ວັນທີ 4 ພະຈິກ 2016 ນີ້, ສັນຍາປາຣີວ່າດ້ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ 178 ປະເທດໄດ້ຮ່ວມລົງນາມໄດ້ຈັດຕັ້ງປະຕິບັດຢ່າງເປັນທາງການ.
ໃນສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດຄັ້ງທີ 75 ທີ່ຈັດຂຶ້ນໃນເດືອນກັນຍາປີ 2020, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳໝັ້ນສັນຍາຕໍ່ໂລກວ່າ: ຈີນຈະສຸມທຸກກຳລັງເພື່ອໃຫ້ປະລິມານການປ່ອຍກາກບອນດີອອກຊິດເຖິງຈຸດສູງສຸດເມື່ອຮອດປີ 2030 ແລະຈະບັນລຸເປົ້າໝາຍການປອດການປ່ອຍກາກບອນດີອອກຊິດກ່ອນປີ 2060. ຫຼັງຈາກນັ້ນ 1 ປີ, ໃນວັນທີ 21 ກັນຍາປີນີ້, ທ່ານ ສີຈິ້ນຜິງ ໄດ້ປະກາດໃນເວລາເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76 ຜ່ານທາງວິດີໂອວ່າ: ຈີນຈະບໍ່ລົງທຶນສ້າງໂຮງຜະລິດໄຟຟ້າດ້ວຍຖ່ານຫີນຢູ່ຕ່າງປະເທດອີກ. ນີ້ໄດ້ສະແດງໃຫ້ເຫັນເຖິງທັດສະນະຂອງຈີນໃນການສະໜັບສະໜູນການພັດທະນາສີຂຽວແລະສຸມກຳລັງເຂົ້າໃນການຈັດຕັ້ງປະຕິບັດສັນຍາປາຣີເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ກະຊວງສິ່ງແວດລ້ອມແລະນິເວດວິທະຍາຂອງຈີນໄດ້ແຈ້ງໃຫ້ຮູ້ວ່າ: ປະລິມານການປ່ອຍກາກບອນດີອອກຊິດຂອງຈີນໃນປີ 2020 ໄດ້ຫຼຸດລົງ 18,8% ເມື່ອທຽບໃສ່ປີ 2015, ໃນຂະນະດຽວກັນ, ພະລັງງານທີ່ບໍ່ແມ່ນຊາກຟອດຊີວຂອງຈີນກໍ່ກວມການບໍລິໂພກພະລັງງານໄດ້ເຖິງ 15,9%, ນີ້ລ້ວນແຕ່ໄດ້ບັນລຸເປົ້າໝາຍປີ 2020 ທີ່ຈີນໄດ້ໃຫ້ຄຳໝັ້ນສັນຍາກັບປະຊາຄົມໂລກເກີນຄາດໝາຍ.
ໃນເວລາທີ່ຫຼາຍປະເທດໃນໂລກໄດ້ຮ່ວມແຮງຮ່ວມໃຈກັນສຸມຄວາມພະຍາຍາມເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອາເມຣິກາພັດໄດ້ຖອນອອກຈາກສັນຍາປາຣີຢ່າງເປັນທາງການໃນວັນທີ 4 ພະຈິກປີ 2020 ໃນຂໍ້ອ້າງທີ່ວ່າການປ່ຽນແປງຂອງດິນຟ້າອາກາດແມ່ນກົນອຸບາຍຫຼອກລວງ, ກາຍເປັນປະເທດພາຄີໃນສັນຍາຂອງໂລກທີ່ຖອນອອກຈາກສັນຍາປາຣີແຕ່ຝ່າຍດຽວຈົນຮອດປັດຈຸບັນນີ້, ເຊິ່ງເປັນການຝືນກັບທັດສະນະທີ່ປະຢັດພະລັງງານແລະຫຼຸດການປ່ອຍກາກບອນດີອອກຊິດ. ການທີ່ອາເມຣິກາຖອນອອກຈາກສັນຍາປາຣີໄດ້ຍົກເລີກຂໍ້ຈຳກັດດ້ານການປ່ອຍກາກບອນດີອອກຊິດຂອງອາເມຣິກາ,ນອກຈາກໄດ້ກະທົບຕໍ່ແຜນການລະບາຍກາກບອນດີອອກຊິດຂອງປະເທດອື່ນອື່ນໃນໂລກໂດຍກົງແລ້ວ,ຍັງໄດ້ເຮັດໃຫ້ການຮ່ວມມືດ້ານການຫຼຸດປະລິມານການປ່ອຍກາກບອນດີອອກຊິດໃຫ້ໜ້ອຍລົງລະຫວ່າງປະເທດຕ່າງໆກັບອາເມຣິກາບໍ່ມີຜົນສັກສິດ.
ເຖິງວ່າທ່ານ ໂຈ ໄບເດັນ ປະທານາທິບໍດີຊຸດໃໝ່ຂອງອາເມຣິກາໄດ້ປະກາດວ່າອາເມຣິກາຈະເຂົ້າຮ່ວມສັນຍາປາຣີຄືນໃໝ່ກໍຕາມ, ຈົນເຖິງຂັ້ນໄດ້ສະເໜີແຜນການກ່ຽວກັບການຫຼຸດການປ່ອຍກາກບອນດີອອກຊິດທີ່ມີມູນຄ່າ 1.700 ຕື້ໂດລາສະຫະລັດສະບັບໜຶ່ງອີກດ້ວຍ,ເພື່ອເຮັດໃຫ້ອາເມຣິກາທີ່ເປັນປະເທດອັນດັບສອງຂອງໂລກໃນການປ່ອຍກາກບອນດີອອກຊິດບັນລຸເປົ້າໝາຍການປອດການລະບາຍກາກບອນດີອອກຊິດເພື່ອຮອດປີ 2050. ແຕ່ທີ່ຈິງແລ້ວ, ອາເມຣິກາພຽງແຕ່ໃຫ້ຄຳໝັ້ນສັນຍາແບບປາກເປົ່າລ້າໆໃນການຫຼຸດປະລິມານການປ່ອຍກາກບອນດີອອກຊິດໃຫ້ໜ້ອຍລົງ.
ແຕ່ປີ 2012 ເປັນຕົ້ນມາ, ຢູ່ລັດຄາລີຟໍເນຍຂອງອາເມຣິກາເກືອບວ່າຕັ້ງແຕ່ເດືອນກໍລະກົດຫາເດືອນກັນຍາຂອງແຕ່ລະປີລ້ວນແຕ່ຈະເກີດໄຟໄໝ້ປ່າຂະໜາດໃຫຍ່. ໄຟໄໝ້ພູຢູ່ລັດຄາລີຟໍເນຍທີ່ເລີ່ມຕົ້ນໃນວັນທີ 4 ທັນວາຂອງປີ 2017 ໄດ້ໄໝ້ຍາວນານເກືອບ 6 ເດືອນ. ຕາມສະຖິຕິ, ປີ 2020, ປະລິມານການປ່ອຍກາກບອນດີອອກຊິດຍ້ອນໄຟໄໝ້ພູຢູ່ອາເມຣິກາໄດ້ມີຫຼາຍກວ່າ 35 ລ້ານໂຕນ, ເກືອບເທົ່າກັບຍອດປະລິມານການປ່ອຍກາກບອນດີອອກຊິດທັງໝົດໃນ 1 ປີຢູ່ອາເມຣິກາ. ສ່ວນໄຟໄໝ້ພູຢູ່ລັດຄາລີຟໍເນຍທີ່ເລີ່ມຕົ້ນໃນເດືອນມິຖຸນາປີ 2021 ຈົນຮອດປັດຈຸບັນໄດ້ໄໝ້ຍາວນານເກືອບ 4 ເດືອນແລ້ວຍັງບໍ່ທັນດັບມອດໝົດເທື່ອ. ໄຟໄໝ້ພູຢ່າງຕໍ່ເນື່ອງໄດ້ປ່ອຍກາກບອນໂມໂນຊິດ,ນີຕຣິກອອກຊິດ,ເກີດມີຂີ້ຝຸ່ນແລະອາຍພິດອື່ນໆຢ່າງຫຼວງຫຼາຍຂຶ້ນສູ່ຊັ້ນອາກາດ,ເຊິ່ງໄດ້ທຳລາຍສິ່ງແວດລ້ອມນິເວດຢ່າງຫຼວງຫຼາຍ.
ໂດຍຜະເຊີນໜ້າກັບໄຟໄໝ້ພູທີ່ເກີດຂຶ້ນຫຼາຍປີຕິດຕໍ່ກັນ, ທ່ານ ກາວິນ ນິວຊອນ ເຈົ້າໜ້າທີ່ລັດຄາລີຟໍເນຍໄດ້ກ່າວຖ້ອຍຄວາມວ່າ: “ໂລກພວມອຸ່ນຂຶ້ນ,ເຈົ້າຍັງຕ້ອງການຫຼັກອ້າງອີງຫຍັງອີກ?” ໄຟໄໝ້ພູທີ່ເກີດຂຶ້ນຢູ່ລັດຄາລີຟໍເນຍຢ່າງຕໍ່ເນື່ອງເປັນເວລາຫຼາຍປີຕິດຕໍ່ກັນໄດ້ສ່ອງແສງໃຫ້ເຫັນອີກດ້ານໜຶ່ງເຖິງຄວາມປ່ອຍປະລະເລີຍແລະບໍ່ເອົາໃຈໃສ່ຂອງອາເມຣິກາໃນການຫຼຸດການລະບາຍກາກບອນດີອອກຊິດໃຫ້ໜ້ອຍລົງ. ພວກເຮົາຢາກຖາມວ່າ: ຍາມໃດອາເມຣິກາຈຶ່ງຈະສາມາດເຮັດແທ້ທຳຈິງເພື່ອປອດການປ່ອຍກາກບອນດີອອກຊິດ.
ຄຳເຫັນ
0