ວັນທີ 27 ສິງຫານີ້ຕາມເວລາທ້ອງຖິ່ນ, ຫ້ອງການຜູ້ອຳນວຍການໜ່ວຍຂ່າວລັບແຫ່ງຊາດອາເມຣິກາຫຼື DNI ໄດ້ເປີດເຜີຍຂໍ້ສະຫຼຸບໂດຍຫຍໍ້ຂອງບົດລາຍງານການສືບສວນຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໂດຍເຫັນວ່າ: ປັດຈຸບັນ, ຈະບໍ່ສາມາດປັດປ່າຍຄວາມອາດເປັນໄປໄດ້ທັງສອງຢ່າງຄື: ເຊື້ອພະຍາດໂຄວິດ-19 ມາຈາກວົງຈອນທາງທຳມະຊາດແລະການຮົ່ວອອກຈາກຫ້ອງທົດລອງ, ພ້ອມທັງໄດ້ໃສ່ຮ້າຍປ້າຍສີວ່າຈີນສະກັດກັ້ນການກວດກາຂອງສາກົນ,ແລະປະຕິເສດການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນທັງຕຳໜິປະເທດອື່ນ.
ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ກໍໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງມາໂດຍຕະຫຼອດ, ອົງການຄົ້ນຄວ້າວິທະຍາສາດທີ່ມີອິດທິພົນທີ່ກ່ຽວຂ້ອງຂອງໂລກລວມທັງຈີນໄດ້ສຸມທຸກຄວາມພະຍາຍາມເພື່ອດຳເນີນການສຳຫຼວດຄົ້ນຄວ້າ,ແຕ່ຈົນມາຮອດປັດຈຸບັນນີ້ຍັງບໍ່ມີຜົນ ສະຫຼຸບທີ່ແມ່ນຢຳເທື່ອ. ນີ້ໄດ້ສະແດງໃຫ້ເຫັນວ່າວຽກງານການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ມີຄວາມຫຍຸ້ງຍາກສັບສົນ, ພາກສ່ວນຂ່າວລັບອາເມຣິກາໃຊ້ເວລາພຽງແຕ່ 90 ວັນເທົ່ານັ້ນຈະສາມາດໄດ້ຂໍ້ສະຫຼຸບທີ່ໜ້າເຊື່ອຖືໄດ້ແນວໃດ? ການເປີດເຜີຍບົດລາຍງານແບບຟ້າວຟັ່ງຂອງເຂົາກໍໄດ້ສະແດງໃຫ້ເຫັນວ່ານີ້ເປັນພຽງເລື່ອງຕະຫຼົກເທົ່ານັ້ນ.
ຫວ່າງມໍ່ໆມານີ້, ຢູ່ກາບູນຂອງອັຟການິສະຖານໄດ້ເຮັດໃຫ້ທົ່ວໂລກເຫັນໄດ້ຢ່າງຈະແຈ້ງວ່າ:ວົງການຂ່າວລັບຂອງອາເມຣິກາບໍ່ມີຄວາມສາມາດພຽງພໍຄືແນວໃດ. ອາເມຣິກາໄດ້ຍຶດຄອງອັຟການິສະຖານເປັນເວລາເກືອບ 20 ປີ, ແຕ່ພັດບໍ່ສາມາດສະໜອງຂ່າວລັບທີ່ຖືກຕ້ອງແມ່ນຢຳໃຫ້ແກ່ລັດຖະບານອາເມຣິກາ,ໃນທີ່ສຸດຈຶ່ງເກີດມີການຖອຍໜີຢ່າງບໍ່ເປັນລະບຽບທີ່ເຮັດໃຫ້ອາເມຣິກາຮູ້ສຶກອັບອາຍຂາຍໜ້າ,ເຮັດໃຫ້ໂລກສະເທືອນໃຈແລະເຮັດໃຫ້ປະເທດພັນທະມິດເສຍໃຈ,ພາກສ່ວນຂ່າວລັບທີ່ໄຮ້ຄວາມສາມາດແບບນີ້ພັດໄດ້ດຳເນີນ “ການສືບສວນ” ຈີນໃນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19, ເລື່ອງນີ້ຈະເປັນໜ້າເຊື່ອໄດ້ຊ່ຳໃດ? ເຊື່ອວ່າຊາວໂລກລ້ວນແຕ່ຮູ້ຢູ່ໃນໃຈຢ່າງຈະແຈ້ງແລ້ວ.
ຖ້າຈະເວົ້າວ່າພາກສ່ວນຂ່າວລັບຂອງອາເມຣິກາບໍ່ມີຄວາມສາມາດຫຍັງເລີຍກໍ່ບໍ່ຖືກຕ້ອງປານໃດ, ເພາະວ່າໃນດ້ານການປັ້ນແຕ່ງຂ່າວປອມແລະທຳຮ້າຍຜູ້ອື່ນນັ້ນເຂົາເຈົ້າຍັງຖືໄດ້ວ່າເປັນ “ມືອາຊີບ”ຢູ່.ທ່ານ ໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ດຳລົງຕຳແໜ່ງໃນຄາວນັ້ນເຄີຍເວົ້າດ້ວຍຄວາມທະນົງໃຈໃນເວລາກ່າວຄຳປາໄສຢູ່ມະຫາວິທະຍາໄລແຫ່ງໜຶ່ງຢູ່ເທັກຊັສຂອງອາເມຣິກາໃນປີ 2019 ວ່າ: “ຂ້ອຍເຄີຍແມ່ນຫົວໜ້າອົງການຂ່າວລັບສູນກາງອາເມຣິກາ, ພວກເຮົາຫຼອກລວງ,ພວກເຮົາຕົ້ມຕົວະ,ພວກເຮົາໂຈລະກຳແລະອື່ນໆ,ທັງໝົດເຫຼົ່ານີ້ພວກເຮົາມີຫຼັກສູດອົບຮົມສະເພາະ.”
ທີ່ຈິງແລ້ວ, ການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໂດຍພາກສ່ວນຂ່າວລັບອາເມຣິກາກໍ່ມີຈຸດປະສົງເພື່ອຢາກຄວບຄຸມ ການເມືອງ,ຫາກບໍ່ແມ່ນຢາກໄດ້ຂໍ້ສະຫຼຸບຕາມຫຼັກວິທະຍາສາດແທ້ໆ. ອາເມຣິກາຕຳໜິຈີນວ່າບໍ່ມີຄວາມໂປ່ງໃສແລະບໍ່ໃຫ້ການປະສານງານໃນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19, ນີ້ແມ່ນການໃສ່ຮ້າຍປ້າຍສີຈີນແທ້ໆ. ທີ່ຈິງແລ້ວ, ຈີນໄດ້ແຈ້ງແລະສະໜອງລຳດັບແຊນຂອງເຊື້ອພະຍາດໂຄວິດ-19 ໃຫ້ພາຍນອກຢ່າງທັນເວລາແລະສະເໝີຕົ້ນສະເໝີປາຍບົນພື້ນຖານຫຼັກການເປີດເຜີຍ,ມີຄວາມໂປ່ງໃສແລະມີຄວາມຮັບຜິດຊອບ,ດຳເນີນການຮ່ວມມືກັບສາກົນຕ້ານກັບພະຍາດໂຄວິດ-19, ການສຳຫຼວດຄົ້ນຄວ້າແບບປະສົມທີ່ອົງການອະນາໄມໂລກເປັນແກນນຳໄດ້ຮັບຂໍ້ສະຫຼຸບທີ່ໜ້າເຊື່ອຖືທີ່ສຸດ. ໃນດ້ານບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19, ຜູ້ທີ່ບໍ່ມີຄວາມໂປ່ງໃສ,ບໍ່ມີຄວາມຮັບຜິດຊອບແລະບໍ່ໃຫ້ການຮ່ວມມືນັ້ນກໍ່ຕັ້ງແມ່ນອາເມຣິກາເອງ.ຈົນມາຮອດປັດຈຸບັນນີ້, ອາເມຣິກາໄດ້ປະຕິເສດໃຫ້ການຕອບໂຕ້ຄວາມລະແວງສົງໄສທີ່ສົມເຫດສົມຜົນຂອງປະຊາຄົມໂລກກ່ຽວກັບຫ້ອງທົດລອງຊີວະພາບຟອດເດຕຣິກກໍຄືຖານທົດລອງຊີວະພາບຂອງອາເມຣິກາຢູ່ຕ່າງປະເທດ 200 ກວ່າແຫ່ງແລະອື່ນໆ,ໂດຍມີເຈດຕະນາປິດບັງຄວາມເປັນຈິງ,ຫຼີກລ່ຽງຄວາມຮັບຜິດຊອບ. ອາເມຣິກາມີຄວາມຮັບຜິດຊອບແລະພັນທະໃນການໃຫ້ຄຳຕອບຕໍ່ຊາວໂລກ.
ການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ແມ່ນບັນຫາວິທະຍາສາດທີ່ຫຍຸ້ງຍາກສັບສົນບັນຫາໜຶ່ງ, ສົມຄວນແລະມີແຕ່ໃຫ້ນັກວິທະຍາສາດຂອງໂລກຮ່ວມມືກັນເພື່ອດຳເນີນການຄົ້ນຄວ້າ. ຫວັງວ່າຝ່າຍອາເມຣິກາຈະມີຈິດສຳນຶກໂດຍເຫັນວ່າເຊື້ອພະຍາດເທົ່ານັ້ນຈຶ່ງແມ່ນສັດຕູຮ່ວມຂອງມວນມະນຸດ,ປ່ອຍໃຫ້ການປະຕິບັດໜ້າທີ່ການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາທາງວິທະຍາສາດຢ່າງແທ້ຈິງ,ສົ່ງເສີມໃຫ້ນັກວິທະຍາສາດຂອງບັນດາປະເທດຮ່ວມແຮງຮ່ວມໃຈກັນ,ສະໜັບສະໜູນແລະລົງເລິກການຄົ້ນຄວ້າກ່ຽວກັບການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຢູ່ຫຼາຍປະເທດແລະຫຼາຍແຫ່ງຂອງໂລກເຊິ່ງລວມທັງຢູ່ອາເມຣິກາ,ຫາກບໍ່ແມ່ນຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງຢ່າງດຽວແລະເອົາວຽກງານການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນເຄື່ອງມືເພື່ອຖິ້ມໂທດໃສ່ຜູ້ອື່ນ.
ຄຳເຫັນ
0