郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍນອກທີ່​ສວຍ​ໃຊ້​ຄະ​ດີບາງຢ່າງມາ​​ໃສ່​ຮ້າຍ​ການ​ປົກ​ຄອງເຂດ​ຮົງ​ກົງ​ຕາມ​ກົດ​ໝາຍ​

2021-09-10 17:02:52 cri

ໂດຍ​ແນ​ໃສ່​ຖ້ອຍ​ຄວາມ​ຂອງ​ນັກ​ການ​ເມືອງ​ປະ​ເທດ​ຕາ​ເວັນ​ຕົກທີ່​ໃສ່​ຮ້າຍ​ປ້າຍ​ສີການ​ບັງ​ຄັບ​ໃຊ້ກົດ​ໝາຍ​ຂອງ​ຝ່າຍ​ຕຳ​ຫຼວດ​ຮົງ​ກົງ, ທ່ານຈ້າວ​ລີ້​ຈ່ຽນ​ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ສະ​ແດງ​ຄວາມ​ບໍ່​ພໍ​ໃຈຢ່າງ​ແຮງ​ແລະຄັດ​ຄ້ານ​ເລື່ອງນີ້​ຢ່າງ​ເດັດ​ຂາດ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ9ກັນ​ຍານີ້​.

ຕາມ​ຂ່າວ​ແຈ້ງວ່າ,ນັກ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ​ແລະ​ອັງ​ກິດ​ໄດ້​ເວົ້າໂລ​ເລ​​ໃນ​ກໍ​ລະ​ນີ​​ທີ່ຝ່າຍ​ຕຳ​ຫຼວດ​ຮົງ​ກົງ​ຈັບ​ຕົວ​ສະ​ມາ​ຊິກ​ຂອງ​“ສະ​ຫະ​ພັນຊາວ​ຮົງ​ກົງ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ຮັກ​ຊາດ​”ຕາມ​ກົດ​ໝາຍ ແລະ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່​ງ​ຊາດ​ຢູ່​ຮົງ​ກົງ.

ກ່ຽວ​ກັບ​ເລື່ອງນີ້ ທ່ານ​ຈ້າວ​ລີ້​ຈ່ຽນ​ໄດ້​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວ​ວ່າ: ຝ່າຍ​ຕຳ​ຫຼວດ​ຮົງ​ກົງ​ຈັບ​ຕົວ​ສະ​ມາ​ຊິກ​​ຕົ້ນ​ຕໍ​ຫຼາຍ​ຄົນ​ຂອງ​“ສະ​ຫະ​ພັນຊາວ​ຮົງ​ກົງ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ຮັກ​ຊາດ​”ທີ່​ເປັນ​ອົງ​ການ​ຕໍ່​ຕ້ານ​ຈີນ​ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ກັບ​ຮົງ​ກົງຕາມ​ກົດ​ໝາຍ,ແມ່ນ​ອີງ​ຕາມ​ຫຼັກ​ຖານ​​ຈິງ,ບຸກ​ຄົນ​ໃດໆທີ່​ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ແລະ​ກົດ​ໝາຍ​ອື່ນໆ​ຂອງ​ຮົງ​ກົງ ລ້ວນ​ແຕ່​ຈະ​ຖືກລົງ​ໂທດ​ຕາມ​ກົດ​ໝາຍ​ຢ່າງ​ແນ່ນອນ. ນັບ​ແຕ່​ກົດ​ໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ເລີ່ມ​ມີ​ຜົນ​ບັງ​ຄັບ​ໃຊ້​ເປັນ​ຕົ້ນ​ມາ,ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປົກ​ປ້ອງ,ສັງ​ຄົມ​ຮົງ​ກົງໄດ້​ກັບ​ຄືນ​ເຂົ້າ​ສູ່​​ສະ​ພາບ​ປົກ​ກ​ະ​ຕິ.ການກະ​ທຳ​ໃດໆ​ທີ່​ໃສ່ຮ້າຍ​ປ້າຍ​ສີ​​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ບໍ່​ສາ​ມາ​ດ​ປ່ຽນ​ແປງ​ຄວາມ​ເປັນ​ຈິງ​ດັ່ງ​ກ່າວນີ້​ໄດ້,​ທັງ​ບໍ່​ສາ​ມາດ​ສະ​ກັດ​ກັ້ນທ່ວງ​ທ່າ​ລວມ​ທີ່​ຮົງ​ກົງ​​ພົ້ນຈາກ​ສະ​ພາບ​ຄວາມ​ວຸ້ນ​ວາຍ​ສູ່ຄວາມ​ສະ​ຫງົບ ແລະ​ຈາກ​ຄວາມ​ສະ​ຫງົບ​ພັດ​ທະ​ນາ​ໄປສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ຄຳ​ເຫັນ

0