何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ໜຸ່ມ: ຖື​ເອົາ​ພັກ ແລະ ປະ​ຊາ​ຊົນ​ໄວ້​ຢູ່​ຖາ​ນະ​ສູງ​ສຸດ​ຢູ່​ໃນ​ໃຈ​ສະ​ເໝີ

2021-09-02 11:30:21 CRI

ວັນ​ທີ 1 ກັນ​ຍາ​ນີ້, ໃນ​ພິ​ທີ​ເປີດ​ຊຸດ​ອົບ​ຮົມ​ພະ​ນັກ​ງານໜຸ່ມ​ ແລະ​ໄວ​ກາງ​ຄົນ ຂອງ​ໂຮງ​ຮຽນ​ທິດ​ສະ​ດີ​ພັກ​ກອມ​ມູ​ນິດ​ຈີນ​ຂັ້ນ​ສູນ​ກາງ, ທ່ານ​ສີ​ຈິ້ນ​ຜິງກ່າວ​ວ່າ, ​ການເນັ້ນ​​ໃສ່ກົດ​ລະ​ບຽບ ​ແລະ ຮັກ​ສາຫຼັກ​ການ​​ພື້ນ​ຖານ, ກ່ອນອື່ນ​ຕ້ອງ​ມີ​ຈິດ​ໃຈ​​ເຄົາ​ລົບ​ຢຳ​ເກງ. ມີ​ຄວາມ​​ຢຳເກງ​​ໃນ​ໃຈ, ຈຶ່ງ​ຈະ​ມີ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ໃນດ້ານ​ຄວາມ​ເວົ້າ ແລະ ການ​ປະ​ພຶດ. ພະ​ນັກ​ງານ​ຕ້ອງ​​ຮູ້​ເຄົາ​ລົບ​ຢາ​ເກງ, ມີ​ຄວາມ​ເກງ​ກົວ​ຕໍ່​ວິ​ໄນ, ຮັກ​ສາຫຼັກ​ການ​ພື້ນ​ຖານ, ​ເຄົາ​ລົບ​ຢຳ​ເກງ​ພັກ ເຄົາ​ລົບ​ຢຳ​ເກງ​​ປະ​ຊາ​ຊົນ, ເຄົາ​ລົບ​ຢຳ​ເກງ​​ກົດ​ໝາຍ ແລະ ລະ​ບຽບ​ວິ​ໄນ. ພະ​ນັກ​ງານ​ຂອງ​ພັກ​ຕ້ອງ​ຖື​ເອົາ​ພັກ ແລະ ປະ​ຊ​າ​ຊົນ​ໄວ້​ຢູ່​ຖາ​ນະ​ສູງ​ສຸດ​ຢູ່​ໃນ​ໃຈ​ສະ​ເໝີ, ເປັນ​ຄົນ​ທີ່​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ລວມຢ່າງ​ສຸດ​ອົກ​ສຸດ​ໃຈ, ມີ​ຄວາມ​ເປັນ​ທຳ ແລະ ປອດ​ໃສ​ຂາວ​ສະ​ອາດ.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຊີ້​ອອກວ່າ, ພະ​ນັກ​ງານ​ໜຸ່ມ​ຕ້ອງ​ເພີ່ມ​ທະ​ວີ​ໃນການ​ຮ່ຳ​ຮຽນ, ຮຽນ​ຄວາມ​ຮູ້​ໃໝ່ ແລະ ເຕັກ​ນິກ​ໃໝ່​ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ຂອງ​ຕົນ, ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ຄວາມ​ຮູ້​ທີ່​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0