郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ອູ່ເຈ່ຍເຫວີຍ ຜູ້ປົກປ້ອງຊີວະພາບທຳມະຊາດ

2021-10-11 16:59:37 cri

   ຍາມ​ນ້ອຍ ​ປູ່ບອກ​ໃຫ້​ຮູ້​ວ່າ: ຢູ່ໃນແມ່​ນ້ຳ​ທີ່​ຢູ່​ຕໍ່ໜ້າ​ເຮືອນ ມີ​ປູ, ປາດຸກ, ເປັດ​ປ່າ, ບາງ​ທີກໍ່​ມີ​ເຕົ່າ​ໂຕ​ໃຫຍ່​ສ່ຳ​ກັບ​ອ່າງ​ລ້າງ​ໜ້າ. ໝູ່​ໃກ້​ເຮືອນ​ເຫຼົ່າ​ນີ້ ຫາຍ​ໄປ​ດົນ​ແລ້ວ,​ ແຕ່​ປັດ​ຈຸ​ບັນ ​ພວກ​ມັນ ໄດ້ຄ່ອຍໆ​​ກັບຄືນ​ມາ​ອີກ.

   ທ່ານ ອູ່​ເຈ່ຍ​ເຫວີຍ ເປັນຄົນນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ອີງ​ຕາມ​ຄວາມ​ສົນ​ໃຈ​ຂອງ​ຕົນ, ຫຼັງຈາກ​ຮຽນຈົບຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ​ ລາວໄດ້ກາຍ​ເປັນ​ວິ​ສະວະ​ກອນໃນຂະແໜງການ​ປ່າ​ໄມ້ທີ່​ເຮັດ​ວຽກ​ປົກ​ປັກຮັກສາຊີ​ວະ​ພາບ​ທຳ​ມະ​ຊາດ​ ພ້ອມດ້ວຍພືດແລະ​ສັດ​ປ່າ​. ເຊີງ​ຕູ່​ເປັນ​ເທດ​ສະ​ບານ​ທີ່​ໃຫຍ່ກວ່າ​ໝູ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ມີ​ປະ​ຊາ​ກອນ​ເກືອບ 17 ລ້ານ​ຄົນ​, ​ມີ​ເນື້ອ​ທີ່ 14 ພັນຕາ​ຕະ​ລາງກິໂລ​ແມັດ.

   ເມຍ​ຂອງທ່ານ ອູ່​ເຈ່ຍ​ເຫວີຍ ​ເປັນໂຄສົກຜູ້​ຈັດ​ທຳ​ລາຍ​ການ​​ຂ່າວ​ຂອງ​ສື່​ທ້ອງ​ຖິ່ນ. ທຸກ​ໆຕອນ​ເຊົ້າ​ຂອງວັນ​ເຂົ້າ​ການ, ເຂົາ​ເຈົ້າ​ຕ້ອງ​ກິນ​ເຂົ້າ​ເຊົ້າ​ໃນ​ເຮືອນ​ກ່ອນ​ໄປ​ເຂົ້າ​ການ.

   ເອົາໝາກ​ແອ​ເບີນ​ໜ່ວຍ​ໜຶ່ງ​ແລະ​ໝາກ​ຄາຍ​ສອງ​ໜ່ວຍ​ໄດ້​ບໍ່? ໄດ້.

   ເຮືອນ​ເຂົາ​ເຈົ້າຕັ້ງ​ຢູ່​ໃຈ​ກາງ​ເມືອງ, ມີ​ຫ້ອງ​ອາ​ຫານ ​ຫ້ອງ​ຮັບ​ແຂກ​ ແລະ ຫ້ອງນອນ 2 ຫ້ອງ, ເປັນ​ຕຶກ​ອາ​ຄານ​ຊັ້ນ​ສູງ​ທີ່ມີຢູ່ທົ່ວໄປ​ໃນ​ຕົວ​ເມືອງ​ຈີນ. ເມື່ອ​ຢືນ​ຢູ່​​ລະບຽງ​ຕາກ​ແດດເບິ່ງ​ໄປ​ທາງນອກຈະໄດ້ເຫັນວ່າ, ນອກ​ຈາກ​ຕຶກ​ອາ​ຄານເຮັດສ້າງດ້ວຍເຫຼັກເສັ້ນ ແລະ ຊີມັງ​ຫຼາຍ​ຫຼັງ​ແລ້ວ, ຍັງ​ມີ​ສວນ​ສາ​ທາ​ລະ​ນະ​ໃນ​ເມືອງ​ທີ່​ມີ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ. ພືດລັນເຕົາທີ່ເຂົາ​ເຈົ້າປູກຢູ່​ລະບຽງນັ້ນ ​ໄດ້​ດຶງ​ດູດນົກ Chinese Bulbul ມາ​ພັກ​ຜ່ອນ​ຢູ່ນີ້.

   ການສະແກນ QR Code ດ້ວຍ APP ແລະຈ່າຍເງິນດ້ວຍຮູບການເອລັກໂຕຣິກ, ຂີ່​ລົດ​ຖີບ​ສາທາລະນະ​ເຂົ້າ​ແທນ​ຂັບ​ລົດ, ເດືອນນີ້ ອູ່​ເຈ່ຍ​ເຫວີຍ​ໄດ້​ຂີ່​ລົດ​ຖີບ​ທັງໝົດ 102 ກິໂລແມັດ,  APP ສະແດງໃຫ້ເຫັນວ່າ​ໄດ້​ຫຼຸດ​ການ​ປ່ອຍ​ກາກບອນ​ດີ​ອອກ​ຊິກ 12 ກິ​ໂລກຼາມ.

ພາຍ​ໃຕ້​ການ​ອຸດ​ໜູນ​ຈາກ​ລັດ​ແລະ​ວິ​ສາ​ຫະ​ກິດ, ອູ່​ເຈ່ຍ​ເຫວີຍ​ໄດ້ສ້າງ​ຕັ້ງ​ສູນ​ພັດ​ທະ​ນາ​ເຂດ​ຊຸມ​ຊົນ​ເຊິ່ງມີຈຸດປະສົງເພື່ອ​​ໃຫ້​ມວນ​ມະ​ນຸດ​ແລະ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ປອງດອງ​ກັນ. ຢູ່​ໃນສູນແຫ່ງນີ້​ ມີ​ພະ​ນັກ​ງານ 5 ຄົນ​ ແລະ​ ​ອາ​ສາ​ສະ​ໝັກ 20 ຄົນ.

​ການດຳ​ເນີນ​ການສຳ​ຫຼວດ​ຊີວະ​ນາ​ໆ​ພັນ​, ຈັດກິດຈະກຳ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງອາ​ສາ​ສະ​ໝັກ ແລະ ວາງ​ແຜນອະນຸລັກໂດຍສະ​ເພາະນັ້ນ ເປັນ​ຈຸດ​ໜັກ​ໃນ​ວຽກ​ງານ​ປະ​ຈຳ​ວັນ​ຂອ​ງ​ຊາວ​ໜຸ່ມ​ກຸ່ມນີ້.

   ຄອມ​ພິວ​ເຕີ, ປຶ້ມ​ບັນ​ທຶກ, ກ້ອງ​ຖ່າຍ​ຮູບ, ກ້ອງ​ຊ່ອງ​ ແມ່ນ​ເຄື່ອງໃຊ້ອັນຈຳເປັນໃນ​ການ​ວັດ​ແທກຢູ່ພາກສະໜາມ.

   ເມື່ອ​ສອງ​ເດືອນ​ປາຍ​ກ່ອນ, ໄດ້​ຕິດ​ຕັ້ງ​ກ້ອງ​ຖ່າຍ​ຮູບແອງຟຼາຣູດ​ຢູ່​ເຂດດິນທາມ​ຢູນ​ຊຽວ, ມື້ນີ້​ມາ​ກວດເບິ່ງວ່າ​ຖ່າຍ​ໄດ້​ອີ່​ຫຍັງແລ້ວ.

   ປີ 2008, ອູ່​ເຈ່ຍ​ເຫວີຍ​ ແລະ ເພື່ອນ​ຮ່ວ​ມ​ງານ​ ໄດ້​ພົບ​ເຫັນ​ດິນທາມ​ແຫ່ງນີ້​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງນະຄອນ​ເຊີງ​ຕູ່. ໂດຍ​ໄດ້​ຮັບ​ການມອບ​ໝາຍ​ຈາກ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ເຂົາ​ເຈົ້າ​ເລີ່ມ​ເຮັດ​ວຽກ​ງານ​ຟື້ນ​ຟູ​ຊີ​ວະ​ພາບ​ແລະ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ດີ​ຢູ່​ທີ່ນີ້.

ມາຮອດ​ປັດ​ຈຸ​ບັນ, ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ພັດ​ທະ​ນາ​ຂອງ​ເຂດ​ສະຫງວນ​ທຳ​ມະ​ຊາດ 115 ແຫ່ງ, ຢູ່​ແຫ່ງ​ເຫຼົ່າ​ນັ້ນ ແຫຼ່ງ​ນ້ຳ ປ່າ​ໄມ້​ ແລະ​ ດິນ​ຫຍ້າ​ລ້ວນ​ແຕ່​ໄດ້ຮັກສາການໝູນ​ເດີນ​ແບບທຳມະຊາດ​ເປັນ​ຢ່າງ​ດີ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຈາກ​ຜູ້​ປົກ​ປ້ອງ​ຊີ​ວະ​ພາບນັບມື້ນັບ​ຫຼາຍຂຶ້ນ, ​ມາ​ຮອດ​ປີ 2020, ອັດ​ຕາ​ການປົກຫຸ້ມປ່າ​ໄມ້​ຂອງ​ຈີນໄດ້​ບັນ​ລຸເຖິງ 22,96%, ກາຍເປັນ​ປະ​ເທດ​ພຽງ​ໜຶ່ງດຽວໃນ​ໂລກ​ທີ່​ອັດ​ຕາ​ປົກຫຸ້ມປ່າ​ໄມ້​ເພີ່ມ​ຂຶ້ນ​​.

   ການ​ຖ່າຍ​ຮູບ​ ແລະ​ ບັນ​ທຶກ​ສັດ​ປ່າ​ແລະ​ພືດ​ປ່າ ແມ່ນ​ວຽກ​ງານ​ຕົ້ນ​ຕໍອີກ​ຢ່າງ​ໜຶ່ງ​ຂອງ​ອູ່​ເຈ່ຍ​ເຫວີຍ.​ລາວໄດ້ວາງກ້ອງຖ່າຍໄວ້ຢູ່​ເຂດ​ພູ​ດອຍ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ທີ່​ມີ​ພູມ​ສັນຖານ​ພິ​ເສດ. ​ເຂດນີ້​ບໍ່​ພຽງ​ແຕ່​ແມ່ນບ່ອນເພິ່ງພາອາໄສຂອງ​ໝີ​ແພນ​ດາ, ລີງ​ຂົນ​ສີ​ຄຳເສ​ສວນ ແລະ​ ສັດ​ປ່າ​ອື່ນໆ​ທີ່​ມີ​ໜ້ອຍ​ທີ່ສຸດ​ເທົ່ານັ້ນ, ຍັງ​ມີ​​ຊົນ​ເຜົ່າ​ສ່ວນ​ໜ້ອຍຂອງ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່ນີ້​ເປັນ​ຫຼາຍ​ເຊັ່ນ​ຄົນ.

   ເຄີຍປີນ​ຜ່ານ​ພູ​ຫິ​ມະ​ທີ່​ສູງກວ່າ​ລະດັບໜ້າ​ນ້ຳ​ທະ​ເລ 5 ພັນ​ແມັດ, ເຄີຍນອນ​ຢູ່​ໃນ​ຕູບ​ເປັນເວລາ​ໜຶ່ງອ​າ​ທິດຢ່າງຕິດຕໍ່ກັນ, ທຸກມື້​ຕ້ອງຍ່າງ​ປະ​ມານ 3 ໝື່ນ​ບາດກ້າວ, ນີ້ແມ່ນ​ສະ​ພາບ​ການ​ປົກ​ກະ​ຕິຂອງການ​ສຳ​ຫຼວດຄົ້ນຄວ້າ​ຢູ່​ໃນ​ປ່າ. ອາ​ໄສ​ແຕ່​ການ​ຟັງ​ສຽງຮ້ອງ, ອູ່​ເຈ່ຍ​ເຫວີ​ຍ​ກໍ​ສາ​ມາດ​ຈຳ​ແນກ​ໄດ້​ນົກ​ປ່າ​ເຖິງ​ຫຼາຍ​ຮ້ອຍ​ຊະ​ນິດ.

   ເມື່ອກີ້ນີ້ ນົກ Chrysolophus pictus ຮ້ອງ​ແລ້ວ. ນີ້​ແມ່ນ​ນົກ Pterorhinus sannio, ແຫ່ງນັ້ນ​ ຍັງ​ມີນົກ Pycnonotidae ສອງສາມ​ໂຕ.

   ໃນ​ສິບກວ່າ​ປີ​ມານີ້, ລາວ​ໄດ້​ຖ່າຍ​ຮູບ​ສັດ​ ແລະ ​ພືດ 3 ພັນ​ກວ່າ​ປະ​ເພດ​ເຖິງ 150 ພັນ​ກວ່າ​ໃບ, ທັງໄດ້ສະສົມ​ຂໍ້​ມູນ​ດ້ານ​ສຽງ ​ແລະ​ ວິ​ດີ​ໂອ​ 1000 ກວ່າ​ນາ​ທີ.

​ສຽງ​ ແລະ ​ວິ​ດີ​ໂອທີ່ເກັບມາ​ຈາກ​ທຳ​ມະ​ຊາດນັ້ນ ເຮັດ​ໃຫ້​ຄົນ​ຍິ່ງ​ຫຼາຍ​ໃກ້​ຊິດ​ຄວາມ​ສວຍ​ງາມ​ຂອງ​ທຳ​ມະ​ຊາດ ແລະ ເຂົ້າ​ຮ່ວມ​ຖັນ​ແຖວ​ປ້ອງ​ກັນ​ທຳມະຊາດ.

ແຫ່ງນັ້ນ​ມັນ​ແຫ້ງ​ແລ້ງຫຼາຍ, ສະ​ນັ້ນ ສິ່ງ​ແວດ​ລ້ອມ​ຢູ່ບໍລິເວນນີ້​ ລ້ວນແຕ່​ແຫ້ງແລ້ງ​ຫຼາຍ, Phrynocephalus ກໍ​ມີ​ຜິວ​ເປັນ​ສີ​ເຫຼືອງ​ເໝືອນ​ດັ່ງ​ຂີ້​ຊາຍ ມັນ​ເປັນ​ສີ​ປ້ອງ​ກັນ​ຕົນ​ເອງ.

ຮູບຖ່າຍ​ ແລະ ​ວິ​ດີ​ໂອ​ຈຳ​ນວນ​ຫຼວງ​ຫຼາຍ ກາຍ​ເປັນ​ຂໍ້​ມູນ​ຊີ​ວະ​ພາບ​ທຳ​ມະ​ຊາດ​ທີ່​ປະ​ເສີດ.

ປີ 2012, ສຳ​ນັກ​ງານ​ແຜນ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ໄດ້ມອບ ​“ລາງວັນ​ເສັ້ນ​ສູນສູດ” ໃຫ້​ທ່ານ ​ອູ່​ເຈ່ຍ​ເຫວີຍ ເຊິ່ງ​ເປັນ​ການ​ຢືນ​ຢັນ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ຊາ​ຄົມ​ໂລກ​ຕໍ່​ວຽກ​ງານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ ແລະ ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງຈີນ.

ແຕ່​ລະ​ຄົນ​ລ່ວນ​ແຕ່​ເປັນ​ຜູ້​ອະ​ນຸ​ລັກ, ຜູ້​ສ້າງ​ສາ ແລະ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ, ຂ້າ​ພະ​ເຈົ້າ​ຄຶດ​ວ່າ: ຕົວເອງ​ກໍ່​ເປັນ​ສ່ວນ​ໜຶ່ງ​ໃນພວກ​ເຂົາ​ເຈົ້າ.

   ເມື່ອ​ຮູ້​ຈັກ​ສັດ​ ແລະ​ ພືດ​ເຫຼົ່າ​ນີ້ແລ້ວ, ເຈົ້າ​ຈຶ່ງ​ຈະ​ສາມາດຖະ​ໜຸ​ຖະ​ໜອມ​ພວກມັນໄດ້ຫຼາຍກວ່າ ແມ່ນ​ບໍ? ເຈົ້າຈຶ່ງ​ຈະຮູ້​ວ່າ ຈະ​ອະນຸລັກພວກມັນ​ແນວ​ໃດ,​ ເຮັດ​ແນວ​ໃດ​ ໃຊ້​ວິ​ທີຕາມຫຼັກ​ວິ​ທະ​ຍາ​ສາດ​ຫຼາຍທີ່​ສຸດ ​ແລະ ​ດີ​ທີ່​ສຸດ​ ເພື່ອເຮັດໃຫ້​ພວກ​ມັນ​ຢູ່​​ຄຽງຂ້າງ​ມະ​ນຸດ​ເຮົາ​ຕະຫຼອດໄປ.

   ພວກ​ເຮົາ​ໃຊ້ຊີວິດຢູ່​ໃນ​ໜ່ວຍ​ໂລກດຽວກັນ, ຕ້ອງ​ອະນຸລັກ​ຊັບ​ພະ​ຍາ​ກອນ​ຊີ​ວະ​ພາບ​ທຳ​ມະ​ຊາດ​ທີ່​ມີ​ຈຳ​ນວນ​ຈຳ​ກັດ, ປົກ​ປັກ​ຮັກ​ສາຊີວະນາ​ນາ​ພັນ, ມີ​ຊາວ​ໜຸ່ມ​ຈີນ​ຍິ່ງ​ຫຼາຍ ກຳ​ລັງ​ເດີນ​ຕາມ​ເສັ້ນ​ທາງນີ້​ແລ້ວ.

 

ຄຳ​ເຫັນ

0