ວັນທີ 30 ສິງຫານີ້ຕາມເວລາທ້ອງຖິ່ນ, ທຳນຽບ 5 ແຈຂອງອາເມຣິກາໄດ້ປະກາດວ່າ: ໄດ້ຖອນທະຫານອາເມຣິກາອອກຈາກອັຟການີສະຖານໝົດແລ້ວ. 20 ປີກ່ອນ, ອາເມຣິກາໄດ້ເຂົ້າຮຸກຮານອັຟການີສະຖານໃນຂໍ້ອ້າງຕ້ານການກໍ່ການຮ້າຍ; ຫຼັງຈາກ 20 ປີ, ກອງທັບອາເມຣິກາຟ້າວໜີອອກຈາກນະຄອນຫຼວງກາບູນຢ່າງກະລົກກະລົນໃນຂໍ້ອ້າງຈະສິ້ນສຸດສົງຄາມຍາວນານ.
ຕະຫຼອດໄລຍະ 20 ປີຜ່ານມາ, ກອງທັບອາເມຣິກາບໍ່ສາມາດພັດທະນາຊີວິດການເປັນຢູ່ທີ່ມີຄວາມສະຫງົບສຸກໃຫ້ແກ່ປະຊາຊົນອັຟການີສະຖານ. ກົງກັນຂ້າມ, ທີ່ສາຍຕາຊາວໂລກໄດ້ເຫັນແມ່ນອັຟການີສະຖານເຕັມໄປດ້ວຍຄວາມຊຸດໂຊມຍ້ອນສົງຄາມແລະໄພພິບັດມະນຸດສະທຳທີ່ເຮັດໃຫ້ຄົນຮູ້ສຶກສະເທືອນໃຈຮອບໜຶ່ງ.
ຕາມສະຖິຕິ, ສົງຄາມອັຟການີສະຖານໄດ້ສົ່ງຜົນເຮັດໃຫ້ຊາວອັຟການີສະຖານລວມທັງໝົດ 174 ພັນຄົນເຊິ່ງລວມທັງປະຊາຊົນສາມັນທຳມະດາ 3 ໝື່ນກວ່າຄົນເສຍຊີວິດ, ມີຜູ້ບາດເຈັບຫຼາຍກວ່າ 6 ໝື່ນຄົນ, ສົງຄາມອັຟການີສະຖານຍັງໄດ້ເຮັດໃຫ້ປະຊາຊົນອັຟການີສະຖານ 2,7 ລ້ານຄົນຈຳເປັນຕ້ອງອົບພະຍົບໄປຕັ້ງຖິ່ນຖານຢູ່ຕ່າງປະເທດ, ປະຊາຊົນ 4 ລ້ານຄົນຊັດເຊພະເນຈອນແລະຂາດທີ່ພັກພາອາໄສ. ກອງທັບອາເມຣິກາໄດ້ຝືນກັບຫຼັກການຈຳແນກເປົ້າໝາຍຫຼາຍເທື່ອໃນການເຄື່ອນໄຫວທາງການທະຫານ,ໂຈມຕີປະຊາຊົນສາມັນຜູ້ທີ່ບໍ່ມີໂທດກຳຫຍັງ,ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລະເຮັດໃຫ້ຊັບສິນເສຍຫາຍຢ່າງໜັກໜ່ວງ, ການກະທຳກໍ່ອາຊະຍາກຳສົງຄາມຂອງອາເມຣິກາໄດ້ສົ່ງຜົນເຮັດໃຫ້ສານອາຍາສາກົນຕ້ອງໄດ້ສືບສວນໃນປີ 2017.
ສົງຄາມແລະຄວາມວຸ້ນວາຍປັ່ນປ່ວນຢ່າງຕໍ່ເນື່ອງໄດ້ທຳລາຍໂອກາດການພັດທະນາທີ່ປອດໃສຂອງສັງຄົມອັຟການີສະຖານຢ່າງໜັກໜ່ວງ. ເຮັດໃຫ້ອັຟການີສະຖານຕົກເຂົ້າສູ່ສະຖານະເປັນປະເທດດ້ອຍພັດທະນາທີ່ສຸດຂອງໂລກເປັນເວລາດົນນານ, GDP ສະເລ່ຍຕໍ່ຫົວຄົນຢູ່ອັນດັບທີ 213 ຂອງໂລກ,ມີປະຊາຊົນປະມານ 72% ດຳລົງຊີວິດຢູ່ຕ່ຳກວ່າເສັ້ນຄວາມທຸກຍາກ, ອັດຕາການຫວ່າງງານມີເຖິງ 38%. ຮ້າຍແຮງໄປກວ່ານັ້ນ,ຢູ່ທົ່ວປະເທດອັຟການີສະຖານມີປະຊາກອນເກືອບ 1 ສ່ວນ 3 ກາຍເປັນຊາວອົບພະຍົບ. ອາຍຸຍືນສະເລ່ຍຂອງຊາວອັຟການີສະຖານແມ່ນ 53,25 ປີ, ຢູ່ອັນດັບທ້າຍສຸດຂອງໂລກ. ພື້ນຖານໂຄງລ່າງຕ່າງໆເຊັ່ນ: ຄົມມະນາຄົມ,ໂທລະຄົມ,ພະລັງງານແລະອື່ນໆເພພັງແລະມີຄວາມຫຼ້າຫຼັງ, ການພັດທະນາເສດຖະກິດແຫ່ງຊາດຕ້ອງອາໄສການຊ່ວຍເຫຼືອຂອງສາກົນແລະເງິນບໍລິຈາກຈາກຕ່າງປະເທດ.
ສິ່ງທີ່ໜັກໜ່ວງກວ່ານັ້ນແມ່ນ, ພາຍໃຕ້ການ “ຍຸແຍ່”ຂອງອາເມຣິກາ, ອັຟການີສະຖານໄດ້ກາຍເປັນປະເທດອັນດັບໜຶ່ງຂອງໂລກໃນການປູກຝິ່ນແລະການຜະລິດຢາເສບຕິດ,ການຜະລິດຢາຝິ່ນໄດ້ກວມເອົາຫຼາຍ
ກວ່າ 85% ຂອງຍອດປະລິມານການຜະລິດຢາຝິ່ນຂອງໂລກ, ການມີຢາເສບຕິດທົ່ວທີບໄດ້ສະກັດກັ້ນປະຊາຊົນອັຟການີສະຖານໃນການສະແຫວງຫາຮູບແບບການພັດທະນາເສດຖະກິດແບບຍືນຍົງ.
ກອງທັບອາເມຣິກາປະຈຳການຢູ່ອັຟການີສະຖານ 20 ປີ, ຈຳນວນອົງການກໍ່ການຮ້າຍພາຍໃນແດນອັຟການີສະຖານບໍ່ໄດ້ຫຼຸດລົງມີແຕ່ໄດ້ເພີ່ມຂຶ້ນ, ຈາກຕົວເລກມີພຽງແຕ່ອົງກອນດຽວໄດ້ເພີ່ມຂຶ້ນເປັນ 20 ກວ່າອົງກອນ, ເຮັດໃຫ້ສົງຄາມຕ້ານການກໍ່ການຮ້າຍຂອງອາເມຣິກາຕົກເຂົ້າສູ່ສະພາບຍິ່ງປາບປາມຮ້າຍແຮງກໍ່ຍິ່ງເພີ່ມຂຶ້ນຫຼາຍຂຶ້ນກວ່າເກົ່າ.
ສ່ວນອາເມຣິກາເອງ,ໄດ້ໃຊ້ງົບປະມານ 2 ພັນຕື້ໂດລາສະຫະລັດເພື່ອສົງຄາມຕ້ານການກໍ່ການຮ້າຍຮອບນີ້. ອາເມຣິກາຫວັງຢາກ ໃຊ້ “ປະຊາທິປະໄຕແບບຕາເວັນຕົກ” ນຳໃຊ້ຢູ່ໃນສັງຄົມອັຟການີສະຖານແບບບັງຄັບ,ແຕ່ບໍ່ໄດ້ສົນໃຈນຳລັກສະນະພິເສດຂອງຊົນເຜົ່າແລະກົກເຫຼົ່າຂອງອັຟການີສະຖານ, ເຮັດໃຫ້ສັງຄົມການເມືອງຂອງອັຟການີສະຖານມີຄວາມແຕກແຍກຕື່ມອີກ,ສະພາບແຫ່ງຊາດບໍ່ມີຄວາມໝັ້ນຄົງ. ແຕ່ການໃຊ້ງົບປະມານມື້ລະ 300 ລ້ານໂດລາສະຫະລັດໂດຍສະເລ່ຍໄດ້ເຮັດໃຫ້ອັຟການີສະຖານຕົກເຂົ້າສູ່ສະພາບທີ່ມີຄວາມແຕກແຍກໜັກໜ່ວງແລະມີຄວາມທຸກຍາກຫຼາຍກວ່າ 20 ປີກ່ອນ.
ລັດທິແຊກແຊງໄດ້ປະລາໄຊລົງຢູ່ອັຟການີສະຖານບໍ່ແມ່ນເທື່ອທຳອິດ,ແລະກໍ່ຈະບໍ່ແມ່ນເທື່ອສຸດທ້າຍ. ອາເມຣິກາແຊກແຊງວຽກງານພາຍໃນຂອງປະເທດອື່ນໄດ້ສະແດງໃຫ້ເຫັນເຖິງເຈດຕະນາແລະທາດແທ້ຈອມປອມຂອງຕົນໃນການແຜ່ຂະຫຍາຍລັດທິເຈົ້າອຳນາດ. ທີ່ຈິງແລ້ວ, ການເຮັດສົງຄາມຂອງອາເມຣິກາຈາກຫວຽດນາມ,ຮອດຊີຣີແລະອັຟການີສະຖານ, ອາເມຣິກາກໍ່ສົງຄາມຈົນສຸດຄວາມສາມາດຂອງຕົນຊ້ຳແລ້ວຊ້ຳອີກແຕ່ກໍ່ເປັນພຽງການຢັ້ງຢືນໃຫ້ເຫັນວ່າ: ກຳລັງປະກອບອາວຸດບໍ່ສາມາດແກ້ໄຂບັນຫາ,ຫາກຈະກາຍເປັນ “ຜູ້ກໍ່ຄວາມວຸ້ນວາຍ”,ເຮັດໃຫ້ເກີດມີວິກິດການສິດທິມະນຸດໃນ ໂລກອີກແລ້ວອີກຕື່ມ. ໃນໂລກປັດຈຸບັນ, ກໍລະນີທີ່ປະເທດໜຶ່ງມີຄວາມສາມາດແລະມີກຳລັງໃນການຕັດສິນຊາຕາກຳແລະອະນາຄົດຂອງອີກປະເທດໜຶ່ງພວມມີທ່າອ່ຽງຊຸດໂຊມລົງໄປເລື້ອຍໆ.
ສ່ວນປະເທດທີ່ຖືເອົາຈີນເປັນຕົວແທນແລະເດັດດ່ຽວຍຶດໝັ້ນໃນຫຼັກການບໍ່ແຊກແຊງປະເທດອື່ນນັ້ນ,ໄດ້ມີຈຸດຢືນມາໂດຍຕະຫຼອດວ່າ: ຄວນແກ້ໄຂບັນຫາໂດຍຜ່ານການໄກ່ເກ່ຍທາງການເມືອງ,ການຊ່ວຍເຫຼືອທາງເສດຖະກິດ,
ການສ້າງສາສັງຄົມແລະການຕິດຕໍ່ພົວພັນທາງດ້ານວັດທະນະທຳທີ່ຕັ້ງໜ້າແລະມີປະສິດທິຜົນ, ການສ້າງສັນຕິພາບແລະສະຖຽນລະພາບຂອງພາກພື້ນໃຫ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງແລະການປະກອບສ່ວນອັນພົ້ນເດັ່ນເພື່ອຄວາມຄືບໜ້າດ້ານວຽກງານສິດທິມະນຸດໃນສາກົນພວມໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆໃນໂລກນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ຄຳເຫັນ
0