覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ວ່າ ຕ້ອງ​ເລັ່ງ​ລັດກໍ່ສ້າງ​​ຮູບ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ແບບ​ສີ​ຂຽວ​ແລະ​ກາກບອນ​ຕ່ຳ​

2021-10-14 21:57:32 cri

ຕອນ​ຄ່ຳ​ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບຄົມ​ມະ​ນາ​ຍົມ​ແບບ​ຍືນ​ຍົງ​ຂອງ​ໂລກ​ຄັ້ງ​ທີ 2 ຜ່ານ​ທາງວີ​ດີ​ໂອ, ທັງ​ໄດ້​ກ່າວ​ຄຳ​ປາ​ໄສສຳຄັນ​.
 

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ການ​ສ້າງ​ລະ​ບົບ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແບບ​ສີ​ຂຽ​ວ​ແລະ​ກາກບອນ​ຕ່ຳ,ຊຸກ​ຍູ້​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ​ໃຫ້​ຫັນ​ເປັນ​ແບບ​ສີ​ຂຽວ​ຢ່າງ​ຮອບ​ດ້ານ ຈິ່ງ​ແມ່ນ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຍາວ​ນານ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຕ້ອງ​ເລັ່ງລັດກໍ່​ສ້າງຮູບ​ການ​ຄົມ​ມະ​ນາ​ຄົມ​​ຂົນ​ສົ່ງ​ແບບ​ສີ​ຂຽວ​ແລະ​ກາ​ກບອນ​ຕ່ຳ, ເພີ່ມ​ທະ​ວີ​ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ສີ​ຂຽວ, ເຜີຍ​ແຜ່​ການ​ນຳ​ໃຊ້​ອຸ​ປະ​ກອນ​ຄົມ​ມະ​ນາ​ຄົມທີ່​ໃຊ້​ພະ​ລັງ​ງານ​ໃໝ່,ແບບ​ອັດ​ສະ​ລີ​ຍະ,ແບບຕິ​ຈິ​ຕອນ​ແລະ​ມີ​ຂະ​ໜາດ​ເບົາ​, ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ອອກ​ເດີນ​ທາງ​ດ້ວຍ​ພາ​ຫະ​ນະ​ແບບ​ສີ​ຂຽວ, ເຮັດ​ໃຫ້​ຄົມ​ມະ​ນາ​ຄົມ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມຫຼາຍກວ່າ​ເກົ່າ​ແລະ ​ການ​ອອກ​ເດີນ​ທາງ​ແບບ​ກາກບອນ​ຕ່ຳຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0