບ​ປິນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ​ຄວາມ​ຊ່ວຍ​ເຫຼືອ​ແກ່​ຟິ​ລິບ​ປິນ​ຕາມ​ຄວາມ​ສາ​ມາ​ດ​ຂອງ​ຕົນ. ການເຊື່ອມ​ຈອດ​ລະ​ຫວ່າງຂໍ້​ລິ​ເລີ່ມ​ທີ່​ຮ່ວມ​ກັນ​​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ກັບ​ແຜນ​ການ “ສ້າງ​ສາ​ພັດ​ທະ​ນາ​ຢ່າງ​ຂະ​ໜາດ​ໃຫຍ່” ຂອງ​ຟິ​ລິບ​ປິນ​ ​ໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ. ຈີນ​ຍິນ​ດີນ​ຮ່ວມ​ກັບ​ຟິ​ລິບ​ປິນ​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມືຫຼາຍກວ່າ​ເກົ່າ​, ເຮັດ​ໃຫ້​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ຈີນ-ຟິ​ລິບ​ປິນ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ຫຼາຍກວ່າ​ເກົ່າ.

 

ທ່ານ​ດູ​ເຕີ​ເຕ​ກ່າວ​ວ່າ, ໃນ 5 ປີ​​ຜ່ານ​ມາ​ນີ້, ຟິ​ລິບປິນ ແລະ ຈີນ​ໄດ້​ເປີດ​ຍຸກ​ໃໝ່​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານລະ​ຫວ່າງ​ສອງ​ຝ່​າຍ. ຟິ​ລິບ​ປິນ​ຊົມ​ເຊີຍ​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ໃນ​ການ​ນຳ​ໜ້າ​ສ​າ​ມັກ​ຄີ​ທົ່ວ​ໂລກ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຂອບ​ໃຈ​ນຳ​ຈີນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ເຊິ່ງ​ລວມ​ທັງ​ວັກ​ຊີນແກ່​ຟິ​ລິບ​ປິນ, ຫວັງ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ຟິ​ລິບ​ປິນ​ຍິນ​ດີ​ຕ້ອ​ນ​ຮັບ​​ຈີນລົງ​ທຶນ​ເຂົ້າ​​ເຖິງ​ໂຄງ​ການ​ໃນ​ແຜນ​ພັດ​ທະ​ນາ​ຂອງ​ຟິ​ລິບ​ປິນຫຼາຍກວ່າ​ເກົ່າ, ຫວັງ​ວ່າ​ການ​ຮ່ວມ​ມື​ຕົວ​ຈິງ​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄ​ງ​ລ່າງ, ກະ​ສິ​ກຳ ແລະ ​ຂົງ​ເຂດອື່ນໆ​ໄດ້​ຮັບ​ໝາກ​ຜົນຫຼາຍກວ່າ​ເກົ່າ. ຟິ​ລິບ​ປິນ​ທະ​ນຸ​ຖະ​ໜອມ​ມິດ​ຕະ​ພາບ​ກັບ​ຈີນ, ຈະ​ບໍ່​ເຮັດ​ເລື່ອງ​ທີ່​​ເປັນ​ການ​ທຳ​ລາຍຜົນ​ປະ​ໂຫຍດ​ຂອງ​ຈີນ​ໃນ​ການ​ເມືອງ​ພູ​ມີ​ພາກ, ຍິນ​ດີ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ-ຈີນ​ໃຫ້​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ.

ຄຳ​ເຫັນ

0