刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຄວນ​​ມີ​ຈິດ​ໃຈເຄົາ​ລົບ​​ທຳ​ມະ​ຊາດ

2021-10-12 21:25:24 cri

ຕອນ​ບ່າຍ​ວັນ​ທີ 12 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​​ຜູ້​ນຳ​ຂອງ​ປະ​ເທດ​ພາ​ຄີ​ໃນສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​​ຊີ​ວະ​ນາ​ນາ​ພັນຄັ້ງ​ທີ 15​ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນ ຜ່ານ​ທາງວີ​ດີ​ໂອ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຊີ​ວະ​ນາ​ນາ​ພັນ​ກຳ​ເນີດ​ເກີດ​ຂຶ້ນ​ຈາກ​ຄວາມ​ກົມ​ກຽວ​​ກັນຂອງ​ທຳ​ມະ​ຊາດ ແລະເຕີບ​ໃຫຍ່​ຂຶ້ນ​ຍ້ອນ​ມີ​ທາດ​ບຳ​ລຸງ​ສາ​ເພາະ​ຂອງ​ໃຜ​ມັນ. ຄວາມຫຼາກຫຼາຍ​ສີ​ສັນ​ຂອງ​​ຊີ​ວະ​ນາ​ນາ​ພັນ​ໄດ້​ເຮັດ​ໃຫ້​ໜ່ວຍ​ໂລກ​ມີ​ຊີ​ວິດ​ຊີ​ວາ ທັງ​ເປັນ​ພື້ນ​ຖານ​ການຢູ່​ລອດ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ. ເມື່ອ​ມວນ​ມະ​ນຸດ​ສາ​ມາດ​ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ​ດ້ວຍ​ຄວາມ​ເປັນ​ມິດ, ທຳ​ມະ​ຊາດ​ຈະ​ຕອບ​​ບຸນແທນຄຸນດ້ວຍ​ຈິດ​ໃຈ​ເມດ​ຕາ; ເມື່ອມວນ​ມະ​ນຸດ​ຂຸດ​ຄົ້ນທຳ​ມະ​ຊາດ​ຢ່າງ​ຢ່າ​ເຖື່ອນ, ທຳ​ມະ​ຊາດ​ກໍ​ຈະ​ລົງ​ໂທດ​ແບບ​ໄຮ້​ຄວາມ​ປາ​ນີ. ພວກ​ເຮົາ​ຄວນ​ມີ​ຈິດ​ໃຈ​ເຄົາ​ລົບ​ທຳ​ມະ​ຊາດ, ພັດ​ທະ​ນາ​ຕາມ​ກົດ​ເກນ​ທຳ​ມະ​ຊາດ, ປົກ​ປັກ​ຮັກ​ສາ​ທຳ​ມະ​ຊາດ ເພື່ອ​ສ້າງ​ສາ​ບ້ານ​ເມືອງ​ຮ່ວມ​ຂອງ​ໜ່ວຍ​ໂລກ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​​ໄດ້ຢ່າງ​ກົມ​ກຽວ.”

ຄຳ​ເຫັນ

0