覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຮງ​ບັນ​ດານ​ໃຈ​ຈາກ​ປະ​ຫວັດສາດ110ປີ​ນັບ​ຕັ້ງ​ແຕ່ການ​ປະ​ຕິ​ວັດ​ປີ1911ເປັນ​ຕົ້ນ​ມາ

2021-10-09 17:30:06 cri

ແຮງ​ບັນ​ດານ​ໃຈ​ຈາກ​ປະ​ຫວັດສາດ110ປີ​ນັບ​ຕັ້ງ​ແຕ່ການ​ປະ​ຕິ​ວັດ​ປີ1911ເປັນ​ຕົ້ນ​ມາ_fororder_辛亥革命
 

  ຕອນ​ເຊົ້າຂອງ​ວັນ​ທີ 9 ຕຸ​ລາ​ນີ້, ພິ​ທີ​ລະ​ນຶກ​ເຖິງ​ການ​ປະ​ຕິ​ວັດ​ປີ1911ຄົບ​ຮອບ 110 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ.
 

ວັນ​ທີ 10 ຕຸ​ລາ ປີ1911, ຄ້າຍ​ທະ​ຫານ​ຊ່າງກອງ​ພັນ​ນ້ອຍ​ທີ 8 ຂອງກອງ​ທັບ​ໃໝ່​ແຂວງ​ຫູ​ເປີຍ​​ໄດ້ມີ​ສຽງ​ປືນ​ດັງ​ຂຶ້ນ, ຜ່ານ​ການ​ສູ້​ຮົບ​ຢ່າງ​ດຸ​ເດືອດ​ເປັນ​ເວ​ລາ​ໜຶ່ງ​ຄືນ, ກຳ​ລັງ​ປະ​ຕິ​ວັດ​ສາ​ມາດ​ຍຶດ​ຄອງ​ໄດ້​​ທົ່ວເມືອງ​ອູ​ຊ່າງ, ຫຼັງ​ຈາກ​ນັ້ນ, ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ພາ​ກັນ​ສະ​ໜັບ​ສະ​ໜູນ​ແລະ​ລຸກ​ຮື​ຂຶ້ນ, ມື້​ທຳ​ອິດ​ຂອງ​ປີ1912, ສາ​ທາ​ລະ​ນະ​ລັດ​ຈີນໄດ້​ສະ​ຖາ​ປະ​ນາ​ຂຶ້ນ, ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕປະເທດທຳອິດ​ຢູ່ພາກພື້ນອາຊີໄດ້ກຳເນີດຂຶ້ນ.
 

   ການປະຕິ​ວັດ​ປີ1911 ທີ່​ລະເບີດຂຶ້ນເມື່ອ 110 ປີກ່ອນນັ້ນ ​ເປັນ​ການສິ້ນສຸດລະບອບລາຊະທິປະໄຕຜະເດັດການທີ່​​ປົກຄອງປະເທດຈີນມາເປັນ​ເວ​ລາຫຼາຍ​ພັນ​ປີ. ຈິດໃຈປະຕິ​ວັດ​ປີ1911ຄືຈິດໃຈລັດ​ທິ​ຮັກ​ຊາດ. ຍ້ອນ​ຢູ່​ພາຍ​ໃຕ້​ການ​ກະຕຸກຊຸກ​ຍູ້​ຈາກ​ຈິດໃຈລັດທິຮັກຊາດ, ຊາວພັກກອມ​ມູນິດຈີນໄດ້ແບກ​ຫາບ​ພາ​ລະ​ກິດ​ທີ່ນັກຮົບປະຕິ​ວັດລຸ້ນກ່ອນ​ທີ່ຍັງເຮັດບໍ່ທັນສຳເລັດຜົນນັ້ນ ​ໄດ້​ພາກັນສືບຕໍ່​ຕໍ່ສູ້​​ຕໍ່ໄປ. ນັບ​ແຕ່​ສົງ​ຄາມ​ປະ​ຕິວັດທີ່​ດິນ, ສົງ​ຄາມ​ຕໍ່​ຕ້ານຟາ​ຊິດຍີ່ປຸ່ນຈົນຮອດສົງຄາມປົດປ່ອຍ​ປະຊາ​ຊົນ, ​ໃນ​ຂະ​ນະ​ທີ່ຊາວ​ພັກ​ກອມມູ​ນິດ​ຈີນສືບ​ທອດ​​ຈິດໃຈປະ​ຕິວັດປີ1911ນັ້ນຍັງໄດ້ເສີມຂະຫຍາຍແລະຍົກສູງຈິດໃຈດັ່ງກ່າວໂດຍໄດ້​ນຳ​ພາ​ປະ​ຊາ​ຊົນ​ອັນ​ໄພ​ສານຍາດເອົາໄຊຊະນະຂອງ​ການ​ປະ​ຕິ​​ວັດລັດທິປະຊາທິປະໄຕແບບໃໝ່, ເຊິ່ງໄດ້ບັນລຸເປົ້າໝາຍ​ຄວາມເປັນເອ​ກະ​ລາດ​ແຫ່ງ​ຊາດ​ແລະ​ປົດ​ປ່ອຍ​ປະ​ຊາ​ຊົນ​ຕາມ​ຄວາມ​ໃຝ່​ຝັນ​ຂອງ​ນັກຮົບຜູ້ຮັກຊາດຮັກຄວາມເປັນທຳ​ທັງຫຼາຍຈົນນັບບໍ່ຖ້ວນ​ນັບ​ຕັ້ງ​ແຕ່​ສົງຄາມ​ຢາ​ຝິ່ນ​ປີ1840ເປັນຕົ້ນມາ. ຈີນສັງຄົມນິ​ຍົມ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີວິດໄດ້ຢືນ​ຢ່າງສະຫງ່າຜ່າເຜີຍຢູ່ດິນແດນຕາເວັນອອກຂອງໂລກ.
 

ໃນພິທີລະນຶກເຖິງ​ການ​ປະ​ຕິວັດປີ1911 ຄົບຮອບ 110 ປີ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວ​ວ່າ: ປະ​ຫວັດ​ສາດ​ 110 ປີນັບແຕ່​ການ​ປະ​ຕິວັດປີ1911ເປັນຕົ້ນມາໄດ້ສ້າງແຮງ​ບັນ​ດານ​ໃຈ​ໃຫ້​ກັບ​ພວກ​ເຮົາ​ວ່າ ການບັນລຸເປົ້າໝາຍ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອັນຍິ່ງ​ໃຫຍ່​ຂອງ​ຊາດ​ຈີນ​ຕ້ອງມີ​ກຳ​ລັງ​ເຂັ້ມ​ແຂງ​ເພື່ອນຳພາປະຊາຊົນຈີນ​ກ້າວ​ເດີນ​ໄປ​ໜ້າ, ເຊິ່ງກຳລັງເຂັ້ມ​ແຂງ​​ນີ້​ກໍ​ແມ່ນ​ພັກ​ກອມມູ​ນິດ​ຈີນ. ເສັ້ນທາງ​ແມ່ນບັນຫາ​​ພື້ນຖານທີ່ສຸດ, ຕ້ອງບັນລຸເປົ້າໝາຍ​ດັ່ງ​ກ່າວ​ໂດຍ​ອາ​ໄສ​ປະ​ຊາ​ຊົນ​ຈີນບຸກ​ບືນ​ສູ້​ຊົນ​ຢ່າງກ້າຫານ​ດ້ວຍ​ຕົນ​ເອງ, ປະ​ຊາ​ຊົນ​ຈີນ​ແລະ​ປະຊາຊາດຈີນຕ້ອງຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ອາ​ໄສຄວາມສາ​ມັກຄີກັນເພື່ອເອົາຊະນະຄວາມສ່ຽງແລະສິ່ງທ້າທາຍທຸກ​ຢ່າງບົນເສັ້ນທາງກ້າວເດີນໄປໜ້າ, ບໍ່ພຽງແຕ່ຕ້ອງ​ການ​ສະ​ພາບ​ແວດ​ລ້ອມພາຍໃນປະເທດທີ່​ມີຄວາມ​ສະ​ຫງົບ,ມີສະຖຽນລະພາບແລະມີຄວາມສາ​ມັກ​ຄີກັນເທົ່ານັ້ນ, ຍັງຕ້ອງ​ການສະ​ພາບ​ແວດ​ລ້ອມ​ສາກົນທີ່​ມີ​ສັນ​ຕິ​ພາບ​ແລະ​ສະຖຽນລະພາບ​ອີກດ້ວຍ.

ຄຳ​ເຫັນ

0