覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານອວຍ​ພອນເຖິງ​ຜູ້​ນຳ​ຫວຽດ​ນາມ​ເນື່ອງ​​ໃນ​ໂອ​ກາດ​ວັນ​ຊາດຫວຽດ​ນາມ​ຄົບ​ຮອບ 76 ປີ

2021-09-03 09:56:41 cri

ວັນ​ທີ 2 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ສານອວຍ​ພອນເຖິງ ທ່ານ​ຫງວຽນ​ຟູ​​ຈັອງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ  ຫງວຽນ ຊວນ ຟຸກ ປະ​ທານ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ​ເນື່ອງ​ໃນ​ໂອ​ກາດ​ວັນ​​ຊາດຫວຽດ​ນາມ​ຄົບ​ຮອບ 76 ປີ.
 

 ໃນ​ສານ​ອວຍ​ພອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ: ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ພາ​ລະ​ກິດ​ການ​ສ້າງ​ສາ​ຂອງ​ພັກ​ແລະ​ລັດ​ຫວຽດ​ນາມ​ໄດ້​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ, ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຄັ້ງ​ທີ 13 ໄດ້​ຈັດ​ຂຶ້ນ​ດ້​ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ, ຄະ​ນະ​ນຳ​ສູນ​ກາງ​ຊຸດ​ໃໝ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ບໍ​ລິ​ຫານ​ປະ​ເທດດ້ວຍ​ດີ, ທັງ​ໄດ້​ກຳ​ນົດ​ທິດ​ທາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ໄລ​ຍະ​ຕໍ່​ໜ້າ​ຢ່າງ​ຈະ​ແຈ້ງ​. ໃນ​ຖາ​ນະ​ເປັນ​ສະ​ຫາຍ​ແລະ​ເພື່ອນ​ມິດ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຜົນ​ງານ​ດັ່ງ​ກ່າວ​ຂອງ​​ປະ​ເທດຫວຽດ​ນາມ, ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ​ອ້າຍ​ນ້ອງ​ຈະ​ສາ​ມາດ​ບັນ​ລຸ​ໜ້າ​ທີ່ເປົ້າ​ໝາຍທຸກ​ຢ່າງ​ທີ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກຳ​ນົດ​ໄວ້ ແລະ​ບຸກ​ບືນ​ກ້າວ​ເດີນ​ໄປ​ໜ້າ​ສູ່​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ100​ປີ 2 ປະ​ການ​ຄື: ​ວັນ​ສ້າງ​ຕັ້ງ​ພັກ​ແລະ​ວັນ​ຊາດ​ຄົບ​ຮອບ 100 ປີ.
 

 ໃນ​ສານອວຍ​ພອນ​ຂອງ ທ່ານ​ສີ​ຈິ້ນ​ຜິງ​ຍັງ​​ເນັ້ນ​ວ່າ: ​ຈີນ​ແລະ​ຫວຽດ​ນາມ​ເປັນ​ເພື່ອນ​ບ້ານສັງ​ຄົມ​ນິ​ຍົມ​​ໃກ້​ຄຽງທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທີ່​ດີ​ຕໍ່​ກັນ, ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ການ​​ປັບ​ປຸງ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ທາງ​ຍຸດ​ທະ​ສາດ​ຂອງ​ສອງ​ຝ່າຍ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ, ຍິນ​ດີ​ຮ່ວມ​ກັນ​ກັບ​ບັນ​ດາ​ສະ​ຫາຍ​ການ​ນຳ​ຫວຽດ​ນາມ​ສຸມ​ຄວາມ​ພະ​ຍາ​ຍາມ​ໃນ​ກາ​ນ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ພັກ​ສອງ​ລັດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ, ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0