ຫວ່າງມໍ່ໆມານີ້, ສະມາຄົມວັດທະນະທຳແລະການສຶກສາເພື່ອຄວາມປອດໄພຈາກອັກຄີໄພຂອງ ສ.ເກົາຫຼີ ໄດ້ຍື່ນຄຳຮ້ອງຟ້ອງສູນທົດລອງຊີວະພາບຟອດເດຕຣິກຂອງກອງທັບອາເມຣິກາແລະທ່ານ ປາວ ລາຄາເມຣາ ຜູ້ບັນຊາການກອງທັບອາເມຣິກາປະຈຳ ສ.ເກົາຫຼີ ຕໍ່ສານທ້ອງຖິ່ນຂອງນະຄອນປູຊານໃນຂໍ້ຫາທີ່ສູນທົດລອງຊີວະເຄມີຂອງກອງທັບອາເມຣິກາປະຈຳ ສ.ເກົາຫຼີ ໄດ້ດຳເນີນການເຄື່ອນໄຫວລະເມີດກົດໝາຍ.
ເດືອນຕຸລາປີ 1953, ອາເມຣິກາແລະສ.ເກົາຫຼີໄດ້ເຊັນສົນທິສັນຍາວ່າດ້ວຍການປ້ອງກັນປະເທດຮ່ວມອາເມຣິກາ-ສ.ເກົາຫຼີ, ສອງປະເທດໄດ້ຮັບຮອງສາຍພົວພັນສອງຝ່າຍໃນຖານະປະເທດພັນທະມິດຢ່າງເປັນທາງການ, ຫຼັງຈາກນັ້ນໃນຫຼາຍສິບປີທີ່ຜ່ານມາ, ອາເມຣິກາໄດ້ເປັນຜູ້ປົກປ້ອງ ສ.ເກົາຫຼີ ມາໂດຍຕະຫຼອດ, ການພົວພັນລະຫວ່າງສອງຝ່າຍມີຄວາມແໜ້ນແຟ້ນຫຼາຍ. ສະນັ້ນ, ສ.ເກົາຫຼີ ຄວນຟັງຄວາມອາເມຣິກາ,ແຕ່ເປັນຫຍັງຈຶ່ງເກີດມີເລື່ອງ ສ.ເກົາຫຼີຟ້ອງອາເມຣິກາ?
ປີ 2015, “ໜັງສືພິມຊົນຊາດລາຍວັນ”ຂອງ ສ.ເກົາຫຼີ ແລະສື່ມວນຊົນອື່ນໆໄດ້ລາຍງານຂ່າວກ່ຽວກັບອົງການຄົ້ນຄວ້າທາງການທະຫານແຫ່ງໜຶ່ງຢູ່ລັດຍູທາຂອງອາເມຣິກາໄດ້ສົ່ງຕົວຢ່າງເຊື້ອໄວຣັດອັນທຣາຊິສແບບເປັນໆໄປຖານທັບອາກາດໂອຊານທີ່ ສ.ເກົາຫຼີ ດ້ວຍຮູບແບບພັດສະດຸໄປສະນີທຳມະດາ. ຫຼັງຈາກນັ້ນ, ກອງທັບອາເມຣິກາໄດ້ດຳເນີນແຜນການຄົ້ນຄວ້າອາວຸດຊີວະເຄມີຢ່າງລັບລັບຢູ່ ສ.ເກົາຫຼີ ແຕ່ເດືອນມິຖຸນາປີ 2013 ເປັນຕົ້ນມາຕາມ “ແຜນການຈູປີເຕີ(Jupiter)”ຈຶ່ງປະກົດຂຶ້ນຢ່າງເປັນທາງການ. ຜູ້ຊ່ຽວຊານດ້ານການທະຫານຂອງ ສ.ເກົາຫຼີ ກ່າວວ່າ: ກອງທັບອາເມຣິກາໄດ້ດຳເນີນການທົດລອງເຊື້ອໄວຣັດອັນທຣາຊິສຢູ່ຖານທັບອາເມຣິກາປະຈຳ ສ.ເກົາຫຼີແຕ່ເດືອນກັນຍາປີ 1998 ເປັນຕົ້ນມາ, ນອກຈາກນີ້ແລ້ວ, ຖານທັບຂອງອາເມຣິກາປະຈຳ ສ.ເກົາຫຼີ ຍັງໄດ້ດຳເນີນການທົດລອງເຊື້ອພະຍາດອີກຊະນິດໜຶ່ງ ເຊິ່ງມີພິດຮ້າຍແຮງກວ່າເຊື້ອໄວຣັດອັນທຣາຊິສ 1 ແສນເທົ່າ. ແຕ່ປີ 2009 ຫາປີ 2015, ກອງທັບອາເມຣິກາໄດ້ສົ່ງເຊື້ອໄວຣັດອັນທຣາຊິສໄປຖານທັບຕົນປະຈຳຢູ່ ສ.ເກົາຫຼີ 15 ເທື່ອ,ແລະໄດ້ດຳເນີນການທົດລອງ 16 ເທື່ອ.
ຫຼັງຈາກແຜນການ Jupiter ໄດ້ຖືກເປີດເຜີຍແລ້ວ,ແຜນປະຕິບັດງານທີ່ກອງທັບອາເມຣິກາສົ່ງວັດຖຸຊີວະເຄມີເຂົ້າໄປໃນແດນ ສ.ເກົາຫຼີຍັງສືບຕໍ່ດຳເນີນຢູ່,ພະແນກຄຸ້ມຄອງເຊື້ອພະຍາດຂອງ ສ.ເກົາຫຼີ ໄດ້ຍື່ນຂໍ້ມູນເອກະສານໄປຍັງສະມາຊິກລັດຖະສະພາໂດຍຊີ້ໃຫ້ເຫັນວ່າ: ໃນໄລຍະແຕ່ປີ 2017 ຫາປີ 2019, ແຕ່ລະປີ, ກອງທັບອາເມຣິກາປະຈຳ ສ.ເກົາຫຼີ ລ້ວນແຕ່ໄດ້ສົ່ງຕົວຢ່າງເຊື້ອພະຍາດເພື່ອທົດລອງອາວຸດຊີວະເຄມີໄປຖານທັບຂອງຕົນປະຈຳ ສ.ເກົາຫຼີ. ສ່ວນເຊື້ອພະຍາດທີ່ມີຄວາມສ່ຽງຕໍ່ຊີວິດເຫຼົ່ານີ້ກໍ່ແມ່ນມາຈາກຖານຟອດເດຕຣິກ.
ກອງທັບອາເມຣິກາບໍ່ໄດ້ເອົາຫົວຊານຳສຽງຄັດຄ້ານຈາກ ສ.ເກົາຫຼີ, ຍັງສືບຕໍ່ດຳເນີນການທົດລອງຊີວະເຄມີຕໍ່ໄປ ເຊິ່ງໄດ້ເຮັດໃຫ້ປະຊາຊົນ ສ.ເກົາຫຼີ ມີຄວາມບໍ່ພໍໃຈແລະຄຽດຊັງຢ່າງຮຸນແຮງ, ເມື່ອຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ສ.ເກົາຫຼີ ທີ່ຮຽກຮ້ອງໃຫ້ກອງທັບອາເມຣິກາປິດສູນທົດລອງຊີວະເຄມີນັ້ນບໍ່ໄດ້ຮັບການຕອບສະໜອງຈຶ່ງເກີດມີກໍລະນີທີ່ປະຊາຊົນ ສ.ເກົາຫຼີ ຍື່ນຄຳຮ້ອງຟ້ອງອາເມຣິກາຕໍ່ສານ.
ສ່ວນຖານຟອດເດຕຣິກທີ່ຖືກກ່າວຟ້ອງນັ້ນກໍມີຈຸດທີ່ໜ້າສົງໄສຕ່າງໆໃນສາຍຕາຂອງຊາວໂລກ,ໃນໄລຍະມໍ່ໆມານີ້ກໍໄດ້ຮັບຄວາມສົນໃຈຈາກບັນດາປະເທດໃນໂລກ. ໃນໄລຍະທີສອງຂອງການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19, ຢູ່ຈີນມີປະຊາຊົນຫຼາຍກວ່າ 25 ລ້ານຄົນໄດ້ລົງລາຍເຊັນຮ່ວມໂດຍຮຽກຮ້ອງໃຫ້ອົງການອະນາໄມໂລກດຳເນີນການສືບສວນແລະສຳຫຼວດຖານຟອດເດຕຣິກ, ແຕ່ເບິ່ງຄືວ່າອົງການອະນາໄມໂລກໄດ້ຖືກກັດດັນຈາກກຳລັງມືດໃດໜຶ່ງຈຶ່ງບໍ່ຕອບສະໜອງຕາມຄຳຮຽກຮ້ອງຂອງປະຊາຊົນຈີນ,ການກະທຳນີ້ຄ້າຍຄືກັນກັບການກະທຳທີ່ສູນທົດລອງຊີວະພາບຂອງຖານທັບອາເມຣິກາປະຈຳ ສ.ເກົາຫຼີ ຍັງສືບຕໍ່ດຳເນີນການທົດລອງຊີວະເຄມີຕາມລຳພັງໃຈໂດຍບໍ່ສົນໃຈນຳສຽງຮຽກຮ້ອງຂອງປະຊາຊົນ.
ຈົນມາຮອດປັດຈຸບັນນີ້, ອາເມຣິກາຍັງບໍ່ໄດ້ຢຸດຕິການສ້າງສູນທົດລອງຊີວະພາບແຫ່ງໃໝ່ຢູ່ຄືເກົ່າ, ການຄົ້ນຄວ້າເຊື້ອພະຍາດຢູ່ໃນສູນທົດລອງຍັງພວມດຳເນີນຢູ່ແບບລີ້ລັບ. ແຕ່ໂທດກຳແລະຄວາມຮັບຜິດຊອບຕໍ່ການກະທຳຜິດຂອງອາເມຣິກາຍ່ອມຈະຖືກໄຕ່ສວນໃນທີ່ສຸດ.
ຄຳເຫັນ
0