ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ້າວສ້ຽວໂຈ່ຢູ່ບ້ານຕ້ຽນຜິງເມືອງໂລງຊີ່ນະຄອນຕິ້ງຊີ່ແຂວງກ່ານຊູ້ເປັນຄົນພິການສະໝອງ ຫຼື cerebral palsy ມາແຕ່ເກີດ, ຈຶ່ງບໍ່ສະດວກໃນການເຂົ້າໂຮງຮຽນຮ່ວມກັບເດັກນ້ອຍຄົນອື່ນຕາມເປັນປົກກະຕິ. ກ່ອນອາຍຸ 10 ປີ, ທ້າວສ້ຽວໂຈ່ມີແຕ່ດຳລົງຊີວິດຢູ່ໃນຄວາມຫງ່ວມເຫງົາ. ເມື່ອ 6 ປີກ່ອນ, ມີຄູ 2 ຄົນໄດ້ມາສອນທ້າວສ້ຽວໂຈ່ຢູ່ເຮືອນ, ເຊິ່ງໄດ້ມອບແສງສະຫວ່າງແຫ່ງຊີວິດໃຫ້ກັບທ້າວສ້ຽວໂຈ່. ພາຍໃຕ້ການຊ່ວຍເຫຼືອຂອງຄູ, ທ້າວສ້ຽວໂຈ່ໄດ້ຮຽນຄະນິດສາດ, ຫັດຖະກຳ, ການອ່ານປື້ມ, ແລະ ການແຕ້ມຮູບ, ແລະໄດ້ເກີດມີຄວາມມຸ່ງຫວັງຢາກເສັງເຂົ້າມະຫາວິທະຍາໄລ, ນິດໄສໃຈຄໍຂອງທ້າວສ້ຽວໂຈ່ກໍໄດ້ປ່ຽນແປງຈາກຄົນໃຈນ້ອຍ ແລະ ມັກຄວາມໂດດດ່ຽວ ມາເປັນຄົນໃຈກວ້າງ ແລະໝັ້ນໃຈຕົນເອງ.
ໂຄງການບໍລິການຂອງອາສາສະໝັກ “ຄູສອນຢູ່ເຮືອນ” ແມ່ນມາດຕະການຂອງຈີນໃນການຊຸກຍູ້ການສຶກສາພາກບັງຄັບ. ນັບແຕ່ປີ 2015 ເປັນຕົ້ນມາ, ເມືອງໂລງຊີ່ໄດ້ເລີ່ມຕົ້ນຄົ້ນຄວ້າການບໍລິການ “ຄູສອນຢູ່ເຮືອນ” ທີ່ປະສົມປະສານ “ການສຶກສາເດັກນ້ອຍກຸ່ມຄົນພິເສດ + ການສຶກສາທົ່ວໄປ”, ເພື່ອ ຮັບປະກັນໃຫ້ເດັກນ້ອຍພິການໜັກສາມາດໄດ້ຮັບການສຶກສາຢ່າງສະເໝີພາບກັນ. ມາຮອດປະຈຸບັນ, ຢູ່ທົ່ວເມືອງໄດ້ສົ່ງຄູ 300 ກວ່າຄົນໄປສອນເດັກນ້ອຍພິການ ຄືກັບທ້າວສ້ຽວໂຈ່ຢູ່ເຮືອນ,ສິ່ງນີ້ກໍເໝືອນດັ່ງເປີດປ່ອງຢ້ຽມຕ້ອນຮັບແສງແດດອັນອົບອຸ່ນ ແລະ ໄດ້ເຮັດໃຫ້ຊີວິດຂອງເດັກນ້ອຍພິການເຫຼົ່ານີ້ໄດ້ສຳຜັດກັບໂລກພາຍນອກ.
ຄຳເຫັນ
0