ທ່ານສີຈິ້ນຜິງມີສາຍສຳພັນກັບຊາວກະສິກອນຢ່າງເລິກເຊິ່ງ, ທ່ານເອີ້ນຕົນເອງວ່າເປັນ “ລູກຊາຍຂອງເຂດດິນເຫຼືອງ”, ໃນຫຼາຍກາລະໂອກາດ, ທ່ານຍັງໄດ້ເລົ່າເຖິງປະສົບການຂອງຕົນໃນການເປັນຊາວກະສິກອນຢູ່ບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່.
ທ່ານໄດ້ໃຫ້ຄວາມສຳຄັນທີ່ສຸດຕໍ່ວັນເວລາທີ່ລົງພື້ນຖານເປັນເວລາ 7 ປີຢູ່ບ້ານຫຼຽງເຈ່ຍເຫີໃນຖານະເປັນໄວໜຸ່ມປັນຍາຊົນ. ຈາກນັ້ນມາ, ບໍ່ວ່າຈະເຮັດວຽກເປັນການນຳຢູ່ທ້ອງຖິ່ນຫຼືຢູ່ຂັ້ນສູນກາງ, ທ່ານກໍມັກລົງໄປຫາຊາວກະສິກອນເລື້ອຍໆ. ໃນເວລາໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນ, ທ່ານມັກຈະຍ່າງໄປຕາມທົ່ງໄຮ່ທົ່ງນາເພື່ອກວດເບິ່ງຜົນເກັບກ່ຽວ,ລົມເຖິງຊີວິດການເປັນຢູ່ຂອງປະຊາຊົນ,ສອບຖາມເຖິງລາຍໄດ້ແລະຄວາມມຸ້ງຫວັງຂອງພີ່ນ້ອງປະຊາຊົນ… ຫຼາຍປີມານີ້, ທ່ານໄດ້ປະຕິບັດຕາມຫຼັກການໃຊ້ຊີວິດຂອງຕົນ ຄື “ສະແຫວງຫາຜົນປະໂຫຍດເພື່ອປະຊາຊົນ,ນຳພາປະຊາຊົນມຸ້ງໜ້າໄປສູ່ຊີວິດທີ່ດີງາມ.”ຢ່າງສະເໝີຕົ້ນສະເໝີປາຍ.ໃນລາຍການມື້ນີ້
ທ້າຍຊຸມປີ1980, ຢູ່ຕາມທົ່ງໄຮ່ທົ່ງນາ, ມັກຈະເຫັນທ່ານສີຈິ້ນຜິງ ເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນໃນເວລານັ້ນກວດເບິ່ງຜົນເກັບກ່ຽວ.
ປະຊາຊົນຈີນຮູ້ດີທີ່ສຸດກ່ຽວກັບຮູບຖ່າຍເກົ່າໃບໜຶ່ງຂອງທ່ານສີຈິ້ນຜິງທີ່ແບກຈົກລົງນາ.
ນີ້ແມ່ນຮູບຖ່າຍໃນປີ1989 ຕອນທີ່ທ່ານສີຈິ້ນຜິງໄດ້ນຳພາພະນັກງານອ້ອມຂ້າງອຳນາດການປົກຄອງເຂດນິງເຕີເຂົ້າຮ່ວມກິດຈະກຳອອກແຮງງານດ້ວຍຄວາມສະໝັກໃຈ, ທ່ານໄດ້ແບກຈົກດວງໜຶ່ງຢູ່ເທິງບ່າ,ຍ່າງບາດກ້າວຍ່າວໆໄປຕາມຄັນນາດ້ວຍຈິດໃຈຟົດຟື້ນ. ພາບພົດອັນນີ້ກໍແມ່ນໜຶ່ງໃນບັນດາພາບປະທັບໃຈທີ່ທ່ານສ້າງໄວ້ໃຫ້ກັບພີ່ນ້ອງປະຊາຊົນຕອນທີ່ເພິ່ນເຮັດວຽກຢູ່ເຂດນິງເຕີ.
ທ່ານສີຈິ້ນຜິງເຄີຍໄດ້ເວົ້າວ່າ:“ຂ້າພະເຈົ້າມັກລົງໄປຊົນນະບົດເລື້ອຍໆໄປພົບຫາຊາວກະສິກອນ,ເພື່ອຮັບຮູ້ຄວາມເປັນຢູ່ທຸກສຸກຂອງເຂົາເຈົ້າ.”
ວັນທີ 9 ພຶດສະພາ2014, ທ່ານສີຈິ້ນຜິງສຳຫຼວດກວດເບິ່ງເຂົ້າບາເລໃນທົ່ງນາຕາແສງຈ່າງຊື້ເມືອງເວີ້ຍຊືແຂວງເຫີນານ.
ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງເກືອບວ່າທຸກເທື່ອທີ່ເດີນທາງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນ, ທ່ານກໍໄດ້ໄປຢ້ຽມຢາມຊາວກະສິກອນຢູ່ຊົນນະບົດແລະເຂດຫ່າງໄກສອກຫຼີກ. ລາຍໄດ້ແລະຊີວິດການເປັນຢູ່ຂອງເຂົາເຈົ້າເປັນແນວໃດ? ຄືສິ່ງທີ່ທ່ານສີຈິ້ນຜິງ ເປັນຫ່ວງເປັນໃຍທີ່ສຸດ, ທ່ານມີຄວາມປາຖະໜາຢາກເຫັນພີ່ນ້ອງຊາວກະສິກອນໄດ້ຮັບຜົນເກັບກ່ຽວທີ່ດີ ມີລາຍໄດ້ສູງກວ່າເກົ່າ. ເມື່ອໄດ້ເຫັນຊາວກະສິກອນໄດ້ຮັບຜົນເກັບກ່ຽວເຂົ້າບາເລທີ່ດີ, ທ່ານກ່າວວ່າ: “ພວກເຮົາລ້ວນແຕ່ເປັນຊາວກະສິກອນ, ຕົ້ນເຂົ້າບາເລເຕີບໃຫຍ່ໄດ້ດີແບບນີ້, ຂ້າພະເຈົ້າກໍຮູ້ສຶກດີໃຈຄືກັນກັບພວກທ່ານ,ຄັນໃຊ້ຄຳເວົ້າທີ່ພີ່ນ້ອງຊາວກະສິກອນມັກເວົ້າກໍຄື ປີນີ້ຈະມີເຂົ້າໜົມໝານໂຖກິນແລ້ວ.”
ໃນໄລຍະກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຫຼືເອີ້ນຫຍໍ້ວ່າ ກອງປະຊຸມສອງສະພາປີ2020,ໃນໂອກາດພົບປະກັບສະມາຊິກສະພາຈາກວົງການເສດຖະກິດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ3ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ13, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມຈິງໃຈວ່າ: “ຄົນລຸ້ນຄືພວກເຮົານີ້ມີຄວາມມຸ້ງຫວັງຢ່າງໜຶ່ງທີ່ຢາກຊ່ວຍປະຊາຊົນໂດຍສະເພາະແມ່ນຊາວກະສິກອນໃຫ້ມີຊີວິດການເປັນຢູ່ທີ່ດີ”
ວັນທີ16 ກໍລະກົດ2015,ທ່ານສີຈິ້ນຜິງເດີນທາງໄປກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນເຂົ້ານາຢູ່ບ້ານກວ່າງຕຸ່ງຕາແສງຕຸ່ງເສີງເມືອງເຫີລົງກິ່ງແຂວງຢຽນປ່ຽນແຂວງຈີລິນ.
ທ່ານສີຈິ້ນຜິງກ່າວວ່າ: “ກ່ຽວກັບວຽກງານກະສິກຳແລະຊົນນະບົດ, ເວົ້າລວມແລ້ວ, ຂໍກຸນແຈກໍແມ່ນການເຮັດໃຫ້ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນ. ຕ້ອງເລັ່ງ ສ້າງກົນໄກແລະນະໂຍບາຍທີ່ມີປະສິດທິຜົນຍາວນານເພື່ອຊຸກຍູ້ຊາວກະສິກອນສ້າງລາຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງແລະວ່ອງໄວສົມຄວນ, ເຮັດໃຫ້ຊາວກະສິກອນທັງຫຼາຍຮັ່ງມີຂຶ້ນໂດຍໄວ.”
ປະເທດຈີນເປັນປະເທດໃຫຍ່ທີ່ມີປະຊາກອນຢ່າງຫຼວງຫຼາຍ, ໃນໃຈຂອງທ່ານສີຈິ້ນຜິງ, ການແກ້ໄຂບັນຫາເຂົ້າກິນເປັນສິ່ງສຳຄັນອັນດັບໜຶ່ງໃນການບໍລິຫານປະເທດ.
ວັນທີ 25 ກັນຍາປີ 2018, ບຸນເກັບກ່ຽວຂອງຊາວກະສິກອນຈີນປີທຳອິດຫາກໍຜ່ານໄປ, ທ່ານສີຈິ້ນຜິງກໍໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຮີຍລົງຈ່ຽງ. ທ່ານໄດ້ຍ່າງລົງສູ່ທົ່ງນາເພື່ອກວດເບິ່ງຜົນເກັບກ່ຽວເຂົ້າບາເລ, ທ່ານກ່າວວ່າ: “ຄົນຈີນຕ້ອງຈັບຖ້ວຍເຂົ້າໄວ້ໃນມື້ຂອງຕົນໃຫ້ແໜ້ນແລະຍັງຕ້ອງໃສ່ອາຫານຂອງຕົນໃນຖ້ວຍອີກດ້ວຍ.” ຄຳເວົ້າປະໂຫຍກນີ້ມີຄວາມໝາຍອັນເລິກເຊິ່ງ.
ທ່ານກ່າວວ່າ: “ຄົນລຸ້ນຄືພວກເຮົານີ້ຕ່າງກໍມີຄວາມຊົງຈຳບໍ່ຫຼາຍກໍໜ້ອຍກ່ຽວກັບປະສົບການທີ່ກິນບໍ່ອີ່ມແລະອຶດຫິວ.” “ໃນບັນຫາກ່ຽວກັບສະບຽງອາຫານ, ຕ້ອງບໍ່ປະໝາດແລະຕ້ອງບໍ່ເຮັດໃນສິ່ງທີ່ໄຮ້ປະໂຫຍດຊ້ຳແລ້ວຊ້ຳອີກ.” “ຫາກສະບຽງອາຫານຕ້ອງອາໄສການນຳເຂົ້າ,ພວກເຮົາກໍຈະຖືກຜູ້ອື່ນຄອບງຳປານງົວຖືກດຶງດັງໄປຕາມເຂົາ.”
ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນປີ2020, ທ່ານສີຈິ້ນຜິງໄດ້ກ່າວຢືນຢັນອີກຄັ້ງໜຶ່ງວ່າ: “ເວົ້າສຳລັບຈີນພວກເຮົາທີ່ເປັນປະເທດໃຫຍ່ທີ່ມີປະຊາກອນ 1,4 ຕື້ຄົນແລ້ວ, ເວລາໃດກໍບໍ່ສາມາດເບິ່ງຂ້າມແລະຫຼຸດຖານະພື້ນຖານຂອງກະສິກຳໄດ້, “ໃນມືມີສະບຽງອາຫານ ໃນໃຈກໍບໍ່ມີຫຍັງກັງວົນ” ເຊິ່ງເປັນສັດຈະທຳຕະຫຼອດການ.”
ປີ2020, ທ່ານສີຈິ້ນຜິງສຳຫຼວດກວດກາຢູ່ເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍ
ຕາມຂໍ້ມູນສະຖິຕິຂອງກະຊວງກະສິກຳແລະວຽກງານຊົນນະບົດຈີນ, ຜົນຜະລິດສະບຽງອາຫານລະດູຮ້ອນປີ2021ໄດ້ສ້າງສະຖິຕິສູງຄັ້ງໃໝ່,ເນື້ອທີ່ການຜະລິດ,ສະມັດຕະພາບການຜະລິດແລະລວມຍອດຜົນຜະລິດລ້ວນແຕ່ໄດ້ເພີ່ມຂຶ້ນ, ໃນນີ້, ເນື້ອທີ່ປູກເຂົ້າບາເລທີ່ມີຄຸນນະພາບສູງກວມ 37,3%, ເພີ່ມຂຶ້ນ 1,5% ເມື່ອທຽບໃສ່ປີ2020.
ທ່ານສີຈິ້ນຜິງເຄີຍກ່າວວ່າ: “ເມື່ອ40ປີກ່ອນ, ພວກເຮົາໄດ້ຜ່ານຈາກການປະຕິຮູບໃນຊົນນະບົດເພື່ອເປີດສາກຂະບວນການອັນຍິ່ງໃຫຍ່ແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ, ທຸກມື້ນີ້ຫຼັງ 40 ປີຜ່ານໄປແລ້ວ, ພວກເຮົາຄວນຜ່ານຈາກການພັດທະນາຊົນນະບົດໃຫ້ຈະເລີນ ເພື່ອສ້າງສະພາບການໃໝ່ແຫ່ງການເຊື່ອມໂຍງການພັດທະນາຕົວເມືອງກັບຊົນນະບົດແລະການສ້າງສາປະເທດຫັນເປັນທັນສະໄໝ.”
ວັນທີ 11 ພຶດສະພາປີ2020, ທ່ານສີຈິ້ນຜິງໄດ້ເດີນທາງໄປເມືອງຢູນໂຈ່ວນະຄອນຕ້າທົງແຂວງຊ່ານຊີ່ເພື່ອສຳຫຼວດກວດເບິ່ງແຫຼ່ງຜະລິດດອກເດລີລີປອດສານພິດຕາມມາດຕະຖານ. ໃນການສຳຫຼວດກວດກາຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ກ່າວເຖິງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ໂດຍຮຽກຮ້ອງໃຫ້ຊອກທຸກວິທີທາງເພື່ອປັບປຸງໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກໃຫ້ມີປະສິດທິຜົນ, ໃນຕໍ່ໜ້າຕ້ອງສຸມຄວາມພະຍາຍາມພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງມີປະສິດທິຜົນທີ່ດີ.
ນັບແຕ່ຕົ້ນປີ2021ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ພາຍໃນປະເທດ 10ເທື່ອ,ໃນນີ້, ມີ8ເທື່ອທ່ານໄດ້ກ່າວເນັ້ນເຖິງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.
ເດືອນທັນວາປີ2020, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງວ່າ:ການປັບປຸງແລະເສີມຂະຫຍາຍໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກ,ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ເລັ່ງການຫັນເປັນທັນສະໄໝດ້ານກະສິກຳແລະຊົນນະບົດ ເຊິ່ງເປັນບັນຫາສຳຄັນອັນໜຶ່ງທີ່ພົວພັນເຖິງສະພາບລວມທີ່ທົ່ວພັກຕ້ອງໃຫ້ຄວາມສຳຄັນຢ່າງສູງ.
ເດືອນມັງກອນປີ2021, ຈີນໄດ້ເຜີຍແຜ່ເອກະສານສູນກາງເລກ1 ຄື “ຄວາມເຫັນຂອງສູນກາງພັກ ລັດຖະບານວ່າດ້ວຍການຊຸກຍູ້ການພັດທະນາຊົນນະບົດຢ່າງຮອບດ້ານ, ເລັ່ງການຫັນເປັນທັນສະໄໝດ້ານກະສິກຳແລະຊົນນະບົດ”
ຈາກນັ້ນຈຶ່ງເຫັນໄດ້ຢ່າງຈະແຈ້ງວ່າ: ທຸກມື້ນີ້, ຫຼັງຈາກໄດ້ບັນລຸໜ້າທີ່ເປົ້າໝາຍໃນການລຶບລ້າງຄວາມທຸກຍາກໃນຍຸກໃໝ່ຕາມເວລາກຳນົດແລ້ວ, ຈີນໄດ້ກ້າວຂຶ້ນສູ່ເສັ້ນທາງທີ່ກວ້າງຂວາງໃນການຊຸກຍູ້ການພັດທະນາຊົນນະບົດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງຮອບດ້ານ. ຈີນສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານແມ່ນຕ້ອງສ້າງຕົວເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະກໍຕ້ອງສ້າງຊົນນະບົດໃຫ້ຈະເລີນຮຸ່ງເຮືອງເຊັ່ນດຽວກັນ.
ຄຳເຫັນ
0