ວັນທີ 13 ກັນຍາປີ 2021, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນອີລິນແຂວງສ້ານຊີ່ຈີນ. ທ່ານໄດ້ໄປຮອດບ້ານກ່າວຊີ່ໂກ່ເຂດຖະໜົນຢິນໂຈ່ເມືອງມີຈື່, ເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງເຄື່ອງປູກຂອງຝັງ, ລົມເຖິງຊີວິດການເປັນຢູ່ກັບປະຊາຊົນພາກເໜືອແຂວງສ້ານຊີ່. ທ່ານສີຈິ້ນຜິງໄດ້ຖາມຢ່າງລະອຽດວ່າ, ພີ່ນ້ອງປະຊາຊົນມີຄວາມມຸ່ງຫວັງຫຍັງອີກບໍ່ໃນການດຳລົງຊີວິດ, ທຸກຄົນປະກັນສຸຂະພາບແລ້ວບໍ່. ເມື່ອໄດ້ຍິນພີ່ນ້ອງປະຊາຊົນຕອບວ່າ ປະຈຸບັນຊີວິດການເປັນຢູ່ດີຂຶ້ນຫຼາຍແລ້ວ, ການປະກັຫາສຸຂະພາບ ກໍມີແລ້ວ, ທ່ານສີຈິ້ນຜິງກໍຮູ້ສຶກດີໃຈຫຼາຍ.
ໃນຕອນນັ້ນ, ທ່ານສີຈິ້ນຜິງໄດ້ເອົາມືຊວ້ານຮວງເຂົ້າ “ມີຈື” ທີ່ດົກໜາໃນທົ່ງນາຂຶ້ນ, ທັງລົມກັບພີ່ນ້ອງປະຊາຊົນ ໂດຍຫວນຄືນເຖິງອາຫານທີ່ມີເອກະລັກພິເສດຂອງແຂວງສ້ານຊີ່ຫຼາຍຊະນິດທີ່ໃຊ້ເຂົ້າມີຈື ເປັນວັດຖຸດິບ, ເຊິ່ງເຮັດໃຫ້ຄົນຮູ້ສຶກສະໜິດສະໜົມຫຼາຍ. ເຂົ້າ “ມີຈື”ແມ່ນພືດກະສິກຳແບບໃດ? ມາຮັບຮູ້ນຳກັນເລີຍ.
ເຂົ້າ “ມີຈື”, ມີແຫຼ່ງກຳເນີດຢູ່ລຸ່ມແມ່ນ້ຳເຫຼືອງທາງພາກເໜືອຂອງຈີນ, ເຄີຍເປັນພືດພັນທັນຍາຫານທີ່ປູກເປັນເນື້ອທີ່ກວ້າງທີ່ສຸດຢູ່ປະເທດຈີນ, ທັງແມ່ນອາຫານຫຼັກພຽງຢ່າງດຽວຂອງບັນພະບຸລຸດຈີນເມື່ອ 7000 ປີກ່ອນ, ປະຫວັດຄວາມເປັນມາຂອງການປູກຝັງກໍຕ້ອງຫວນຄືນເຖິງ 10000 ປີກ່ອນ. ຢູ່ຫຼາຍທ້ອງຖີ່ນຂອງຈີນມີປະຫວັດການທີ່ປູກເຂົ້າມີຈືມາເປັນເວລາດົນນານແລ້ວ, ໂດຍສະເພາະໃນໄລຍະທີ່ເກີດມີໄພທຳມະຊາດເລື້ອຍໆ ແລະ ບໍ່ມີສະບຽງອາຫານພຽງພໍ, ເນື່ອງຈາກເຂົ້າມີຈືມີລັກສະນະທີ່ທົນທານຕໍ່ຄວາມແຫ້ງແລ້ງ, ສາມາດເກີດໄດ້ໃນດິນທີ່ບໍ່ອຸດົມສົມບູນປານໃດ, ມີສະມັດຕະພາບທີ່ໝັ້ນທ່ຽງ, ໃນໄລຍະເຕີບໃຫຍ່ຂອງເຂົ້າຊະນິດນີ້ສາມາດປ່ຽນແປງຕາມສະພາບອາກາດ, ແລະອື່ນໆ, ກາຍເປັນ “ອາຫານຊ່ວຍຊີວິດ”ຢູ່ເຂດແຫ້ງແລ້ງ ແລະ ເຂດເຄິ່ງແຫ້ງແລ້ງຫຼາຍບ່ອນ.
ເຂົ້າມີຈືແມ່ນໜຶ່ງໃນພືດກະສິກຳສຳຄັນຢູ່ເຂດພູດອຍຂອງນະຄອນອີລິນແຂວງສ້ານຊີ່, ການປູກເຂົ້າມີຈື ແມ່ນອຸດສາຫະກຳສຳຄັນຢ່າງໜຶ່ງທີ່ຊຸກຍູ້ການພັດທະນາກະສິກຳທີ່ເປັນເອກະລັກ ແລະ ເຮັດໃຫ້ຊາວກະສິກອນທ້ອງຖິ່ນຂອງນະຄອນອີລິນມີລາຍຮັບເພີ່ມຂຶ້ນ. ປີ 2020, ໃນຖານະເປັນແຫຼ່ງຜະລິດເຂົ້າມີຈືຕົ້ນຕໍຂອງຊາດ, ເນື້ອທີ່ປູກເຂົ້າມີຈືຢູ່ເມືອງຟູກູນະຄອນອີລິນມີເຖິງ 5800 ເຮັກຕາ, ສະມັດຕະພາບການຜະລິດແມ່ນ 3ໂຕນ375 ກິໂລຕໍ່ເຮັກຕາ, ມູນຄ່າການຜະລິດ ເບື້ອງຕົ້ນ (ມູນຄ່າການຜະລິດກະສິກຳຈາກການປູກເຂົ້າມີຈື ໂດຍບໍ່ລວມມູນຄ່າເພີ່ມ ເຊັ່ນ ການປຸງແຕ່ງຜະລິດຕະພັນກະສິກຳ ແລະອື່ນໆ)ມີເຖິງ 102 ລ້ານຢວນ.
ປະຊາຊົນພາກເໜືອແຂວງສ້ານຊີ່ໄດ້ໃຊ້ເຂົ້າມີຈືໃນການຕົ້ມເຫຼົ້າ ແລະເຮັດເຂົ້າໜົມເຊິ່ງມີປະຫວັດຄວາມເປັນມາແຕ່ດົນນານແລ້ວ, ແລະໄດ້ສືບທອດກັນມາທຸກເຊັ່ນຄົນ, ທັງໄດ້ຖ່າຍທອດສີມືແບບຈັບມືສອນ, ເຊິ່ງການຜະລິດມີຂັ້ນຕອນທີ່ມີຄວາມສະຫຼັບສັບຊ້ອນ ແລະ ມີມາດຕະຖານສູງ. ໃນເດືອນເມສາປີ2020, ທ່ານສີຈິ້ນຜິງໄດ້ເດີນທາງໄປໄປສຳຫຼວດກວດເບິ່ງເຂດຖະໜົນຄົນຍ່າງຢູ່ນະຄອນຊີ່ອ່ານ ກໍເຄີຍກ່າວເຖິງອາຫານແຊບຊ້ອຍທີ່ຖືເຂົ້າມີຈືເປັນວັດຖຸດິບ. ຢູ່ຮ້ານອາຫານຊີ່ອ່ານທີ່ເປັນຮ້ານເກົ່າດັ້ງເດີມ, ທ່ານສີຈິ້ນຜິງໄດ້ເຂົ້າໄປເບິ່ງພໍ່ຄົວຕັກອາຫານໃສ່ຈານ, ແລ້ວເວົ້າພາສາສ້ານຊີ່ອ້ອຍຕ້ອຍວ່າ: “ນີ້ແມ່ນເສັ້ນເຝີລຽງພີ, ໜຶ້ງມັນຝຣັ່ງຊອຍ ແລະ ເຂົ້າໜົມມີຈືພາກເໜືອສ້ານຊີ່.” ທ່ານສີຈິ້ນຜິງເວົ້າວ່າ, ຕອນທີ່ຂ້າພະເຈົ້າລົງພື້ນຖານໃນໄວໜຸ່ມປັນຍາຊົນ ກໍເຄີຍກິນອາຫານທ້ອງຖິ່ນແຫ່ງນີ້.
ທ່ານສີຈິ້ນຜິງບໍ່ເຄີຍປິດອຳຂະບວນການເຕີບໃຫຍ່ຂອງຕົນຈັກເທື່ອ, ເຊັ່ນ: ການລົງພື້ນຖານໃນຖານະໄວໜຸ່ມປັນຍາຊົນ, ປະສົບການທີ່ເປັນຊາວກະສິກອນ, ແລະອື່ນໆ, ທ່ານກ່າວວ່າ ຕົນເປັນ “ລູກຊາຍຂອງເຂດດິນເຫຼືອງຕະຫຼອດໄປ”.
ວັນທີ 3 ມິຖຸນາປີ 2013, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມເຮືອນຂອງທ່ານຊາໂມຣາ ເຈົ້າຂອງສວນກາເຟໂກສຕາຣີກາ.
ທ່ານສີຈິ້ນຜິງ: ສະບາຍດີ ຮູ້ສຶກດີໃຈທີ່ໄດ້ມາຢາມພວກທ່ານ
ທ່ານຊາໂມຣາ: ສະບາຍດີ
ທ່ານສີຈິ້ນຜິງ: ນີ້ແມ່ນຫ້ອງຮັບປະທານອາຫານ ແມ່ນບໍ່
ທ່ານຊາໂມຣາ: ນີ້ແມ່ນຫ້ອງຮັບປະທານອາຫານຢູ່ໃນເຮືອນ
ທ່ານສີຈິ້ນຜິງ: ໃຊ້ຟືນດັງເນາະ, ມາຢາມທ່ານກໍຢາກຮູ້ອັນໜຶ່ງ, ຄື ຢາກມາຮັບຮູ້ວ່າ ປະຊາຊົນ ໂກສຕາຣີກາດຳລົງຊີວິດແນວໃດ
ທ່ານສີຈິ້ງຜິງຊາບຖາມທ່ານຊາໂມຣາກ່ຽວກັບສະພາບການປູກຕົ້ນກາໄຟ
ການຢ້ຽມຢາມຂອງທ່ານສີຈິ້ນຜິງເຮັດໃຫ້ທ່ານຊາໂມຣາຮູ້ສຶກຕື່ນເຕັ້ນດີໃຈ ແລະຕື້ນຕັນໃຈຫຼາຍ, ລາວເວົ້າວ່າ, ຜູ້ນຳຕ່າງປະເທດທີ່ມາຢ້ຽມຢາມ ໂກສຕາຣີກາກໍມີຫຼາຍໆທ່ານ. ແຕ່ຜູ້ນຳຕ່າງປະເທດທີ່ມາຢາມຄອບຄົວຄືເຂົາເຈົ້ານີ້, ລາວບໍ່ຄ່ອຍພົບເຫັນຈັກເທື່ອ.
ທ່ານສີຈິ້ນຜິງພ້ອມພັນລະຍາຢ້ຽມຢາມເຮືອນຂອງທ່ານຊາໂມຣາ
ທ່ານສີຈິ້ນຜິງກ່າວວ່າ: ຂ້າພະເຈົ້າກໍແມ່ນມາຈາກຮາກຖານ, ເຄີຍເປັນຊາວກະສິກອນເປັນເວລາ 7 ປີ, ແລ້ວເປັນນາຍບ້ານ ເຈົ້າເມືອງ, ເປັນເຈົ້າຄອງນະຄອນ ແລະ ເຈົ້າແຂວງ, ສາມາດເວົ້າໄດ້ວ່າ ຂ້າພະເຈົ້າມີຄວາມຮັກແພງແບບທຳມະຊາດ, ກັບປະຊາຊົນທຳມະດາສາມັນ.
ຄວາມເວົ້າທີ່ເປັນກັນເອງຂອງທ່ານສີຈິ້ນຜິງມີຄວາມຖ່ອມຕົວ, ນີ້ເຮັດໃຫ້ທ່ານຊາໂມຣາຮູ້ສຶກປະທັບໃຈຫຼາຍ, ລາວກ່າວວ່າ, ບໍ່ຄ່ອຍມີຜູ້ນຳປະເທດຈະຮູ້ສຶກພາກພູມໃຈວ່າຕົນເອງເຄີຍເປັນຊາວກະສິກອນ, ຜູ້ນຳຄົນອື່ນອາດຈະບໍ່ມັກເວົ້າເຖິງປະສົບການແນວນີ້, ແຕ່ທ່ານສີຈິ້ນຜິງບໍ່ຄືທ່ານອື່ນ.
ທ່ານຊາໂມຣາ: ເມື່ອຟັງທ່ານສີຈິ້ນຜິງເວົ້າເຖິງປະສົບການທີ່ເຄີຍເປັນຊາວກະສິກອນ, ຂ້າພະເຈົ້າຮູ້ສຶກມີກຳລັງໃຈຂຶ້ນຫຼາຍ, ທ່ານສີຈິ້ນຜິງບໍ່ພຽງແຕ່ເປັນຜູ້ນຳປະເທດເທົ່ານັ້ນ, ທ່ານກໍເຄີຍເປັນຊາວກະສິກອນ, ເພິ່ນຄືຄວາມພາກພູມໃຈຂອງພວກເຮົາ, ຂ້າພະເຈົ້າເຄີຍຮູ້ສຶກນ້ອຍໃຈຍ້ອນເປັນຊາວກະສິກອນ, ແຕ່ເມື່ອທ່ານປະທານສີຈິ້ນຜິງເວົ້າວ່າ ຕົນເອງກໍເຄີຍເປັນຊາວກະສິກອນ, ຂ້າພະເຈົ້າກໍມີຄວາມໝັ້ນໃຈ ເພີ່ມຂຶ້ນຫຼາຍ.
ກໍເປັນຍ້ອນວ່າທ່ານສີຈິ້ນຜິງເຮັດວຽກເລີ່ມຈາກຂັ້ນຮາກຖານທີ່ສຸດ, ຢູ່ຮ່ວມກັນກັບຊາວກະສິກອນຂັ້ນຮາກຖານທັງເວັນທັງຄືນ, ຈຶ່ງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມຮັກແພງຢ່າງແໜ້ນແຟ້ນກັບຊາວກະສິກອນ. ເມື່ອດຳລົງຕຳແໜ່ງເປັນຜູ້ນຳປະເທດແລ້ວ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາທົ່ວດິນແດນຂອງປະເທດຈີນ, ຕົວຢ່າງຄື: ທ່ານໄປກວດເບິ່ງຜົນເກັບກ່ຽວຢູ່ຕາມທົ່ງນາ, ໄປກວດເບິ່ງອາຫານການກິນຢູ່ໃນເຮືອນຂອງຊາວກະສິກອນ, ນັ່ງຢູ່ເທິງຕຽງແບບເປັນກັນເອງແລະລົມເຖິງຊີວິດປະຈຳວັນກັບຊາວກະສິກອນ, ຊຸກຍູ້ວຽກງານລຶບລ້າງຄວາມທຸກຍາກ ແລະອື່ນໆ, ໃນຫຼາຍສິບປີທີ່ຜ່ານມາ, ທ່ານສີຈິ້ນຜິງບໍ່ເຄີຍລືມເສັ້ນທາງຊີວິດຜ່ານມາ, ແລະປະຕິບັດຕາມອຸດົມການແຕ່ຫົວທີຂອງຕົນຢ່າງສະເໝີຕົ້ນສະເໝີປາຍ.
ທ່ານອາເບໂຕ ລູກຊາຍຂອງທ່ານຊາໂມຣາກ່າວວ່າ: ທ່ານປະທານສີບໍ່ພຽງແຕ່ເຮັດວຽກຢູ່ຫ້ອງການເທົ່ານັ້ນ, ແຕ່ທ່ານໄດ້ໄປຢ້ຽມຢາມໂຮງງານ ໂຮງຮຽນ ແລະ ຊົນນະບົດເລື້ອຍໆ, ພວກເຮົາສາມາດຮູ້ໄດ້ວ່າ ທ່ານເອົາໃຈໃສ່ປະຊາຊົນຫຼາຍ, ສາມາດມະໂນພາບເຫັນ ທ່ານເຮັດວຽກຫຼາຍເພື່ອຫຼຸດຜ່ອນຄວາມທຸກຍາກ, ຂ້າພະເຈົ້າເຫັນວ່າ ເຮັດຄືແນວນີ້ຈຶ່ງແມ່ນລັດຖະບານທີ່ປະຊາຊົນປາຖະໜາ.
ຄຳເຫັນ
0