覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂມງ​ຮຽນ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ສອນນັກ​ຮຽນນັກ​ສຶກ​ສາ​ທັງຫຼາຍ​ໃນ​ມື້​ໄຂ​ສົກ​ຮຽນ

2021-09-01 17:53:14 cri

ໂມງ​ຮຽນ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ສອນນັກ​ຮຽນນັກ​ສຶກ​ສາ​ທັງຫຼາຍ​ໃນ​ມື້​ໄຂ​ສົກ​ຮຽນ_fororder_微信图片_20210901172247
 

​ສົກ​ຮຽນ​ໃໝ່​ມາ​ເຖິງ​ອີກຄັ້ງ​ໜຶ່ງ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຄື​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ ແລະ​ຄວາມ​ຫວັງ​ຂອງ​ຊາດ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ແລະ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ໂຮງ​ຮຽນ, ວັງ​ເຍົາ​ວະ​ຊົນ​ແລະ​ສະ​ຖານ​ທີ່​ອື່ນໆຫຼາຍ​ເທື່ອ,ເຊິ່ງ​ທ່ານ​ໄດ້​ໃຫ້​ຄວາມ​ຮັກ​ແພງ​ແລະ​ຄວາມ​ເອົາ​ໃຈ​ໃສ່​​ຕໍ່ການ​ເຕີບ​ໃຫຍ່​ແລະ​ການ​ຝຶກ​ຝົນ​ຕົນ​ເອງ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ໃຫ້​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​. ທ່ານ​ໄດ້​ເວົ້າ​ກັບ​ພວກນັກ​ຮຽນ​​ນັກ​ສຶກ​ສາວ່າ:
 

“ຄົນ​ຄົນ​ໜຶ່ງ​ສາ​ມາດ​ມີ​ອຸ​ດົມ​ການ​ໄດ້ຫຼາຍ​ຢ່າງ, ແຕ່​ອຸ​ດົມ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຄວນ​ຕິດ​ພັນ​ກັບ​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ, ນີ້​ຄື​ພື້ນ​ຖານ​ຂອງ​ອຸ​ດົມ​ການ​ຕ່າງ​ໆ​ຂອງ​ຄົນ​ເຮົາ, ທັງ​ເປັນ​ເສົາ​ຄ້ຳ​ຂອງ​ຊີ​ວິດ​ຄົນ​ເຮົາ. ”
 

“ຊາວ​ໜຸ່ມ​ທັງຫຼາຍ​ຄວນ​ແບກ​ຫາບ​ພາ​ລະ​ກຳ​ປະ​ຫວັດ​ສາດ, ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ​ໃນ​ການ​ກ້າວ​ເດີນ​ໄປ​ໜ້າ, ມີ​ອຸ​ດົມ​ການ​ທີ່​ສູງ​ສົ່ງ, ​ຮຽນ​ຮູ້​ຄຸນ​ສົມ​ບັດ​ອັນຍິ່ງ​ໃຫຍ່, ຝຶກ​ຝົນ​ຕົນ​ເອງ​ໃຫ້​ກາຍ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​, ແບກ​ຫາບ​ພາ​ລະ​ໜ້າ​ທີ່​ອັນ​ສຳ​ຄັນ,  ພະ​ຍາ​ຍາມ​ສ້າງ​ຕົນ​ເອງ​ໃຫ້​ກາຍ​ເປັນ​ຄົນ​ໃໝ່​​ຂອງຍຸກ​ສະ​ໄໝ​ທີ່​ສາ​ມາດ​ແບກ​ຫາບ​ໜ້າ​ທີ່​ອັນ​ສຳ​ຄັນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ​ຈີນ, ສ້າງ​ຜົນ​ງານ​ທີ່​ສະ​ຫງ່າ​ລາ​ສີ​ໃນ​ໄວ​ຄະ​ນອງ​ດ້ວຍ​ການສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ຊົນ​ຊາດ, ເພື່ອ​ປະ​ຊາ​ຊົນ ແລະ​ເພື່ອມວນ​ມະ​ນຸດ.”

 

ໂມງ​ຮຽນ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ສອນນັກ​ຮຽນນັກ​ສຶກ​ສາ​ທັງຫຼາຍ​ໃນ​ມື້​ໄຂ​ສົກ​ຮຽນ_fororder_微信图片_20210901172256
 

“ໄວ​ໜຸ່ມ​ເປັນ​ໄວ​ທີ່ສະ​ສົມ​ຄວາມ​ຮູ້​ແລະ​ປະ​ສົບ​ການ​ໃນ​ຊີ​ວິດ​, ຄວນ​ຮຽນ​ຮູ້​ແລະ​ຮັບ​ເອົາ​ຄວາມ​ຮູ້​ປານ​​ວ່າ​ຟອງນ້ຳ​ດູດ​ຊຶມ​ນ້ຳ. ຊາວ​ໜຸ່ມ​ທັງຫຼາຍ​ໃນ​ເວ​ລາ​ຮ່ຳ​ຮຽນ, ຄວນ​ນຳ​ໃຊ້​ເວ​ລາ​ໃຫ້​ມີ​ຄຸນ​ຄ່າ​ສ່ຳ​ກັບ​ຄຳ, ພະ​ຍາ​ຍາມ​ຮ່ຳ​ຮຽນ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ,ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່​ແລະ​ມ່ວນ​ຊື່ນ​ລື້ນ​ເລີງ, ຍັງ​ຕ້ອງເນັ້ນ​​ໃສ່ຈຸດ​ສຸມ, ​ຮູ້ເລືອກ​ເອົາ​ສິ່ງ​ຍອດ​ຍິ່ງ, ພະ​ຍາ​ຍາມ​ຮ່ຳ​ຮຽນ​ໃຫ້​ໄດ້​ທັງ​ຄວາມ​ຮູ້​ທີ່ກວ້າງ​ຂວາງ​ແລະ​ທັງ​ມີ​ວິ​ຊາ​ສະ​ເພາະ  ແລະ​ໃຫ້​ມີ​ຄວາມ​ຮູ້​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ​ແລະ​ມີ​ວີ​ຊາ​ສະ​ເພາະຫຼາຍກວ່າ​ເກົ່າ.”
 

ໂມງ​ຮຽນ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ສອນນັກ​ຮຽນນັກ​ສຶກ​ສາ​ທັງຫຼາຍ​ໃນ​ມື້​ໄຂ​ສົກ​ຮຽນ_fororder_微信图片_20210901172301
 

“ພວກຫຼານ​ຄວນ​ປູກ​ຈິດ​ສຳ​ນຶກ​ກ່ຽວ​ກັບ​ການ​ອອກ​ແຮງ​ງານ​​ແມ່ນມີ​ກຽດ​ສະ​ຫງ່າ​ມາ​ແຕ່​ຍັງ​ນ້ອຍ, ເລື່ອງ​ຂອງ​ຕົນ​ຄວນ​ເຮັດ​ດ້ວຍ​ຕົນ​ເອງ, ເລື່ອງ​ຂອງ​ຄົນ​ອື່ນ​ກໍ​ໃຫ້​ໄປ​ຊ່ວຍ, ເລື່ອງ​ສາ​ທາ​ລະ​ນະ​ປະ​ໂຫຍດ​​ກໍ່ຄວນ​​ແຂ່ງ​ຂັນ​ກັນເຮັດ, ຜ່ານ​ຈາກ​ການ​ອອກ​ແຮງ​ງານ​ເພື່ອ​ຫວ່ານ​ແນວ​​ພັນ​ແຫ່ງຄວາມ​ຫວັງ​ແລະ​ເກັບ​​ກ່ຽວເອົາ​ໝາກ​ຜົນ, ທັງ​ຜ່ານ​ຈາກ​ການ​ອອກ​ແຮງ​ງານ​ເພື່ອ​ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ມີ​ຈິດ​ໃຈ​ເຂັ້ມ​ແ​ຂງ. ”
 

ຄຳ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກໍ​​ສ່ຳ​ກັບ​ໂມງ​ຮຽນ​ທຳ​ອິດ​ສຳ​ລັບນັກ​ຮຽນ​ນັກ​ສຶກ​ສາ​ທັງຫຼາຍ​ໃນ​ມື້​ໄຂ​ສົກ​ຮຽນ​ໃໝ່, ປຽບ​ເໝືອນ​ໄພ​ເຍືອງ​ທາງ​ຊີ້​ທິດ​ທາງ​ໃຫ້​ເຂົາ​ເຈົ້າ​ກ້າວ​ເດີນ​ໄປ​ໜ້າ​ແລະ​ເຕີບ​ໃຫຍ່​ຂຶ້ນ​ເພື່ອ​ກາຍ​ເປັນ​ຄົນ​ທີ່​ມີ​ປະ​ໂຫຍດ​ແກ່​ຄອ​ບ​ຄົວ, ສັງ​ຄົມ​ແລະ​ປະ​ເທດ​ຊາດ.

ຄຳ​ເຫັນ

0