何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ປະ​ທານ​ປະ​ເທດ​ກູ​ບາ

2021-08-30 16:50:16 CRI

ວັນ​ທີ 30 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ​ນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານດີ​ອັ​ສ ກາ​ເນວ ປະ​ທານ​ປະ​ເທດ​ກູ​ບາ.

ທ່ານ​ສີ​ຈິ້ນ​ຜິງກ່າວວ່າ, ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ກູ​ບາ, ສະ​ຫາຍ​ກູ​ບາ​ບໍ່​ຢ້ານມະ​ຫາ​ອຳ​ນາດ, ສູ້​ຊົນ​ຢ່າງ​ບໍ່​ຍອມ​ຈຳ​ນົນ, ສາ​ມາດປົກ​ປ້ອງ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ​ໄດ້​ຢ່າງ​ເຂັ້ມ​ແຂງ. ຈີນ​ມີ​ຈຸດ​ຢືນ​ຢ່າງ​ສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ: ຄວນ​ເຄົາ​ລົບ​ສິດ​ຂອງ​ບັນ​ດາ​ປະເທດ​ໃນ​ການ​ເລືອກ​ເອົາເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ສັງ​ຄົມ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ຄັດ​ຄ້ານ​ມາດ​ຕະການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ຂອງ​ປະ​ເທ​ດ​ອື່ນ, ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍນອກ​ຫວັງ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ຈີນ​ຈະ​ສະ​ໜັບ​ສະ​ໜູນ​ກູ​ບາ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ການພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ຄື​ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດຜ່າ​ນ​ມາ, ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຍື​ນ​ຍົງ, ສະ​ໜັບ​ສະ​ໜູນ​ກູ​ບາ​ດຳ​ເນີນ​ການ​ຕໍ່​ສູ້​ທີ່​ເປັນ​ທຳ​ເພື່ອ​ປົກປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ຄັດ​ຄ້ານ​ການ​ແຊກ​ແຊງ​ຂອງ​ມະ​ຫາ​ອຳ​ນາດ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ບໍ່​ວ່າ​ສະ​ຖາ​ນະ​ການຈະ​ປ່ຽນ​ແປງ​ໄປ​ແນວ​ໃດ​ກໍ​ຕາມ, ຈີນ​ຈະ​ສືບ​ຕໍ່ຍຶດ​ໝັ້ນ​ໃນທິດ​ທາງ​ທີ່​ຈີນ ແລະ ກູ​ບາ​ມີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທີ່​​ຖາ​ວອນ​​ບໍ່​ປ່ຽນ​ແປງ, ​ຈະ​ບໍ່​ປ່ຽນ​ແປງຄວາມ​ປາ​ຖະ​ໜາ​ທີ່​ຢາກ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ຈີນ ແລະ ກູ​ບາ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​​ກັບ​ກູ​ບາໃຫ້​ໃກ້​ຊິດກັນກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ຄຸ້ມ​ຄອງ​ພັກ ແລະ ບໍ​ລິ​ຫານ​​ລັດ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ -19, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ກູ​ບາ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຫຼາຍກວ່າ​ເກົ່າ.

 

ທ່ານ​ດີ​ອັ​ສ ກາ​ເນວ​ກ່າວ​ວ່າ, ກູ​ບາ​ສະ​ແດງ​ຄວາມຂອບ​ໃຈ​ຝ່າຍ​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ລ້ຳ​ຄ່າ​ແກ່​ກູ​ບາ​​ເປັນ​ເວ​ລາ​ດົນ​ນານ​. ກູ​ບາ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​​ລະ​ຫວ່າງ​ສອງ​ພັກ ແລະ ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ຮ່ວມ​ກັນ​ຊຸກ​ຍູ້ການ​​ພັດ​ທະ​ນາພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ ແລະ ຂະ​ຫຍາຍການ​ພົວ​ພັນ​ກູ​ບາ-ຈີນ. ກູ​ບາ​ຍິນ​ດີ​ລົງ​ເລິກ​ການ​ປະ​ສານ​ງານຫຼາຍ​ຝ່າຍ​ກັບ​ຈີນ, ຮ່ວມ​ກັນ​ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ, ການ​ເມືອງ​ມະ​ຫາ​ອຳ​ນາດ, ຄັດ​ຄ້ານ​ການ​ຫັນ​ເອົາ​ບັນ​ຫາ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19ເປັນ​ບັນ​ຫາ​ການ​ເມືອງ ແລະ ໃຊ້​ເປັນ​ຂໍ້​ອ້າງ​ເພື່ອ​ສ້າງ​ຄວາມ​ເສື່ອມ​ເສຍ​ຊື່​ສຽງ​​ໃຫ້​ກັບ​ປະ​ເທດ​ອື່ນ. ກູ​ບາ​ເດັດ​ດ່ຽວ​ຍຶດ​ໝັ້ນ​ໃນ​ນະ​ໂຍ​ບາຍ​ຈີນ​ດຽວ​, ຄັດ​ຄ້ານ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ຈີນ ເຊັ່ນ ບັນ​ຫາ​ທີ່​ກ່ຽວ​​ຂ້ອງກັບ​ໄຕ້​ຫວັນ, ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ ແລະ​ອື່ນໆ. ກູ​ບາ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ການ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ລາ​ຕິນ​ກັບ​ຈີນ.

 

ຄຳ​ເຫັນ

0