覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳປາໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ການ​ບໍ​ລິ​ການ​ໂລກໃນ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ2021

2021-09-02 21:38:16 cri

ຄຳປາໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ການ​ບໍ​ລິ​ການ​ໂລກໃນ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ2021_fororder_微信图片_20210902214437
 

ຕອນ​ຄ່ຳ​ວັນ​ທີ 2 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ​​ຕໍ່ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ການ​ບໍ​ລິ​ການ​ໂລກ​ຂອງ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ2021, ເນື້ອ​ໃນ​ຄຳ​ປາ​ໄສ​ມີ​ດັ່ງ​ນີ້:
 

ສະ​ບາຍ​ດີທ່ານ​ຜູ້​ມີ​ກຽດ​, ທ່ານ​ຍິງທ່ານ​ຊາຍ​ແລະ​ເພື່ອນ​ມິດ​ທີ່​ເຄົາ​ລົບ​ນັບ​ຖື:
 

ຂ້າ​ພະ​ເຈົ້າ​ ​ຂໍຕາງ​ໜ້າ​ໃຫ້ລັດ​ຖະ​ບານ​ຈີນ ​ແລະ​ປະ​ຊາ​ຊົນ​ຈີນແລະ​ໃນ​ນາມ​ສ່ວນຕົວ ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ບັນດາທ່ານດ້ວຍຄວາມອົບ​ອຸ່ນ​ແລະ​ສະແດງຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ​ຕໍ່​ບັນ​ດາ​ທ່ານ​ຜູ້​ມີ​ກຽດ​ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ2021!
 

ງານ​ຕະຫຼາດ​ນັດ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ເປີດ​ອະ​ນາ​ຄົດ​ດ້ວຍ​ດີຈີ​ຕ​ອນ, ການ​ບໍ​ລິ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ”, ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ຝ່າຍ, ງານ​ຄັ້ງ​ນີ້​ຈະ​ເປັນ​ງານ​ມະ​ຫາ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ທີ່​ພົ້ນ​ເດັ່ນ​ແລະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງຫຼວງຫລາຍ.
 

ການ​ຄ້າ​ການ​ບໍ​ລິ​ການ​ເປັນ​ສ່ວນ​ປະ​ກອບ​ອັນ​ສຳ​ຄັນ​ຂອງ​ການ​ຄ້າ​ສາ​ກົນ ແລະ​ເປັນ​ຂົງ​ເຂດ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ ເຊິ່ງ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່. ພວກ​ຂ້າ​ພ​ະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ,ຍຶດ​ໝັ້ນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຮ່ວມ​ກັນ​ຊົມ​ໃຊ້​ກາ​ລະ​ໂອ​ກາດ​ການ​ພັດ​ທະ​ນາ​ການ​ຄ້າ​ການ​ບໍ​ລິ​ການ ແລະ​ຮ່ວມ​ກັນ​ຊຸກ​ຍູ້ໃຫ້ເສດຖະກິດໂລກ​ຟື້ນຄືນ ​ແລະ​​ເຕີບ​ໂຕ​.
 

ພວກ​ຂ້າ​ພະ​ເຈົ້າ​ຈະ​ຍົກ​ສູງ​ລະ​ດັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຄຸ້ມ​ຄອງ​ພິ​ເສດ​ກ່ຽວ​ກັບການ​ຄ້າ​ການ​ບໍ​ລິ​ການ​ຂ້າມ​ຊາດໃນ​ທົ່ວ​ປະ​ເທດ​ຈີນ, ຄົ້ນ​ຄວ້າ​ການ​​ສ້າງ​ເຂດ​ສາ​ທິດກ່ຽວກັບ​ການ​ພັດ​ທະ​ນາ​ການ​ຄ້າ​ການ​ບໍ​ລິ​ການດ້ວຍ​ການ​ປະ​ດິດ​ສ້າງ​​ລະ​ດັບ​ຊາດ, ພວກ​ຂ້າ​ພະ​ເຈົ້າ​ຈະ​ເປີດກວ້າງ​ຊ່ອງ​ທາງ​ການ​ຮ່ວມ​ມື, ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຮ່ວມ​ກັບ​ໂລກຊົມ​ໃຊ້​ໝາກ​ຜົນ​ການ​ພັດ​ທະ​ນາ​ເຕັກ​ນິກຂອງ​ຈີນ​.ພວກ​ຂ້າ​ພະ​ເຈົ້າ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ​ລະ​ບຽບ​ການ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ, ສະ​ໜັບ​ສະ​ໜູນ​ແຫ່ງ​ຕ່າງໆ​ເຊັ່ນ:​ນະ​ຄອນຫຼວງ​ປັກ​ກິ່ງໃຫ້​ດຳ​ເນີນ​ການ​ທົດ​ລອງ​ປະ​ຕິ​ບັດ​ໄປ​ກ່ອນ​ກ່ຽວ​ກັບການ​ເຊື່ອມ​ໂຍງກົດ​ລະ​ບຽບວ່າ​ດ້ວຍສັນ​ຍາ​ການ​ຄ້າ​ເສ​ລີ​ສາ​ກົນ​ທີ່​ມີ​ລະ​ດັບ​ສູງ​, ສ້າງ​ເຂດ​ສາ​ທິດ​ການ​ຄ້າ​ດີຈີຕອນ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂະ​ໜາ​ດ​ກາງ​ແລະ​ນ້ອຍ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ,​ລົງ​ເລິກ​ການ​ປະ​ຕິ​ຮູບ​ຕະຫຼາດ OTC ໃໝ່(New OTC(Over the Counter) Market),ສ້າງ​ຕັ້ງ​ຕະຫຼາດຫຼັກ​ຊັບ​ປັກ​ກິ່ງ, ເພື່ອ​ສ້າງ​ໃຫ້​ເປັນ​​ແນວ​ຮົບຫຼັກ​ເພື່ອ​ຮັບ​ໃຊ້​ວິ​ສາ​ຫະ​ກິດ​​ຂະ​ໜາດ​ກາງ​ແລະ​ນ້ອຍ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່.
 

ທ່ານ​ຍິງທ່ານ​ຊາຍ​ແລະ​ເພື່ອນ​ມິດ​ທັງຫຼາຍ!
 

ນະໂອກາດນີ້, ຂ້າພະເຈົ້າຂໍ​ຮຽກຮ້ອງໃຫ້​ພວກ​ເຮົາ​ຈົ່ງ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ,ຮ່ວມ​ກັນຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ,ຍຶດ​ໝັ້ນ​ການ​ນຳ​ໃຊ້ “ກະ​ແຈ​ຄຳ”ແຫ່ງ​ສັນ​ຕິພ​າບ,ການ​ພັດ​ທະ​ນາ,ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດເພື່ອ​ແກ້​ໄຂ​ບັນ​ຫາ​ຕ່າງ​ໆ​ທີ່​ເສດ​ຖະ​ກິດ​ໂລກ, ການ​ຄ້າ​ແລະ​ການ​ລົງ​ທຶນ​ສາ​ກົນ​ພວມ​ປະ​ເຊີນຢູ່​ໃນ​ປັດ​ຈຸ​ບັນແລະ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ!
 

ຂໍ​ຂອບ​ໃຈ!

ຄຳ​ເຫັນ

0