ວັນທີ 15 ກັນຍາປີ 2021, ງານມະຫາກຳກິລາສັງລວມທີ່ມີລະດັບສູງສຸດແລະມີຂະໜາດໃຫຍ່ທີ່ສຸດພາຍໃນປະເທດຈີນຄື ງານມະຫາກຳກິລາແຫ່ງຊາດຈີນຄັ້ງທີ 14 ໄດ້ໄຂຂຶ້ນຢູ່ນະຄອນຊີ່ອ່ານ ແຂວງສ້ານຊີ່. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດງານທັງໄດ້ປະກາດເປີດງານມະຫາກຳກິລາຄັ້ງນີ້.
ຕໍ່ກັບກິລາ, ທ່ານສີຈິ້ນຜິງໄດ້ມີຄວາມມັກຮັກແລະໃຫ້ຄວາມສຳຄັນຢ່າງສູງຕະຫຼອດມາ. ໃນຊີວິດຕົວຈິງ, ທ່ານເປັນຜູ້ມັກກິລາຕົວຈິງ, ໃນການສ້າງສາປະເທດຊາດ, ທ່ານເປັນຜູ້ຊຸກຍູ້ການສ້າງປະເທດທີ່ເຂັ້ມແຂງດ້ານກິລາຢ່າງແຂງແຮງ, ໃນວິໄສທັດລະດັບສາກົນ, ທ່ານຍັງເປັນຜູ້ປະຕິບັດຕົວຈິງໃນການຊຸກຍູ້ຂະບວນການເຄື່ອນໄຫວກິລາໂອລິມປິກ.
ທ່ານສີຈິ້ນຜິງເປັນແຟນກິລາຕົວຈິງ, ເພິ່ນມັກລອຍນ້ຳ, ປີນພູ,ບານເຕະ,ບານສົ່ງ,ບານບ້ວງ,ເທັນນິສ,ອູຊູ້ ແລະກິລາອື່ນໆ. ເດືອນກຸມພາປີ2014, ທ່ານສີຈິ້ນຜິງໄດ້ໃຫ້ສຳພາດຕໍ່ໂທລະພາບຣັດເຊຍວ່າ: “ໃນຖານະທີ່ເປັນຜູ້ນຳປະເທດ,ພວກເຮົາໄດ້ອຸທິດຕົນໃຫ້ກັບປະເທດຊາດແລ້ວ, ຖ້າເວົ້າເລື່ອງການເຮັດວຽກກໍ່ແນ່ນອນແລ້ວຕ້ອງຢູ່ໃນສະພາບເຮັດວຽກທີ່ເກີນສ່ວນ, ແຕ່ກໍຄວນເອົາໃຈໃສ່ການພັກຜ່ອນຢ່ອນອາລົມ, ສຳລັບຂ້າພະເຈົ້າເອງ, ແຕ່ລະມື້ກໍຕ້ອງບິແບ່ງເວລາໄປລອຍນ້ຳມື້ລະພັນແມັດ.”
ໃນໄວໜຸ່ມ,ທ່ານສີຈິ້ນຜິງມັກເຕະບານເປັນພິເສດ, ທ່ານເຄີຍເຕະບານຢູ່ກາງສະໜາມຢ່າງຊຳນິຊຳນານໃນຖານະເປັນຜູ້ຫຼິ້ນໃຫ້ກັບທີມບານເຕະໂຮງຮຽນມັດທະຍົມ81(ແປດໜຶ່ງ)ປັກກິ່ງ. ເດືອນກັນຍາປີ2016, ທ່ານສີຈິ້ນຜິງໄດ້ກັບໄປຢ້ຽມຢາມໂຮງຮຽນມັດທະຍົມ81(ແປດໜຶ່ງ)ປັກກິ່ງທີ່ຕົນເຄີຍໃຊ້ຊີວິດໃນໄວຮຽນ, ເມື່ອໄດ້ເຫັນພວກນັກເຕະບານລຸ້ນນ້ອຍກຳລັງຝຶກຊ້ອມຢູ່, ທ່ານໄດ້ເລົ່າຄືນອະດີດດ້ວຍຄວາມພາກພູມໃຈວ່າ: “ທີມບານເຕະຂອງພວກຂ້າພະເຈົ້າເຄີຍຊີງໄດ້ແຊ໊ມໃນການແຂ່ງຂັນບານເຕະນະຄອນຫຼວງປັກກິ່ງ ແລະໄດ້ທີ4ໃນການແຂ່ງຂັນທົ່ວປະເທດ.”
ຕາມທັດສະນະຂອງທ່ານສີຈິ້ນຜິງແລ້ວ, ການເຄື່ອນໄຫວກິລາສາມາດເຮັດໃຫ້ພວກເຮົາມີຄວາມຄຶກຄັກຢ່າງເຕັມປ່ຽມ ທັງຊ່ວຍໃຫ້ພວກເຮົາສາມາດເຮັດວຽກໄດ້ດີກວ່າເກົ່າອີກ. ທ່ານບໍ່ພຽງແຕ່ໄດ້ມີສ່ວນຮ່ວມໃນການເຄື່ອນໄຫວກິລາເທົ່ານັ້ນ, ຍັງໄດ້ຕັ້ງໜ້າຊຸກຍູ້ຂະບວນການເຄື່ອນໄຫວກິລາດ້ວຍພຶດຕິກຳຕົວຈິງອີກດ້ວຍ.
ທ່ານຈູ່ສາວມີງ ຜູ້ກໍ່ຕັ້ງສະມາຄົມປີນພູຟູຈ້ຽນໄດ້ເລົ່າຄືນວ່າ: ຕອນທີ່ທ່ານສີຈິ້ງຜິງດຳລົງຕຳແໜ່ງເປັນເຈົ້າແຂວງແຂວງຟູຈ້ຽນນັ້ນ, ທຸກໆ ສອງຫາສາມອາທິດ,ທ່ານກໍຕ້ອງໄປປີນພູກູຊ່ານເທື່ອໜຶ່ງ. ໃນເວລານັ້ນ, ສະມາຄົມປີນພູຟູຈ້ຽນໄດ້ສະເໜີໃຫ້ທ່ານດຳລົງຕຳແໜ່ງເປັນປະທານກິຕິມະສັກຂອງສະມາຄົມ, ທ່ານສີຈິ້ນຜິງໄດ້ຮັບປາກທັນທີເລີຍວ່າ: “ເປັນປະທານກິຕິມະສັກຂອງສະມາຄົມອື່ນຂ້າພະເຈົ້າບໍ່ເຄີຍເປັນຈັກເທື່ອ, ແຕ່ເປັນປະທານກິຕິມະສັກສະມາຄົມປີນພູ ຂ້າພະເຈົ້າຕ້ອງເປັນແນ່ນອນ, ຂ້າພະເຈົ້າເປັນປະທານກິຕິມະສັກກໍຈະສາມາດຊຸກຍູ້ການເຄື່ອນໄຫວກິລາປີນພູທົ່ວປວງຊົນ, ການເຄື່ອນໄຫວກິລາສາມາດນຳເອົາຄວາມສຸກມາສູ່ປະຊາຊົນໄດ້.”
ພາຍຫຼັງດຳລົງຕຳແໜ່ງການນຳຂັ້ນສູນກາງແລ້ວ, ເພື່ອເສີມສ້າງກຳລັງແຫ່ງຊາດຕົວຈິງແລະເຕົ້າໂຮມກຳລັງໃຈທົ່ວທັງຊາດ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ການພັດທະນາຂະບວນການເຄື່ອນໄຫວກິລາ, ເສີມສ້າງສຸຂະພາບຮ່າງກາຍຂອງປະຊາຊົນໃຫ້ເຂັ້ມແຂງ ເປັນທິດທາງແລະໜ້າທີ່ພື້ນຖານຂອງວຽກງານກິລາຂອງປະເທດຈີນ. ການອອກກຳລັງກາຍທົ່ວປວງຊົນເປັນພື້ນຖານແລະສິ່ງຮັບປະກັນສຳລັບປະຊາຊົນທົ່ວທັງຊາດເພື່ອເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງຂຶ້ນແລະ ດຳລົງຊີວິດຢ່າງປອດໃສ.ສຸຂະພາບຮ່າງກາຍຂອງປະຊາຊົນເປັນເນື້ອໃນສຳຄັນຂອງການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສາເລັດຢ່າງຮອບດ້ານ, ເປັນພື້ນຖານສຳຄັນສຳລັບທຸກຄົນໃນການເຕີບໃຫຍ່ແລະການບັນລຸເປົ້າໝາຍຊີວິດທີ່ມີຄວາມສຸກ. ພວກເຮົາຕ້ອງຈັດຕັ້ງປະຕິບັດຂະບວນການອອກກຳລັງກາຍທົ່ວປວງຊົນຢ່າງກວ້າງຂວາງ, ສົ່ງເສີມກິລາມະຫາຊົນແລະກິລາປະເພດທີ່ໃຊ້ໃນການແຂ່ງຂັນໃຫ້ພັດທະນາຢ່າງຮອບດ້ານ. ຄະນະພັກແລະອົງການປົກຄອງທຸກຂັ້ນຕ້ອງໃຫ້ຄວາມສຳຄັນຢ່າງສູງຕໍ່ວຽກງານກິລາ, ຖືເອົາວຽກງານກິລາໄວ້ຢູ່ໃນຖານະອັນສຳຄັນ, ກຳແໜ້ນແລະພັດທະນາວຽກງານນີ້ໃຫ້ໄດ້ດີຢ່າງແທ້ຈິງ.
ເມື່ອກິລາເຂັ້ມແຂງແລ້ວ ປະເທດຈີນກໍຈະເຂັ້ມແຂງ, ເມື່ອປະເທດຊາດຈະເລີນຮຸ່ງເຮືອງ ກິລາກໍຈະມີຄວາມຈະເລີນຮຸ່ງເຮືອງ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ສູນກາງພັກທີ່ມີສະຫາຍສີຈິ້ນຜິງ ເປັນແກນນຳໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ວຽກງານກິລາ,ໂດຍໄດ້ຊຸກຍູ້ກິລາມະຫາຊົນ, ກິລາປະເພດທີ່ໃຊ້ໃນການແຂ່ງຂັນ, ອຸດສາຫະກຳກິລາ,ວັດທະນະທຳກິລາເປັນຕົ້ນໃຫ້ພັດທະນາໄດ້ຢ່າງກົມກຽວແລະຮອບດ້ານ, ລົງເລິກຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດວ່າດ້ວຍການອອກກຳລັງກາຍທົ່ງປວງຊົນ, ຍົກສູງລະດັບການບໍລິການສາທາລະນະດ້ານກິລາ, ອອກແຮງພັດທະນາຂະບວນການເຄື່ອນໄຫວກິລາຫິມະນ້ຳກ້ອນ. ນັບມາຮອດທ້າຍປີ2020, ທົ່ວປະເທດຈີນມີສະຖານທີ່ຫຼິ້ນກິລາລວມທັງໝົດ 3.713.000 ແຫ່ງ, ເນື້ອທີ່ສະຖານທີ່ຫຼິ້ນກິລາສະເລ່ຍຕໍ່ຫົວຄົນມີ 2,2 ຕາແມັດ, ຄູຝຶກກິລາທາງສັງຄົມມີ 2.600.000 ຄົນ, ຈຳນວນຄົນທີ່ເຂົ້າຮ່ວມການເຄື່ອນໄຫວຫຼິ້ນກິລາເປັນປະຈຳກວມເຖິງ 37,2%. ປີ 2019, ມູນຄ່າເພີ່ມຂອງອຸດສາຫະກຳກິລາໃນທົ່ວປະເທດຈີນບັນລຸເຖິງ 1124,8 ຕື້ຢວນ, ກວມ GDP ຫຼາຍກວ່າ 1%. ການທີ່ວຽກງານກິລາໄດ້ຮັບການພັດທະນາຢ່າງຫຼວງຫຼາຍ ໄດ້ສ່ອງແສງໃຫ້ເຫັນວ່າ ປະເທດຈີນໃນຍຸກໃໝ່ກຳລັງມຸ້ງໜ້າກ້າວໄປສູ່ເປົ້າໝາຍປະເທດທີ່ເຂັ້ມແຂງດ້ານກິລາດ້ວຍບາດກ້າວທີ່ໜັກແໜ້ນກວ່າເກົ່າ.
ປັດຈຸບັນ, ໄປຄຽງຄູ່ກັບງານກິລາໂອລິມປິກໂຕກຽວໄດ້ສິ້ນສຸດລົງ, ງານກິລາໂອລິມປິກລະດູໜາວປັກກິ່ງຈະເປີດສາກຂຶ້ນໃນອະນາຄົດອີກບໍ່ດົນຂ້າງໜ້ານີ້. ໃນຂະບວນການກະກຽມຈັດງານກິລາໂອລິມປິກລະດູໜາວປັກກິ່ງ2022, ທ່ານສີຈິ້ນຜິງໄດ້ກ່າວເນັ້ນມາຫຼາຍເທື່ອວ່າ: ຕ້ອງຕັ້ງໜ້າວາງແຜນການກ່ຽວກັບການນຳໃຊ້ສະໜາມກິລາທີ່ໃຊ້ໃນການຈັດງານໂອລິມປິກ, ຖືເອົາການຈັດງານແຂ່ງຂັນທີ່ສຳຄັນປະສານສົມທົບກັບວຽກງານການອອກກຳລັງກາຍທົ່ວປວງຊົນ. ດ້ວຍເຫດນີ້, ການສ້າງໂຄງການກິລາດີເດັ່ນ ບໍ່ພຽງແຕ່ແມ່ນການຈັດການແຂ່ງຂັນທີ່ໄດ້ຮັບຄວາມສົນໃຈຈາກຊາວໂລກຄັ້ງໜຶ່ງເທົ່ານັ້ນ, ຍິ່ງກວ່ານັ້ນກໍແມ່ນການສ້າງຜົນປະໂຫຍດຢ່າງຍາວນານໃຫ້ກັບປະຊາຊົນຜ່ານຈາກຂະບວນການອອກກຳລັງກາຍທົ່ວປວງຊົນຫຼັງການແຂ່ງຂັນ. ທຸກມື້ນີ້, ຜ່ານຈາກການດັດສ້າງ, ສະໜາມກິລາແຫ່ງຕ່າງໆເພື່ອຮັບໃຊ້ງານກິລາໂອລິມປິກລະດູໜາວປັກກິ່ງລ້ວນແຕ່ສາມາດຕອບສະໜອງກັບເງື່ອນໄຂໃນການຈັດການແຂ່ງຂັນກິລາທົ່ວໄປ ທັງສາມາດຈັດການເຄື່ອນໄຫວກິລານ້ຳກ້ອນສຳລັບມະຫາຊົນໄດ້.
ທ່ານສີຈິ້ນຜິງໄດ້ໃຫ້ການສະໜັບສະໜູນການເຄື່ອນໄຫວກິລາ ເຊິ່ງໄດ້ກະຕຸກຊຸກຍູ້ປະຊາຊົນທົ່ວປະເທດໃຫ້ມີຄວາມຫ້າວຫັນໃນການອອກກຳລັງກາຍ, ສະຕິການອອກກຳລັງກາຍຂອງປະຊາຊົນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຊຸມປີຜ່ານມາ, ສວນສາທາລະນະຢູ່ແຫ່ງຕ່າງໆທົ່ວປະເທດຈີນຕ່າງກໍໄດ້ຂະຫຍາຍກວ້າງອອກ, ເຂດຄຸ້ມເຮືອນແຫ່ງຕ່າງໆໄດ້ຕິດຕັ້ງອຸປະກອນອອກກຳລັງກາຍ, ຈຳນວນຄົນທີ່ອອກກຳລັງກາຍກໍນັບມື້ນັບຫຼາຍຂຶ້ນ. ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການສົ່ງເສີມຈາກທ່ານປະທານສີຈິ້ນຜິງໃຫ້ທົ່ວປວງຊົນອອກກຳລັງກາຍ, ປະຊາຊົນຈະມີຄວາມຮູ້ສຶກວ່າມີຄວາມສຸກນັບມື້ນັບຫຼາຍຂຶ້ນ, ຄວາມໃຝ່ຝັນຂອງຈີນທີ່ຈະສ້າງປະເທດທີ່ເຂັ້ມແຂງດ້ານກິລາກໍຈະສາມາດບັນລຸຜົນເປັນຈິງໄດ້ຢ່າງແນ່ນອນ.
ທ່ານສີຈິ້ນຜິງກ່າວວ່າ: “ແຜນການອອກກຳລັງກາຍທົ່ວປວງຊົນຂອງພວກເຮົາກໍແມ່ນໃຫ້ປະຊາຊົນມີຄວາມສຸກ,ຫວັງວ່າ ຄົນຈີນຈະມີອາຍຸຍືນກວ່າເກົ່າ ແລະມີສຸຂະພາບແຂງແຮງກວ່າເກົ່າ.”
ຄຳເຫັນ
0