覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ໃນ​ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມ​າ​ຊິກSCOໄດ້​ສົ່ງ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ໃນ​ການ​ຕ້ານ​ພະ​ຍາດ​ແລະ​ຟື້ນ​ຟູ​ເສດ​ຖະ​ກິດ

2021-09-17 22:49:55 cri

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ໃນ​ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມ​າ​ຊິກSCOໄດ້​ສົ່ງ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ໃນ​ການ​ຕ້ານ​ພະ​ຍາດ​ແລະ​ຟື້ນ​ຟູ​ເສດ​ຖະ​ກິດ_fororder_上合组织
 

ໃນ​ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມ​າ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ(SCO)ຄັ້ງ​ທີ 21 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ17ກັນ​ຍານີ້, ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ສົ່ງ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ໃນ​ການ​ຕ້ານ​ພະ​ຍາດ​ ​ແລະ​ຟື້ນ​ຟູ​ເສດ​ຖະ​ກິດໃນ​ພາກ​ພື້ນ ໂດຍ​ໄດ້​ເນັ້ນ​ໜັກ​ວ່າ: ການ​ຮັບ​ມື​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ແມ່ນ​ໜ້າ​ທີ່​ອັນຮີບ​ດ່ວນ​ທີ່​ສຸດຄືເກົ່າ​ໃນ​ປັດ​ຈຸ​ບັນ​. ເພື່ອ​ຮັບ​ປະ​ກັນ​ຄວາມ​ປ​ອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້ ຈີນ​ໄດ້ໃຫ້ການ​ຊ່ວຍ​ເຫຼືອ​ດ້ານວັກ​ຊີນ​ແລະ​ວັກ​ຊີນ​ເຄິ່ງ​ສຳ​ເລັດ​ຮູບ​ປະ​ມານ 1,2 ຕື້ຫຼອດ​ໃຫ້​ກັບ100ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ຈີນ​ຈະ​ເລັ່ງ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​​​ສະ​ໜອງວັກ​ຊີນ ​2 ຕື້ຫຼອດ​​​ໃຫ້​ກັບໂລກໃນ​ໝົດ​ປີ​ນີ້, ທັງຈະລົງ​ເລິກການ​ຮ່ວມ​ມື​​ກັບ​ປະ​ເທດ​ພວມ​ພັດ​ທະ​ນາໃນ​ການ​ຕ້ານ​ພະ​ຍາດ ນຳ​ໃຊ້ເງິນ​ບໍ​ລິ​ຈາກ100ລ້ານ​ໂດ​ລາ​ສະ​ຫະ​ລັດ​ທີ່​ຈີນໄດ້ໃຫ້ການ​ຊ່ວຍ​ເຫຼືອ “ແຜນ​​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19” ໃຫ້ເກີດ​ມີ​ປະ​ສິດ​ທິ​ຜົນ​ທີ່ດີ​ ເພື່ອ​ປະ​ກອບ​ສ່ວນຊ່ວຍໃຫ້​ມະ​ນຸດສາມາດເອົາ​ຊະ​ນະ​ພະ​ຍາດໄດ້ຢ່າງ​ສິ້ນ​​ເຊີງ.
 

ປັດ​ຈຸ​ບັນ​, ໂດຍ​ແນ​ໃສ່​ສິ່ງ​ທ້າ​ທາຍ​ຕ່າງໆ ເປັນ​ຕົ້ນແມ່ນ​ສະ​ພາບ​ພະ​ຍາດໂຄວິດ-19 ​ແຜ່​ລະ​ບາດຢ່າງ​ຕໍ່​ເນື່ອງແລະການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງໂລກ​ຂາດ​ກຳ​ລັງ​ຂັບ​ເຄື່ອນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ວ່າ: ຄວນ​ສືບ​ຕໍ່​ຊຸກ​ຍູ້​​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້ເປັນ​ເສ​ລີ​ ແລະ ​ມີ​ຄວາມສະ​ດວກ, ຮັບ​ປະ​ກັນ​ໃຫ້​​ບຸກ​ຄະ​ລາ​ກອນ, ສິນ​ຄ້າ, ເງິນ​ທຶນແລະຂໍ້​ມູນຂ່່າວສານ​ສາ​ມາດ​ເຄື່ອນ​ໄຫວ​ໄດ້ຢ່າງ​ປອດ​ໄພ​ແລະ​ເປັນ​ລະ​ບຽບ, ສ້າງ​ຈຸດ​ເຕີບ​ໂຕ​​​ຂອງກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ພະ​ລັງ​ງານ​​ສີ​ຂຽວແລະ​ກະ​ສິ​ກຳ​ທີ່​ທັນ​ສະ​ໄໝ. ທ່ານ​ຍັງ​ສະ​ເໜີ​ໃຫ້​ພະ​ຍາ​ຍາມ​ສູ້​ຊົນ​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ຍອດມູນ​ຄ່າ​ການ​ຄ້າລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອົງ​ການ​ຮ່ວມ​ມື​ຊຽນ​ໄຮ​ໃນ5ປີ​ຕໍ່​ໜ້າ​ບັນລຸ​ເຖິງ 2.300 ຕື້​ໂດລາ​ສະ​ຫະ​ລັດ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖາ​ໜາ​ທີ່​ດີ​ຂອງ​ຈີນ​ໃນ​ການ​ສືບ​ຕໍ່​ແບ່ງ​ປັນ​ໂອ​ກາດ​ດ້ານຕະຫຼາດ​ໃຫ້​ກັບ​​ປະ​ເທດ​ຕ່າງໆ, ທັງປັບ​ປຸງ​ໂຄງ​ປະ​ກອບ​ການ​ຄ້າ​ໃຫ້​ດີ​ຂຶ້ນ, ປັບ​ປຸງ​​ການ​ຄ້າ​ໃຫ້ມີ​ຄວາ​ມ​ດຸນ​ດ່ຽງ ແລະ​ຊ່ວຍ​ເຫຼືອ​ປະ​ເທດ​ຕ່າງໆ​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.
 

ປີ​ນີ້​ແມ່ນ​ປີ​ທີ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 20 ປີ, ​ຕະຫຼອດໄລ​ຍະ 20ປີ​ທີ່​ຜ່ານ​ມາ, ອົງ​ການ​ນີ້​ໄດ້​ເຄົາ​ລົບ​​ແລະ​ປະ​ຕິ​ບັດ​ຕາມ “ຈິດ​ໃຈຊຽງ​ໄຮ” ຄື: “ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສະ​ເໝີ​ພາບ​ກັນ, ປຶກ​ສາ​ຫາ​ລື​ກັນແລະ​ເຄົາ​ລົບ​ອະລິຍະທຳ​ທີ່​ມີຄວາມຫຼາກຫຼາຍ​ສີ​ສັນເພື່ອ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມກັນ”ໂດຍ​ສະ​ເພາະຫຼັງ​ຈາກ​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແລ້ວ, ຝ່າຍ​ຕ່າງໆ​​ໄດ້ຮ່ວມ​​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ເຊິ່ງ​ເປັນການ​ເພີ່ມ​​ພະ​ລັງ​ທີ່​ສ້າງ​ສັນໃຫ້​ກັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງຂອງ​ພາກ​ພື້ນແຫ່ງ​ນີ້ແລະການ​ຮ່ວມ​ມື​ສາ​ກົນ​ໃນການ​ຕ້ານ​ພະ​ຍາດ.

ຄຳ​ເຫັນ

0