秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາບຊີວະນາໆພັນທີ່ຕິດພັນກັບຊີວິດຂອງພວກເຮົາ

2021-10-12 12:50:19 cri

ພາບຊີວະນາໆພັນທີ່ຕິດພັນກັບຊີວິດຂອງພວກເຮົາ_fororder_4ba330297d94e8c164e4d819f1e3697

ກອງ​ປະ​ຊຸມ​ປະ​ເທດ​ພາ​ຄີໃນ “ສົນ​ທິ​ສັນ​ຍາ​​ວ່າ​ດ້ວຍຊີ​ວະ​ນາໆ​ພັນ” ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 15​ ຫຼື COP15 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງແຂວງ​ຢຸ​ນ​ນານ ສ​ປ ຈີນ​ແຕ່​ວັນ​ທີ 11 ຫາ 15 ຕຸ​ລາ​ນີ້.

ຫວ່າງ​ມໍ່ໆ​ມາ​ນີ້, ນະ​ຄອນ​ຄຸນ​ມິງ​ໄດ້​ກຽມ​ພ້ອມ​ທຸກ​ປະ​ການ ເພື່ອ​ຕ້ອນ​ຮັບກອງ​ປະ​ຊຸມ​ຄັ້ງ​ນີ້​ຢ່າງ​ຄຶກ​ຄື້ນ. ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ໄດ້​ປະ​ດັບ​ດອກ​ໄມ້ນາໆ​ຊະ​ນິດ​ຢ່າງ​ສວຍ​ງາມ, ໂຮງ​ແຮມ​ຈຳ​ນວນ​ໜຶ່ງ​ໄດ້​ຕົບ​ແຕ່ງ​ດ້ວຍ​ເຄື່ອງ​ປະ​ດັບ​ຕ່າງໆ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ເອ​ກະ​ລັກ​ພິ​ເສດ​ຂອງ​ແຂວງ​ຢຸນ​ນານ ແລະ ນະ​ຄອນ​ຄຸນ​ມິງ. ຊາວນະ​ຄອນ​ຄຸນ​ມິງ ​ກໍ​ໄດ້​ພາ​ກັນ​ໃຫ້​ຄວາມ​ສົນ​ໃຈຊອກ​ຮູ້​ສະ​ພາ​ບ​ການ​ກ່ຽວ​ກັບ​ຊີ​ວະ​ນາໆ​ພັນ ແລະ ຖ່າຍ​ຮູບລົງ​ສື່​ສັງ​ຄົມ​ອອນ​ລາຍ ເພື່ອ​ເຜີຍ​ແຜ່ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ, ສະ​ພາບ​ພູ​ຂຽວ​ນ້ຳ​ໃສ ແລະ ຄວາມ​ຮູ້​ກ່ຽວ​ກັບ​ຊີ​ວະ​ນາໆ​ພັນ​ຂອງ​ນະ​ຄອນ​ຄຸນ​ມິງໃຫ້​ກັບ​ຊາວ​ໂລກ​ໄດ້​ເບິ່ງ​ໄດ້​ຊົມ.​

ຄຳ​ເຫັນ

0