何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຕ້ອງ​ເສີມ​ຂະ​ຫຍາຍບົດ​ບາດ​ບູລິມະສິດ​ຂອງ​ຄົມ​ມະ​ນາ​ຄົມ

2021-10-14 21:48:55 CRI

ຕອນ​ຄ່ຳ​ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບຄົມ​ມະ​ນາ​ຍົມ​ແບບ​ຍືນ​ຍົງ​ຂອງ​ໂລກ​ຄັ້ງ​ທີ 2 ຜ່ານ​ທາງວີ​ດີ​ໂອ, ທັງ​ໄດ້​ກ່າວ​ຄຳ​ປາ​ໄສສຳຄັນ​.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ບູລິມະສິດ​ຂອງ​ຄົມ​ມະ​ນາ​ຄົມ, ເພີ່ມ​​ງົບ​ປະ​ມານ​​ໃນດ້ານ​ຄົມ​ມະ​ນາ​ຄົມ​ຢູ່ເຂດ​ທຸກ​ຍາກ, ເຮັດ​ໃຫ້​ເສດ​ຖະ​ກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ທຸກ​ຍາກ​​ດີ​ຂຶ້ນ​ຍ້ອນ​ມີ​ເສັ້ນ​ທາງ. ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະຫວ່າງປະເທດຮັ່ງມີແລະປະເທດພວມພັດທະນາ, ແລະ​ການ​ຮ່ວມ​ມື​ລະຫວ່າງປະເທດພວມພັດທະນາ, ໃຫ້​ການ​ສະ​ໜັບ​ສະ​ໜູນຫຼາຍກວ່າ​ເກົ່າ​ແກ່​ການ​ກໍ່​ສ້າ​ງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ແລະ ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ, ເພື່ອຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ຄຳ​ເຫັນ

0