刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ເຖິງ​ການ​ເຄື່ອນ​ໄຫວຂອງ​ຝຸງ​ຊ້າງ​ຢຸນ​ນານຂຶ້ນ​ເໜືອ​ແມ່ນການ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ

2021-10-12 21:26:41 cri

ຕອນ​ບ່າຍ​ວັນ​ທີ 12 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​​ຜູ້​ນຳ​ປະ​ເທດ​ພາ​ຄີ​ໃນສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​​ຊີ​ວະ​ນາ​ນາ​ພັນ​ຄັ້ງ​ທີ 15 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນ ຜ່ານ​ທາງວີ​ດີ​ໂອ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ການ​ສ້າງຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ. ກ່ອນ​ໜ້າ​ນີ້, ຝຸງ​ຊ້າງ​ຢຸນ​ນານ​ໄດ້​ເຄື່ອນ​ໄຫວ​ຂຶ້ນເໜືອ​ແລ້ວ​ກັບ​ຄືນຖິ່ນ​ເດີມ, ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັດ​ປ່າ. ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​​ຄວາມສີ​ວິ​ໄລ​ດ້ານ​ນິ​ເວດ, ​ທັງຈະ​ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ໃໝ່​​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່, ມີ​​ການ​ປະ​ສານ​ງານກັນ, ສີ​ຂຽວ, ເປີດກວ້າງ ແລະ​ຊົມ​ໃຊ້​ຮ່ວມ​ກັນ​ຢ່າງ​ໝັ້​ນ​ໜຽວບໍ່​ປ່ຽນ​ແປງ, ສ້າງ​ສາ​ປະ​ເທດ​ຈີນ​ທີ​ສວຍ​ງາມ.”

ຄຳ​ເຫັນ

0