何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຝາກ​ຄວາມ​ມຸ່ງ​ຫວັງ​ໃຫ້​ພະ​ນັກ​ງານ​ໜຸ່ມ​ວ່າ: ໃຊ້​ມາ​ນະ​ຈິດ ແລະ ຄຸນ​ສົມ​ບັດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປ​ະ​ໂຫຍດ​ແຫ່ງ​ຊາດ

2021-09-02 11:39:55 CRI

ວັນ​ທີ 1 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ການ​ຍຶດ​ໝັ້ນໃນຫຼັກ​ການ​ແມ່ນ​ຄຸນ​ສົມ​ບັດ​ທີ່​ສຳ​ຄັນ​ຂອງ​ຊາວ​ພັກ​ກອມ​ມູ​ນິດ, ບໍ່​ໃຫ້​ມີ​ຄວາມ​ຄຸມ​ເຄືອ ແລະ ບໍ່​ໃຫ້​ມີ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຢ່າງ​ເດັດ​ຂາດ​ໃນ​ບັນ​ຫາ​ດ້ານຫຼັກ​ການ, ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ເປັນ​ການ​ກະ​ທຳ​ທີ່​ບໍ່​ຮັບ​ຜິ​ດ​ຊອບ​ຕໍ່​ພັກ ແລະ ປະ​ຊາ​ຊົນ, ຈົນ​ເຖິງ​ຂັ້ນ​ມີ​ການ​ກະ​ທຳ​ຜິດ​ກົດ​ໝາຍ. ພະ​ນັກ​ງານ​ຂອງ​ພັກ​ຕ້ອງຍຶດ​ໝັ້ນ​ໃນ​ຈິດ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ຕາມຫຼັກ​ການ​ລວມ, ຕ້ອງ​ເນັ້ນໃນຫຼັກ​ການ ບໍ່​ຄວນ​ໄວ້​ໜ້າ​​ໄວ້​ຕາ, ຕ້ອງ​ເນັ້ນ​ສະ​ຕິ​ພັກ ແຕ່​ບໍ່​ກະ​ທຳ​ຜິດ​ໃນ​ລັກ​ສະ​ນະ​ທີ່​ມີ​ສາຍ​ພົວ​ພັນ​ສ່ວນ​ຕົວ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປະ​ຈຸ​ບັນ​ນີ້, ສະ​ພາບ​ການຂອງ​ໂລກ​ມີ​ການ​ປ່ຽນ​ແປງ​ແບບ​ບໍ່​ເຄີຍ​ມີ​ມາ​​ກ່ອນໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​​ທັງ​ການ​ປ່ຽນ​ແປງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໄວ, ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາ​ດ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ສຳ​ຄັນ, ພວກ​ເຮົາ​ໄດ້​ປະ​ເຊີນ​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ເພີ່ມ​ຂຶ້ນ​ທີ່​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ, ຕ້ອງ​ປະ​ຖິ້ມ​ຄວາມ​ເພີ້​ຝັນ, ກ້າ​ຕໍ່​ສູ້, ບໍ່​​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແມ່ນ​ແຕ່​ໜ້ອຍ​ດຽວ​ໃນ​ບັນ​ຫາ​ດ້ານຫຼັກ​ການ, ໃຊ້​ມາ​ນະ​ຈິດ ແລະ ຄຸນ​ສົມ​ບັດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປ​ະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາແຫ່ງ​ຊາດ

 

ຄຳ​ເຫັນ

0