尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ

2021-10-14 17:24:02 cri

ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ_fororder_1127954361_16341299172201n

      ກອງ​ປະ​ຊຸມ​​ສຸດຍອດ​ຜູ້​ນຳ​ປະ​ເທດ​ພາ​ຄີ​ໃນ​​ສົນ​ທິສັນ​ຍາວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປີ 2021 ພວມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ໜານ​ປະ​ເທດຈີນ, ກ່ອນ​ຈັດ​ກອງ​ປະ​ຊຸມ, ທ່ານ ໂປນ ສະ​ມິດ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ອະ​ນຸ​ລັກ​ສວນພຶກ​ສາ​ຊາດ​ສາ​ກົນ​ຫວັງ​ວ່າກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ສາ​ມາດ​​ຮັບ​ຮອງ​ເປົ້າ​ໝາຍ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​​ຕາມ​ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ແລະ​ສາ​ມາດ​ປະ​ເມີນ​ຜົນ​ໄດ້,ຫວັງ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ກາຍ​ເປັນ​ຈຸດ​ພິກ​ປີ້ນ​ຂອງ​ຄວາມ​ເສຍ​ຫາຍ​ດ້ານ​ຊີ​ວະ​ນາ​ນາ​ພັນ.
ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ_fororder_c75c10385343fbf29786ff362324f58964388fe4

      ຈີນ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ໄດ້​ເຊັນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ​​ກ່ອນ​ໝູ່, ​ໃນຂະ​ນະ​ດຽວ​ກັນ​ຈີນ​ກໍ່​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ມີ​ຊີ​ວະ​ນາ​ນາ​ພັນ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ໃນ​ໂລກ. ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ,ເພື່ອ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ, ຈີນ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ,ພ້ອມ​ທັງ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ.

      ມະ​ນຸດ​ແລະ​ທຳ​ມະ​ຊາດ​ຄວນ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​. ມີ​ແຕ່ເຄົາ​ລົບ​ທຳ​ມະ​ຊາດ,​ເຮັດ​ຕາມ​ກົດ​ເກນທຳ​ມະ​ຊາດ,ອະ​ນຸ​ລັກ​ທຳ​ມະ​ຊາດ​ເທົ່າ​ນັ້ນ​ຈຶ່ງ​ຈະ​ສາ​ມາດ​ສ້າງ​ສວນ​ໂລກ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ.
ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ_fororder_5504226216704061730

      ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ, ປະ​ເພດ​ພືດແລະ​ລະ​ບົບ​ນິ​ເວດ​ທາງ​ບົກ 90%, ​ພືດ​ຊັ້ນ​ສູງ 65% ແລະ​ຝູງ​ສັດ​ປ່າ​ຫວງ​ຫ້າມ 85% ​ຢູ່​ພາຍ​ໃນ​ປະ​ເທດຈີນ​ລ້ວນ​ແຕ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ລິ​ມານ​ການ​ປົກ​ປັກ​ຮັກ​ສາ​ແລະ​ເກັບ​ກຳ​​ພັນ​ທຸ​ກຳ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ກໍ່​ຢູ່​ແຖວ​ໜ້າ​ຂອງ​ໂລກ. ຢູ່​ສວ​ນ​​ພຶກ​ສາ​ຊາດ​ເຂດຮ້ອນ​ຂອງ​ເຂດ​ສິບ​ສອງ​ພັ່ນ​ນາ​ໄດ້​ມີ​ພືດ 13 ພັນ​ກວ່າ​ຊະ​ນິດ, ​ທະ​ນີ​ຢູ່ໄຫ​ຫຼຳ​ຈາກ 2 ຝູງ​ທີ່​ມີ​ຈຳ​ນວນ​ບໍ່​ຮອດ 10 ໂຕ​ໄດ້​ເພີ່ມ​ຂຶ້ນ​ເປັນ 5 ຝູງ​ທີ່​ມີ​ຈຳ​ນວນ 33 ໂຕ, ເນື້ອ​ທີ່​ການ​ອະ​ນຸ​ລັກ​ຖິ່ນ​​ທີ່ຢູ່​ອາ​ໄສ​ຂອງ​ໝີ​ແພນ​ດາ​​ໄດ້ເພີ່ມ​ຂຶ້ນ​ປະ​ມານ 1 ເທົ່າ,​ຈຳ​ນວນ​ຝູງເຍືອງ​ຕິ​ເບດ​ຈາກເຄີຍ​ມີ​ບໍ່​ຮອດ 7 ໝື່ນ​​ໂຕ​ໄດ້ເພີ່ມ​ຂຶ້ນ​ເປັນ​ເກືອບ 3 ແສນ​ໂຕ. ມາດ​ຕະ​ການ​​ຕ່າງໆ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຢ່າງ​ຕັ້ງ​ໜ້າມາ​ຮອດ​ປັດ​ຈຸ​ບັນ​ນີ້​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ພໍ​ສົມ​ຄວນ.
ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ_fororder_fd039245d688d43fedc6307bef44ed120ff43bab

      ເພື່ອ​ສ້າງ​ສວນ​ໂລກ​ທີ່​ມີ​​ການ​ປະ​ສົມ​ປະ​ສານ​ດ້ານເສດ​ຖະ​ກິດ​ແລະ​​ສິ່ງແວດ​ລ້ອມ​ທີ່​ດີ, ໃນ​ກອງ​ປະ​ຊຸມ​​ສຸດຍອດ​ຜູ້​ນຳ​ປະ​ເທດ​ພາ​ຄີ​ໃນ​ສົນ​ທິ​ສັນ​ຍາ​​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນຄັ້ງ​ທີ 15, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ປະ​ກາດ​ວ່າ: ຈີນ​ຈະ​ສ້າງ​ຕັ້ງ​ກອງ​ທຶນ​ປົກ​ປັກ​ຮັກ​ສາຊີ​ວະ​ນາ​ນາ​ພັນ​ຄຸນ​ໝິງ​ແລະ​ນຳ​ໜ້າ​ຈັດ​ສັນ​ທຶນ 1,5 ຕື້ຢວນ,​ເພື່ອສະ​ໜັບ​ສະ​ໜູນ​ວຽກ​ງານ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ. ກ່ອນ​ໜ້າ​ນີ້, ຈີນ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ການ​ຮ່ວມ​ມື​ໃຕ້​-ໃຕ້​​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ໄດ້ລິ​ເລີ່ມ​ສ້າງ​ຕັ້ງ​ສະ​ຫະ​ພັນ​ສາ​ກົນ​ເພື່ອ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ພ້ອມ​ທັງ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ກັບ 100 ກວ່າ​ປະ​ເທດ,ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ຊີ​ວະນາ​ນາ​ພັນ​ສາ​ກົນ,ເພື່ອ​ອຸ​ທິດ​ສະ​ຕິ​ປັນ​ຍາ​ຂອງ​ຈີນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ. ຈີນ​ບໍ່​ພຽງ​ແຕ່​ແມ່ນ​ຜູ້​ເຂົ້າ​ຮ່ວມ​ແລະ​ຜູ້​ປະ​ກອບ​ສ່ວນເພື່ອ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ລະ​ບົບ​ນິ​ເວດ​ຂອງ​ໂລກ​ເທົ່າ​ນັ້ນ,ຍັງ​ຈະ​ກາຍ​ເປັນ​ຜູ້​ນຳ​ໜ້າ​ດ້ານ​ວຽກ​ງານອັນ​ໃຫຍ່​ຫຼວງ​ນີ້​ອີກ​ດ້ວຍ,ເພື່ອສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​​ຄວາມ​ສີ​ວິ​ໄລ​ດ້ານ​ລະ​ບົບ​ນິ​ເວດ​ຂອງ​ໂລກ.

      ​ຄວາມ​ສີ​ວິ​ໄລ​ດ້ານ​ລະ​ບົບ​ນິ​ເວດ​ແມ່ນ​ທ່າ​ອຽງ​ປະ​ຫວັດ​ສາດ​ຂອງ​ການ​ພັດ​ທະ​ນາ​ອະ​ລິ​ຍະ​ທຳ​ມະ​ນຸດ. ຈີນ​ຈະ​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ໂລກ​ພ້ອມ​ກັນ​ກ້າວ​ເດີນ​ໄປ​ໜ້າ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ລະ​ຫວ່າງ​ມະ​ນຸດ​ກັບ​ທຳ​ມະ​ຊາດ,ຮ່ວມ​ກັນ​ສ້າງ​​ສິ່ງແວດ​ລ້ອມ​ນິ​ເວດ​ທີ່​​ມະ​ນຸດ​ແລະສິ່ງ​ທີ່​ມີ​ຊີ​ວິດ​ສາ​ມາດ​ຢູ່​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ.

ຄຳ​ເຫັນ

0