刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜີງກ່າວ​ວ່າ:ຈີນຈະອອກແຮງພັດທະນາພະລັງງານໝູນ​ວຽນ

2021-10-12 22:02:26 cri

ຕອນແລງວັນທີ 12 ຕູລານີ້,ທ່ານສີຈິ້ນຜີງ ປະທານປະເທດຈີນໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳ​ປະ​ເທດ​ພາຄີ​ໃນສົນທິສັນຍາຊີວະນາໆພັນຄັ້ງທີ 15 ທີ່ ຈັດຂຶ້ນຢູ່ນະຄອນຄຸນໝິງດ້ວຍຮູບແບບວີດີໂອ ທັງໄດ້ກ່າວຄຳ ປາໄສສຳຄັນ.​​

ທ່ານສີຈິ້ນຜີງກ່າວວ່າ:“ເພື່ອຊຸກຍູ້ການບັນລຸເປົ້າໝາຍເຮັດໃຫ້ການປ່ອຍກາບອນ ​ເຖິງລະດັບສູງສຸດແລະການປອດການປ່ອຍກາບອນ,ຈີນຈະເຜີຍແຜ່ແຜນການ ປະຕິບັດງານ​ກ່ຽວ​ກັບການປ່ອຍກາບອນ​ເຖິງລະດັບສູງສຸດ​ໃນຂົງເຂດແລະຂະ ແໜງການສຳຄັນແລະມາດຕະການສະໜັ​ບສະໜູນແລະການ​ຮັບປະກັນຕ່າງໆ ຕາມ​ລຳດັບ, ເພື່ອສ້າງຂອບນະໂຍບາຍ 1+N ກ່ຽວກັບການປ່ອຍກາບອນ​ເຖິງລະດັບສູງສຸດແລະການປອດການປ່ອຍກາບອນ.​ຈີນຈະ​ຊຸກຍູ້​ການ​​ປັບປຸງ​​ໂຄງປະກອບ​ຂະ​ແໜງການ​ແລະ​​ໂຄງ​ປະກອບດ້ານ​ພະລັງງານ​ຢ່າງ​ຕໍ່​ເນື່ອງ,​ອອກ​ແຮງ​ພັດທະນາ​ພະລັງງານໝູນວຽນ,​ເລັ່ງລັດ​ວາງ​ແຜນ​ກໍ່ສ້າງ​ໂຄ​ງການ​ພະລັງງານ​ລົມ​ຂະໜາດ​ໃຫຍ່​ຢູ່​ເຂດ​ທະ​ເລ​ຊາຍ ​ເຂດ​ໂກ​ບີ​ແລະ​ເຂດຮົກ​ເຮື້ອ,​ໂຄງການ​ໄລຍະ​ທີ 1 ທີ່​ມີ​ກຳລັງ​ຕິດ​ຕັ້ງ​​ປະມານ 100 ລ້ານ​ກິ​ໂລ​ວັດ​ໄດ້​ເລີ່​​ມ​ກໍ່ສ້າງ​ຢ່າງ​​ໂລ່ງ​ລ່ຽນ​ດີ​ໃນ​ໄລຍະ​ມໍ່ໆ​ມານີ້​.”

ຄຳ​ເຫັນ

0