黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຄວນ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19

2021-09-02 16:50:00 cri

ອາ​ເມ​ຣິ​ກາ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ດ້ວຍ​ການ​ນຳ​ໃຊ້​ອົງ​ການ​ຂ່າວ​ລັບ, ເຮັດ​ໃຫ້​ບັນ​ຫາ​ວິ​ທະ​ຍາ​ສາດຫັນ​ເປັນ​ບັນ​ຫາ​ການ​ເມືອງ, ແຕ່ຈະ​ບໍ່​ພົບ​ເຫັນ​ຫຼັກ​ຖານ​ໃດໆ​ທີ່​ສາ​ມາດນຳ​ມາ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຈີນ​ໄດ້ຢ່າງ​ແນ່ນອນ. ແຕ່​ວ່າ, ​ຈຸດ​ປະ​ສົງ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ກໍ​ແມ່ນ​​ການ​ປະ​ດິດ​ສ້າງ​ຄຳຫຼອກ​ລວງ​ແລະ​ສ້າງ​ຂໍ້​ອ້າງ​ຕ່າງໆ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ, ແລະ​ຖືເອົາ​ການ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ເຄື່ອງ​ມື, ເພື່ອ​ປິດ​ບັງ​ຄວາມ​ຈິງ​ທີ່​ຕົນ​ເອງບໍ່​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສະ​ນັ້ນ​ຈຶ່ງ​ຖິ້ມ​ຄວາມ​ຮັບ​ຜິດ​ຊອບຈາກ​ການ​ປະ​ລາ​ໄຊ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​ດາ​ໂຄວິດ-19 ໃຫ້​ກັບ​ປະ​ເທດ​ອື່ນ.

ຢູ່​ປະ​ເທດ​ອາ​ເມ​ຣິ​ກາ, ການ​ປະ​ຕິ​ບັດ​ງານ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ກໍ​ນັບ​ມື້​ນັບ​ຖືກປະ​ຊາ​ຊົນ​ອາ​ເມ​ຣິກ​ດູ​ຖູກ. ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ອະ​ດີດ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຜູ້​ໜຶ່ງ​ໄດ້​ເປີດ​ເຜີຍ​ຂະ​ບວນ​ການ​ທີ່​ອາ​ເມ​ຣິ​ກາ​ “​ປະ​ດິດ​ຄວາມ​ເວົ້າ​ທີ່​ວ່າ​ເຊື້ອ​ພະ​ຍາດ​ໂຄວິດ-19 ຮົ່ວ​ອອກ​ຈາກ​​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ” ​ໂດຍ​ຜ່ານ​ຈົດ​ໝາຍ​ເປີດ​​ຜະ​ໜຶກ. ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ, ​ນັກ​ການ​ເມືອງອາ​ເມ​ຣິ​ກາ​ເວົ້າ​ໂຍກວ່າ: ຄ່າ​ໃຊ້​ຈ່າຍ​ເພື່ອ​ປັ​ບ​ປຸງເຄື່ອງ​ປັບ​ອາ​ກາດ​ລວມຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ​ສູງກວ່າ​ຄວາມ​ເປັນ​ຈິງ 1000 ເທົ່າ, ​ແລະ​ໄດ້​ເສກ​ສັນ​ປັ້ນ​ແຕ່ງວ່າ, ຄ່າ​ໃຊ້​ຈ່າຍ​ໃນ​ໂຄງ​ການ​ດັ່ງ​ກ່າວ​ຂອງ​ສະ​ຖານ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ​ສູງ​ເກີບ​ໄປ​ຈົນ​ຜິດ​ປົກ​ກະ​ຕິ.

ທີ່​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ຄວນ​ຕັ້ງ​ໃຈ​ອ່ານ​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ​ປະ​ສົມ​ກ່ຽວ​ກັບ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່​ຈີນ​ແລະ​ອົງ​ການ​ອະ​ນາ​ໄມ​ໂລກ​ເຮັດ​ຮ່ວມ​ກັນ. ຜູ້​ຊ່ຽວ​ຊານ​ຂອງ WHO ເຄີຍ​ໄປ​ສຳ​ຫຼວດ​ຢູ່​ນະ​ຄອນ​ອູ​ຮັ້ນ​ເປັນ​ພິ​ເສດ, ​ໄດ້​ພົບ​​ກັບ​ຄົນ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ຢາ​ກ​ພົບ, ແລະ​ໄດ້​ກວດເບິ່ງ​ຕົວ​ເລກ​​ຂໍ້​ມູນທັງ​ໝົດ​ທີ່​ເຂົາ​ເຈົ້າ​ຢາກ​​ໄດ້, ໄດ້​ສາງ​ຮູບ​ແບບ​ການ​ຮ່ວມ​ມື​ເພື່ອ​ການ​ສຳ​ຫຼວດ​​ທີ່​ມີ​ຄວາມ​ໝາຍ​ຖື​ເປັນ​ແວ່ນ​ແຍງ​ໄດ້. ວັນ​ທີ 19 ສິງ​ຫາ​ແລ້ວ​ນີ້, ນັກ​ວິ​ທະ​ຍາ​ສາດ 21 ຄົນ​ທີ່​ມາ​ຈາກ​ຈີນ, ກາ​ນາ​ດາ, ອັງ​ກິດ, ນູ​ແວ​ເຊ​ລັງ​ແລະ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ໄດ້​ຮ່ວມ​ກັນ​​ຂຽນ​ບົດ​ຄວາມ​ບົດ​ໜຶ່ງ​ລົງ​ໃນ​ວາ​ລ​ະ​ສານ CELL ໂດຍ​ໄດ້​ຊີ້​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ: “ບໍ່​ມີ​ຫຼັກ​ຖານ​ໃດໆ​ສາ​ມາ​ຢືນ​ຢັນ​ວ່າ​ຜູ້​ຖືກ​ບົ່ງ​ມະ​ຕິດ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຕົ້ນ​ໄດ້​ມີ​ສ່ວນກ່ຽວ​ພັນ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ.”

ການ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຄວນ​ປະ​ຕິ​ບັດ​ງານ​ຕາມ​ຫຼັກ​ ​ວິ​ທະ​ຍາ​ສາດ. ຜົນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ, ກ່ອນ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ​ຫຼາຍ​ເດືອນ, ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​​ເລີ່ມ​ແຜ່​ລະ​ບາດ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ແລ້ວ.  ​ມາ​ຮອດ​ປັດ​ຈຸ​ບັນ​ມີ 80 ກວ່າ​ປະ​ເທດ​ໃນ​ໂລກ​ໄດ້​ສະ​ໜັບ​ສະ​ໜູນ​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ​ປະ​ສົມ​ລະ​ຫວ່າງ​ຈີນ-WHO ກ່ຽວ​ກັບ​ການ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ດ້ວຍ​ຮູບ​ການ​ຕ່າງໆ​ເຊັ່ນ: ສົ່ງ​ຈົດ​ໝາຍ​ລົງ​ລາຍ​ເຊັ່ນ​ຮ່ວມ​ກັນ​ເຖິງ​ຜູ້​ອຳ​ນວຍ​ການ​ໃຫຍ່ຂອງ WHO, ອອກ​ຖະ​ແຫຼງ​ການ​ແລະ​ວິ​ທີ​ອື່ນໆ, ​ຄັດ​ຄ້ານ​ການ​ຫັນ​ເອົາ​ບັນ​ຫາ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ບັນ​ຫາ​ການ​ເມືອງ. ມີ 300 ກວ່າ​ພັກ​ການ​ເມືອງ, ອົງ​ການຈັດ​ຕັ້ງ​ທາງ​ສັງ​ຄົມ​ແລະ​ຄັງ​ປັນ​ຍາ​ຈາກ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ໄດ້​ສົ່ງ​ຖະ​ແຫຼງ​ການ​ຮ່ວມ​​ເຖິງ​ກອງ​ເລ​ຂາອົງ​ການ​ອະ​ນາ​ໄມ​ໂລກ, ​ສະ​ນັ້ນອາ​ເມ​ຣິ​ກາ​ຄວ​ນ​ຮັບ​ຟັງ​​ຫາງສຽງ​ທີ່​ເປັນ​ທຳ​ເຫຼົ່າ​ນີ້.

ອາ​ເມ​ຣິ​ກາ​ຄວນ​ຢຸດ​ຕິ​ການ​ກະ​ທຳ​ທິ່​ຖິ້ມ​​ໂທດ​ໃສ່​ປະ​ເທດ​ອື່ນ​ດ້ວຍ​ຂໍ້​ອ້າງ​ການ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ແລະ​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ທີ່​ຮ່ວມ​ມື​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຕາມ​ຫຼັກວິ​ທະ​ຍາ​ສາດ. ອາ​ເມ​ຣິ​ກາ​ກໍ​ຄວນ​ເປີດ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ຕົນ​ເພື່ອ​ໃຫ້​ສາ​ກົນ​ເຂົ້າ​ໄປ​ສຳ​ຫຼວດ, ໃຫ້​ຄຳ​ຕອບ​ຕໍ່​ປະ​ຊາ​ຄົມ​ໂລກ​ກໍ​ຄື​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເອງ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ສືບ​ສວນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຕາມ​ຫຼັກວິ​ທະ​ຍາ​ສາດ, ແລະ​ເຮັດ​ໃຫ້​​ພຶດ​ຕິ​ກຳ​ຂອງ​ຕົນ​ສົມ​ກັບ​ວ່າ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ.

ຄຳ​ເຫັນ

0