黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ທີ​​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ຈະ​ເຮັດ​ໃຫ້​ຈຳ​ນວນອົງ​ການ​ກໍ່​ການ​ຮ້າຍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ

2021-09-15 15:54:49 cri

ວິ​ທີ​​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ຈະ​ເຮັດ​ໃຫ້​ຈຳ​ນວນອົງ​ການ​ກໍ່​ການ​ຮ້າຍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ_fororder_2021-09-15_154650

ວັນ​ທີ 11 ກັນ​ຍາ​ປີ 2001, ອາ​ເມ​ຣິ​ກາ​ໄດ້​ຖືກ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ພວກ​ກໍ່​ການ​ຮ້າຍ​ໄດ້​ຈີ້ເຮືອ​ບິນ​​ໂດຍ​ສານ 4 ລຳ​ແລ້ວ​ຕຳ​ສິ່ງ​ກໍ່​ສ້າງ​ທີ່​ເປັນ​ສັນ​ຍາ​ລັກ​ດ້ານ​ເສດ​ຖະ​ກິດ, ການ​ທະ​ຫານ, ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ, ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໄປ 2977 ຄົນ​ເສຍ​ຊີ​ວິດ. ຫຼັງ​ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ມື້, ທ່ານໂຈ​ຈີ ໂວນ​ເກີ ບຸ​ສ໌(George Walker Bush)ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ໃນ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ, ໂດຍ​ປະ​ກາດ​ວ່າ: “ສົງ​ຄາມ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ” ຂອງ​ອາ​ເມ​ຣິ​ກາ​ຈະ​ເລີ່ມ​ຕົ້ນ​ຈາກອົງ​ການ “ອານ​ເຄ​ຕາ”. ແຕ່​ສິ່ງ​ທີ່​ເໜືອ​ຄວາມ​ຄິດ​ກໍ​ຄື​: ຜ່ານ​ໄລ​ຍະ 20 ປີ​ແລ້ວ, ສົງ​ຄາມ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທີ່​ອາ​ເມ​ຣິ​ກາ​ກໍ່​ຂຶ້ນ​ນັ້ນ​ໄດ້​ຕົກ​ຢູ່​ໃນສະ​ພາບ​ການ​ທີ່​ແຮ່ງ​​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍຫຼາຍ​ປານ​ໃດ, ອົງ​ການ​ກໍ​ການ​ຮ້າຍ​ແຮ່ງ​ຫຼາ​ຍ​ຂຶ້ນ​ປານ​ນັ້ນ, ຍິ່ງກວ່າ​ນັ້ນ, ລັດ​ທິ​ກໍ່​ການ​ຮ້າຍ​ຍັງ​ໄດ້​ກະ​ທົບ​ເຖິງ​ອາ​ເມ​ຣິ​ກາ​ເອງ, ສາ​ມາດ​ເວົ້າ​ໄດ້​ວ່າ: ວິ​ທີ​​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ມີ​ບັນ​ຫາ​ໃນ​ຂັ້ນກົກ​ຮາກ.

ກ່ອນ​ນີ້ 20 ປີ, ພາຍ​ຫຼັງ​ເກີດ​ເຫດ​ການ “ວັນ​ທີ 11 ກັນ​ຍາ” ບໍ່​ຮອດ​ໜຶ່ງ​ເດືອນ, ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ກ້າວ​ເຖິງ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ຢ່າງ​ສູງ​ກ່ຽວ​ກັບ​ການ​ກໍ່​ສົງ​ຄາມ​​ຢູ່ອັ​ຟ​ກາ​ນີ​ສະ​ຖານ. ແຕ່​ໃນ​ເວ​ລາ​ນັ້ນ, ເກືອບ​ບໍ່​ມີ​ໃຜ​ສາ​ມາດ​ຄາ​ດ​ຄະ​ເນ​ໄວ​ວ່າ, ກອງ​ທັບ​ອາ​ເມ​ຣິ​ກາ​ຈະ​ສູ້​ຮົບ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ​ເປັນ​ໄລ​ຍະ 20 ປີ. ສົງ​ຄາມ​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ຜ່ານ​ອາ​ຍຸ​ຕຳ​ແໜ່ງຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ 4 ຄົນ, ໄດ້​ກາຍ​ເປັນ​ສົງ​ຄາມ​ບັ້ນ​ໜຶ່ງ​ທີ່​​ຍືດຍາວ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ, ສົງ​ຄາມ​ດັ່ງ​ກ່າວ​ຍາວ​ປາ​ນ​ນັ້ນ​ຈົນ​ເຖິງ​ຂັ້ນ​ສົງ​ຄາມ​ດັ່ງ​ກ່າວ​ເອງ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ທີ່​ສະ​ໄໝ “ວັນ​ທີ 11 ກັນ​ຍາ” ສິ້ນ​ສຸ​ດ​ລົງ.

ສ່ວນ​ສົງ​ຄາມ​ອັ​ຟ​ກາ​ນີ​ສະ​ຖານ​ທີ່​ດຳ​ເນີນ​ເປັນ​ໄລ​ຍະ 20 ປີ​ໄດ້ກວາດ​ລ້າງ​ອົງ​ການ​ກໍ່​ການ​ຮ້າຍ​ຂອງ​ທ້ອງ​ຖິ່ນ​ນັ້ນ​ແລ້ວ​ບໍ່? ຄຳ​ຕອບ​ກໍ​ຄື: ບໍ່​ໄດ້! ຕາມ​ຜົນ​ການ​ສະ​ຖິ​ຕິ, ໃນ​ໄລ​ຍະ 20 ປີ​ຜ່ານ​ມາ, ຈຳ​ນວນ​ອົງ​ການ​ກໍ່​ການ​ຮ້າຍ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ​ຈາກ​ບໍ່​ຮອດ 10 ອົງ​ການ​ເພີ່ມຂຶ້ນ​ຫຼາຍກວ່າ 20 ອົງ​ການ. ຕາມ​ຜົນ​ການ​ສະ​ຖິ​ຕິ​ຂອງ​ສື່ມວນ​ຊົນ​ຕ່າງ​ປະ​ເທດ, ນັບ​ແຕ່​ປີ 2001 ເປັນ​ຕົ້ນ​ມາ, ຈຳ​ນວນ “ອົງ​ການ​ກໍ່​ການ​ຮ້າຍ” ທີ່​ຖືກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ຈັດ​ເຂົ້າ​ໃນ​ບັນ​ຊີມືດ​ຫຼາຍ​ກວ່າ 100 ອົງ​ການ, ສົງ​ຄາມ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ຂອງ​ອາ​ເມ​ຣິ​ກາ​ສົ່ງ​ຜົນ​ເຮັດ​ໃຫ້​ອົງ​ການ​ກໍ່​ການ​ຮ້າຍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ພາຍ​ຫຼັງ​ອາ​ເມ​ຣິ​ກາ​ກໍ່​ສົງ​ຄາມ​ອັ​ຟ​ກາ​ນີ​ສະ​ຖານ​ແລ້ວ, ອາ​ເມ​ຣິ​ກາ​ຍັງ​ໄດ້​ຮຸກຮານ​ອີ​ຣັກ​ດ້ວຍ​ຂໍ້​ອ້າງ “ອີ​ຣັກ​ມີ​ອາ​ວຸດ​ລ້າງ​ຜານ​ຂະ​ໜາດ​ໃຫຍ່” ເຊິ່ງ​ຖືກ​ຢືນ​ຢັນ​​ແລ້ວວ່າ​ເປັນ​ສິ່ງ​ທີ່​ບໍ່​ມີ​ຫຼັກ​ຖານ​, ອາ​ເມ​ຣິ​ກາ​ໄດ້​ຈັບ​ຕົວ​ແລະ​ໂຈມ​ຕີ​ປະ​ຊາ​ຊົນ​ອີ​ຣັກ​ທີ່​ບໍ່​ມີ​ໂທດ​ຫຍັງ, ແຮ່ງ​ໄດ້​ເພີ່ມ​ຄວາມ​ປັ່ນ​ປ່ວນ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ, ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ພວກ​ກໍ່​ການ​ຮ້າຍ​ຄົນ​ລຸ້ນ​ໃໝ່.

ຂະ​ນະ​ດຽວ​ກັນ​ນັ້ນ, ລັດ​ທິ​ກໍ່​ການ​ຮ້າຍ​ກໍ່​ໄດ້​ກະ​ທົບ​ເຖິງ​ດິນ​ແດນ​ຂອ​ງ​ອາ​ເມ​ຣິ​ກາ​ເຊັ່ນ​ກັນ. ຜົນ​ການ​ຢັ່ງ​ປະ​ຊາ​ມະ​ຕິ​ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າຊາ​ເອີ​ສ໌ ໂຄກ(Charles Koch)ເຊິ່ງ​ເປັນ​ຄັງ​ປັນ​ຍາ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ປີ​ກາຍ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ປະ​ມານ 70% ເຫັນ​ວ່າ​ສົງ​ຄາມ​ອັ​ຟ​ກາ​ນີ​ສະ​ຖານ​ແລະ​ສົງ​ຄາມ​ອີ​ຣັກ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ປອດ​ໄພ​ກວ່າ​ເກົ່າ. ພ້ອມ​ກັນ​ນັ້ນ, ຜູ້​ໄດ້​​ຕອບ​ການ​ສຳ​ພາດມີ​ປະ​ມານ​ເຄິ່ງ​ໜຶ່ງ​ເຫັນ​ວ່າ​ສົງ​ຄາມ​ດັ່ງ​ກ່າວ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອ​ງ​ອາ​ເມ​ຣິ​ກາ, ທັງ​ໄດ້​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ຮ້າຍ​ແຮງກວ່າ​ເກົ່າ.

ຕອນ​ຄ່ຳ​ວັນ​ທີ 1 ຕຸ​ລາ​ປີ 2017, ເທດ​ສະ​ການ​ດົນ​ຕີ​​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ລັ​ສວິ​ກັ​ສ​ເຊິ່ງ​ເປັນ​ຕົວ​ເມືອງ​ພາກ​ຕາ​ເວັນ​ຕົກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ການ​ຍິງ​ປືນ, ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍມີ​ຜູ້​ເສຍ​ຊີ​ວິດ 59 ຄົນ​ແລະ​ຜູ້​ບາດ​ເຈັບ 257 ຄົນ, ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ “ຄະ​ດີ​ຍິງ​ປືນ​ໜັກ​ໜ່ວງ​ທີ່​ສຸດ” ໃນ​ປະ​ຫວັດ​ສາດ​ຂອງ​ອາ​ເມ​ຣິ​ກາ. ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ເປັນ​ໄລ​ຍະ 20 ປີ, ແຕ່​ໃນ​ທີ່​ສຸດ, ອາ​ເມ​ຣິ​ກາ​ໄດ້​ອົບ​ຮົມ​ພວກ​ກໍ່​ການ​ຮ້າຍ​ຈຳ​ນວນ​ຫຼວງ​ຫຼາຍ​ຢູ່​ອາ​ເມ​ຣິ​ກາ​ແລະ​ຕ່າງ​ປະ​ເທດ.

ໃນ​ໂອ​ກາດ​ທີ່​ເຫດ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ “ວັນ​ທີ 11 ກັນ​ຍາ” ເກີດ​ຂຶ້ນ​ຄົບ​ຮອບ 20 ປີ, ອາ​ເມ​ຣິ​ກາ​ຄວນ​ຖອດ​ຖອນ​ບົດ​ຮຽນ​ຈາກ​ສົງ​ຄາມ​​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ໃນ 20 ປີ​ຜ່ານ​ມາ​ແລະ​ປ່ຽນ​ແປງ​ຮູບ​ການ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ​ແລ້ວ. ໃນ​ໂລກ​ປັດ​ຈຸ​ບັນ​ທີ່​ນັບ​ມື້​ນັບມີ​ຄວາມ​ວຸ້ນ​ວາຍກວ່າ​ເກົ່າ, ຖ້າ​ວ່າ​ປະ​ຊາ​ຄົມ​ໂລກ​ຍັງ​ຕ້ອງ​ຜະ​ເຊີນ​ໜ້າ​ກັບ​ອາ​ເມ​ຣິ​ກາ​ທີ່​ບໍ່​ຍອມ​ຖອດ​ຖອນ​ບົດ​ຮຽນ, ແລະ​ເຫັນ​ວ່າ​ຕົນ​ເອງ​ສາ​ມາດ​ຄວບ​ຄຸມ​ທຸກ​ສິ່ງ​ທຸກ​ຢ່າງ, ອະ​ນາ​ຄົດ​ຂອງ​ໂລກ​ຈະ​ປ່ຽນ​ເປັນ​ຄື​ແນວ​ໃດ?

ຄຳ​ເຫັນ

0