尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ແບບ​ຫຼອກ​ລວງ​ແລະ​ມີ​ເງື່ອນ​ໄຂ​ຈະ​ຖືກປະ​ຊາ​ຄົມ​ໂລກປະ​ຖິ້ມ​ຢ່າງ​ແນ່ນອນ

2021-10-19 17:15:30 cri

ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ແບບ​ຫຼອກ​ລວງ​ແລະ​ມີ​ເງື່ອນ​ໄຂ​ຈະ​ຖືກປະ​ຊາ​ຄົມ​ໂລກປະ​ຖິ້ມ​ຢ່າງ​ແນ່ນອນ_fororder_5fdf8db1cb134954e22583e1472dd451d0094aec

      ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກທີ່​ອາ​ເມ​ຣິ​ກາ​ນຳ​ໜ້າ​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ​ນັ້ນ, ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍແຜນ​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ​ໃຫ້​ກັບຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຕໍ່​ໄປ,ໂດຍ​ກ່າວ​ວ່າ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອວັກ​ຊີນ​ໂຄວິດ-19 ອີກ 500 ລ້ານ​ຫຼອດ. ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ຍັງ​ກ່າວ​ວ່າ: ປະ​ລິ​ມານ​ວັກ​ຊີນ​ໂຄວິດ-19 ທີ່​ອາ​ເມ​ຣິ​ກາ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ໂລກ​ນັ້ນ​ແມ່ນ​ “ຫຼາຍກວ່າ​ປະ​ລິ​ມານ​ທັງ​ໝົດ​ທີ່​ປະ​ເທດ​ອື່ນ​ອື່ນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ”, “ສິ່ງ​ທີ່​ຕ່າງ​ກັນ​ກັບ​ຣັດ​ເຊຍ​,ຈີນ​ແລະ​ປະ​ເທດ​ອື່ນ​​ອື່ນ​ນັ້ນ​ກໍ່​ແມ່ນ,ອາ​ເມ​ຣິ​ກາ​​ຈະ​ບໍ່​ຮຽກ​ຄ່າ​ຄອບ​ແທນ​ໃດໆ”.

      ອາ​ເມ​ຣິ​ກາ​ບໍ່​ຕ້ອງ​ການ​ຮຽກ​ຄ່າ​ຄອບ​ແທນດ້ານ​ວັກ​ຊີນ​ໂຄວິດ-19 ແທ້​ບໍ່? ພວກ​ເຮົາ​ມາ​ເບິ່ງຜົນ​ງານ​ຂອງ​ອາ​ເມ​ຣິ​ກາ​ໃນ​ດ້ານ​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ​ໃຫ້​ກັບ​ຕ່າງ​ປະ​ເທດ: ຕາມ​ໜັງ​ສື​ພິມ​ໂລກ​ຂອງ​ແອັ​ສ​ປາຍ​​ໄດ້ລາຍ​ງານ​ວ່າ: ລັດ​ຖະ​ບານ​ອາ​ເມ​ຣິ​ກາເຄີຍ​ວາງ​ແຜນ​ຈະ​​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານວັກ​ຊີນ​ໂຄວິດ-19 ທັງ​ໝົດ 2,5 ລ້ານ​ຫຼອດ​ແກ່​ແມັກ​ຊິກ, ແຕ່​​ມີເງື່ອນ​ໄຂ​​ຄື​ດັ່ງລຸ່ມ​ນີ້:ແມັກ​ຊິກ​ຕ້ອງ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຊາວ​ຍົກ​ຍ້າຍຖິ່ນ​ຖານ​ທີ່​ຜິດ​ກົດ​ໝາຍ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ປະ​ເທດ​ຕົນກັບກວາ​ເຕ​ມາ​ລາ. ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້,ໃນ​ໄລ​ຍະ​ທີ່​ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ຢ້ຽມ​ຢາມ​ອາ​ເມ​ຣິ​ກາ, ອາ​ເມ​ຣິ​ກາ​​ກໍ່ໄດ້​ເຫັນ​ດີ​​ວ່າ​ຈະສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ນາຍ​ແລະ​ພົນ​ທະ​ຫານ​ຂອງກອງ​ທັບ ສ.ເກົາ​ຫຼີ ຈຳ​ນວນ 5,5 ແສນ​ຄົນ​, ແຕ່​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໄດ້​ລາຍ​ງານ​ວ່າ: ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ​ທີ່​ຈິງ​ແລ້ວ​ແມ່ນ​ໃຊ້​ວັກ​ຊີນ​ໂຄວິດ-19 ​ແລກ​ປ່ຽນ​ກັບເຊ​ມີ​ຄອນ​ດັກ​ເຕີ​ຂອງ ສ.ເກົາ​ຫຼີ. ຕາມ​ສື່ມວນ​ຊົນ​ທີ່​ກ່ຽວ​ຂ້ອງ​ໄດ້​ລາຍ​ງານ​​ໃຫ້​ຮູ້ວ່າ: ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ສະ​ໜອງ​​ວັກ​ຊີນ​ໃຫ້​ກັບ​ສະ​ຫະ​ພາບ​ເອີ​ຣົບ​ສະ​ບັບ​ຫຼ້າ​ສຸດ, ວັກ​ຊີນ​ໂຄວິດ-19 ສອງ​ລຸ້ນ​ຂອງ​ອາ​ເມ​ຣິ​ກາ​ຕ່າງ​ໄດ້ມີ​ລາ​ຄາ​ເພີ່ມ​ຂຶ້ນຫຼາຍກວ່າ 25% ແລະ 10%.

      ໃນ​ຖາ​ນະ​ເປັນ​ອາ​ວຸດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ວັກ​ຊີນ​ໂຄວິດ-19 ຄວນ​ເປັນ​ຜະ​ລິດ​ຕະ​ພັນ​ສາທາ​ລະ​ນະ​ຂອງ​ໂລກ,ຈຶ່ງ​ຈະ​ສາ​ມາດສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊາວ​ໂລກ​​ໄດ້​ຫຼາຍກວ່າ​ເກົ່າ​​. ແຕ່​ວ່າ​, ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຂ້ຽວ​ຂາດ​, ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ແບບ​ອາ​ເມ​ຣິ​ກາ​ພັດ​​ຕັ້ງ​ເງື່ອນ​ໄຂ​ການ​ຊ່ວຍ​ເຫຼືອ, ຖ່ວງ​ດຶງ​ເວ​ລາ,ຫາ​ຜົນ​ປະ​ໂຫຍດ,ໃນ​ສາຍ​ຕາ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ,ວັກ​ຊີນ​ໂຄວິດ-19 ໄດ້​ກາຍ​ເປັນ​ເຄື່ອງ​ມື​ໃນ​ການ​ໂຄ​ສະ​ນາດ້ານ​ການ​ເມືອງ​ແລະ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ການ​ເມືອງ.

      ພາຍ​ໃຕ້​ຄວາມ​ກົດ​ດັນ​ທີ່​ປະ​ຊາ​ຄົມ​ໂລກ​ຮຽກ​ຮ້ອງ​ໃຫ້​ແບ່ງ​ປັນ​ວັກ​ຊີ​ນ​ໂຄວິດ-19, ​ໃນ​ທີ່​ສຸດ ລັດ​ຖະ​ບານ​ອາ​ເມ​ຣິ​ກາໄດ້​ປະ​ກາດ​ໃນ​ກາງ​ເດືອນ​ພຶດ​ສະ​ພາ​ປີ​ນີ້​ວ່າ: ຈະ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 80 ລ້ານ​ຫຼອດ​ໃຫ້​ກັບ​ໂລກ​ກ່ອນ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້. ແຕ່​ນັບ​ມາ​ຮອດ​ວັນ​ທີ 2 ເດືອນ​ກໍ​ລະ​ກົດ​ປີ​ນີ້, ອາ​ເມ​ຣິ​ກາພຽງ​ແຕ່​ໄດ້​ມອບ​ວັກ​ຊີນ​ໃຫ້​ໂລກ​ພຽງ​ແຕ່ 24 ລ້ານ​ຫຼອດ​ເທົ່າ​ນັ້ນ,ຍັງ​ບໍ່​ຮອດ 1 ສ່ວນ 3 ຂອງ​ປະ​ລິ​ມານ​ວັກ​ຊີນ​ທີ່​ອາ​ເມ​ຣິ​ກາ​ໄດ້​ໃຫ້​ສັນ​ຍາ​ໄວ້.
ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ແບບ​ຫຼອກ​ລວງ​ແລະ​ມີ​ເງື່ອນ​ໄຂ​ຈະ​ຖືກປະ​ຊາ​ຄົມ​ໂລກປະ​ຖິ້ມ​ຢ່າງ​ແນ່ນອນ_fororder_500fd9f9d72a605968348b73dfd49993023bba98

      ສິ່ງ​ທີ່ໜ້າ​ເສຍ​ດາຍກໍ່​ແມ່ນ, ຕາມ​ໜັງ​ສື​ພິມ​ເດີ​ກາດຽນ​ຂອງ​ອັງ​ກິດ​ລາຍ​ງານ​ວ່າ: ໃນ​ຂະ​ນະ​ທີ່​ໂລກ​ຜະ​ເຊີນ​ກັບ​ຜົນ​ກະ​ທົບ​ຈາກ​ການ​ຂາດ​ແຄນ​ວັກ​ຊີນ​ໂຄວິດ-19, ອາ​ເມ​ຣິ​ກາ​ພັດ​ໄດ້​ເຮັດ​ໃຫ້ວັກ​ຊີນ​ໂຄວິດ-19 ຫຼາຍ​ລ້ານ​ຫຼອດ​ໝົດ​ອາ​ຍຸ​ການ​ໃຊ້​ງານ​ແລະ​ໃຊ້​ແບບ​ສິ້ນ​ເປືອງ. ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ສະ​ບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ເດືອນ​ມີ​ນາ​ຫາ​ເດືອນ​ກັນ​ຍາ​ປີ​ນີ້, ອາ​ເມ​ຣິ​ກາ​ໄດ້​ຖິ້ມ​ວັກ​ຊີນ​ໂຄວິດ-19 ຢ່າງ​ໜ້ອຍ 15 ລ້ານ​ຫຼອດ​ຍ້ອນ​ໝົດ​ອາ​ຍຸ​ໃຊ້​ງານ. ລັດລຸຍ​ເຊຍ​ນາ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຖິ້ມ​ວັກ​ຊີນ​ໂຄວິດ-19 ຈຳ​ນວນ 2,24 ແສນ​ຫຼອດ,ນອກ​ນີ້ວັກ​ຊີນ​ຈຳ​ນວນ​ຫຼາຍ​ບໍ່​ໄດ້​​ນຳ​ໃຊ້​ເມື່ອ​ເປີດ​ຫຼອດ​ແລ້ວ,ຍັງ​ມີ​ຫຼາຍກວ່າ 20 ພັນ​ຫຼອດ​ໝົດ​ອາ​ຍຸ​ໃຊ້​ງານ. ຂະ​ນະ​ດຽວ​ກັນ, ຢູ່​ໃນ​ໂລກ​ຍັງ​ມີ​ຫຼາຍ​ລ້ານ​ຄົນ​ລໍ​ຖ້າ​ສັກ​ວັກ​ຊີນ​ໂຄວິດ-19,ນັບ​ມາ​ຮອດ​ເດືອນ​ກໍ​ລະ​ກົດ​ປີ​ນີ້,ຢູ່​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ​ມີ​ປະ​ຊາ​ກອນ​ພຽງ​ແຕ່ 1% ເທົ່າ​ນັ້ນໄດ້​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ​ໜຶ່ງ.

      ​ສິ່ງ​ທີ່​​ມີ​ລັກ​ສະ​ນະ​ແຕກ​ຕ່າງ​ກັນ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19 ແລະ​​ວັດ​ຖຸຜະ​ລິດວັກ​ຊີນ​ໂຄວິດ-19 ທັງ​ໝົດ 1,2 ຕື້​ຫຼອດ​ໃຫ້​ແກ່ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ,ບົນ​ພື້ນ​ຖານ​​ການ​ບໍ​ລິ​ຈາກ​ເງິນ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ກັບ​ແຜນ​​ປະ​ຕິ​ບັດ​ງານ​ດ້ານ​ວັກ​ຊີນ​ໂຄວິດ-19, ​ໃນ​ປີ​ນີ້​ຈີນໄດ້ໃຫ້​ການ​ຊ່ວຍ​ເຫຼືອ​ລ້າວັກ​ຊີນ​ໂຄວິດ-19 ​ອີກ 100 ລ້ານ​ຫຼອດ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​.​ຢືນ​ຢູ່​ຕໍ່​ໜ້າ​ກັບ​ເລື່ອງ​ຈິງ, ບໍ່​ຮູ້​ວ່າ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ກ້າ​ຍ້ອງ​ຕົນ​ເອງວ່າ: ອາ​ເມ​ຣິ​ກາ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ຈຳ​ນວນ​ຫຼວງ​ຫຼາຍ​ແລະ​ຊ່ວຍ​ເຫຼືອ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດໆ​ແອບ​ແຝງ.

      ຫຼາຍ​ປະ​ເທດ​ໃນ​ໂລກ​ນີ້​ລ້ວນ​ແຕ່​ມີ​ຊີງ​ຍຸດ​ຕິ​ທຳອັນ​ໜຶ່ງ,ແມ່ນ​​ປະ​ເທດ​ໃດແທ້​ເປັນ​ຜູ້​ຊ່ວຍ​ເຫຼືອ​​ຕ້ານ​​ພະ​ຍາດ​ໂຄວິດ-19 ຂອງ​ໂລກ​ຢ່າງ​ຈິງ​ໃຈ,ແມ່ນ​ປະ​ເທດ​ໃດແທ້​ມັກ​ໃຊ້​ກົນ​ອຸ​ບາຍ​ທາງ​ການ​ເມືອງ​​ຕາມ​ຄວາມ​ພໍ​ໃຈ​ຂອງ​ຕົນ. ຈີນ​ເຕືອນ​ໃຫ້​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທີ່​ມັກ​ຫຼັບ​ຕາ​ປ່າວ​ຂ່າວ​ຈອມປອມເຫຼົ່າ​ນັ້ນ, ​ຕັ້ງ​ໃຈ​ຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າ​ງ​ຍຸ​ຕິ​ທຳ​ໃຫ້​ຫຼາຍກວ່າ​ເກົ່າ,ຖ້າ​ບໍ່​ດັ່ງ​ນັ້ນ​ມີ​ແຕ່​ຈະ​ຖືກ​ປະ​ຊາ​ຄົມ​ໂລກ​ຂາດ​ຄວາມ​ເຊື່ອ​ຖື​ແລະ​ປະ​ຖິ້ມ​ໃນ​ທີ່​ສຸດ.

ຄຳ​ເຫັນ

0