黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານຢົ້ວ​ຢວນ​ເຈິ່ງ ວິ​ສະ​ວະ​ກອນ​ທ່າ​ກ່ຳ​ປັ່ນ​ແລະ​ການ​ເດີນ​ເຮືອ

2021-10-03 19:16:04 cri


 

ທ່ານຢົ້ວ​ຢວນ​ເຈິ່ງ, ປີ​ນີ້​ອາ​ຍຸ 38 ປີ, ວິ​ສະ​ວະ​ກອນ​ຂະ​ແໜງທ່າ​ກ່ຳ​ປັ່ນ​ແລະ​ການ​ເດີນ​ເຮືອ​ຂອງ​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​​ຂົວ​ທາງ​ຈີນ

​ທ່ານໄດ້​ເຂົ້າ​ຮ່ວມ​ໂຄງການ​ກໍ່​ສ້າງ​ອຸ​ມົງ​ໃຕ້​ທະ​ເລ​ຂອງ​ຂົວ​ໃຫຍ່​ຮົງ​ກົງ, ຈູ່​ໄຫ ແລະ ມ​າ​ເກົາ ທີ່​ເປັນ​ໂຄງ​ການ​ໃຫຍ່​ແຫ່ງສະ​ຕະ​ວັດ ແຕ່​ປີ 2011 ຫາ​ປີ 2018. ໃນ​ເວ​ລາ 7 ປີ​ດັ່ງ​ກ່າວ, ​ທ່ານ​ໄດ້​ພັດ​ທະ​ນາ​ຕົນ​ເອງ​ຈາກ​ນັກ​ວິ​ຊາ​ການ​ກາຍ​ເປັນ​ວິ​ສະ​ວະ​ກອນ​ໃຫຍ່. ປັດ​ຈຸ​ບັນ, ​ທ່ານໄດ້​ເຂົ້າ​ຮ່ວມໂຄງ​ການ​ກໍ່​ສ້າງ​ຂະ​ໜາດ​ໃຫຍ່ ຄື ໂຄງ​ການ​ອຸ​ມົງ​ໃຕ້​ນ້ຳ​ຈາກ​ນະ​ຄອນ​ເຊິນ​ເຈິ້ນ​ຫາ​ນະ​ຄອນ​ຈຸ່ງ​ຊານ, ​ທ່​ານ​ເປັນ​ຫົວ​ໜ້າ​ຝ່າຍ​ໂຄງ​ການ.

ເພື່ອ​ການ​ກໍ່​ສ້າງ​ໂຄງ​ການ, ທ່ານຢົ້ວ​ຢວນ​ເຈິ່ງ​ໄດ້​ຍ້າຍ​ຄອບ​ຄົວ​ມາ​ຢູ່​ນະ​ຄອນ​ຈຸ່ງ​ຊານ​ແຂວງກວາງ​ຕຸ້ງ. ເມ​ຍ​ຂອງ​ທ່ານ​ເປັນ​ໝູ່​ຮ່ວມ​ຫ້ອງ​ໃນ​ມະ​ຫາ​ວິ​ທະ​ຍ​າ​ໄລ ແລະ ດຽວ​ນີ້​ເປັນ​ອາ​ຈານ​ສອນ​ໃນ​ວິ​ທະ​ຍາ​ໄລ​ອາ​ຊີ​ວະ​ສຶກ​ສາ​ນະ​ຄອນ​ຈຸ່ງ​ຊານ. ລູກ​ຊາ​ຍ​ປີ​ນີ້​ອາ​ຍຸ​ໄດ້ 12 ປີ​ແລ້ວ, ພວມ​ຮຽນ​ຢູ່​ຊັ້ນ ປ.6. ພໍ່​ແລະ​ແມ່​ຂອງ​ທ່ານ​ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ​ແລ້ວ, ​ແຕ່​ພວກ​ທ່ານ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັບ​ທ່ານ​ຢົ້ວ​ຢວນ​ເຈິ່ງ. ທ່ານຢົ້ວ​ຢວນ​ເຈິ່ງໄດ້​ຕື່ນ​ຕົງ​ໂມງ ຄື 6 ໂມງ​ເຊົ້າ, ຮ່ວມ​​ກິນ​ເຂົ້າ​ເຊົ້າ​ກັບ​ຄອບ​ຄົວ​, ຫຼັງ​ຈາກ​ນັ້ນ, ທ່ານ​​ກໍ່​ຂ້ຽວເດີນ​ທາງ​ໄປ​ສະ​ຖານ​ທີ່​ກໍ່​ສ້າງ.

ເສັ້ນ​ທາງ​ເຊິນ​ເຈິ້ນ-ຈຸ່ງ​ຊານ​ແມ່ນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ນະ​ຄອນ​ເຊິນ​ເຈິ້ນ​ແລະ​ນະ​ຄອນ​ຈຸ່ງ​ຊານ​ຂອງ​ແຂວງກວາງ​ຕຸ້ງ, ມີ​ທັງ​ເກາະ​ດອນ, ຂົວ, ອຸ​ມົງ ແລະ ອຸ​ມົງ​ໃຕ້​ນ້ຳ, ເປັນ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ຂ້າມ​ທະ​ເລ​ທີ່​ສ້າງ​ຍາກ​ທີ່​ສຸດ​ໃນ​ໂລກ ທີ່​ກຳ​ລັງ​ກໍ່​ສ້າງ​ຢູ່.

ນະ​ຄອນ​ຈຸ່ງ​ຊານ​ມີ​ປະ​ຊາ​ກອນ 4,41 ລ້ານ​ຄົນ, ເປັນ​ຕົວ​ເມືອງ​ລະ​ດັບ​ປານ​ກາງ​ຂອງ​ຈີນ.

ອີກ​ຟາກ​ໜຶ່ງ​ຂອງ​ທະ​ເລ​ແມ່ນ​ນະ​ຄອນ​ເຊິນ​ເຈິ້ນ

GDP ຂອງ​ນະ​ຄອນ​ເຊິນ​ເຈິ້ນ​ຖືກ​ຈັດ​ຢູ່​ໃນອັນ​ດັບ 3 ຂອງ​ປະ​ເທດ​ຈີນ. ສອງ​ຕົວ​ເມືອງ​ດັ່ງ​ກ່າວ​ຕັ້ງ​ຢູ່​ຫ່າງ​ໄກ​ກັນປະ​ມານ 20 ກິ​ໂລ​ແມັດ, ​ປະ​ຊາ​ຊົນ​ສອງ​ຕົວ​ເມືອງ​ນີ້​ພຽງ​ແຕ່​ຂີ່​ເຮືອ ຫຼື​​ລັດ​ໄປ​ທາງ​ອື່ນ ເພື່ອ​ໄປ​ມາ​ຫາ​ສູ່​ກັນ ຍ້ອນວ່າ​ມີ​ທະ​ເລ​ຂັ້ນ​ກາງ.

ພາຍຫຼັງ​ສ້າງ​ເສັ້ນ​ທາງ​ເຊິນ​ເຈິ້ນ-ຈຸ່ງ​ຊານ​​ສຳ​ເລັດ​ແລ້ວ, ຈະ​ກາຍ​ເປັນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ສອງ​ຕົວ​ເມືອງ​ນີ້​ໂດຍ​ກົງ, ເວ​ລາ​ຂັບ​ລົດ​ຈາກ​ນະ​ຄອນ​ເຊິນ​ເຈິ້ນ​ໄປ​ຫາ​ນະ​ຄອນ​ຈຸ່ງ​ຊານ​ຈາກ 2 ຊົ່ວ​ໂມງ​ໃນ​ເມື່ອ​ກ່ອນ​ກໍ່​ຈະ​ຫຼຸດ​ລົງ 20 ນາ​ທີ. ທ່ານ​ຢົ້ວ​ຢວນ​ເຈິ່ງ ແລະ ທີມ​ງານ​ຂອງ​ທ່ານ​ໄດ້​ຮັບ​ຜິດ​ຊອບ​ການ​ຂົນ​ສົ່ງ, ການ​ຄວບ​ຄຸມ ແລະ ຕິດ​ຕັ້ງ​ສິ້ນສ່ວນ​ອຸ​ມົງ 22 ​ທ່ອນ ຂອງ​ເສັ້ນ​ທາງ​ເຊິນ​ເຈິ້ນ-ຈຸ່ງ​ຊານ.

ຕອນ​ທີ 2 ​ຕິດ​ຕັ້ງ​ຢູ່​ນີ້, ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ເດີນ​ເຮືອ​ເທິງ​ທະ​ເລ, ​ຕ້ອງ​ຈັດ​ໃຫ້​ມີ​ຊ່ອງ​ຫວ່າງ​ລະ​ຫວ່າງ​ສອງ​ຟາກ​​ຟັ່ງ ເພື່ອ​ໃຫ້​ເຮືອ​ຜ່ານ​ໄປ​ໄດ້.

ເມື່ອ​ເດີນ​ທາງ​ໄປ​ເຖິງ​ສະ​ຖານ​ທີ່​ເຮັດ​ວຽກ​ແລ້ວ, ທ່ານ​ຢົ້ວ​ຢວນ​ເຈິ່ງ​ໄດ້​ເລີ່ມ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບຄວາມ​ຄືບ​ໜ້າ​ດ້ານ​ການ​ກໍ່​ສ້າງ, ຄົ້ນ​ຄວ້າ​ບັນ​ຫາ​​ດ້ານເຕັກ​ນິກ​ຍາກ​ຕ່າງໆ ແລະ ກວດ​ເບິ່ງ​ບົດ​ລາຍ​ງານ​ດ້ານ​ການ​ກໍ່​ສ້າງ​ຈາກ 6 ພາກ​ສ່ວນ​​ທີ່​ຂຶ້ນ​ກັບ​ຕົນ, ຈັດ​​ສັນຊັບ​ພະ​ຍາ​ກອນ ໂດຍ​ອີງ​ຕາມ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ. ນອກ​ຈາກ​​ມີເຂດ​ເຮັດ​ວຽກ​ແລ້ວ, ຍັງ​ມີ​ເຂດ​ພັກ​ຜ່ອນ​ຂອງ​ພະ​ນັກ​ງານ, ​ເດີ່ນບານ​ບ້ວງ ແລະ ຫ້ອງ​ອາ​ຫານ. ຫຼັງ​ກິນ​ເຂົ້າ​ທ່ຽງ​ແລ້ວ​ໆ, ທ່ານ​ຢົ້ວ​ຢວນ​ເຈິ່ງ​​ຕ້ອງໄດ້​ຂີ່​ເຮືອ​​ອອກຈາກ​ສະ​ຖານ​ທີ່​ເຮັດ​ວຽກ ເພື່ອ​ໄປ​ກວດ​​ເບິ່ງ​ຄວາມ​ຄືບ​ໜ້າ​ດ້ານ​ການ​ກໍ່​ສ້າງ​ຢູ່​ຕາມດອນ​ທຽມ​ທີ່​ເຊື່ອ​ມ​ຕໍ່​ຂົວ ແລະ ອຸ​ມົງ.

ພາຍຫຼັງ​ສ້າງ​ເສັ້ນ​ທາງ​ເຊິນ​ເຈິ້ນ-ຈຸ່ງ​ຊານ​ສຳ​ເລັດ​ແລ້ວ, ດອນ​ທຽມ​ແຫ່ງ​ນີ້​ຈະ​ກາຍ​ເປັນ​ສູນ​ຄົມ​ມະ​ນາ​ຄົມ​ຂະ​ໜາດ​ໃຫຍ່​ທີ່​ມີ​ທັງ​​ເຂດການ​ຄຸ້ມ​ຄອງ, ​ເຂດການ​ຊ່ວຍ​ເຫຼືອ, ​ເຂດການ​ຄ້າ ແລະ ການ​ບັນ​ເທີງ.

ກ່ອນ​ການ​ຕິດ​ຕັ້ງ​​ສິ້ນ​ສ່ວນ​ອຸ​ມົງ​ໃຕ້​ທະ​ເລ​ທຸກ​ເທື່ອ, ທ່ານ​ຢົ້ວ​ຢວນ​ເຈິ່ງ​ລ້ວນ​ແຕ່​ມາດອນ​ທຽມ​ແຫ່ງ​ນີ້ ເພື່ອກວດ​ກາ​ວຽກ​ງານ​​ການກະ​ກຽມ​ທຸກ​ຢ່າງ ເພື່ອ​ຮັບ​ປະ​ກັນ​ໃຫ້​ການເຊື່ອມ​ຕໍ່​ອຸ​ມົງ​ຢູ່​ໃຕ້​ທະ​ເລ​​ຖືກ​ຕ້ອງ​ແມ່ນ​ຢຳ, ​ສິ້ນ​ສ່ວນ​​ທ່ອນ​ໜຶ່ງ​ຍາວ 165 ແມັດ, ກວ້າງ 46 ແມັດ ແລະ ມີ​ນ້ຳ​ໜັກ​ເຖິງ 8 ໝື່ນ​ໂຕນ. ການ​ຕິດ​ຕັ້ງ​ສິ້ນ​ສ່ວນ​ອຸ​ມົງ​ໃຕ້​ທະ​ເລ​ຕ້ອງ​ພິ​ຈາ​ລະ​ນາ​ເຖິງຫຼາຍ​ປັດ​ໄຈ ເຊັ່ນ: ໄລ​ຍະ​ການ​ກໍ່​ສ້າງ, ອຸ​ທົກ​ກະ​ສາດ, ​ກະ​ແສ​ນ້ຳ ແລະ ສະ​ພາບ​ການ​ເດີນ​ເຮືອ. ​ໂດຍສະ​ເລ່ຍ​ແລ້ວ, ເຄິ່ງ​ເດືອນ​ໃດ​ຈິ່ງ​ມີ​ໂອ​ກາດ​ທີ່​​ເໝາະ​ສົມ​ເທື່ອ​ໜຶ່ງ.

ເພື່ອ​ແກ້​ໄຂ​ບັນ​ຫາ​ຄວາມ​ຫຍຸ້​ງ​ຍາກ​ດ້ານ​ການ​ຂົນ​ສົ່ງ​ຈາກ​ໄລ​ຍະ​ໄກເຖິງ 50 ກິ​ໂລ​ແມັດ, ວິ​ສະ​ວະ​ກອນ​ຈີນ​ໄດ້​ອອກ​ແບບ ແລະ ສ້າງ​ກ່ຳ​ປັ່ນ​ເປັນ​ການ​ສະ​ເພາະ. ​ເນື້ອ​ທີ່​ຂອງຊານ​ກ່ຳ​ປັ່ນ​ກວ້າງ​ຊ່ຳ​ກັບ​ສະ​ໜາມ​ບານ​ເຕະ​ມາດ​ຕະ​ຖານ 2 ເດີ່ນ, ສາ​ມາດ​ຂົນ​ສົ່ງ​ສິ້ນ​ສ່ວນ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ ແລະ ​ສາ​ມາດເຊື່ອມ​ຕໍ່​ອຸ​ມົງ​ໃຕ້​ນ້ຳ​​ໃຫ້​ສຳ​ເລັດໄດ້​ເປັນ​ຢ່າງ​ດີ.

ຕະຫຼອດ​ຂະ​ບວນ​ການ​ຂົນ​ສົ່ງ​ແລະ​ຕິດ​ຕັ້ງ​ສິ້ນສ່ວນ, ທ່ານ​ຢົ້ວ​ຢວນ​ເຈິ່ງ​ຕ້ອງ​​ໄດ້ຕິດ​ຕາມ​ຢ່າ​ງ​ໃກ້​ຊິດ, ໂດຍ​ອີງ​ຕາມ​ຕົວ​ເລກ​ຂໍ້​ມູນ​ຕ່າງໆ ແລະ ປະ​ສົບ​ການ​ຂອງ​ຕົນ, ເພື່ອວິ​ນິດ​ໄສ ແລະ ອອກ​ຄຳ​ສັ່ງ​ຕິດ​ຕັ້ງ ໂດຍ​ອີງ​ຕາມ​ທິດ​ທາງ​ລົມ ແລະ ກະ​ແສ​ນ້ຳ.

ໂອ​ເຄ, ເລີ່ມ​ໄດ້, ໃຫ້​ເອົາ​ສິ້ນ​ສ່ວນ E9 ​ລົງ​ໄປ​ໄດ້, ເທື່ອ​ທຳ​ອິດ​ເອົາ​ລົງ​ໄປ 5 ແມັດ​ກ່ອນ, ເລີ່ມ​ດຽວ​ນີ້​ເລີຍ.

ຍ້ອນ​ວ່າ​​ເງື່ອນ​ໄຂ​ທຸກ​ເທື່ອ​ຕ່າງ​ກັນຫຼາຍ, ການ​ຕິດ​ຕັ້ງ​ເທື່ອ​ໜຶ່ງ​ຈະ​ຕ້ອງ​ການ​ເວ​ລາ 30 ຊົ່ວ​ໂມງ​ຫາ 90 ຊົ່ວ​ໂມງ.

ການ​ຕິດ​ຕັ້ງ​ທຸກ​ເທື່ອ​​ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ສຸດ, ຂ້ອຍ​ຕ້ອງ​ຕັດ​ສິນ​ໃຈ​ຕາມ​ສະ​ພາບ​ອຸ​ທົກ​ກະ​ສາດ ແລະ ກະ​ແສ​ນ້ຳ​ທະ​ເລ. ການ​ຕັດ​ສິນ​ໃຈ​ທຸກ​ເທື່ອ​ລ້ວນ​ແຕ່​ສຳ​ຄັນ​ທີ່​ສຸດ. ມີ​ແຕ່​​ສິ້ນສ່ວນ​ໄດ້​ຖືກ​​ເອົາ​ລົງ​ໄປ​ຕິດ​ຕັ້ງ​ໃນ​ສະ​ຖານ​ທີ່​ທີ່​ກຳ​ນົດ​ໄວ້​ແລ້ວເທົ່າ​ນັ້ນ, ​ຂ້ອຍ​ຈິ່ງ​​ໂລ່ງ​ໃຈ.

ປັດ​ຈຸ​ບັນ, ທ່ານ​ຢົ້ວ​ຢວນ​ເຈິ່ງ​ແລະ​ທີມ​ງານ​ຂອງ​ທ່ານ​ໄດ້​ສຳ​ເລັດ​ການ​ຕິດ​ຕັ້ງ​​ສິ້ນ​ສ່ວນ​ໃນ​ການ​ສ້າງ​ອຸ​ມົງ​ໃຕ້​ທະ​ເລ 10 ຕອນ​ແລ້ວ, ໄດ້​ສ້າງ​ອຸ​ມົງ​ຍາວ​ຫຼາຍກວ່າ 1,6 ກິ​ໂລ​ແມັດ​ແລ້ວ.

​ການ​ແລ່ນ​ເຮືອອອກ​ຈາກ​ທ່າ​ກ່ຳ​ປັ່ນ, ​ການຂົນ​ສົ່ງ ແລະ ​ການຕິດ​ຕັ້ງ​ລ້ວນ​ແຕ່​ສຳ​ເລັດ​ລົງ​ແລ້ວ.

ພາຍຫຼັງ​ສຳ​ເລັດ​ການ​ຕິດ​ຕັ້ງ​ເທື່ອ​ໜຶ່ງ, ທ່ານ​ຢົ້ວ​ຢວນ​ເຈິ່ງ​ຈະ​ສະຫຼຸບ​ບົດ​ຮຽນ ແລະວາງ​ແຜນ​ການ​ຕິດ​ຕັ້ງ​​ຕໍ່​ໄປ, ແລ້ວ​​ຈິ່ງຈະ​ພັກ​ຜ່ອນ​ໄດ້. ໃນ​ຍາມ​ພັ​ກ​ຜ່ອນ, ທ່ານ​ມັກ​ແຕ່ງ​ກິນ​ນຳ​ເມຍ ແລະ ສອນ​ລູກ​ຮຽນ​ໜັງ​ສື. ພາຍຫຼັງ​ກິນ​ເຂົ້າ​ຄາບ​ຄຳ​ແລ້ວໆ, ທ່ານ​ຈະ​ພາ​ຄອບ​ຄົວ​ໄປ​ຍ່າງຫຼິ້ນ​ຢູ່​ແຄມ​ນ້ຳ​ຂ້າງ​ບ້ານ. ທ່ານ​ມັກຫຼິ້ນ​ກິ​ລາ, ໄດ້​ພາ​ລູກ​ຊາຍ​ໄປ​ແລ່ນ ແລະ ຫຼິ້ນ​ປິ່ງ​ປ່ອງ​ເລື້ອຍໆ.

ພາຍຫຼັງ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ປີ 2005 ແລ້ວ, ທ່ານ​ຢົ້ວ​ຢວນ​ເຈິ່ງ​ກໍ​ເລີ່ມ​ເຮັດ​ວຽກເປັນ​ວິ​ສະ​ວະ​ກອນ, ມາ​ຮອດ​ປີ​ນີ້​ທ່ານ​ໄດ້​ເຮັດ​ວຽກແລ້ວ​ເປັນ​ເວ​ລາ 16 ປີ​.

ໃນ​ຖາ​ນະ​ເປັນ​ວິ​ສະ​ວະ​ກອນ​ໜຸ່ມ​​ຄົນ​ໜຶ່ງ, ຂ້ອຍ​ຮູ້​ສຶກວ່າ, ຕົນ​ເອງ​ໂຊກ​ດີຫຼາຍ, ສາ​ມາດ​ເຂົ້າ​ຮ່ວມ​​ໂຄງການ​ກໍ່​ສ້າງ​ຂະ​ໜາດ​ໃຫຍ່​ເປັນພິ​ເສດ 2 ໂຄງ​ການ​ ຄື: ຂົວ​ໃຫຍ່​ເຊື່ອມ​ຕໍ່​ຮົງ​ກົງ, ຈູ່​ໄຫ ແລະ ມາ​ເກົາ ແລະ ເສັ້ນ​ທາງ​ເຊິນ​ເຈິ້ນ-ຈຸ່ງ​ຊານ ໃນ​ໄວ​ທີ່​ຍັງ​ໜຸ່ມ​ແໜ້ນ​ຢູ່. ຂ້ອຍ​ຄິດ​ວ່າ: ຍັງ​ມີ​ຊາວ​ໜຸ່ມຫຼາຍ​ຄົນ​​ຄືກັນ​ກັບ​ຂ້ອຍ​ນີ້, ໄດ້​ອຸ​ທິດ​ຕົນ ໃນ​ການ​ສ້າງ​ທ່າ​ກ່ຳ​ປັ່ນ, ຂົວ​ທາງ ແລະ ລົດ​ໄຟ​ຄວາມ​ໄວ​ສູງ​.

 

ຄຳ​ເຫັນ

0