覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ສີ​ຈິ້ນ​ຜິງສະ​ແຫວງ​ຫາ​ແລະນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດແນວ​ໃດ

2021-10-19 09:57:16 cri

 

     ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນພື້ນ​ຖານ​ສຳ​ລັບ​ການ​ສ້າງ​ປະ​ເທດ​ໃຫ້​ຮັ່ງ​ມີ ແລະ​ເປັນ​ຍຸດ​ທະ​ສາດ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ວ່າ ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ທົ່ວ​ປະ​ເທດ​ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ເຂົາ​ເຈົ້າ. ຈາກ​ການ​ເປັນ​ການ​ນຳ​ທ້ອງ​ຖິ່ນ​ຕະ​ຫຼອດ​ຮອດ​ຂັ້ນ​ສູນ​ກາງ, ເລື່ອງ​ລາວ​ກ່ຽວ​ກັບ​ທ່ານ​ສີ​ຈິ້ນ​ຜິງ​ຮັກ​ແພງ​ແລະ​ເຄົາ​ລົບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ນຳໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ນັ້ນ​ໄດ້​ຮັບ​ການ​ບອກ​ເລົ່າ​ ກັນ​ມາ​ຢ່າງກວ້າງ​ຂວາງ.  

 

  ຕອນເຮັດ​ວຽກ​ຢູ່​ເມືອງ​ເຈີ້ງ​ຕິ້ງ ແຂວງ​ເຫີ​ເປີຍ, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮູ້​ຈັກ​ກັບ​ທ່ານ​ເຈຍ​ຕ້າ​ຊ່ານ ນັກ​ປະ​ພັນ​ຜູ້​ມີ​ຊື່​ສຽງ​ຂອງ​ເມືອງ​ເຈີ້ງ​ຕິ້ງ.
 

​ທ່ານ​ສີ​ຈິ້ນ​ຜິງສະ​ແຫວງ​ຫາ​ແລະນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດແນວ​ໃດ_fororder_1997年习近平与贾大山(右)最后一次合影

 

ປີ1997, ທ່ານ​ສີ​ຈິ້ນ​ຜິງໄປ​ຢ້ຽມ​ຢາມ​ທ່ານ​ເຈຍ​ຕ້າ​ຊ່ານ​ທີ່​ເຈັບ​ໜັກໃນ​ເວ​ລາ​ນັ້ນ

 

   ທ່ານ​ເຈຍ​ຕ້າ​ຊ່ານ​ເປັນ“ຜູ້​ຮູ້​ເຈີ້ງ​ຕິ້ງ”ທີ່​ແທ້​ຈິງ, ຮູ້​ດີ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ບ້ານ​ເກີດ​ຕົນ.  ​ສ່ວນທ່ານ​ສີ​ຈິ້ນ​ຜິງ​​ຫາ​ກໍ່​ໄປ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ການ​ນຳ​ຢູ່​ເມືອງ​ເຈີ້ງ​ຕິ້ງ​ໄດ້​ບໍ່​ດົນ, ກໍ​ສາ​ມາດ​ລົມ​ເລື່ອງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ແລະວັດ​ທະ​ນະ​ທຳ​ພື້ນ​ເມືອງ​ແບບ​ສະ​ບາຍ​ທ່າມ​ກາງ​ບັນ​ຍາ​ກາດ​ເວົ້າ​ນົວ​ຫົວ​ມ່ວນ​ນຳ​ກັນ​ໄດ້, ເຊິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ທ່ານ​ເຈຍ​ຕ້າ​ຊ່ານ. ທ່ານ​ເຈຍ​ຕ້າ​ຊ່ານ​ມັກ​ລົມ​ກັນ​ກັບ​ທ່ານ​ສີ​ຈິ້ນ​ຜິງ ແລະ​ກໍ​ໃຫ້​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ຄວາມ​ເຫັນ​ແລະ​ທັດ​ສະ​ນະ​ຂອງ​ທ່ານ​ສີ​ຈິ້ນ​ຜິງ. ສ່ວນ​​ທ່ານເຈຍ​ຕ້າ​ຊ່ານ​ຜູ້​ມີ​​ຈິດ​ໃຈ​​ເປັນຫ່ວງ​​ເປັນໃຍ​ ​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ ກໍ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ກັບ​ທ່ານ​ສີ​ຈິ້ນ​ຜິງ​ເຊັ່ນ​ດຽວ​ກັນ, ທ່ານ​ເຄົາ​ລົບ​ນັບ​ຖື​ ​ນັກ​ປະ​ພັນພື້ນ​ເມືອງທີ່​ຝັງ​ຮາກ​ເລິກ​ທ່າມ​ກາງ​ມະ​ຫາ​ຊົນທ່ານ​ນີ້ທີ່​ສຸດ​ເລີຍ.

 

ທ່ານ​ສີ​ຈິ້ນ​ຜິງ​ເຫັນ​ວ່າ: ການ​ພັດ​ທະ​ນາ​ວຽກ​ງານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ, ຕ້ອງ​ການ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ເຮັດ​ວຽກ​ເພື່ອ​ປະ​ຊາ​ຊົນ​ຢ່າງ​ດຽວ ທັງ​ມີ​ພື້ນ​ຖານ​​ຄວາມ​ຮູ້​ດ້ານວັດ​ທະ​ນະ​ທຳ​ອັນ​ເລິກ​ເຊິ່ງ​ຄື​ ​ທ່ານ​ເຈຍ​ຕ້າ​ຊ່ານ. ແຕ່​ວ່າ ທ່ານ​ເຈຍ​ຕ້າ​ຊ່ານ​ບໍ່​ຍອມ​ເປັນ​ເຈົ້າ​ຄົນ​ນາຍ​ຄົນ, ​ແຕ່​ເວ​ລາທ່ານ​ສີ​ຈິ້ນ​ຜິງ​ແຕ່ງ​ຕັ້ງ​ລາວ​ເປັນ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ​ເມືອງ​ເຈີ້ງ​ຕິ້ງກໍ​ປານ​ວ່າ​ດຶງ​ຂາ​ເຕົ່າ. ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້ພິ​ສູດ​ໃຫ້​ເຫັນ​ວ່າ: ​ທ່ານ​ສີ​ຈິ້ນ​ຜິງ​ມີ​ສາຍ​ຕາ​ອັນ​ແຫຼມ​ຄົມ​ໃນ​ການ​ເບິ່ງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ.

 

ຫຼັງ​ຈາກ​ນັ້ນຫຼາຍ​ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຂຽນ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ “ຫວນ​ຄືນ​ເຖິງ​ຕ້າ​ຊ່ານ”​ໃນ​ບົດ​ນີ້​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ທ່ານ​ເຈຍ​ຕ້າ​ຊ່ານ​ວ່າ: “​ນັບ​ຕັ້ງ​ແຕ່​ທຳ​ອິດທີ່ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ, ​ເພິ່ນ​ກໍ​ໄດ້​ລົງ​ຮາກ​ຖານ​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ເພື່ອ​ຮັບ​ຮູ້​ບັນ​ຫາ​ບົກ​ຜ່ອງ,ສ້າງ​ລະ​ບຽບ​ການ, ໃຊ້​ເວ​ລາບໍ່​ເທົ່າ​ໃດ​ເດືອນ, ກໍ​ສາ​ມາດ​ປັບ​ປຸງລະ​ບົບ​ວັດ​ທະ​ນະ​ທຳ​ທີ່​ບໍ່​ຄ່ອຍ​ເປັນ​ລະ​ບຽບ​ໃນ​ແຕ່​ກ່ອນ​ໃຫ້​ກັບ​ມາ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ໃນ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ, ຕ້າ​ຊ່ານ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​, ທຸ້ມ​ເທ​ເຫື່ອ​ແຮງ​ແລະ​ສະ​ຕິ​ປັນ​ຍາ​ຂອງ​ຕົນ​ທັງ​ໝົດເຂົ້າ​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ວັດ​ທະ​ນະ​ທຳ, ການ​ຄົ້ນ​ຄວ້າ,ອະ​ນຸ​ລັກ,ປະ​ຕິ​ສັງ​ຂອນ​ແລະ​ສ້ອມ​ແປງ,ຂຸດ​ຄົ້ນ​ແລະ​ເກັບ​ຮັກ​ສາ​ວັດ​ຖຸ​ບູ​ຮານ​ຂອງ​ເມືອງ​ເຈີ້ງ​ຕິ້ງ.”

 

ໃນ​ໄລ​ຍະ​ເຮັດ​ວຽກ​ຢູ່​ນະ​ຄອນ​ຟູ​ໂຈ່ວ ແຂວງ​ຟູ​ຈ້ຽນ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​​ກັ​ບຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເຊັ່ນ​ກັນ, ທັງ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ການ​ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ. ສຳ​ລັບ​ການ​ນຳໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,ທ່ານ​ສີ​ຈິ້ນ​ຜິງ​ໄດ້​ມີ​ການ​ຄົ້ນ​ຄິດ​ຢ່າງ​ເລິກ​ເຊິ່ງ​ທັງ​ມີ​ທັດ​ສະ​ນະ​ກ່ຽວ​ກັບ​ເລື່ອງ​ນີ້​ເປັນພິ​ເສດ.

 

ໃນ​ດ້ານ​ການ​ຄັດ​ເລືອກ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮຽກ​ຮ້ອງ​ໃຫ້​ຕ້ອງ​ເລືອກ​ຜູ້​ທີ່​ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​​ຄຸນ​ສົມ​ບັດ,  ຄັດ​ຄ້ານ​ການ​​ຄັດເລືອກ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໂດຍ​ເນັ້ນ​ແຕ່​ວຸດ​ທິ​ການ​ສຶກ​ສາ​ແລະ​ຄະ​ແນນ​ສອບ​ເສັງ​ຢ່າງ​ດຽວ​ເທົ່າ​ນັ້ນ. ໃນ​ເວ​ລາ​ນັ້ນ, ໃນ​ດ້ານ​ການ​ຄັດ​ເລືອກ​ພະ​ນັກ​ງານ​ມີ​ທັດ​ສະ​ນະ​ແບບ​ໜຶ່ງ​ທີ່​ເຫັນ​ເລື້ອຍໆ ​ຄື: ​ຕ້ອງ​ກ້າ​ນຳ​ໃຊ້​ພະ​ນັກ​ງານ ໂດຍ​ສະ​ເພາະ​ຕ້ອງ​ກ້າ​ໃຊ້​ພະ​ນັກ​ງານ​ຜູ້​ທີ່​​ມີ​ຫາງ​ສຽງ​ທາງ​ລົບ​ແຕ່​​ມີ​ຄວາມ​ສາ​ມາດ. ແຕ່​ສຳ​ລັບ​ທ່ານ​ສີ​ຈິ້ນ​ຜິງ​ບໍ່​ໄດ້​ເຫັນ​ດີ​ນຳ​ທັດ​ສະ​ນະ​ນີ້. ທ່ານ​ເຫັ​ນ​ວ່າ: ຫາກ​ມີ​ຫາງ​ສຽງ​ທາງ​ລົບ​ກໍ​ສະ​ແດງວ່າ ມີ​ຂໍ້​ບົກຜ່ອງຫຼາຍ,ມີ​ຄວາມ​ສາ​ມາດ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ມີ​ຄຸນ​ສົມ​ບັດ​ແນ່ນອນ, ຜູ້​ເປັນ​ພະ​ນັກ​ງານ​ຕ້ອງ​ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ມີ​ຄຸນ​ສົມ​ບັດ​ໄປ​ພ້ອມ​ຈິ່ງ​ໄດ້.

 

 ເມື່ອ​ຫວນ​ຄືນ​ເຖິງ​​ອະ​ດີດ​ທີ່​ເຮັດ​ວຽກ​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ໂດຍ​ກົງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ລິນ​ປີ້​ຟູ ອະ​ດີດ​ນັກ​ສຳຫຼວດ​ຄົ້ນ​ຄວ້າ​ຂອງ​ຫ້ອງວ່າ​ການ​ຄະ​ນະ​ພັກ​ນະ​ຄອນ​ຟູ​ໂຈ່ວ​ໄດ້​ກ່າວ​ດ້ວຍ​ຄວາມ​ປະ​ທັບ​ໃຈວ່າ: “ເຮັດ​ວຽກ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ເລ​ຂາ​ສີ​ຈິ້ນ​ຜິງ ເຖິງ​ຈະ​ອິດ​ເມື່ອຍ​ລຳ​ບາກ​ແນວ​ໃດ​ກໍ​ເປັນ​ຕາ​ເຮັດ.”

 

ທ່ານ​ລິນ​ປີ້​ຟູ ກຳ​ເນີດ​ໃນ​ຊົນ​ນະ​ບົດ, ຫຼັງ​ຈາກ​ຈົບ​ອາ​ຍຸ​ການ​ເປັນ​ທະ​ຫານ​​ພັນ​ທະແລ້ວ​ກໍ​ໄດ້​ໄປ​ເຮັດ​ວຽກ​ຢູ່​ອົງ​ການ​ປົກ​ຄອງ​ໂດຍ​ກົງ, ທ່ານ​ບໍ່​ເຄີຍ​ໄດ້​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ໄລ​ຍະ​ຜ່ານ​ມາ. ແຕ່​ທ່ານ​ສີ​ຈິ້ນ​ຜິງ​ກໍ​​ບໍ່ເຄີຍ​ໄດ້ດູ​ຖູກ​ທ່ານ​ລິນ​ປີ້​ຟູ​ຈັກ​ເທື່ອ, ແຕ່​ໄດ້​ປະ​ຕິ​ບັດ​ຕໍ່​ລາວ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ເປັນ​ກັນ​ເອງ. ໃນ​ເວ​ລາ​ນັ້ນ, ທ່ານ​ລິນ​ປີ້​ຟູ​ໄດ້​ຂຽນ​ບົດ​ຄວາມຫຼາຍ​ບົດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ນະ​ຄອນ​ຟູ​ໂຈ່ວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້ຂຽນ​ຄຳ​​ເຫັນແນະ​ນຳ​ໃນ​ບົດ​ຄວາມ​ຂອງ​ທ່ານ​ລິນ​ປີ້​ຟູ​ 10 ກວ່າ​ເທື່ອ, ເຊິ່ງ​ໄດ້​ກາຍ​ເປັນກຳ​ລັງ​ແຮງ​ອັນ​ເຂັ້ມ​ແຂງ​ໃນ​ການ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ທ່ານ​ລິນ​ປີ້​ຟູ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ສຳ​ເລັດ​ຜົນ​ດ້ວຍ​ດີ.

 

ເດືອນ​ມິ​ຖຸ​ນາ​ປີ1991, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຂຽນ​ຄຳ​ເຫັນແນະ​ນຳ​ໃນ​​ບົດລາຍ​ງານ​ວຽກ​ງານ​ວ່າ: ເຫັນ​ດີໃຫ້​ສະ​ຫາຍ​ລິນ​ປີ້​ຟູ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ເລ​ຂາ​ທິ​ການ​ສະ​ມາ​ຄົມ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຕົວ​ເມືອງ​ຟູ​ໂຈ່ວ.ຈາກ​ນັ້ນ​ບໍ່​ດົນ, ທ່ານ​ລິນ​ປີ້​ຟູ​ກໍ​ຖືກ​ເລື່ອນ​ຕຳ​ແໜ່ງ​ໃຫ້​ເປັນ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ຂອງ​ຄະ​ນະ​ພັກ​ນະ​ຄອນ​ຟູ​ໂຈ່ວ, ປີ1995, ທ່ານ​ກໍ​ໄດ້​ຖືກ​ເລື່ອນ​ຕຳ​ແໜ່ງ​ຂຶ້ນ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ຂອງ​ຄະ​ນະ​ພັກ​ນະ​ຄອນ​ຟູ​ໂຈ່ວ.

 

ທ່ານ​ສີ​ຈິ້ນ​ຜິງ​ຮູ້​ຄັດ​ເລືອກ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,ຮັກ​ແພງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,ເຄົາ​ລົບ​ນັບ​ຖື​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດແລະ​​​ນຳໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ສູດ​ສຸດ​ຂອງ​ພັກ​ແລະ​ລັດ​ແລ້ວ, ແຕ່​ລະ​ປີ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຍ້ອງ​ຍໍ​ພະ​ນັກ​ງານ​ເຕັກ​ນິກວິ​ທະ​ຍາ​ສາ​ດ​ແຫ່ງ​ຊາດ ເພື່ອມອບ​ລາ​ງວັນ​ໃຫ້​ພະ​ນັກ​ງານ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ດີ​ເດັ່ນ. ທ່ານ​ຍັງ​ໄດ້​ໄປ​​ຢ້ຽມ​ຢາມ​ພະ​ນັກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດຫຼາຍ​ເທື່ອ, ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ແລະ​ຢ້ຽມ​​ຊົມ​ຜົນ​ງານ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ຢູ່ຫຼາຍ​ທ້ອງ​ຖິ່ນ ທັງ​ໄດ້​ຝາກ​ຄວາມ​ມຸ້ງ​ຫວັງ​ອັນ​ແຮງ​ກ້າ​ໄວ້​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ.

 

 ຄັນ​ຊັ້ນ, ຄວນຕີ​ລາ​ຄາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແນວ​ໃດ​ວ່າ​ໄດ້​ມາດ​ຕະ​ຖານຫຼື​ບໍ? ຄຳ​ເວົ້າຕອນໜຶ່ງ​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ກ່າວ​ເຖິງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ວົງ​ການ​ເຕັກ​ນິກວິ​ທະ​ຍາ​ສາດ​ໃນ​ກອງ​ປະ​ຊຸມບັນ​ດິດ​ຂອງ​ສະ​ຖາ​​ບັນ​ວິ​ທະ​ຍາ​ສາດ​ຈີນ​ແລະ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ຈີນ​ປີ2018​ແມ່ນ​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຊວນ​ໃຫ້​ຄິດ.
 

​ທ່ານ​ສີ​ຈິ້ນ​ຜິງສະ​ແຫວງ​ຫາ​ແລະນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດແນວ​ໃດ_fororder_院士大会
 

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມບັນ​ດິດ​ຂອງ​ສະ​ຖາ​​ບັນ​ວິ​ທະ​ຍາ​ສາດ​ຈີນ​ແລະ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ຈີນ​ປີ2018​

 

ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ວ່າ: “ບັນ​ດິດ​ສອງ​ສະ​ຖາ​ບັນ​ຄື​ຊັບ​ສົມ​ບັດ​ຂອງ​ປະ​ເທດ​ຊາດ, ຄວາມ​ພາກ​ພູມ​ໃຈ​ຂອງ​ປະ​ຊາ​ຊົນ​ແລະ​ກຽດ​ສັກ​ສີ​ຂອງ​ຊາດ. ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ນັກ​ວິ​ທະ​ຍາ​ສາດ​ແຕ່​ລະ​ເຊັ່ນ​ຄົນ​ທີ່​ມີ​ນ້ຳ​ໃຈ​ລັດ​ທິ​ຮັກ​ຊາດ​ອັນ​​ດູດ​ດື່ມ ໄດ້​ອາ​ໄສ​ລະ​ດັບ​ວິ​ຊາ​ການ​ອັນ​​​ເລິກ​ເຊິ່ງ ແລະ​ວິ​ໄສ​ທັດ​ວິ​ທະ​ຍາ​ສາດ​ອັນ​ກວ້າງ​ຂວາງ, ໂດຍ​ສາ​ມາດ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຍິ່ງ​ເພື່ອ​ ​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ. ຜົນ​ສຳ​ເລັດຕ່າງໆ​ໃນການ​ປະ​ດິດ​ສ້າງ​ດ້ານ​ເຕັກ​ນິກ​ວິ​ທະ​ຍາ​ສາດ​ຂອງ​ປະ​ເທດ​ຊາດ​​ແມ່ນ​ຍາດ​ມາ​ໄດ້​ດ້ວຍ​ເຫື່ອ​ແຮງ​ແລະ​ສະ​ຕິ​ປັນ​ຍາ​ຂອງ​ບັນ​ດິດ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ແລະ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ທັງຫຼາຍ. ບັນ​ດິດ​ຈຳ​ນວນຫຼວງຫຼາຍ​ຂອງ​ພວກ​ເຮົາ​ລ້ວນ​ແຕ່​ມີ​ນ້ຳ​ໃຈ​ອັນ​ສູງ​ສົ່ງ​ຄື “ທຸກ​ໃຈ​ກ່ອນ​ປະ​ຊາ​ຊົນ ແລະ​ສຸກ​ໃຈຕາມຫຼັງ​ປະ​ຊາ​ຊົນ”, ເຂົາ​ເຈົ້າ​ລ້ວນ​ແຕ່​ເປັນ​ວິ​ລະ​ຊົນ​ແຫ່ງ​ຊາດ​ທີ່​ອຸ​ທິດ​ຕົນເຮັດ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​​ແຕ່​ປິດ​ບັງ​ຊື່​ສຽງ​ຢູ່ຢ່າງ​ລຽບໆ.”

 

   ຈາກ​ຄຳ​ເວົ້າ​ຕອນ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ວ່າ ວິ​ລະ​ຊົນ​ແຫ່ງ​ຊາດ​ຈີນ​ເຫຼົ່າ​ນີ້​ມີ​ຈຸດ​ພິ​ເສດ​​ຄື​ກັນຫຼາຍ​ຈຸດ​ຄື ມີ​ອຸ​ດົມ​ການ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ, ມີ​ນ້ຳ​ໃຈ​ຮັກ​ຊາດ​ທີ່​ຈິງ​ໃຈ, ມີ​ຈິດ​ໃຈ​ປະ​ດິດ​ສ້າງ​ຢ່າງ​ຫ້າວ​ຫັນ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ບໍ່​ມີ​ການ​ຈົ່ມ​ວ່າ​ແລະ​ກິນ​ແໜງ. ຈຸດ​ພິ​ເສດ​ເຫຼົ່າ​ນີ້​ກໍ​ແມ່ນ​​ຄຳ​ສັ່ງ​ສອນ​ແລະຄວາມ​ມຸ້ງ​ຫວັງ​ອັນ​ແຮງ​ກ້າ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຝາກ​ໄວ້​ນຳ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ທຸກ​ຂະ​ແໜງ​ການ ທັງ​ແມ່ນ​ຫຼັກ​ອ້າງ​ອີງ​ອັນ​ສຳ​ຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໃຊ້​ໃນ​ການ​ຕີ​ລາ​ຄາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ປະ​ເພດ​ຕ່າງໆ ນັ້ນ​ກໍ​ຄື: ຕ້ອງ​ຮັກ​ຊາດ,ມີ​ຄວາມ​ຮັບ​ຜິດ​ຊອບ, ມີ​ອຸ​ດົມ​ການ​ແລະ​ກ້າ​ປະ​ດິດ​ສ້າງ.

ຄຳ​ເຫັນ

0