黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ມີອະ​ນາ​ຄົດ​ທີ່​ສົດ​ໃສ

2021-09-13 16:28:21 cri

 

ວັນ​ທີ 10 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ​ກອງ​ປ​ະ​ຊຸມ​ສຸດຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນຄັ້ງ​ທີ 18 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ ກວາງ​ຊີ​​ປະ​ເທດ​ຈີນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແລະ​ກອງ​ປ​ະ​ຊຸມ​ສຸດຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນທີ່​ໄດ້​​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ມາ​ແລ້ວ 18 ຄັ້ງໄດ້​ເພີ່ມ​ພະ​ລັງ​ແຮງ​ແລະ​ພະ​ລັງ​ຊີ​ວິດ​ໃຫ້​ກັບ​ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​​ທີ່​ມີ​​ການ​ພົວ​ພັນ​​ກັນໃກ້​ຊິດກວ່າ​ເກົ່າ​ດ້ວຍ​​ທ່ວງທ່າ​​ທີ່​ສຸກງອມກວ່າ​ເກົ່າ, ກວມ​ລວມກວ່າ​ເກົ່າ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຫຼາຍກວ່າ​ເກົ່າ.

ໃນ​ໄລ​ຍະ 18 ປີ​ຜ່ານ​ມາ, ຈາກ​ການໃຫ້​ບໍ​ລິ​ການ​ແກ່​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​​ຈົນ​ຮອດ​ການຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ, ຈາກ​ການ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ປະ​ເທດ​ອາ​ຊຽນ​​ຈົນຮອດ​ການ​ຊຸກ​ຍູ້​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ​ຫຼື RCEP ໃຫ້ມີ​ຜົນ​ບັງ​ຄັບ​ໃຊ້​ໂດຍ​ໄວ, ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ກັບ​ການ​ພົວ​ພັນ​ຈີນ​ກັບ​ອາ​ຊຽນ​ທີ່ກາຍ​ເປັນ​ແບບ​ຢ່າງ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ຫຼາຍ​ທີ່​ສຸດ​ແລະ​ມີ​ພະ​ລັງ​ຊີ​ວິດ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

ກ່ອນ​ນີ້ 18 ປີ, ຖ້າ​ວ່າ​ເວົ້າ​ເຖິງ​ເບຍ​ລາວ, ກາ​ເຟ​ຫວຽດ​ນາມ​ແລະ​ຜະ​ລິດ​ຕະ​ພັນ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ປະ​ເທດ​ອາ​ຊຽນ, ຜູ້​ຮູ້​ຈັກ​​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ກໍ​ຍັງ​ມີບໍ່​ຫຼາຍ​ປານ​ໃດ, ແຕ່​ວ່າ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຄຽງ​ຄູ່​ກັບ​ຜະ​ລິດ​ຕະ​ພັນ​ອາ​ຊຽນ​ກ້າວ​ເຂົ້າ​ສູ່​ຕະ​ຫຼາດ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, “ຢູ່​ນະ​ຄອນ​ນານ​ນິງ​ກໍ​ສາ​ມາດ​ຊື້​ເບຍ​ລາວ​ໄດ້​ຢ່າງ​ສະ​ດວກ.”

​ຕະ​ຫຼອດ​ໄລ​ຍະ 18 ປີ​ມາ​ນີ້, ນັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ມີ​ເກືອບ 1 ລ້ານ​ເທື່ອ​ຄົນ, ງານ​ວາ​ງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ຈັດ​ໃຫ້​ມີ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ຫຼາຍກວ່າ 300 ເທື່ອ, ໄດ້​ກວມ​ເຖິງ 40 ກວ່າ​ຂົງ​ເຂດແລະ​​ໄດ້ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດໂຄງ​ການ​ສຳ​ຄັນ​ຕ່າງໆ​ເຊັ່ນ​: ການ​ສ້າງ​ເສັ້ນ​ທາງ​ໃໝ່​ທາງ​ບົກ​ແລະ​ທາງ​ທະ​ເລ​​ຂອງພາກ​ຕາ​ເວັນ​ຕົກ, ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີກວາງ​ຊີ​ຈີນ​ແລະ​ໂຄງ​ການ​ອື່ນໆ. ນັບ​ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽນ​ບັນ​ລຸ​ຫຼາຍກວ່າ 310 ຕື້​ໂດ​ລາ​ສະ​ຫະ​ລັດ, ອາ​ຊຽນ​ໄດ້​ກາຍ​ເປັນ​​ຈຸດ​ໝາຍ​ປາຍ​ທາງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ນັກ​ລົງ​ທຶນ​ຈີນ​ຢູ່​ຕ່າງ​ປະ​ເທດ, ​ໃນ​ທາງກົງ​ກັນ​ຂ້າມ​ອາ​ຊຽນ​ກໍ​ແມ່ນ​ແຫຼ່ງ​ລົງ​ທຶນຕ່າງ​ປະ​ເທດ​ໂດຍ​ກົງ​ສຳ​ຄັນ​ທີ່​ສຸດ​ສຳ​ລັບຈີນ. ໃນ​ຫຼາຍ​ປີ​ຜ່າ​ນ​ມາ, ໂດຍ​ອາ​ໄສ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ, ການ​ແລກ​ປ່ຽນ​ແລະ​ການຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ສຸ​ຂະ​ພາບ​ ແລະ​ຂົງ​ເຂດ​ອື່ນໆ​ໄດ້​ກ້າວ​​ເຂົ້າ​ສູ່​ລວງເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ກໍ​ຄື: ເລີ່ມ​ແຕ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ຜ່ານ​ມາ​​ໄດ້ເລີ່ມ​ຕັ້ງ​ເຂດ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ພະ​ຍາດແລະ​ສາ​ທາ​ລະ​ນະ​ສຸກ​ແລ້ວ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ຍັງ​ໄດ້​ຈັດ​ໃຫ້​ມີ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຫຼາຍ​ເທື່ອ, ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ພາຍ​ຫຼັງ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ຈີນ​​ໄດ້​ຖື​ເອົາ​ອາ​ຊຽນ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​​​ກວ່າ​ໝູ່​ໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19 ຈຳ​ນວນ 190 ລ້ານກວ່າຫຼອດ​ໃຫ້​ແກ່​ປະ​ເທດ​ອາ​ຊຽນ, ແລະ​ໄດ້​ຊ່ວຍ​ເຫຼືອ​ເຄື່ອງ​ອຸ​ປະ​ກອນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ປ​ະ​ເທດ​ອາ​ຊຽນ​ຢ່າງ​ຫຼວງ​ຫຼາຍ. ສອງ​ຝ່າຍ​ໄດ້​ເລີ່ມ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ສາ​ທາ​ລະ​ນະ​ສຸກ​ຈີນ-ອາ​ຊຽນ, ໄດ້​ປັບ​ປຸງ​ເວ​ທີ “​ການ​ຮ່ວມ​ມືວັກ​ຊີນ​ຖານ​ເພື່ອນ​ມິດ​ຈີນ-ອາ​ຊຽນ” ໃຫ້​ສົມ​ບຸນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ​ແລະ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ນະ​ໂຍ​ບາຍ​ວັກ​ຊີນ.

ປີ​ນີ້​ແມ່ນ​ປີ​ທີ່​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ. ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 85 ເທົ່າ, ປີ 2020 ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 38,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ຈີນ​ແລະ​ອາ​ຊຽນ​ໄດ້​ຮ່ວມ​ຈິດ​ຮ່ວມ​ໃຈ​ເປັນ​ໜຶ່ງ​ດຽວ​ແລະ​ກ້າວ​ເດີນ​ໄປ​ໜ້າ​ຮ່ວມ​ກັນ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ກາຍ​ເປັນ​ຄູ່​ກາ​ນ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງກັນ​ແລະ​ກັນ, ກາຍ​ເປັນ​ແບບ​ຢ່າງ​​ຂອງການ​ຮ່ວມ​ມື​ທີ່​ມີ​ຊີ​ວິດຊີ​ວາ​ທີ່​ສຸດ​ຢູ່​ເຂດ​ອາ​ຊີ​ປາ​ຊີ​ຟິກ. ໂດຍ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ປະ​ຫວັດ​ສາດ: ພວກ​ເຮົາ​ເຊື່ອ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ດີ​ກວ່າ​ເກົ່າ​, ​ໃກ້​ຊິດກັນກວ່​າ​ເກົ່າ​​ແລະ​ຈະ​ມີ​ອະ​ນາ​ຄົດ​ສົດ​ໃສ​ກວ່າ​ເກົ່າ.

ຄຳ​ເຫັນ

0