ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນໃນກອງປະຊຸມວຽກງານຊົນເຜົ່າຂັ້ນສູນກາງທີ່ຈັດຂຶ້ນລະຫວ່າງວັນທີ 27-28 ສິງຫາປີ2021
“ຕ້ອງຊູຄັນທຸງມະຫາສາມັກຄີຂອງຊາດຈີນໃຫ້ສູງຂຶ້ນ, ສົ່ງເສີມໃຫ້ປະຊາຊົນບັນດາເຜົ່າໃນວົງຄະນາຍາດແຫ່ງຊາດຈີນສາມັກຄີກັນຢ່າງແໜ້ນແຟ້ນປານແກ່ນໝາກພິລາ.” ໃນກອງປະຊຸມວຽກງານຊົນເຜົ່າຂັ້ນສູນກາງທີ່ຈັດຂຶ້ນລະຫວ່າງວັນທີ 27-28 ສິງຫາປີ2021, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວເຖິງຄຳວ່າ “ແກ່ນໝາກພິລາ”ອີກຄັ້ງໜຶ່ງ.
ການພົວພັນລະຫວ່າງ “ໝາກພິລາ”ກັບ “ແກ່ນໝາກພິລາ”ເປັນການປຽບທຽບຢ່າງມີຊີວິດຊີວາກ່ຽວກັບ “ສະມາຄົມຊົນຊາດຈີນ”. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ,ສູນກາງພັກທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ສະເໜີທັດສະນະອັນສຳຄັນຄື: “ສະຕິສະມາຄົມຊົນຊາດຈີນ”. ໃນລາຍການມື້ນີ້, ພວກເຮົາຈະເລົ່າສູ່ຟັງກ່ຽວກັບຄວາມໝາຍອັນເລິກເຊິ່ງຂອງ ຄຳປຽບທຽບອັນມີຊີວິດຊີວາ ຂອງທ່ານສີຈິ້ນຜິງໃນຄຳທີ່ວ່າ “ແກ່ນໝາກພິລາ”.
ໂລກໃນປັດຈຸບັນກຳລັງເກີດມີການປ່ຽນແປງຢ່າງໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີຜ່ານມາ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ກ້າວເຂົ້າສູ່ຍຸກໃໝ່, ວຽກງານຊົນເຜົ່າພວມປະເຊີນໜ້າກັບຈຸດພິເສດໃໝ່ຫຼາຍຢ່າງເປັນແຕ່ລະໄລຍະ, ສິ່ງນີ້ເປັນປັດໄຈຕັດສິນໃນການຊຸກຍູ້ວຽກງານຊົນເຜົ່າໃນຍຸກໃໝ່ຈະມີໜ້າທີ່ອັນໜັກໜ່ວງກວ່າເກົ່າ, ມີຂໍ້ຮຽກຮ້ອງສູງກວ່າເກົ່າແລະມີຄວາມຫຍຸ້ງຍາກຫຼາຍກວ່າເກົ່າ. ທ່ານສີຈິ້ນຜິງໄດ້ກ່າວເນັ້ນວ່າ: “ການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ, ບໍ່ປ່ອຍປະຊົນເຜົ່າໃດໄວ້ຂ້າງຫຼັງ.”
ໃນການສຳຫຼວດກວດກາວຽກງານທຸກຄັ້ງ, ທ່ານສີຈິ້ນຜິງກໍໄດ້ເອົາໃຈໃສ່ການພັດທະນາເຂດຊົນເຜົ່າ, ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນຊົນເຜົ່າສ່ວນໜ້ອຍວ່າເປັນແນວໃດ?
ທ່ານສີຈິ້ນຜິງຢ້ຽມຢາມເຮືອນຂອງ ທ້າວ ດາວາຈຽນຊັນທັງລົມກັບຄອບຄົວຂອງລາວ ໃນເວລາສຳຫຼວດກວດກາວຽກງານຢູ່ບ້ານກາລາເຂດປົກຄອງຕົນເອງຕິເບດ
ເດືອນກໍລະກົດປີ2017, ຢູ່ບ້ານກາລາເຂດປົກຄອງຕົນເອງຕິເບດ, ເມື່ອທ່ານສີຈິ້ນຜິງໄດ້ຟັງການລາຍງານລາຍຮັບຂອງຄອບຄົວທ້າວ ດາວາຈຽນຊັນ ຊາວບ້ານກາລາແລ້ວກໍ່ເອີ່ຍຂຶ້ນດ້ວຍຄວາມປິຕິຊົມຊື່ນວ່າ: “ລາຍຮັບຂອງພວກທ່ານເມື່ອຄິດໄລ່ແລ້ວແມ່ນມີຫຼາຍແສນຢວນ, ຖືວ່າເປັນຄອບຄົວທີ່ມີຄວາມສຸກຫຼາຍເນາະ.”
ລູກເຕົ້າສອງຄົນຂອງທ້າວດາວາຈຽນຊັນໄດ້ນັ່ງອ້ອມທ່ານສີຈິ້ນຜິງດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສທີ່ສຸດ. ລູກສາວມີຄວາມມຸ້ງຫວັງວ່າ ເມື່ອໃຫຍ່ຂຶ້ນມາຢາກເປັນທ່ານໝໍ, ສ່ວນລູກຊາຍບອກກັບທ່ານສີຈິ້ນຜິງວ່າ ຕົນເອງຢາກເປັນນັກກິລາແລ່ນໄວ. ຫາກຫວນຄືນຢູ່ຕິເບດເກົ່າ, ບໍ່ຕ້ອງເວົ້າເຖິງການຮຽນໜັງສືເລີຍ, ແມ່ນແຕ່ການເອົາໂຕລອດໃນການດຳລົງຊີວິດກໍບໍ່ແມ່ນເລື່ອງງ່າຍ. “ບ່ອນຢູ່ອາໄສທີ່ມີຫຼັງຄາ ”ກໍເປັນຄວາມເພີ້ຝັນຂອງຂ້າທາດກະສິກອນຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນ, ບາງຄົນຈຳເປັນຕ້ອງອາໄສຢູ່ໃນຄອກງົວຄອກແກະ, ເອົາເຟືອງເປັນຜ້າຫົ່ມ.
ເດືອນກໍລະກົດປີ2016, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຢູ່ບ້ານຢາງຫຼິງຕາແສງຕາວ່ານນະຄອນກູ້ຢວນເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍ
ເດືອນກໍລະກົດປີ2016, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນກູ້ຢວນເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍ, ທ່ານໄດ້ແຂ່ງຝົນຍ່າງເຂົ້າເຮືອນຂອງແຕ່ລະຄອບຄົວຂອງຊາວເຜົ່າຮຸຍຜູ້ທຸກຍາກເພື່ອກວດເບິ່ງແລະສອບຖາມສະພາບທີ່ກ່ຽວຂ້ອງດ້ວຍຄວາມເອົາໃຈໃສ່. ທ່ານກ່າວວ່າ: “ໃນໃຈຂອງຂ້າພະເຈົ້າຫ່ວງໃຍຊົນເຜົ່າສ່ວນໜ້ອຍແຕ່ລະເຜົ່າ.”, “ການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ, ບໍ່ປ່ອຍປະຊົນເຜົ່າໃດໄວ້ຂ້າງຫຼັງ, ທຸກຄົນຕ້ອງດຳລົງຊີວິດທີ່ອີ່ມໜຳສຳລານຢ່າງຮອບດ້ານ.”
ເດືອນກໍລະກົດປີ2016, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຢູ່ບ້ານຢາງຫຼິງຕາແສງຕາວ່ານນະຄອນກູ້ຢວນເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍ
ທຸກມື້ນີ້, ປະຊາກອນຜູ້ທຸກຍາກຕາມມາດຕະຖານໃນປັດຈຸບັນຢູ່ຊົນນະບົດເຂດຊົນເຜົ່າ ທັງໝົດ 8 ແຂວງແລະເຂດປົກຄອງຕົນເອງ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດແລ້ວ, 28 ຊົນເຜົ່າທີ່ມີປະຊາກອນອ່າວໜ້ອຍແຕ່ລະເຜົ່າໄດ້ບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ. ເດືອນເມສາປີ2021, ໃນເວລາສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານສີຈິ້ນຜິງກ່າວເນັ້ນເປັນພິເສດວ່າ: “ປັດຈຸບັນ, 56 ຊົນເຜົ່າໃນທົ່ວປະເທດໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດແລ້ວ, ຖືວ່າ ພວກເຮົາໄດ້ປະຕິບັດຕາມຄຳໝັ້ນສັນຍາແລ້ວ. ແຕ່ພວກເຮົາຍັງບໍ່ສາມາດຢຸດບາດກ້າວເດີນໄດ້ເທື່ອ, ຍັງຕ້ອງສືບຕໍ່ກ້າວເດີນໄປໜ້າຕາມຂະບວນການໃໝ່ເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີປະການທີສອງ, ບໍ່ປ່ອຍປະຊົນເຜົ່າໃດໄວ້ຂ້າງຫຼັງ, ສູ້ໆ, ພະຍາຍາມສູ້ຊົນອອກເດີນທາງໄກອີກຄັ້ງໃໝ່.”
ວັນທີ 8 ມິຖຸນາປີ2021, ທ່ານສີຈິ້ນຜິງໄດ້ລົມກັບທ້າວ ໂສນານສາຍຢັ້ງ ຊາວບ້ານໂກໂລ້ຈ້າງກົ່ງມາແຂວງຊິງໄຫ.
ວັນທີ 8 ມິຖຸນາປີ2021, ໃນເວລາສຳຫຼວດກວດກາວຽກງານຢູ່ບ້ານໂກໂລ້ຈ້າງກົ່ງມາແຂວງຊິງໄຫ, ທ່ານສີຈິ້ນຜິງໄດ້ລົມກັບທ້າວ ໂສນານສາຍຢັ້ງ ຊາວບ້ານທີ່ມີອາຍຸ 50 ປີແບບເປັນກັນເອງ. ເມື່ອໄດ້ຮູ້ເຖິງລາຍຮັບຂອງຄອບຄົວທ້າວໂສນານສາຍຢັ້ງຢ່າງລະອຽດແລ້ວ, ທ່ານສີຈິ້ນຜິງກໍຮູ້ສຶກດີໃຈຫຼາຍແລະຖາມວ່າ “ໃນຕໍ່ໜ້າ,ພວກທ່ານຍັງມີຄວາມມຸ້ງຫວັງ ແລະມີແຜນການຫຍັງແດ່ ກ່ຽວກັບຊີວິດການເປັນຢູ່? ”
“ບໍ່ມີແລ້ວ,ບໍ່ມີແລ້ວ” ທ້າວໂສນານສາຍຢັ້ງບໍ່ຮູ້ຊິຕອບແນວໃດ, ຄົນທັງຫຼາຍພາກັນຫົວຂຶ້ນ. ທ້າວໂສນານສາຍຢັ້ງເວົ້າຕໍ່ວ່າ: “ຊາວລ້ຽງສັດມີຊີວິດການເປັນຢູ່ທີ່ດີ ກໍ ຍ້ອນມີນະໂຍບາຍທີ່ດີຂອງພັກ, ຂໍຂອບໃຈດ້ວຍໃຈຈິງຕໍ່ພັກ ຂໍຂອບໃຈດ້ວຍໃຈຈິງຕໍ່ທ່ານເລຂາທິການໃຫຍ່. ”ຄຳເວົ້າທີ່ຊື່ໆແບບລຽບງ່າຍເຫຼົ່ານີ້ໄດ້ບອກເຖິງຄວາມຮູ້ສຶກຈາກໃຈຈິງຂອງລາວ.
ທ່ານສີຈິ້ນຜິງເວົ້າດ້ວຍຄວາມປະທັບໃຈວ່າ: “ພັກກອມມູນິດຈີນໄດ້ສ້າງຕັ້ງຂຶ້ນມາເປັນເວລາ 100 ປີແລ້ວ, ພັກເຮົານີ້ສາມາດເຕີບໃຫຍ່ຂະຫຍາຍຕົວຂຶ້ນມາກໍບໍ່ແມ່ນເລື່ອງງ່າຍ, ສາມາດຍຶດອຳນາດໄດ້ກໍບໍ່ແມ່ນເລື່ອງງ່າຍ, ການສ້າງສາປະເທດຈີນໃໝ່ກໍບໍ່ແມ່ນເລື່ອງງ່າຍ. ເປັນຫຍັງປະຊາຊົນຈຶ່ງໃຫ້ການອູ້ມຊູສະໜັບສະໜູນພັກກອມມູນິດຈີນຢ່າງຈິງໃຈ? ກໍເພາະວ່າ ພັກເຮົາໄດ້ຮັບໃຊ້ປະຊາຊົນຢ່າງສຸດໃຈແລະສະແຫວງຫາຄວາມສຸກໃຫ້ກັບປະຊາຊົນບັນດາເຜົ່າຢ່າງສະໝີຕົ້ນສະເໝີປາຍ.” “ຂໍພຽງແຕ່ພວກເຮົາຍຶດໝັ້ນໃນການນຳພາຂອງພັກກອມມູນິດຈີນ, ກໍຈະບໍ່ມີຜູ້ໃດ, ບໍ່ມີອິດທິກຳລັງການເມືອງໃດສາມາດຍຸແຍ່ການພົວພັນຂອງຊົນເຜົ່າ ພວກເຮົາໄດ້, ຄວາມສາມັກຄີແລະຄວາມເປັນເອກະພາບຂອງຊາດເຮົາກໍຈະມີການຮັບປະກັນທາງດ້ານການເມືອງຢ່າງເຕັມສ່ວນ.”
ແຕ່ລະປະເທດຕ່າງກໍມີສະພາບແຫ່ງຊາດຂອງໃຜລາວ, ຄວາມສາມັກຄີຂອງຊາດເປັນເງື່ອນໄຂພື້ນຖານຂອງຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງຊາດນັ້ນ. ພວກເຮົາຄວນປົກປັກຮັກສາຄວາມສາມັກຄີຂອງຊາດປານກັບການຮັກສາດວງຕາຂອງຕົນ, ສາມັກຄີກັນໃຫ້ແໜ້ນແຟ້ນປານກັບແກ່ນໝາກພິລາ. ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ: ຢູ່ປະເທດຈີນ, ມີແຕ່ພັກກອມມູນິດຈີນເທົ່ານັ້ນຈຶ່ງຈະສາມາດສ້າງມະຫາສາມັກຄີຂອງຊາດຈີນໄດ້, ມີແຕ່ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເທົ່ານັ້ນຈຶ່ງຈະສາມາດເຕົ້າໂຮມຄວາມສາມັກຄີຂອງບັນດາເຜົ່າ, ພັດທະນາບັນດາເຜົ່າແລະສ້າງຄວາມຈະເລີນຮຸ່ງເຮືອງໃຫ້ກັບບັນດາເຜົ່າໄດ້.
ຄຳເຫັນ
0