吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິສະວະກອນຂອງໂຄງການໃຫຍ່ FAST

2021-10-15 10:19:18 cri

  

   ທ່ານນາງ ຊຸ່ນຊຸນ, ອາຍຸ 33 ປີ, ພາຍຫລັງຮຽນຈົບປະລິນຍາໂທໃນປີ 2012 ແລ້ວ, ໄດ້ເຂົ້າຮ່ວມໜ່ວຍງານປະຕິບັດໂຄງການໃຫຍ່ FAST, ກາຍເປັນວິສະວະກອນໜຸ່ມຜູ້ໜຶ່ງ

    FAST, ຊື່ເຕັມກໍຄື: ກ້ອງສ່ອງຜ່ານຄື້ນວິທະຍຸທີ່ມີຮູບມົນໃນລັດສະໝີ 500 ແມັດ, ໜ້າທີ່ໃຊ້ງານຕົ້ນຕໍຂອງມັນແມ່ນເກັບກຳສັນຍານວິທະຍຸທີ່ມາຈາກດວງດາວທີ່ໄກແສນໄກໃນຈັກກະວານ, FAST ມີຂະໜາດໃຫຍ່ທີ່ສຸດ, ເນື້ອທີ່ຂອງມັນເໝືອນດັ່ງສະໜາມບານເຕະຕາມມາດຕະຖານຈໍານວນ 30 ແຫ່ງ, ທ່ານນາງ ຊຸ່ນຊຸນ ກໍແມ່ນໜຶ່ງໃນຜູ້ກໍ່ສ້າງຂອງຊຸບເປີໂຄງການນີ້. 
     ປີ 2014, ທ່ານນາງ ຊຸ່ນຊຸນ ໄດ້ໄປຮອດເຂດພູດອຍຂອງແຂວງກຸ້ຍໂຈວ່ທີ່ຢູ່ພາກຕາເວັນຕົກສຽງໃຕ້ ສປ ຈີນ ເພື່ອເຂົ້າຮ່ວມການກໍ່ສ້າງໂຄງການ FAST
     ທັງໝົດມີຈຸດເຊື່ອມຕໍ່ 2225 ອັນ, ຢູ່ໃຕ້ມັນແມ່ນເຄື່ອງຂັບເຄື່ອນ. FAST ໃຫຍ່ສ່ຳໃດ, ເນື້ອທີ່ຈັດວາງສາຍຢູ່ໃຕ້ມັນກໍໃຫຍ່ສ່ຳນັ້ນ, ອາໄຫລ່ແຕ່ລະອັນຂອງ FAST ລ້ວນແຕ່ແມ່ນວິສະວະກອນ ແລະກຳມະກອນທັງຫຼາຍຕິດຕັ້ງຂຶ້ນມາ. 
     ຈາກຫ້ອງການທີ່ຢູ່ເທິງໂນນພູ ຮອດບ່ອນກໍ່ສ້າງ FAST ທີ່ຢູ່ຮ່ອມພູ, ຕ້ອງຍ່າງປະມານ 1 ໝື່ນບາດກ້າວ. ໃນໄລຍະຕົ້ນຂອງການກໍ່ສ້າງ, ທ່ານນາງ  ຊຸ່ນຊຸນ ຕ້ອງໄປມາລະຫວ່າງສອງບ່ອນນີ້ໃນແຕ່ລະມື້, ເພິ່ນໄດ້ລຶ້ງເຄີຍທາງລັດຕ່າງໆຢູ່ທີ່ນີ້.  ຈາກສາຍໄຟແຕ່ລະເສັ້ນ ຮອດເຄື່ອງຈັກແຕ່ລະໜ່ວຍ, ອຸປະກອນຕ່າງໆລ້ວນແຕ່ເປັນສິ່ງຮັບປະກັນທີ່ຈຳເປັນໃນການຄົ້ນຄວ້າວິທະຍາສາດ. 
     ນອກຈາກການບົວລະບັດຮັກສາແລ້ວ, ແຕ່ລະມື້, FAST ຕ້ອງໄດ້ດຳເນີນງານຕະຫລອດ 24 ຊົ່ວໂມງ. ນັກວິສະວະກອນທັງຫລາຍ ກໍຕ້ອງຜັດປ່ຽນກັນປະຈຳການຕະຫຼອດ 24 ຊົ່ວໂມງເຊັ່ນກັນ. 
     ການຊອກຫາເພື່ອພົບພໍ້ດາວ Pulsar  ນັ້ນແມ່ນໜຶ່ງໃນເປົ້າໝາຍຕົ້ນຕໍຂອງ FAST.ນັບແຕ່ໄດ້ຜ່ານການຮັບຮອງແຫ່ງຊາດໃນເດືອນມັງກອນ 2020, ເລີ່ມດຳເນີນງານຈົນຮອດປັດຈຸບັນ, FAST ໄດ້ຄົ້ນພົບດາວ PULSAR ຫຼາຍດວງ. ການຄົ້ນພົບເຫລົ່ານີ້ ເປັນການສະໜອງເຄື່ອງມືທີ່ດີໃຫ້ກັບການຄົ້ນຄວ້າໃນຂົງເຂດທີ່ກ້າວໜ້າ, ເຊັ່ນ: ການຄົ້ນຫາຄື້ນການດຶງດູດ (Gravitational wave), ລະບົບນຳທາງໃຫ້ກັບຍານອະວະກາດ ແລະອື່ນໆ. ຍັງຈະຊ່ວຍເຫລືອນັກວິທະຍາສາດຄົ້ນຫາຄວາມລັບຂອງໂລກຈັກວະວານ, ແຫລ່ງກຳເນີນຂອງມວນມະນຸດ ແລະອື່ນໆ. ຊຸບເປີໂຄງການນີ້ກໍໄດ້ຊ່ວຍເຫລືອນັກວິສະວະກອນໜຸ່ມທັງຫລາຍຄືທ່ານນາງ ຊຸ່ນຊຸນ ເພື່ອບັນລຸຄວາມໄຝ່ຝັນເປັນຈິງ. 
     ໃນຂະບວນການລ່າຝັນ, ທ່ານນາງ ຊຸ່ນຊຸນ ບໍ່ເຄີຍໂດດດ່ຽວ. FAST ບໍ່ພຽງແຕ່ໄດ້ນຳເອົາວຽກງານໃຫ້ແກ່ທ່ານນາງ ຊຸ່ນຊຸນ ເທົ່ານັ້ນ, ຍັງໄດ້ນຳເອົາຄວາມຮັກໃຫ້ເພິ່ນອີກ. ປີ 2014, ທ່ານນາງ ຊຸ່ນຊຸນ ໄດ້ພົບພໍ້ເນື້ອຄູ່ຂອງຕົນ, ຄື: ທ່ານ ຊືຊ້ຽງເຫວີຍ. ເພິ່ນໄດ້ຮຽນຈົບຈາກພາກວິຊາພະລັງແຮງຄວາມຮ້ອນ ແລະວິສະວະກຳແຮງຂັບເຄື່ອນ, ໂດຍໄດ້ເຮັດວຽກກ່ຽວກັບເຕັກນິກຫລຸດຄວາມຮ້ອນຂອງເຄື່ອງຈັກຮັບສັນຍານ. ພາຍຫລັງຄົບກັນເປັນເວລາ 3 ປີ, ສອງຄົນໄດ້ສ້າງຄອບຄົວໃນປີ 2017. ສອງຜົວເມຍໜຸ່ມນີ້ໄດ້ພັກອາໄສຢູ່ຕຶກສັງລວມທີ່ໃກ້ກັບ FAST ທີ່ສຸດ.  ຕຶກສັງລວມເປັນສະຖານທີ່ເຮັດວຽກ ແລະພັກພາອາໄສຂອງພວກນັກວິສະວະກອນ, ຕຶກທັນສະໄໝຫຼັງນີ້ແມ່ນສ້າງຢູ່ແຄມພູ, ໄດ້ເຊື່ອມໂຍງຮູບແບບເຮືອນຍົກພື້ນແບບດັ້ງເດີມຂອງຊົນເຜົ່າສ່ວນໜ້ອຍຂອງຈີນ, ເປັນເຮືອນຢູ່ເທິງພູໃນແຂວງກຸ້ຍໂຈວ່ຂອງນັກວິສະວະກອນ FAST ຈຳນວນ 100 ກວ່າທ່ານ.
     ພື້ນຖານໂຄງລ່າງດ້ານຊີວິດການເປັນຢູ່ມີຢ່າງຄົບຖ້ວນ. ໃນຍາມຜັກຜ່ອນ, ເພື່ອນຮ່ວມງານມັກເຕົ້າໂຮມນຳກັນ, ຫລິ້ນບານບ້ວງ, ຕີດອກປີກໄກ່. ຢູ່ທີ່ນີ້, ວຽກງານ ແລະຊີວິດການເປັນຢູ່ພັດທະນາໄປພ້ອມໆກັນ. 
     ຄາດຄິດຍາກຫຼາຍທີ່ວ່າ, ຫລາຍປີກ່ອນ, ບ່ອນນີ້ຍັງເປັນເຂດທຸກຍາກທີ່ຢູ່ເທິງພູ, ພາຍໃນ FAST ສ້າງຕັ້ງຂຶ້ນ 1 ປີ, ກໍໄດ້ດຶງດູດນັກທ່ອງທ່ຽວ 2,4 ແສນຄົນທີ່ມາຈາກແຫ່ງຕ່າງໆໃນໂລກ. ການທ່ອງທ່ຽວດ້ານດາລາສາດ ເຮັດໃຫ້ລາຍຮັບຕໍ່ປີຂອງຊາວບ້ານ ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ. ຮອດປີ 2020, ເມືອງພີງທາງທີ່ເປັນເມືອງທຸກຍາກລະດັບ 2 ໃນເມື່ອກ່ອນ ໄດ້ຫຼຸດພົ້ນອອກຄວາມທຸກຍາກຢ່າງຮອບດ້ານ.

ຄຳ​ເຫັນ

0