何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ທິ​ປະ​ໄຕ​ບໍ່​ແມ່ນ​ເຄື່ອງ​ປະ​ດັບ​ເອ້

2021-10-14 19:56:14 CRI

ປະ​ຊາ​ທິ​ປະ​ໄຕ​ບໍ່​ແມ່ນ​ເຄື່ອງ​ປະ​ດັບ​ເອ້, ບໍ່​ແມ່ນ​​ເອົາ​ໄວ້​​ສຳ​ລັບ​ເອ້​ຍ້ອງ​ຊື່ໆ, ​ຫາກ​ແມ່ນ​ເອົາ​ໄວ້​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່ປະ​ຊາ​ຊົນ​ຕ້ອງ​ການ​ໃຫ້​ແກ້​ໄຂ.

ໃນ​ກອ​ງ​ປະ​ຊຸມ​ວຽກ​ງານ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ສູນ​ກາງ​ທີ່​ຈັດ​ຂຶ້ນ​ແຕ່​ວັນ​ທີ 13 – 14 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ຕີ​ຄວາມ​ໝາຍ​ຂອງ​ປະ​ຊາ​ທິ​ປະ​ໄຕ​ດ້ວຍ​ຄວາມ​ເວົ້າ​ແບບ​ເຂົ້າ​ໃຈ​ໄດ້​ງ່າຍ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປະ​ເທດ​ໃດ​ໜຶ່ງ​ມີ​ປະ​ຊາ​ທິ​ປະ​ໄຕຫຼື​ບໍ່, ສິ່ງ​ສຳ​ຄັນ​ຂຶ້ນ​ຢູ່​ບ່ອນ​ວ່າ ປະ​ຊ​າ​ຊົນ​ໄດ້​ເປັນ​ເຈົ້າ​ຂອງ​ປະ​ເທດ​ຢ່າງ​ແທ້​ຈິງຫຼື​ບໍ່, ​ຕ້ອງ​ເບິ່ງວ່າປະ​ຊາ​ຊົນ​ມີ​ສິດ​ປ່ອນ​ບັດຫຼື​ບໍ່, ຍິ່ງ​ຕ້ອງ​ເບິ່ງວ່າ​ປະ​ຊາ​ຊົນ​ມີ​ສິດ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງຫຼື​ບໍ່; ຕ້ອງ​ເບິ່ງວ່າ, ໃນ​ຂະ​ບວນ​ການ​ເລືອກ​ຕັ້ງ, ​ປະ​ຊາ​ຊົນ​ໄດ້​ຮັບຄຳ​ໝັ້ນ​ສັນ​ຍາ​ທາງ​ປາກ​ຫຍັງ​ແດ່, ຍິ່ງ​ຕ້ອງ​ເບິ່ງວ່າ ຫຼັງ​ການ​ເລືອກ​ຕັ້ງ ຄຳ​ໝັ້ນ​ສັນ​ຍາ​ເຫຼົ່າ​ນີ້​ໄດ້​ປາ​ກົດ​ຜົນ​ເປັນ​ຈິງຫຼາຍ​ປານ​ໃດ​ແລ້ວ; ຕ້ອງ​ເບິ່ງວ່າ ກົດ​ໝາຍ​ກົດລະ​ບຽບ​ໄດ້​ກຳ​ນົດ​ຂັ້ນ​ຕອນ​ທາງ​ການ​ເມືອງ ແລະລະ​ບຽບ​ການ​ທາງ​ການ​ເມືອງ​​ຫຍັງ​ແດ່, ຍິ່ງ​ຕ້ອງ​ເບິ່ງວ່າ ກົດ​ໝາຍ​ກົດ​ລະ​ບຽບ​ເຫຼົ່າ​ນີ້​ໄດ້​ຮັບ​ການ​​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ​ແລ້ວຫຼື​ບໍ່; ຕ້ອງ​ເບິ່ງວ່າ ​ລະບຽບ​ການ ແລະ ຂັ້ນ​ຕອນໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ສິດ​ອຳ​ນາດ​ຖືກ​ຕ້ອງ​ກັບຫຼັກ​ປະ​ຊາ​ທິ​ປະ​ໄຕຫຼື​ບໍ່, ຍິ່ງ​ຕ້ອງ​ເບິ່ງວ່າ​ສິດ​ອຳ​ນາດ​ໄດ້​ຮັບ​ການ​ຕິດ​ຕາມກວດ​ກາ ແລະ ຈຳ​ກັດ​ຈາກ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງຫຼື​ບໍ່. ຖ້າ​ວ່າ ປະ​ຊາ​ຊົນພຽງ​ແຕ່​ຖືກ​ປຸກ​ໃຫ້​ຕື່ນ​ໃນ​ເວ​ລາ​ປ່ອນ​ບັດ​ເທົ່າ​ນັ້ນ, ​ຫຼັງ​ການ​ປ່ອນ​ບັດ​ແລ້ວ​ກໍ​ເຂົ້າ​ສູ່​ໄລ​ຍະ​ມິດ​ງຽບ, ພຽງ​ແຕ່​​ໄດ້ຟັງ​ຄຳ​ຂວັນ​ແບບ​ລາຍ​ຫູ​ລາຍ​ຕາ​ໃນ​ເວ​ລາ​ແຂ່ງ​ຂັນ​ເລືອກ​ຕັ້ງ ແຕ່​ບໍ່​ມີ​ສິດ​ປະ​ກອບ​ຄຳ​ເຫັນ​ຫຍັງ​ເລີຍ​ຫຼັງ​ການ​ເລືອກ​ຕັ້ງ, ພຽງ​ແ​ຕ່​ໄດ້ຮັ​ບ​ຄວາມ​ເອົາ​ໃຈ​ໃສ່ໃນ​ເວ​ລາ​ດຶງ​ດູດ​ຫາ​ສຽງ ​ແຕ່ຖືກ​ປະ​ຕິ​ບັດ​ຕໍ່​ຢ່າງ​ຈືດ​ຈາງຫຼັງ​ການ​ເລືອກ​ຕັ້ງ, ປະ​ຊາ​ທິ​ປະ​ໄຕ​ແບບ​ນີ້​ກໍ​ບໍ່​ແມ່ນ​ປະ​ຊາ​ທິ​ປະ​ໄຕ​ທີ່​ແທ້​ຈິງ.

ປະ​ຊາ​ທິ​ປະ​ໄຕ​ແມ່ນ​ສິດ​ທິ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ​ຫາກ​ບໍ່​ແມ່ນ​ສິດ​ພິ​ເສດ​ຂອງ​ປ​ະ​ເທດ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ. ປະ​ເທດໃດ​ໜຶ່ງ​ມີ​ປະ​ຊາ​ທິ​ປະ​ໄຕຫຼື​ບໍ່, ​ຄວນ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ນັ້ນ​ເປັນ​ຜູ້​ຕັດ​ສິນ, ​ຫາກ​ບໍ່​ຄວນ​ໃຫ້​ຄົນ​ສ່ວນໜ້ອຍ​ຈາກ​ພາຍນອກ​ມາ​ຊີ້​ໄມ້​ຊີ້​ມື​ຕຳ​ໜິ​ຕິ​ຕຽນ. ໃນ​ປະ​ຊາ​ຄົມ​ໂລກ​, ປະ​ເທດ​ໃດ​ໜຶ່ງ​ມີ​ປະ​ຊາ​ທິ​ປະ​ໄຕຫຼື​ບໍ່, ກໍ​ຄວນ​ໃຫ້​ປະ​ຊາ​ຄົມ​ໂລກ​ຕີ​ລາ​ຄາ​ຮ່ວມ​ກັນ, ​ຫາກ​ບໍ່​ຄວນ​ໃຫ້​ປະ​ເທດ​ສ່ວນ​ໜ້ອຍ​ທີ່​ຖືວ່າ​ຕົນ​ເອງ​ຖືກ​ໝົດ​ມາ​ເປັນ​ຜູ້​ຕີ​ລາ​ຄາ. ​ການ​ບັນ​ລຸ​ປະ​ຊາ​ທິ​ປະ​ໄຕ​ມີຫຼາກຫຼາຍ​ຮູ​ບ​ແບບ, ຈະເປັນ​ຮູບ​ແບບ​ດຽວ​ກັນບໍ່​ໄດ້. ຖ້າ​ໃຊ້​ມາດ​ຕະ​ຖານ​ດຽວໃນ​ການ​ຕີ​ລາ​ຄາ​ລະ​ບອບ​ການ​ເມືອງ​ທີ່​ອຸ​ດົມ​ສົມ​ບູນ​ໃນ​ໂລກ, ໃຊ້​ສາຍ​ຕາ​ດຽວ​ມາ​ສັງ​ເກດ​ເບິ່ງ​ຄວາມ​ສິ​ວິ​ໄລ​​ທາງການ​ເມືອງ​​ທີ່ຫຼາກຫຼາຍ​ສີ​ສັນ​ຂອງມວນ​ມະ​ນຸດ, ​ໂຕມັນ​ເອງ​ກໍ​ບໍ່​ແມ່ນ​ປະ​ຊາ​ທິ​ປະ​ໄຕ.

 

ຄຳ​ເຫັນ

0