吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮັດ​ແໜ້ນ​ຄວາມ​ສາມັກ​ຄິຄື​ກັບ​ແກ່ນ​ໝາກ​ພິລາ

2021-08-30 17:21:45 cri

“ຮັດ​ແໜ້ນ​ຄວາມ​ສາມັກ​ຄິຄື​ກັບ​ແກ່ນ​ໝາກ​ພິລາ”, ນີ້​ແມ່ນ​ຄຳ​ປາບ​ທຽບ​ທີ່​ມີ​ຊີວິດ​ຊີວາ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໃຊ້​ເພື່ອ​ປຽບທຽບ​ຄວາມ​ສາມັກຄີ​ຂອງ​ຊາດ. ຄຳ​ປຽບ​ທຽບ​ນີ້​ໄດ້​ເຊື່ອມ​ຊືມ​ເຂົ້າ​ໃນ​ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ເລິກ​ເຊິ່ງ ​ແລະ​ທ່ານ​ໄດ້​ເວົ້າ​ເຖິງ​ໃນ​ຫຼາຍ​ໂອກາດ.

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 18 ​ເປັນ​ຕົ້ນ​ມາ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ເຂດ​ຊົນ​ເຜົ່າ​ຫຼາຍ​ເທື່ອ. ​ໃນ​ປີ 2021, ທ່ານ​ໄດ້​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ, ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ, ​ແຂວງ​ຊີ່​ງ​ໄຫ ​ແລ​ະ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ. ກ່ອນ​ໜ້າ​ນີ້ 1 ​ເດືອນ​ກວ່າ, ​ໃນ​ເວລາ​ທີ່​ສຳ​ຫຼວດວຽກ​ງານ​ຢູ່​ຕິ​ເບ​ດ ທ່ານ​ໄດ້​ກ່າວ​ເນັ້ນ​ວ່າ:  56 ຊົນ​ເຜົ່າ​ປະກອບ​ເຂົ້າກັນ​ເປັນ​ຊົນ​ຊາດ​ຈີນ, ຂໍ​ພຽງ​ແຕ່​ພວກ​ເຮົາ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ​ເສີມ​ສ້າງ​ຄວາມ​ສາມັກຄີ​ລະຫວ່າງ​ຊົນ​ເຜົ່າ, ​ໄປ​ນຳ​ພັກ​ກອມ​ມູນິດ, ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ພວກ​ເຮົາ​ກໍ​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ອັນ​ສະຫງ່າ​ລາສີ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ຄືນ​ໃໝ່​ຕາມ​ເວລາ​ກຳນົດ​ໄດ້​ຢ່າງ​ແນ່ນອນ.

ວັນ​ທີ 10 ມີນາ​ປີ 2017, ​ເວລາ​ເຂົ້າ​ຮ່ວມ​ພິຈາລະນາ​ກັບ​ຄະນະ​ຜູ້​ແທນ​ຊິ່ນ​ຈ່ຽງ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12, ທ່ານ​ສີຈິ້ນ​ຜິ​ງກ່າວ​ວ່າ: ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ​ຢ່າງຮອບດ້ານ, ຍົກ​ສູງ​ຄັນ​ທຸງ​ມະຫາ​ສາມັກ​ຄີ​ຂອງ​ຊາດ, ນຳພາ​ປະຊາຊົນ​ບັນດາ​ເຜົ່າ​ເພີ່ມ​ທະວີ​ຄວາມ​ຮູ້ສຶກ​ຍອມຮັບ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່, ປະຊາ​ຊາດ​ຈີນ, ວັດທະນະທຳ​ຈີນ, ພັກ​ກອມ​ມູນິດ​ຈີນ ​ແລະ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຮັກສາ​ຄວາມ​ສາມັກຄີ​ຂອງ​ຊາດ​ໃຫ້​ຄື​ກັບ​ຮັກສາ​ດວງ​ຕາ​ຂອງ​ຕົນ, ທະນຸ​ຖະໜອມ​ຄວາມ​ສາມັກຄີ​ຂອງ​ຊາດ​ຄື​ກັບ​ທະນຸ​ຖະໜອມ​ຊີວິດ​ຂອງ​ຕົນ, ຮັດ​ແໜ້ນຄວາມ​ສາມັກຄີ​ຄື​ກັບ​ແກ່ນ​ໝາກ​ພິລາ.

 

ຮັດ​ແໜ້ນ​ຄວາມ​ສາມັກ​ຄິຄື​ກັບ​ແກ່ນ​ໝາກ​ພິລາ_fororder_1

ຮັດ​ແໜ້ນ​ຄວາມ​ສາມັກ​ຄິຄື​ກັບ​ແກ່ນ​ໝາກ​ພິລາ_fororder_2

ຮັດ​ແໜ້ນ​ຄວາມ​ສາມັກ​ຄິຄື​ກັບ​ແກ່ນ​ໝາກ​ພິລາ_fororder_3

ຮັດ​ແໜ້ນ​ຄວາມ​ສາມັກ​ຄິຄື​ກັບ​ແກ່ນ​ໝາກ​ພິລາ_fororder_4

 

ຄຳ​ເຫັນ

0