蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຢ໋າງ​ເຈຍ​ສື​ຈະ​ພົບ​ປະ​ກັບ​​ເຈ​ກ ຊູ​ລີ​ວັນ ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ

2021-10-06 14:32:00 CRi

ວັນ​ທີ 6 ຕຸ​ລາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອີງ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອກ​ະ​ພາບ​ກັນ​ທີ່​ໄດ້​ຕົກ​ລົງ​​ກັນ​ໃນ​ເວ​ລາ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາສົນ​ທະ​ນາ​ກັນທາງ​ໂທ​ລະ​ສັບ​ໃນ​ວັນ​ທີ 10 ກັນ​ຍາ​ຜ່ານ​ມາ​ນີ້ ແລະ ໂດຍ​ຜ່ານ​​ການ​ປຶກ​ສາ​ຫາ​ລື​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ຈີນ​ແລະ​ອາ​ເມ​ຣິ​ກາ, ທ່ານ​ຢ໋າງ​ເຈຍ​ສື ກຳ​ມະ​ການ​ກົມ​ກາ​ນ​ເມືອງ​ສູງ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ທາງ​ການ​ທູດ​ສູນ​ກາງ​ຈີນ ແລະ ທ່ານ​ເຈ​ກ ຊູ​ລີ​ວັນ ຜູ້​ຊ່ວຍວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຈະ​ພົບ​ປະ​ກັນ​ຢູ່​ນະ​ຄອນ​ຊູ​ຣິກ​​ປະ​ເທດ​ສະ​ວິ​ສ. ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ ແລະ ບັນ​ຫາ​ທີ່​ກ່ຽວ​ຂ້ອງ.

ຄຳ​ເຫັນ

0