覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ໃຫ້​ພະ​ນັກ​ງານ​ໜຸ່ມ​ວ່າ ຂໍ​ພຽງ​ແຕ່​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ພັກ​ແລະ​ປະ​ຊາ​ຊົນ​ກໍ​ຕ້ອງ​ເຮັດ​ຢ່າງ​ກ້າ​ຫານ​ແລະ​ເດັດ​ດ່ຽວ

2021-09-02 09:41:47 cri

 ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ພະ​ນັກ​ງານ​ໜຸ່ມ​ແລະ​ໄວ​ກາງ​ຄົນ​ຂອງ​ໂຮງ​ຮຽນ​ທິດ​ສະ​ດີ​ພັກ​ກອມ​ມູ​ນິດ​ຈີນ​ຂັ້ນ​ສູນ​ກາງຫຼື​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ​ໃນ ວັນ​ທີ 1 ກັນ​ຍາ​ນີ້, ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ເນັ້ນ​ວ່າ: ພະ​ນັກ​ງານ​ໜຸ່ມ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ສະ​ແຫວງ​ຫາ​ສັດ​ຈະ​ທຳ​ຈາກ​ຄວາມ​ເປັນ​ຈິງ, ຍຶດ​ໝັ້ນ​ໃນ​ການ​ລົງ​ຮາກ​ຖານ​ເພື່ອ​ຮັບ​ຟັງ​ຄວາມ​ຈິງ,ສຳຫຼວດກວດ​ກາ​ສະ​ພາບ​ຄວາມ​ເປັນ​ຈິງ, ຄົ້ນ​ຄວ້າ​ບັນ​ຫາ​ຢ່າງ​ແທ້​ຈິງ,ແລະ​ຄົ້ນ​ຄວ້າ​ບັນ​ຫາ​ທີ່​ແທ້​ຈິງ, ຕ້ອງ​ຮູ້​ວິ​ທີ​ຄົ້ນ​ຄິດ​ບັນ​ຫາ​ຢ່າງ​​ເປັນອິດ​ສະຫຼະ, ຍຶດ​ໝັ້ນ​ໃນ​ຫຼັກ​ການ​ຕິດ​ແທດ​ຕົວ​ຈິງ.
 

    ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ກ່າວ​ເນັ້ນ​ວ່າ: ສະ​ມາ​ຊິກ​ພັກ-ພະ​ນັກ​ງານ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ແລະ​ເຮັດ​ແທ້​ທຳ​ຈິງ, ແຕ່​ບໍ່​ແມ່ນ​ເປັນ​ເຈົ້າ​ນາຍທີ່​ສະ​ເຫວີຍ​ສຸກ. ຂໍ​ພຽງ​ແຕ່​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ພັກ​ແລະ​ປະ​ຊາ​ຊົນ​ກໍ​ຕ້ອງ​ເຮັດ​ຢ່າງ​ກ້າ​ຫານ​ແລະ​ເດັດ​ດ່ຽວ.

ຄຳ​ເຫັນ

0