覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ທີ່​ຮັກ​ແພງ​ແລະ​ເຄົາ​ລົບ​ນັບ​ຖື​ຜູ້​​ເຖົ້າ

2021-10-15 10:38:55 cri

 

ຢູ່​ປະ​ເທດຈີນ ມີ​ບຸນ​ປະ​ເພ​ນີ​ອັນ​ໜຶ່ງ​ຊື່​ວ່າ ບຸນ​ສົງ​ຢາງ​ ກົງ​ກັບ​ມື້​ຂຶ້ນ 9 ຄ່ຳ ເດືອນ 9 ຕ​າມ​ຈັນ​ທະ​ຄະ​ຕິ​ຈີນ, ທັງ​ເອີ້ນ​ກັນ​ວ່າ ບຸນ​ເຄົາ​ລົບ​ຜູ້​​ເຖົ້າ.ນັບຕັ້ງ​ແຕ່​ບູ​ຮານ​ນະ​ການ​ເປັນ​ຕົ້ນ​ມາ, ໃນ​ຄ່າ​ນິ​ຍົມ​ຂອງ​ຄົນ​ຈີນ​, ອັນ​ທີ່​ວ່າ ​ຄວາມກະ​ຕັນ​ຍູ​ຕໍ່​ພໍ່​ແມ່​ແລະ​ເຄົາ​ລົບ​ຜູ້​ເຖົ້າ​ກໍ​ແມ່ນ​ສິ່ງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ຄວາມ​ມີ​ເມດ​ຕາ​ແລ​ະ​ຄຸນ​ນະ​ທຳ.   ທຸກ​ມື້​ນີ້,ສັງ​ຄົມ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ອັດ​ຕາ​ສ່ວນ​ຂອງ​ປະ​ຊາ​ກອນຜູ້​ເຖົ້າ​ເພີ່ມ​ຂຶ້ນ. ໃນ​ງານອວຍ​ພອນ​ບຸນ​ກຸດ​ຈີນ​ປີ2019ຂອງ​ສູນ​ກາງ​ພັກ​ແລະ​ລັດ​ຖະ​ບານ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ: “​ເຮັດໃຫ້​ຜູ້​ເຖົ້າ​ມີ​ຄົນເບິ່ງ​ແຍງ​ດູ​ແລ, ມີ​ຄົນ​ເພິ່ງ​​ພາ​ອາ​ໄສ​ໄດ້, ມີ​ຄວາມ​ສຸກ​ສຳ​ລານ​ແລະ​ມີ​ຄວາມ​​ສຸກສະ​ບາຍ, ເຊິ່ງ​ພົວ​ພັນ​ເຖິງ​ສັງ​ຄົມ​ທີ່​ມີ​ຄວາມ​ກົມ​ກຽວ​ແລະ​ມີ​ສະ​ຖຽນ​ລະ​ພາບ​.”

 

ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ມາ​ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ທ່ານ​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ສຸດ​ ທັງ​ເປັນ​ເນື້ອ​ໃນ​ສຳ​ຄັນ​ໃນ​ຂະ​ບວນ​ການ​ທີ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ນຳ​ພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ແລະ​ສ້າງ​ປ​ະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ ກໍ​ຄື​ຕອບ​ສະ​ໜອງ​ກັບ​ຄວາມ​ມຸ້ງ​ຫວັງ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ.
 

ທ່ານ​ສີ​ຈິ້ນ​ຜິງ ທີ່​ຮັກ​ແພງ​ແລະ​ເຄົາ​ລົບ​ນັບ​ຖື​ຜູ້​​ເຖົ້າ_fororder_陪母亲散步
 

   ຢູ່​ເທິງ​ຖ້ານ​ປຶ້ມ​ໃນ​ຫ້ອງ​ການ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ວາງ​ຮູບ​ຖ່າຍ​ສອງ​ແຜ່ນ​ຄື ແຜ່ນ​ໜຶ່ງ​ແມ່ນ ທ່ານ​ສີ​ຈິ້ນ​ຜິງ​ຍ່າງຍູ້​ລໍ້​ທ່ານ​ສີ​ຈຸ້ງ​ຊຸ່ນ ຜູ້​ເປັນ​ພໍ່ຮ່ວມ​ກັນ​ກັບ​ຄອບ​ຄົວ, ອີກ​ແຜ່ນ​ໜຶ່ງ​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​ພວມ​ຈູງ​ມື​ທ່ານ​ນາ​ງ​ສີ​ຊິ່ນ ຜູ້​ເປັນ​ແມ່​ຍ່າງ​ເລາະ​ຫຼິ້ນ. ​ເຖິງ​ຈະ​ຫຍຸ້ງ​ນຳ​ວຽກ​ສ່ວນ​ລວມ​ອັນ​ໜັກ​ໜ່ວງ​ກໍ​ຕາມ, ຂໍ​ພຽງ​ແຕ່​ມີ​ເວ​ລາ​ຫວ່າງ​ທ່ານ​ກໍກິນ​ເຂົ້າ​ຮ່ວມ​ກັບ​ແມ່, ຫຼັງ​ກິນ​ເຂົ້າ​ແລ້ວ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ກໍ​​ມັກຈູງ​ມື​ແມ່​ຍ່າງ​ເລາະ​​ຫຼິ້ນທັງລົມ​ກັບ​ແມ່.
 

ທ່ານ​ສີ​ຈິ້ນ​ຜິງ ທີ່​ຮັກ​ແພງ​ແລະ​ເຄົາ​ລົບ​ນັບ​ຖື​ຜູ້​​ເຖົ້າ_fororder_b812c8fcc3cec3fd3e21d63550efeb3a8794273b

ຈາກ​​ຄວາມກະ​ຕັນ​ຍູ​ຕໍ່​ພໍ່​ແມ່​, ​ເອົາ​ໃຈ​ໃສ່​ແລະ​ຮັກ​ແພງ​ພະ​ນັກ​ງານ​ອາ​ວຸ​ໂສ ຈົນ​ຮອດ​ການ​ຢ້ຽມ​ຢາມ​ຜູ້​ເຖົ້າ​ທີ່ທຸກ​ຍາກ​ເພື່ອ​ຖາມ​ທຸກ​ສຸກ​ເຂົາ​ເຈົ້າ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄວາມ​ເຄົາ​ລົບ​ນັບ​ຖື​ຜູ້​ເຖົ້າ​ຜູ້​ອາ​ວຸ​ໂສ​ແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,ສຸມ​ຄວາມ​ພະ​ຍາ​ຍາມ​ໃຫ້​ຜູ້​ເຖົ້າ​ໃນ​ທົ່ວ​ປະ​ເທດ​ໄດ້​ຊົມ​ໃຊ້​ຊີ​ວິດ​​ໃນໄວ​ຊະ​ລາ​ຢ່າງ​ມີ​ຄວາມ​ສຸກ.

 

ໃນຊຸມ​ປີ1980, ​ທ່ານ​ສີ​ຈິ້ນ​ຜິງໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍ​,ໃນ​ເວ​ລາ​ນັ້ນ ທ່ານມັກ​ຈະ​ຂີ່​ລົດ​ຖີບ​ໄປຊົນ​ນະ​ບົດ​ເພື່ອ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ, ແຕ່​ທ່ານ​ໄດ້​ມອບ​ລົດ​ຈິບ​ທີ່​ມີ​ພຽງ​ຄັນ​ດຽວ​​ສຳ​ລັບ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ໃຫ້​ພະ​ນັກ​ງານ​ອາ​ວຸ​ໂສ​ນຳ​ໃຊ້. ພະ​ນັກ​ງານ​ອາ​ວຸ​ໂສ​ບໍ່​ມີ​ສະ​ຖານ​ທີ່​​ຈັດ​ກິດ​ຈະ​ກຳ​ບັນ​ເທີງ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ຈັດ​ສັນ​ເອົາ​ຫ້ອງ​ປະ​ຊຸມ​ໃຫຍ່​ທີ່​ຄະ​ນະ​ພັກ​ເມືອງ​ແລະ​ອົງ​ການ​ປົກ​ຄອງ​ເມືອງ​ນຳ​ໃຊ້​ຮ່ວມ​ກັນ​ນັ້ນ​ດັດ​ແປງ​ໃຫ້​ເປັນ​ຫ້ອງ​ບັນ​ເທີງ​ສະ​ເພາະ​ພະ​ນັກ​ງານ​ອາ​ວຸ​ໂສ. ເພື່ອ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ຂອງ​ພະ​ນັກ​ງານ​ອາ​ວຸ​ໂສ​ໃຫ້​ດີ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ເມືອງ​ເຈີ້ງ​ຕິ້ງ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ເຊັ່ນ: ໃຫ້​ບູ​ລິ​ມະ​ສິດ​ແກ່​ພະ​ນັກ​ງານ​ອາ​ວຸ​ໂສ​ໃນ​ການກວດ​ສຸ​ຂະ​ພາບ, ຈັດ​ຫ້ອງ​ຄົນ​ນອນ​ເຈັບ​ສະ​ເພາະ​ພະ​ນັກ​ງານ​ອາ​ວຸ​ໂສ,​ເອົາ​ຄ່າ​ປິ່ນ​ປົວ​ຄືນ​​​ໃຫ້​ພະ​ນັກ​ງານ​ອາ​ວຸ​ໂສ​​ໄດ້​ໄວ​ເປັນ​ພິ​ເສດ​ເປັນ​ຕົ້ນ, ເຊິ່ງ​ໄດ້​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໃນ​ຊີ​ວິດ​ການ​ເປັນ​ຢູ່ຫຼາຍ​ຢ່າງ​ໃຫ້​ພະ​ນັກ​ງານ​ອາ​ວຸ​ໂສ.

 

ວັນ​ທີ 7 ທັນ​ວາ ປີ1984, ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍ​ໃນ​ເວ​ລາ​ນັ້ນ​ໄດ້​ຂຽນບົດ​ຄວາມ​ລົງ​ໃນ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ເປັນ​ເທື່ອ​ທຳ​ອິດ,ເຊິ່ງ​ບົດ​ຄວາມ​ມີ​ຫົວ​ຂໍ້​ວ່າ “ພະ​ນັກ​ງານ​ໜຸ່ມ​ແລະ​ໄວ​ກາງ​ຄົນ​ຕ້ອງ​ເຄົາ​ລົບ​ຜູ້​ເຖົ້າ”, ບົດ​ຄວາມ​ໄດ້​ເນັ້ນ​ໜັກວ່າ “ຕ້ອງ​ສືບ​ທອດ​ຄຸນ​ສົມ​ບັດ​ທີ່​ດີ​ຂອງ​ພະ​ນັກ​ງານ​ອາ​ວຸ​ໂສ”, “ອອກ​ແຮງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​ພະ​ນັກ​ງານ​ອາ​ວຸ​ໂສ”​,”ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີ​ວິດ​ໃນ​ໄວ​ຊະ​ລາ​ຂອງ​ພະ​ນັກ​ງານ​ອາ​ວຸ​ໂສ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ” ແລະທັດ​ສະ​ນະ​ອື່ນໆ​ອີກຫຼາຍ​ຢ່າງ, ຈົນ​ມາ​ເຖິງ​ທຸກ​ມື້​ນີ້, ທັດ​ສະ​ນະ​ເຫຼົ່າ​ນີ້​ຍັງ​ມີ​ຄຸນ​ປະ​ໂຫຍດຫຼາຍ​ໃນ​ຊີ​ວິດຕົວ​ຈິງ.

 

ຕົ້ນ​ຊຸມ​ປີ1990, ແຂວງ​ຟູ​ຈ້ຽນ​ໄດ້​ລົງ​ມື​ກໍ່​ສ້າງ​ສະ​ໜາມ​ບິນ​ສາງ​ເລີ້, ສະ​ຫາຍ​ອາ​ວຸ​ໂສ​ຈາກ​ກອງ​ທັບ​ຈຳ​ນວນ​ໜຶ່ງ​ໄດ້​ຮັບ​ເຊີນ​ໃຫ້​ໄປ​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ. ໃນ​ຄືນ​ກ່ອນ​ມື້​ຈັ​ດ​ພິ​ທີ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຟູ​ໂຈ່ວໃນ​ເວ​ລາ​ນັ້ນ​ໄດ້​ມອບ​ໝາຍ​ໃຫ້​ເລ​ຂາ​ຂອງ​ຕົນ​ເຮັດ​ແຈ້ງ​ການ​ເຖິງ​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ​ໂດຍ​ສ​ະ​ເພາະ​ວ່າ: ມື້​ຕໍ່​ມາ​ຈະ​ມີ​ລົມແຮງ, ອາ​ກາດ​ໜາວ, ຕ້ອງ​ໂທ​ແຈ້ງສະ​ຫາຍ​ອາ​ວຸ​ໂສ​ແຕ່​ລະ​ຄົນ​ເພື່ອ​ເຕືອນ​ໃຫ້​ພວກ​ທ່ານ​ນຸ່ງ​ເຄື່ອງ​ໃຫ້ຫຼາຍ​ເພື່ອຮັກ​ສາ​ສຸ​ຂະ​ພາບ​.

 

ພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນ​ປະ​ເທດ​ແລ້ວ, ຄົນ​ທັງຫຼາຍ​ກໍ​ມັກ​ຈະ​ເຫັນ​ເລື້ອຍໆ​ວ່າທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ການ​​ເຄົາລົບ​ນັບ​ຖື​ຜູ້​ເຖົ້າ.

 

ໃນ​ເວ​ລາ​ຢ້ຽມ​ຢາມເຮືອນ​ຂອງ​ແມ່​ເຖົ້າ​ສື​ປາ​ຊ່ານຢູ່​ບ້ານ​ສິບ​ແປດ​ຖ້ຳ​ກິ່ງ​ແຂວງ​ຊ່ຽງ​ຊີ່ ແຂວງ​ຫູ​ນານ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍ່າງ​ໄປ​ເປີດ​ເບິ່ງເລົ້າ​ເຂົ້າ​ຂອງ​ແມ່​ເຖົ້າ​ທັງ​ຖາມ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ວ່າ: “​ເຂົ້າກຸ້ມ​ກິນ​ບໍ?” “ໄດ້​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​ບໍ?” “ໄດ້​ລ້ຽງ​ໝູ​ບໍ?”

 

ທ່ານ​ສີ​ຈິ້ນ​ຜິງ ທີ່​ຮັກ​ແພງ​ແລະ​ເຄົາ​ລົບ​ນັບ​ຖື​ຜູ້​​ເຖົ້າ_fororder_王克昌
 

ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ເຮືອນ​ຂອງ​ພໍ່​ເຖົ້າ​ຫວາງ​ເກີ້​ຊ່າງ
 

 ຢູ່​ເຮືອນ​ພໍ່​ເຖົ້າ​ຫວາງ​ເກີ້​ຊ່າງ​ທີ່ມີ​ອາ​ຍຸ 83 ປີ​ຢູ່ບ້ານ​ຈູ່​ຊຸ່ນ​ແຂວງ​ຊ່ານ​ຕຸ່ງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ຍ່າງກວດ​ເບິ່ງ​ເຮືອນ​ຂອງ​ພໍ່​ເຖົ້າ​ແຕ່​ລະ​ຫ້ອງ​ ທັງ​ສອບ​ຖາມ​ວ່າ​ ​ເຮືອນ​ພໍ່​ເຖົ້າ​ມີ​ດິນ​ປູກ​ຝັງເທົ່າ​ໃດ? ​ມີລາຍ​ໄດ້​ເທົ່າ​ໃດ?ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຍັງ​​ອີກບໍ?
 

ທ່ານ​ສີ​ຈິ້ນ​ຜິງ ທີ່​ຮັກ​ແພງ​ແລະ​ເຄົາ​ລົບ​ນັບ​ຖື​ຜູ້​​ເຖົ້າ_fororder_黄旭华
 

ໃນ​ເວ​ລາ​ຖ່າຍ​ຮູບ​ຮ່ວມ​ກັບ​ຜູ້​ແທນ​ທີ່​ເຂົ້​າ​ຮ່ວມ​ພິ​ທີ​ຍ້ອງ​ຍໍ​ຜູ້​ດີ​ເດັ່ນ​ໃນ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ທາງ​ຈິດ​ໃຈ​ທົ່ວ​ປະ​ເທດ, ທ່ານ​ສີ​ຈິ້ນ​ຜິງ​ເຊີນ​ຊວນ​ທ່ານ​ຫວງ​ຊູ້​ຮ​ວາ ​ແລະ​ທ່ານ​ຫວງ​ຕ້າ​ຟ່າ​ໄປ​ນັ່ງ​ຢູ່​ຂ້າງ​ຕົນ​ເອງ.
 

ວັນ​ທີ 17 ພະ​ຈິກ​ປີ2017, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ກັບ​ຜູ້​ແທນ 600 ກວ່າ​ຄົນ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ຍ້ອງ​ຍໍ​ຜູ້​ດີ​ເດັ່ນ​ໃນ​ການ​ສ້າງຄວາມ​ສິ​ວິ​ໄລ​ທາງ​ຈິດ​ໃຈ​ທົ່ວ​ປະ​ເທດ​ຈີນ​​ດ້ວຍ​ຄວາມສະ​ໜິດ​ສະ​ໜົມ, ຕອນ​ກຽມ​ຖ່າຍ​ຮູບ​ລວມ​ໝູ່, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຫັນ​ທ່ານ​ຫວງ​ຊູ້​ຮ​ວາ ​ອາ​ຍຸ 93 ປີ​ແລະ​ທ່ານ​ຫວງ​ຕ້າ​ຟ່າ​ທີ່​ມີ​ອາ​ຍຸ 82 ປີ​ພວມ​ຢືນ​ຢູ່​​ທ່າມ​ກາງ​ຜູ້​ແທນ​ທັງຫຼາຍ ​ທ່ານກໍ​ເວົ້າ​ດ້ວຍ​ຄວາມ​ຍິ້ມ​ແຍ້ມ​ແຈ່ມ​ໃສວ່າ: “ພວກ​ສະ​ຫາຍ​ອາ​ຍຸຫຼາຍ​ປານ​ນີ້​ແລ້ວ, ​ແຕ່ສຸ​ຂະ​ພາບ​ຍັງ​ແຂງ​ແຮງ​ດີສົມ​ຄວນ​ເນາະ. ພວກ​ສະ​ຫາຍ​ບໍ່​ຕ້ອງ​ຢືນ​ແລ້ວ, ມາ​ນັ່ງ​ຢູ່​ຂ້າງ​ຂ້າ​ພະ​ເຈົ້າ​​ພີ້. ”​ບັນ​ຍາ​ກາດ​ແບບ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ແທນ​ທັງຫຼາຍ​ຮູ້​ສຶກ​ປະ​ທັບ​ໃຈຫຼາຍ.

 

ສິ່ງ​ທີ່​ໜ້າ​​ສົນ​ໃຈ​ທີ່​ສຸດ​ກໍ​ຄື ໃນ​ຕົ້ນ​ປີ2020 ທີ່​ຫາ​ກໍ່​ເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພາຍ​ໃຕ້​ການ​ບັນ​ຊາ​ການ​ແລະ​ວາງ​ແຜນ​ຍຸ​ດ​ທະ​ສາດ​ດ້ວຍ​ຕົນ​ເອງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ປະ​ເທດ​ຈີນ​ໄດ້​ເປີດ​ບັ້ນ​ຕໍ່​ຕ້ານ​ພະ​ຍາດ​ໂຄວິດ​-19ໂດຍ​ບໍ່​ເສຍ​ດາຍ​ຫຍັງ​ໝົດ​ເພື່ອ​​ຊ່ວຍກອບ​ກູ້​ຊີ​ວິດ​ຄົນ​ເຈັບ​ບໍ່​ວ່າ​ຄົນ​ເຈັບ​​ທີ່ມີ​ອາ​ຍຸ​ສູງ​ປານ​ໃດຫຼື​ມີ​ອາ​ການ​ໜັກ​ປານ​ໃດ​ກໍ​ຕາມ, ກໍ​ຈະ​ບໍ່​ປ່ອຍ​ປະ​ເດັດ​ຂາດ. ສະ​ເພາະ​ແຕ່​ແຂວງ​ຫູ​ເປີຍ​ກໍ​ສາ​ມາດ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ມີ​ອາ​ຍຸຫຼາຍກວ່າ 80 ປີ​ໃຫ້​ຫາຍ​ດີ​ໄດ້​ປະ​ມານ 3000 ກວ່າ​ຄົນ, ໃນ​ນີ້​ມີ 7 ຄົນ​ມີ​ອາ​ຍຸ​ຫຼາຍກວ່າ 100 ປີ, ຄົນ​ເຈັບ​ອາ​ຍຸ​ສູງ​ທີ່​ມີ​ອາ​ການ​ສາ​ຫັດ​ຫຼາຍ​ຄົນ​ກໍໄດ້​ຮັບ​ການ​ຊ່ວຍເຫຼືອກອບ​ກູ້​ຊີ​ວິດ​ຈາກ​ພະ​ຍາດ​​, ມີ​ຜູ້​ເຖົ້າ​ອາ​ຍຸ 70 ປີ​ຄົນ​ໜຶ່ງ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19, ພະ​ນັກ​ງານ​ແພດໝໍ 10 ກວ່າ​ຄົນ​ໄດ້​ເອົາ​ໃຈ​ໃສ່​ປິ່ນ​ປົວ​ແລະ​ດູ​ແລ​ເພິ່ນຫຼາຍ​ສິບ​ມື້, ໃນ​ທີ່​ສຸດກໍ​ສາ​ມາດ​ຟື້ນ​ຟູ​ສຸ​ຂະ​ພາບ​ເພິ່ນ​ໄດ້​, ​ສ່ວນຄ່າ​ປິ່ນ​ປົວ​​ເກືອບ 1,5ລ້ານຢວນ ແມ່ນ​ທາງ​ລັດ​ເປັນ​ຜູ້​ຮັບ​ຜິດ​ຊອບ​ທັງ​ໝົດ.

 

   “ໃຫ້​ຜູ້​ເຖົ້າ​ສາ​ມາດ​ຊົມ​ໃຊ້​ຊີ​ວິດ​ໃນ​ໄວ​ຊະ​ລາ​ທີ່​ມີ​ຄວາມ​ສົມ​ບູນ​ພູນ​ສຸກ”  ເຊິ່ງ​ເປັນ​ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຫ່ວງ​ເປັນ​ໃຍ​ມາ​ໂດຍ​ຕະຫຼອດ. ທ່ານ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ການ​ເຄົາ​ລົບ​ນັບ​ຖື​ຜູ້​ເຖົ້າ, ຮັກ​ແພງ​ແລະ​ຊ່ວຍ​ເຫຼືອ​ຜູ້​ເຖົ້າ​ຕະຫຼອດ​ມາ ເຊິ່ງ​ໄດ້​ເປັນ​ແບບ​ຢ່າງ​ທີ່​ດີໃຫ້​ແກ່​ທົ່ວ​ສັງ​ຄົມ​ໃນ​ການ​ເຄົາ​ລົບ​ຜູ້​ເຖົ້າ​ແລະ​ກະ​ຕັນ​ຍູ​ຕໍ່​ພໍ່​ແມ່, ທັງ​ໄດ້​ນຳ​ພາ​​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໃຫ້ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ໃນ​ການ​ຮັກ​ແພງ​ຜູ້​ເຖົ້າ, ຖື​ວ່າ​ເປັນ​ການ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃນ​ການ​ຮັບ​ມື​ກັບ​ບັນ​ຫາ​ທີ່​ອັດ​ຕາ​ສ່ວນ​ຂອງປະ​ຊາ​ກອນຜູ້​ເຖົ້າ​ເພີ່ມ​ຂຶ້ນ,​ສ້າງ​ລະ​ບົບ​ນະ​ໂຍ​ບາຍ​ແລະ​ສະ​ພາບ​ແວດ​ລ້ອມ​ທາງ​ສັງ​ຄົມ​ໃນ​ການ​ລ້ຽງ​ດູ​ຜູ້​ເຖົ້າ, ​ມີ​ຄວາມກະ​ຕັນ​ຍູ​ຕໍ່​ຜູ້​ເຖົ້າ​ແລະ​ເຄົ​າ​ລົບ​ນັບ​ຖື​ຜູ້​ເຖົ້າ.

 

ຄຳ​ເຫັນ

0