ທິວທັດທີ່ສວຍງາມຂອງບ້ານສິບແປດຖ້ຳໃນທຸກມື້ນີ້
ຢູ່ທ່າມກາງເຂດພູດອຍທາງພາກຕາເວັນຕົກສຽງເໜືອຂອງແຂວງຫູນານປະເທດຈີນ, ມີບ້ານເຜົ່າທູເຈ່ຍເຜົ່າມົ້ງທີ່ສົດຊື່ນສວຍງາມຫຼາຍແຫ່ງ, ມີສິ່ງກໍ່ສ້າງຊົນນະບົດທີ່ມີເອກະລັກພິເສດ, ມີນາຂັ້ນໄດທີ່ສະຫຼັບສັບຊ້ອນກັນ, ແລະມີທິວທັດທຳມະຊາດທີ່ຂຽວງາມກວ້າງໄກສຸດສາຍຕາ, ໃນນັ້ນມີບ້ານໜຶ່ງທີ່ມີຊື່ວ່າບ້ານສິບແປດຖ້ຳ.
ໃນເມື່ອກ່ອນ, ບ້ານສິບແປດຖ້ຳມີຊື່ສຽງຍ້ອນຄວາມທຸກຍາກ, ແຕ່ປະຈຸບັນນີ້ມີຊື່ສຽງຍ້ອນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ. ຢູ່ພາຍໃຕ້ການຊີ້ນຳນຳພາຕາມແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ” ທີ່ສະເໜີໂດຍທ່ານສີຈິ້ນຜິງ, ບ້ານພູດອຍນ້ອຍໆທີ່ຢູ່ຫ່າງໄກສອກຫຼີກ ແລະ ເຄີຍທຸກຍາກແຫ່ງນີ້, ໄດ້ກາຍມາເປັນບ້ານອີ່ມໜຳສຳລານທີ່ ມີ“ພູຜາສວຍງາມແລະ ຄວາມຮັ່ງມີ”.
ປີ 2013, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມບ້ານສິບແປດຖ້ຳ
ປີ 2013, ທ່ານສີຈິ້ນຜິງໄດ້ເດີນທາງໄປຮອດບ້ານສິບແປດຖ້ຳ, ແລະໄດ້ສະເໜີແນວຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ” ເປັນຄັ້ງທຳອິດ. ທ່ານກ່າວວ່າ: “ໃນຂະນະທີ່ປະຕິບັດວຽກງານລຶບລ້າງຄວາມທຸກຍາກ, ຢ່າຮ້ອງແຕ່ຄຳຂວັນລ້າໆ, ແລະກໍຢ່າຕັ້ງເປົ້າໝາຍສູງເກີນໄປທີ່ບໍ່ສອດຄ່ອງກັບຄວາມເປັນຈິງ. ການລຶບລ້າງຄວາມທຸກຍາກກໍຕ້ອງເຮັດວຽກໃຫ້ຕິດແທດກັບຄວາມເປັນຈິງ, ການພັດທະນາກໍຄວນອີງໃສ່ເງື່ອນໄຂທີ່ເອື້ອອຳນວຍຂອງທ້ອງຖິ່ນ, ຊີ້ນຳຕາມປະເພດທີ່ແຕກຕ່າງກັນ, ແລະ ລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ.”
ຫຼັງຈາກນັ້ນ, ບ້ານສິບແປດຖ້ຳຕໍ່ໄດ້ຕັ້ງໜ້າຄົ້ນຄວ້າຮູບແບບການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນທີ່ “ສາມາດເອົາເປັນແບບຢ່າງໄດ້ ແລະສາມາດນຳເອົາໄປເຜີຍແຜ່ໄດ້ຢ່າງກວ້າງຂວາງ”, ຈັດຕັ້ງປະຕິບັດນະໂຍບາຍຕາມສະພາບຄວາມເປັນຈິງຂອງແຕ່ລະຄົນ ໂດຍອີງໃສ່ສິ່ງແວດລ້ອມທຳມະຊາດຂອງບ້ານຕົນ, ພັດທະນາອຸດສາຫະກຳທີ່ເປັນເອກະລັກ, ໄດ້ເຮັດໃຫ້ໂສມໜ້າຂອງບ້ານ ແລະ ຊີວິດການເປັນຢູ່ຂອງປະຊາຊົນເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື, ລາຍຮັບສຸດທິສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນຈາກ 1668 ຢວນໃນປີ 2013 ເປັນ 18369 ຢວນໃນປີ 2020. ທົ່ວບ້ານໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງໝັ້ນທ່ຽງ, ກ້າວເດີນໄປໜ້າບົນເສັ້ນທາງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ກາຍເປັນຕົວແບບໃນການ “ລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ”ຂອງຈີນ.
ຜົນສຳເລັດດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ປະຈັກຕາຊາວໂລກ. ເດືອນພະຈິກປີ 2017, ໃນໄລຍະທີ່ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມລາວ, ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໃນເວລານັ້ນໄດ້ສົນທະນາກັບທ່ານສີຈິ້ນຜິງຢ່າງກົງໄປກົງມາ. ທ່ານບຸນຍັງ ວໍລະຈິດກ່າວວ່າ, ປະເທດລາວມີທ່າແຮງດ້ານທຳມະຊາດໃນການພັດທະນາກະສິກຳ, ແຕ່ມີຄວາມຫຍຸ້ງຍາກໃນດ້ານທຶນຮອນ ແລະ ເຕັກໂນໂລຊີ.
ທ່ານສີຈິ້ນຜິງເວົ້າວ່າ, ຂົງເຂດກະສິກຳສາມາດກາຍເປັນຂົງເຂດສຳຄັນໃນການຮ່ວມມືສອງຝ່າຍ, ຈີນບໍ່ພຽງແຕ່ສາມາດຊ່ວຍເຫຼືອປະເທດລາວໃຫ້ສາມາດເສີມຂະຫຍາຍທ່າແຮງດ້ານທຳມະຊາດໄດ້ເທົ່ານັ້ນ, ຍັງສາມາດຊ່ວຍໃຫ້ຄົນລາວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຫຼາຍກວ່າເກົ່າ.
ເດືອນມິຖຸນາປີ 2018, ທ່ານບຸນຍັງ ວໍລະຈິດໄດ້ເດີນທາງໄປທັດສະນະສຶກສາຢູ່ບ້ານສິບແປດຖ້ຳ. ທິວທັດຊົນນະບົດທີ່ສະຫງົບ ຮັ່ງມີ ຕັ້ງຢູ່ທ່າມກາງເຂດພູດອຍ, ໄດ້ດຶງດູດຄວາມສົນໃຈທ່ານບຸນຍັງ ວໍລະຈິດ ພ້ອມຄະນະໃຫ້ຢຸດພັກຈອດລົດ ແລະເບິ່ງຄວາມສວຍງາມ.
ຫຼັງຈາກໄດ້ສົນທະນາກັບຊາວບ້ານ ແລະ ພະນັກງານບ້ານສິບແປດຖ້ຳ ເພື່ອຮັບຮູ້ສະພາບການຜະລິດ ແລະ ການດຳລົງຊີວິດແລ້ວ, ທ່ານບຸນຍັງ ວໍລະຈິດກ່າວວ່າ: “ເມື່ອເຫັນບ້ານສິບແປດຖ້ຳຈັດຕັ້ງປະຕິບັດແນວຄິດ ລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ ທີ່ສະເໜີໂດຍທ່ານສີຈິ້ນຜິງ, ໃຊ້ເວລາພຽງສັ້ນໆກໍໄດ້ເຮັດໃຫ້ໂສມໜ້າຂອງບ້ານເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື, ສາມາດຫຼຸດພົ້ນຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂຶ້ນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ວິທີການຂອງພວກສະຫາຍທີ່ໃຫ້ເລຂາພັກຂັ້ນແຂວງ ນະຄອນ ເມືອງ ຕາແສງ ແລະ ບ້ານທັງໝົດ 5 ຂັ້ນຂອງພວກສະຫາຍກຳແໜ້ນວຽກງານລຶບລ້າງຄວາມທຸກຍາກ, ຈັດຕັ້ງປະຕິບັດໃຫ້ບັງເກີດຜົນຕົວຈິງໃນທຸກຂັ້ນ, ເປັນການສ້າງແຮງບັນດານໃຈໃຫ້ກັບຂ້າພະເຈົ້າ. ຢູ່ປະເທດລາວຍັງມີຜູ້ທຸກຍາກ ແລະ ຄອບຄົວທີ່ທຸກຍາກຢ່າງຫຼວງຫຼາຍ, ບົດຮຽນ ແລະ ວິທີການລຶບລ້າງຄວາມທຸກຍາກຂອງບ້ານສິບແປດຖ້ຳເປັນປະໂຫຍດສຳລັບປະເທດລາວຫຼາຍ. ສອງປະເທດລາວ-ຈີນເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ໃນໄລຍະຜ່ານມາ, ສອງພັກ ສອງລັດໄດ້ຮ່ວມມືກັນກ້າວໄປໜ້າ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ພວກເຮົາຄວນຮ່ຳຮຽນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ເພື່ອໃຫ້ບັນລຸການພັດທະນາຮ່ວມກັນ.”
ເດືອນເມສາປີ 2019, ໃນໄລຍະບຸນປີໃໝ່ລາວ, ຊາວບ້ານບ້ານສິບແປດຖ້ຳໄດ້ຮ່ວມກັນຂຽນຈົດໝາຍເຖິງທ່ານບຸນຍັງ ວໍລະຈິດ, ເພື່ອແຈ້ງສະພາບການພັດທະນາບ້ານຂອງຕົນໃນ 1 ປີ ທີ່ຜ່ານມາ, ທັງອວຍພອນທ່ານເນື່ອງໃນໂອກາດບຸນປີໃໝ່ລາວ. ຫຼັງຈາກໄດ້ຮັບຈົດໝາຍບໍ່ດົນ, ທ່ານບຸນຍັງ ວໍລະຈິດກໍໄດ້ຂຽນຈົດໝາຍຕອບຄືນ ແລະສົ່ງເຖິງພວກຊາວບ້ານ. ໃນຈົດໝາຍຂອງທ່ານບຸນຍັງ ວໍລະຈິດໄດ້ລະບຸວ່າ, ປະເທດລາວພວມອອກແຮງຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມທຸກຍາກ, ເພື່ອຫຼຸດພົ້ນອອກຈາກສະຖານະການປະເທດດ້ອຍພັດທະນາ, ພຶດຕິກຳທີ່ປະສົບຜົນສຳເລັດຂອງບ້ານສິບແປດຖ້ຳໄດ້ເປັນບົດຮຽນທີ່ລ້ຳຄ່າໃຫ້ແກ່ປະເທດລາວ.
“ການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ” ໄດ້ສະແດງໃຫ້ເຫັນສະຕິປັນຍາຂອງປະເທດຈີນ, ແລະຖືກຍອມຮັບຈາກຊາວໂລກ. ວັນທີ 20 ທັນວາ ປີ 2018, ພາຍໃຕ້ການລິເລີ່ມ ແລະ ການຊຸກຍູ້ຈາກຈີນ, ສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 73 ໄດ້ຮັບຮອງ ມະຕິ“ລຶບລ້າງຄວາມທຸກຍາກຂອງຊົນນະບົດ, ຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030” ທີ່ສະເໜີໂດຍ “ກຸ່ມ 77 ປະເທດ ແລະ ຈີນ”. ມະຕິຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດວ່າດ້ວຍການລຶບລ້າງຄວາມທຸກຍາກໄດ້ບັນທຶກແນວຄິດຕ່າງໆທີ່ສະເໜີໂດຍທ່ານສີຈິ້ນຜິງ, ເຊັ່ນ: “ການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ”, “ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ” “ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ແລະອື່ນໆ, ເຊິ່ງໄດ້ສະໜອງແຜນການຂອງຈີນໃຫ້ແກ່ພາລະກິດຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງໂລກ.
ວັນທີ 25 ກຸມພາປີ 2021, ກອງປະຊຸມສະຫຼຸບຜົນງານ ແລະຍ້ອງຍໍຜູ້ດີເດັ່ນໃນການລຶບລ້າງຄວາມທຸກຍາກທົ່ວປະເທດຈີນໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ
ວັນທີ 25 ກຸມພາປີ 2021, ໃນກອງປະຊຸມສະຫຼຸບຜົນງານ ແລະຍ້ອງຍໍຜູ້ດີເດັ່ນໃນການລຶບລ້າງຄວາມທຸກຍາກທົ່ວປະເທດຈີນ, ທ່ານສີຈິ້ນຜິງໄດ້ປະກາດຢ່າງໜັກແໜ້ນວ່າ: “ໂດຍຜ່ານຄວາມພະຍາຍາມຮ່ວມຂອງທົ່ວພັກ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ, ເນື່ອງໃນໂອກາດສຳຄັນໃນການສະເຫຼີມສະຫຼອງຮັບວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ບັ້ນລຶບລ້າງຄວາມທຸກຍາກຂອງປະເທດເຮົາໄດ້ຮັບໄຊຊະນະຢ່າງຮອບດ້ານ, ປະຊາກອນຜູ້ທຸກຍາກໃນຊົນນະບົດພາຍໃຕ້ມາດຕະຖານໃນປະຈຸບັນ 98,99 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ເມືອງທຸກຍາກ832 ເມືອງໄດ້ຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກທັງໝົດ, ບ້ານທຸກຍາກ 128000 ບ້ານໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ”, “ໄດ້ສ້າງສິ່ງມະຫັດສະຈັນທີ່ສະຫງ່າລາສີອີກອັນໜຶ່ງໃນໂລກມະນຸດທີ່ຖືກຈາລຶກໄວ້ໃນໃນປະຫວັດສາດ.” ບ້ານສິບແປດຖ້ຳໄດ້ຮັບນາມມະຍົດບ້ານ “ແບບຢ່າງໃນການລຶບລ້າງຄວາມທຸກຍາກທົ່ວປະເທດ”.
ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ຜົນສຳເລັດທີ່ສຳຄັນນີ້ໄດ້ປະກອບສ່ວນອັນສຳຄັນໃຫ້ກັບໂລກທີ່ດີງາມ ແລະ ຈະເລີນຮຸ່ງເຮືອງກວ່າເກົ່າດັ່ງທີ່ໄດ້ວາດພາບໄວ້ໃນວາລະການພັດທະນາແບບຍືນຍົງປີ 2030.ຜົນສຳເລັດທີ່ພົ້ນເດັ່ນຂອງຈີນໄດ້ນຳເອົາຄວາມຫວັງ ແລະເພີ່ມກຳລັງໃຈໃຫ້ກັບປະຊາຄົມໂລກ.
ພຶດຕິກຳຕົວຈິງຂອງຈີນໃນການລຶບລ້າງຄວາມທຸກຍາກໄດ້ສະໜອງຄວາມກ້າຫານ ບົດຮຽນ ແລະ ກຳລັງແຮງໃຫ້ຄົນໃນໂລກຫຼາຍກວ່າເກົ່າເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເດັດຖານ, ເຊິ່ງສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ, ຄວາມທຸກຍາກບໍ່ແມ່ນຊາຕາກຳຊີວິດ, ຄວາມທຸກຍາກ ແມ່ນສິ່ງທີ່ສາມາດເອົາຊະນະໄດ້, ສິດຢູ່ລອດຕົວ ແລະ ສິດພັດທະນາແມ່ນສິດທິມະນຸດຂັ້ນພື້ນຖານທີ່ສຳຄັນກວ່າໝູ່, ພາລະກິດຫຼຸດຜ່ອນຄວາມທຸກຍາກແມ່ນເປົ້າໝາຍທີ່ສູງສົ່ງ, ຍິ່ງສົມຄວນເປັນການເຄື່ອນໄຫວຕົວຈິງ, ບັນດາປະເທດຄວນຮ່ວມແຮງຮ່ວມໃຈກັນ, ສູ້ຊົນຢ່າງບໍ່ລົດລະເພື່ອພາລະກິດສັນຕິພາບ ແລະ ການພັດທະນາທີ່ສູງສົ່ງຂອງມວນມະນຸດ.
ຄຳເຫັນ
0