吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຊຸ່ນ​ທ່າວ ຜູ້​ກໍ່​ສ້າງ​ສະ​ໜາມ​ບິນອັດ​ສະ​ລິຍະ

2021-10-15 10:29:59 CRI

ສະໜາມບິນລະດັບໂລກແຫ່ງໜຶ່ງທີ່ຫ່າງຈາກ​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເມີນຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄປທາງທິດໃຕ້ 46 ກິ​ໂລ​ແມັດ

 

ໄດ້​ສ້າງ​ສຳ​ເລັດ ແລະ ເປີດບໍລິການ​ໃນ​ປີ 2019

 

ໜັງ​ສື​ພິມ​ “ເດີ​ກາກ​ດຽງ” ​ອັງ​ກິດ​ເອີ້ນ​ມັນ​ເປັນ​ອັນ​ດັບ​ໜຶ່ງ​ໃນ 7 ​ສິ່ງ​ມະ​ຫັດ​ສະ​ຈັນ  ແຫ່ງ​ໃໝ່​ຂອງ​ໂລກ

 

ມັນກໍຄື ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊີ່ງ​ປັກ​ກິ່ງ, ເຊິ່ງໄດ້ສະ​ແດງ​ໃຫ້​ເຫັນເຖິງຜົນງານໃໝ່ອີກອັນໜຶ່ງດ້ານການກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ຂອງ​ຈີນ

 

ເບິ່ງຫຼຽວ​ເບິ່ງຈາກທ້ອງຟ້າ ຈະສາມາດເຫັນໄດ້ວ່າ, ສະໜາມບິນແຫ່ງນີ້ ຄ້າຍ​ຄືຮູບ​ນົກ​ຫົງ ເຊິ່ງ​ເປັນ​ນົກ​ສິ​ລິ​ມຸງ​ຄຸນ​ໃນ​ເທບ​ນິ​ຍາຍ​ຂອງ​ຈີນ

 

ທ່ານ​ຊຸ່ນ​ທ່າວ ອາ​ຍຸໄດ້ 29 ປີ, ເປັນ​ວິ​ສະ​ວະ​ກອນ​ຂອງ​ພະ​ແນກ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ​ຂອງ​ສະ​ໜາມ​ບິນ​ຕ້າ​ຊີ່ງ​ປັກ​ກິ່ງ

 

ຮອ​ດ​ປີ 2025, ຄາດ​ວ່າ​ ສະ​ໜາມ​ບິນ​ຕ້າ​ຊີ່ງທີ່ລາວເຮັດວຽກຢູ່ນັ້ນ ຈະ​ມີ​ເຮືອ​ບິນບິນ​ຂຶ້ນ ແລະ ລົງ​ຈອດ 6 ແສນ 2 ໝື່ນ​ເທື່ອ​ລຳ​

 

ບັນ​ລຸ​ຈຳ​ນວນການຂົນສົ່ງ​ຜູ້​ໂດຍ​ສານ 72 ລ້ານ​ເທື່ອ​ຄົນ

 

ຄວາມ​ສາ​ມາດ​ຮັບ​ປະ​ກັນ​ກາ​ນ​ຂົນສົ່ງ​ຜູ້​ໂດຍ​ສານ

 

ເປັນ​ອັນດັບ​ສູງ​ສຸດ​ໃນ​ອາ​ຄານ​ຜູ້ໂດຍສານ​ຫຼັງ​ດຽວ​ໃນ​ໂລກ

 

ສ່ວນ​ສິ່ງ​ທີ່​ຮັກ​ສາ​ໃຫ້ມີສະໜາມບິນດັ່ງກ່າວມີການ​ໝູນ​ເດີນຢ່າງມີ​ປະ​ສິດ​ທິ​ພາບ​ສູງ​ນັ້ນ

 

ແມ່ນ​ລະ​ບົບ​ສະ​ໜາມ​ບິນອັດ​ສະ​ລິຍະ​ທີ່​ສ້າງ​ດ້ວຍ​ທ່ານ​ຊຸ່ນ​ທ່າວ ແລະ ເພື່ອນ​ຮ່ວມ​ງານ​ຂອງທ່ານ

 

ສູນ​ຂໍ້​ມູນ​ຂ່າວ​ສານ​ສະ​ໜາມ​ບິນ​ຕ້າ​ຊີ່ງ ຫຼື ITC ເປັນ​ “ສະ​ໝອງ” ຂອງ​ສະ​ໜາມ​ບິນ​ອັດ​ສະ​ລິ​ຍະ

 

ທ່ານ​ຊຸ່ນ​ທ່າວ ແລະ ເພື່ອນ​ຮ່ວມ​ງານ 75 ທ່ານ​ເຮັດ​ວຽກ​ຢູ່​ນີ້​ຮ່ວມ​ກັນ

 

ພວກວິ​ສະ​ວະ​ກອນ​ໄດ້​ສ້າງ​ “ສະ​ໜາມ​ບິນ​ຝາ​ແຝດ​” ແບ​ບ​ດີ​ຈີ​ຕອນ​ແຫ່ງໜຶ່ງໃຫ້ກັບ​ ​ສະ​ໜາມ​ບິນ​ຕົວ​ຈິງ​ຢູ່ແຫ່ງນີ້

 

ລະ​ບົບ​ປະຕິບັດ​ງານ 68 ລະ​ບົບ ລວມ​ທັງ​ເຕັກ​ນິກ​ກ້າວ​ໜ້າ​ຊະ​ນິດ​ຕ່າງໆ ເຊັ່ນ: ຂໍ້​ມູນ​ໃຫຍ່, ຄລາວຄອມພິວທິງ, 5G ແລະ ປັນ​ຍາ​ປະ​ດິດ​ເປັນ​ຕົ້ນ

 

ຫັນການດຳເນີນທຸລະກິດ​ຂອງ​ສະ​ໜາມ​ບິນໃຫ້​ເປັນ​ຂໍ້​ມູນ

 

ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ຂອງ​ສະ​ໜາມ​ບິນ​ດັ້ງເດີມ ແມ່ນ​ເປັນ​ເອ​ກະ​ລາດ​ໂດຍທຽບຖານ, ມັກຈະກາຍເປັນ “ເກາະ​ໂດດ​ດ່ຽວດ້ານ​ຂໍ້​ມູນ” ຢ່າງງ່າຍດາຍ, ຈິ່ງຍາກທີ່ຈະຮັບປະກັນ​ໃຫ້​ສະ​ໜາມ​ບິນ​ໝູນ​ເດີນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​

 

ເມື່ອ​ທຽບ​ໃສ່​ສະ​ໜາມ​ບິນ​ແບບ​ດັ້ງເດີມແລ້ວ, ສະ​ໜາມ​ບິນ​ອັດ​ສະ​ລິ​ຍະ ໄດ້​ຈັດເອົາ​ຂໍ້​ມູນ​ທັງໝົດ​ເຂົ້າ​ໃນ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ ແລ້ວ​ດຳ​ເນີນ​ການ​ແບ່ງ​ປັນ, ຊຳລະ​ ແລະ ຊົມ​ໃຊ້ຮ່ວມກັນ

 

ສະ​ໜາມ​ບິນ​ອັດ​ສະ​ລິ​ຍະ​ສາ​ມາດ​ຍົກ​ສູງ​ປະ​ສິ​ດທິ​ພາບ​ການ​ໝູນ​ເດີນ​ຂອງ​ສະ​ໜາມ​ບິນໄດ້ ໂດຍ​ຜ່ານ​ການ​ຄິດ​ໄລ່​ໃນ​ຈັງຫວະດຽວກັນ ເພື່ອ​ຮັບ​ປະ​ກັນ​ການ​ໝູນ​ເດີນ​ຂອງ​ສະ​ໜາມ​ບິນ​ໃຫ້ເປັນ​ເອ​ກະ​ພາບ​ກັນ

 

ທ່ານ​ຊຸ່ນ​ທ່າວ​ຮັບ​ຜິດ​ຊອບ​ລະ​ບົບອອກ​ຈາກ​ສະໜາມ​ບິນ ເຊິ່ງ​ເປັນ​ລະ​ບົບ​ສຳ​ຄັນ​ທີ່​ສຸດ​ລະ​ບົບ​ໜຶ່ງ

 

ມັນ​ກ່ຽວ​ພັນ​ເຖິງ​ຜູ້​ໂດຍ​ສານ​ຈະສາ​ມາດ​ຂຶ້ນ​ຍົນ​ຢ່າງ​ສະ​ດວກໄດ້​ຫຼື​ບໍ່

 

ໜ້າ​ທີ່​ຂອງ​ທ່ານ ​ຊຸ່ນ​ທ່າວ ​ແມ່ນ​ເຮັດ​ໃຫ້​ຂໍ້​ມູນ​ຂອງ​ບໍ​ລິ​ສັດ​ການ​ບິນ, ຜູ້​ໂດຍ​ສານ ແລະ ເຄື່ອງ​ເດີນ​ທາງ​ເປັນຕົ້ນເຊື່ອມ​ຕໍ່​ກັນ​ຢ່າງສະ​ໜິດ​ແໜ້ນກວ່າ​ເກົ່າ

 

ເພື່ອເຮັດ​ໃຫ້​ການ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານມີຄວາມ​ສະ​ດວກ​ ແລະ ​ມີ​ປະ​ສິດ​ທິ​ພາບ​ຍິ່ງຂຶ້ນ

 

8 ໂມງ​ເຊົ້າ​ຂອງທຸກໆມື້ເຮັດ​ວຽກ ທ່ານ​ຊຸ່ນ​ທ່າວ​ຈາກ​ຫໍພັກ​ມາ​ຮອດ ITC ເລິ່ມ​ເຮັດ​ວຽກ

 

ການຮັກ​ສາ​ໃຫ້ລະ​ບົບ​ປະ​ຕິ​ບັດ​ງານ​ເປັນ​ປົກ​ກະ​ຕິ ແລະ ອັບເດດລະ​ບົບ​​ຕາ​ມ​ເວ​ລາ​ກຳ​ນົດ​ເປັນ​ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ລາວ

 

ຄອມ​ພິມ​ເຕີ​ຂອງ​ລາວ​ ສາ​ມາດ​ຕິດ​ຕໍ່​ກັບ​ຫ້ອງເສີເວີ​ທີ່​ຫ່າງ​ໄກກັນຫຼາຍ​ຮ້ອຍ​ແມັດ​ ເພື່ອຄວບຄຸມ​ລະ​ບົບ​ອອກ​ຈາກ​ສະ​ໜາມ​ບິນ​ທັງ​ໝົດ

 

ລາວ​ຍັງ​ຕ້ອງໄປ​ອາ​ຄານ​ຜູ້ໂດຍສານ​ເພື່ອ​ສຳ​ຫຼວດ​ສະ​ພາບ​ການເດີນ​ຂອງ​ອຸປະກອນລະ​ບົບ​ອອກ​ຈາກ​ສະ​ໜາມ​ບິນ ແລະ ຊອກ​ຮູ້​ຄວາມ​ຮູ້​ສຶກ​ຂອງ​ຜູ້​ໂດຍ​ສານນັ້ນເປັນໄລຍະ

 

ເນື້ອ​ທີ່​ອາ​ຄານຜູ້ໂດຍສານ​ຂອງ​ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊີ່ງ​ປັກ​ກິ່ງ​ມີ 7 ແສນ​ຕາ​ແມັດ ເທົ່າ​ກັບ​ສະ​ໜາມ​​ບານ​ເຕະ​ແບບ​ມາດ​ຖານ 100 ແຫ່ງ

 

ເຄື່ອງ​ອຸ​ປະ​ກອນອັດສະລິຍະ​ຫຼາຍ​ພັນ​ເຄື່ອງ ແລະ ເຄື່ອງ​ເຊັນເຊີ​ໝື່ນກວ່າ​ອັນ​ແຈກ​ຢາຍ​ຢູ່​ແຫ່ງນີ້

 

ການກວດ ແລະ ອັບເດດ​ລະ​ບົບ ແລະ ເຄື່ອງ​ອຸ​ປະ​ກອນແຕ່​ລະ​ເທື່ອ​ ​ຕ້ອງ​ຍ່າງ​ ​ໝື່ນ​ກວ່າບາດ, ສຳ​ລັບ​ທ່ານ​ຊຸ່ນ​ທ່າວແລ້ວ​ ນີ້​ແມ່ນ​ເລື່ອງ​ທຳ​ມະ​ດາ​

 

ເມື່ອ​ຜູ້​ໂດຍ​ສານ​ມາ​ຮອດ​ສະ​ໜາມ​ບິນ​ຕ້າ​ຊີ່ງ, ເກືອບໝົດຂັ້ນຕອນການຂຶ້ນຍົນ​ກໍ່ສາມາດເຮັດໄດ້ດ້ວຍຕົນເອງ ແລະ ບໍ່​ຕ້ອງໃຊ້​ເຈ້ຍ

 

ຜູ້​ໂດຍ​ສານ​ບໍ່ຈຳເປັນພິມໂປ​ດີງ​ຄັດ ພຽງ​ແຕ່ໃຊ້​ບັດ​ປະ​ຈຳ​ຕົວ ຫຼື ພັສໂປດ ບວກກັບການຖ່າຍ​ໃບ​ໜ້າ​ກໍ່ສາມາດແຈ້ງປີ້ ແລະ ຂຶ້ນ​ຍົນ​ໄດ້​​ເລີຍ

 

ຢູ່​ສະ​ໜາມ​ບິນ ທ່ານ​ຊຸ່ນ​ທ່າວ ແລະ ເພື່ອນ​ຮ່ວມ​ງານ​ຂອງ​ລາວ ​ຍັງ​ໄດ້​ຕິດຕັ້ງ​ອຸ​ປະ​ກອນ​ອັດສະລິຍະ​ຕ່າງໆ​ເພື່ອ​ຮັບ​ປະ​ກັນໃຫ້​ຜູ້​ໂດຍ​ສານເຮັດດ້ວຍຕົນເອງໃນລະດັບສູງ​

 

ຍົກຕົວຢ່າງ​ເຄື່ອງ​ສະ​ແດງ​ການ​ບິນ​ແບບອັດສະລິຍະ​ໜ່ວຍ​ນີ້ ຖ້າ​ລືມ​ຂໍ້​ມູນ​ຖ້ຽວ​ບິນ​ຂອງ​ຕົນ ຫຼື ນ້ຳເບີຂອງປະ​ຕູ​ຂຶ້ນ​ຍົນ, ຜູ້​ໂດຍ​ສານ​ສາມາດຊອກຮູ້ໄດ້ໂດຍຖ່າຍ​ໃບ​ໜ້າ​ຂອງ​ຕົນ​ຜ່ານເຄື່ອງນີ້

 

ຜູ້​ໂດຍ​ສານ​ທີ່​ຕ້ອງ​ການຊັ່ງເຄື່ອງຂຶ້ນຍົນ ກໍ່ສາມາດເຮັດ​ໄດ້ໂດຍຜ່ານ​ເຄື່ອງອຸປະກອນຊັ່ງເຄື່ອງຂຶ້ນຍົນດ້ວຍຕົນເອງ

 

RFID ແລະ ເຕັກ​ນິກ​ຕິດ​ຕາມ​ເຄື່ອງ​ເດີນ​ທາງຕະຫຼອດໄລ​ຍະ​ທາງ​ຂອງ​ສະ​ໜາມ​ບິນ​ອັດ​ສະ​ລິ​ຍະ ສາ​ມາດ​ເຮັດ​ໃຫ້​ຜູ້​ໂດຍ​ສານ​ຊອກຮູ້ບ່ອນ​ຢູ່​ຂອງ​ເຄື່ອງ​ເດີນ​ທາງ​ຂອງ​ຕົນໂດຍຜ່ານໂທລະສັບມືຖື ເຊິ່ງສະດວກ​ຄື​ການຊອກຮູ້ບ່ອນຢູ່ຂອງສິນຄ້າສົ່ງດ່ວນ

 

ເຮັດ​ແນວ​ໃດ​ຈິ່ງ​ສາມາດເຮັດໃຫ້​ການ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ​ມີຄວາມ​ສະ​ດວກ​ ແລະ ​ມີ​ປະ​ສິດ​ທິ​ພາບ​ສູງຍິ່ງຂຶ້ນ ແມ່ນ​ທິດ​ທາງດ້ານຄວາມພະຍາຍາມ​ຂອງ​ທ່ານ​ຊຸ່ນ​ທ່າວ ແລະ ເພື່ອນ​ຮ່ວມ​ງານ​ຂອງ​ລາວ ກໍ່​ແມ່ນ​ມູນ​ຄ່າຂອງ​ການ​ກໍ່​ສ້າງ​ສະ​ໜາມບິນ​ອັດ​ສະ​ລິ​ຍະ

 

ເມຍ​ຂອງ​ທ່ານ​ຊຸ່ນ​ທ່າວ​ກໍ່​ເປັນ​ພະ​ນັກ​ງານ​ຂອງສະ​ໜາມ​ບິນ​ຕ້າ​ຊີ່ງເຊັ່ນກັນ, ເຂົາ​ເຈົ້າ​ແມ່ນ​ເພື່ອນ​ຮຽນ​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ

 

ໃນ​ມື້​ທຳ​ມະ​ດາ ຜົວ​ເມຍ​ສອງ​ຄົນ​ກໍ່​ຄາ​ວຽກ​ຫຼາຍ ຈິ່ງ​ເລືອກ​ພັກ​ຢູ່​ຫໍພັກທີ່​ໃກ້​ກັບ​ສະ​ໜາມ​ບິນ

 

ຮອດຕອນ​ຄ່ຳ​ວັນ​ສຸກ ສອງ​ຄົນ​ຈຶ່ງຂັບ​ລົດ​ກັບເມືອເຮືອນຂອງ​ຕົນ​ທີ່​ຢູ່​ຖະ​ໜົນ​ວົງແຫວນທີ 3 ໃນ​ເທ​ສະ​ບານເມືອງ

 

ໃນ​ທ້າຍ​ສັບ​ປະ​ດາ ທ່ານ​ຊຸ່​ນ​ທ່າວ​ມັກ​ຢູ່​ນຳ​ກັບ​ເມຍ​ຂອງ​ຕົນເພື່ອໃຊ້ຊີວິດຄອບຄົວທີ່ຫວານຊື່ນ

 

ປີ 2017, ທ່ານ​ຊຸ່ນ​ທ່າວ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ​ປັກ​ກິ່ງ ແລະ ປະກອບອາຊີບ​ຢູ່​ສະ​ໜາມ​ບິນ​ຕ້າ​ຊີ່ງ​ກັບ​ເພື່ອນ​ຮຽນ 172 ຄົນ​ຮ່ວມ​ກັນ

 

ຫຼັງ​ຈາກ​ສະ​ໜາມ​ບິນ​ເລີ່ມ​ເປີດບໍລິການຢ່າງ​ສະ​ດວກ​ແລ້ວ​ 1 ອາ​ທິດ, ທ່ານ​ຊຸ່ນ​ທ່າວ​ ແລະ ເມຍ​ໄດ້ຈັດພິທີແຕ່ງ​ງານ

 

ຫຼັງ​ອາ​ຫານ, ທ່ານ​ຊຸ່​ນ​ທ່າວ ແລະ ເມຍ​ມັກ​ຍ່າງເລາະ​ຢູ່​ສວນສາທາລະນະ​ຊາກເມືອງ​ຫຼວງ​ລາ​ຊະ​ວົງ​ຢວນ​ທີ່​ໃກ້​ກັບເຮືອນຂອງ​ເຂົາ​ເຈົ້າ

 

ລາ​ອອກ​ຈາກ​​ສະ​ໜາມ​ບິນທີ່ເປັນບ່ອນຄາວຽກຂອງຕົນ ສຳ​ຜັດ​ກັບຄວາມ​ມິດ​ງຽບ​ຂອງ​ທຳ​ມະ​ຊາດ

 

ຢູ່​ແຫ່ງ​ນີ້ມີ​ຊາກ​ປະ​ຫວັດ​ສາດ​ຈຳ​ນວນຫຼວງ​ຫຼາຍ ເປັນ​ສັກ​ຂີ​ພິ​ຍານໃຫ້ແກ່​ປະ​ຫວັດ​ສາດ​ຂອງ​ປັກ​ກິ່ງໃນ​ຖາ​ນະ​ທີ່​ເປັນ​ເມືອງ​ຫຼວງ​ເກົ່າ​ຂອງຫ້າ​ລາ​ຊະ​ວົງ

 

ປັດ​ຈຸ​ບັນ ນະ​ຄອນ​ຫຼວງ​ປັກ​ກິ່ງ​ເປັນ​ສູນ​ກາງທາງດ້ານ​ການ​ເມືອງ, ວັດ​ນະ​ນະ​ທຳ, ການ​ໄປມາຫາສູ່ກັນກັບ​ສ​າ​ກົນ ແລະ ການ​ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ

 

ການ​ກໍ່​ສ້າງ​ສະ​ໜາມ​ບິນ​ຕ້າ​ຊີ່ງ ເປັນການ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການຂອງ​ການ​ເພີ່ມຂຶ້ນຂອງວຽກງານການບິນ​ຂອງ​ປັກ​ກິ່ງ ເຮັດ​ໃຫ້​ປັກ​ກິ່ງ​ເຂົ້າ​ສູ່​ຍຸກສະໄໝ​ທີ່​ມີ​ສະໜາມບິນ​ສອງ​ແຫ່ງ

 

ທ່ານ​ຊຸ່​ນ​ທ່າວ​ຫວັງຢາກ​ເຮັດ​ວຽກ​ຢູ່​ສະ​ໜາມ​ບິນ​ຕ້າ​ຊີ່ງຕໍ່​ໄປຈົນເຖິງມື້ບຳນານ, ນີ້​ແມ່ນ​ປະ​ຕູ​​ລັດແຫ່ງ​ໃໝ່​ຂອງ​ຈີນ ກໍ່​ແມ່ນ​ແນວ​ໜ້າ​ຫຼ້າ​ສຸດ​ຂອງການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອັດ​ສະ​ລິ​ຍະ

 

ຜູ້ບ່າວ​ຫຼັງ​ຊຸມ​ປີ 1990 ຜູ້​ນີ້​ເຊື່ອ​ວ່າ, ອັດ​ສະ​ລິ​ຍະ​ສາ​ມາດ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ ​ສະ​ດວກຍິ່ງຂຶ້ນ ທັງ​ສາ​ມາດ​ເຮັດ​ໃຫ້​ໂລກ​ເຊື່ອມ​ຕໍ່​ເຂົ້າ​ກັນ​ຢ່າງ​ດີກວ່າ​ເກົ່າ

 

ຄຳ​ເຫັນ

0