何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຄົມ​ມະ​ນາ​ຄົມ​ເຮັດ​ໃຫ້​ໂລກ​ກາຍ​ເປັນ ບ້ານ​ໜ່ວຍ​ໂລກ​ທີ່​ຕິດ​ພັນ​ກັນ​ຢ່າງ​ໃກ້​ຊິດ

2021-10-14 21:37:21 CRI

ຕອນ​ຄ່ຳ​ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບຄົມ​ມະ​ນາ​ຍົມ​ແບບ​ຍືນ​ຍົງ​ຂອງ​ໂລກ​ຄັ້ງ​ທີ 2 ຜ່ານ​ທາງວີ​ດີ​ໂອ, ທັງ​ໄດ້​ກ່າວ​ຄຳ​ປາ​ໄສສຳຄັນ​.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຄົມ​ມະ​ນາ​ຄົມ​ເປັນ​ສາຍ​ເລືອດ​ຂອງ​ເສດ​ຖະ​ກິດ ແລະ ສາຍ​ພານຂອງ​ອະ​ລິ​ຍະ​ທຳ. ເມື່ອ​ສັງ​ເກດ​ເບິ່ງ​ປະ​ຫວັດ​ສາດ​ຂອງ​ໂລກ, ຈາກ​ສຽງ​ກະ​ດິ່ງຂອງ​ອູດ ແລະ ໃບ​ເຮືອ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ບູ​ຮານ, ຮອດ​ການ​ຜ່າ​ນ​ຜ່າ​ຄື້ນ​ກະ​ແສຟອງ​ໃນ​ສະ​ໄໝ​ເດີນ​ທະ​ເລ, ຈົນ​ຮອດ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ທີ່​ເຊື່ອມ​ຕໍ່​ທຸກ​ທິດ​ທາງ​ໃນ​ຍຸກ​ປະ​ຈຸ​ບັນ, ຄົມ​ມະ​ນາ​ຄົມ​ໄດ້​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເຮັດ​ໃຫ້​ໂລກ​ກາຍ​ເປັນ ບ້ານ​ໜ່ວຍ​ໂລກ​ທີ່​ຕິດ​ພັນ​ກັນ​ຢ່າງ​ໃກ້​ຊິດ.

ຄຳ​ເຫັນ

0