黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ກວ່າ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ມີ​ຫຍັງກັນ​ແທ້?

2021-10-21 09:30:11 cri

ໃນ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ກວ່າ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ມີ​ຫຍັງກັນ​ແທ້?_fororder_微信图片_20211021092752

ຕາມ​ຜົນ​ສະ​ຖິ​ຕິ​ທີ່ຍັງ​ບໍ່​ທັນ​ຄົບ​ຖ້ວນ, ອາ​ເມ​ຣິ​ກາ​ໄດ້​ສ້າງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ກວ່າ​ແຫ່ງ​ຢູ່ 25 ປະ​ເທດ​ແລະ​ເຂດ​ແຄ້ວນ​ໃນ​ໂລກ, ເຊິ່ງ​ຕັ້ງ​ຢູ່​ຫຼາຍ​ປະ​ເທດ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ, ອາ​ຊີ​ຕາ​ເວັນ​ອອກ, ອາ​ຊີ​ກາງ, ອາ​ຊີ​ຕາ​ເວັນ​ອອກ, ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ເຂ​ດ​ຕາ​ເວັນ​ອອກ​ກາງ​ແລະ​ເຂດ​ອື່ນໆ. ບໍ່​ມີ​ໃຜ​ຮູ້​​ຄວາມ​ຈິງວ່າ​ໃນ​ຫ້ອງ​ທົດ​ລອງ​ເຫຼົ່າ​ນີ້​ໄດ້​ເກີດ​ຫຍັງ​ຂຶ້ນ​ແດ່, ແລະ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຫຍັງ​ແດ່, ແຕ່​ວ່າ​ພາຍ​ຫຼັງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ເຫຼົ່າ​ນີ້​ສ້າງ​ສຳ​ເລັດ​ແລ້ວ, ປະ​ເທດ​ທີ່​ມີ​ຫ້ອງ​ທົດ​ລອງ​ເຫຼົ່າ​ນີ້​ຕັ້ງ​ຢູ່​ຜັດ​ໄດ້​ເກີດ​ມີ​ພະ​ຍາດ​ຕິດ​ແປດ​ຕ່າງໆ​ແລະ​ໄດ້​ພາ​ໃຫ້​ວົງ​ການ​ຕ່າງໆ​ຮູ້​ສຶກ​ເປັນ​ຫ່ວງ.

ອີງ​ຕາມ​ຂໍ້​ມູນ​ທີ່​ມີ​ຢູ່​, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​​ທະ​ຫານ​ອາ​ເມ​ຣິ​ກາ, ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຫຼາຍ​ແຫ່ງ​ກຳ​ລັງ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ, ຫ້ອງ​ທົດ​ລອງ​ຊີ​ວະ​ພາບລູ​ກາ​ທີ່​ຕັ້ງ​ຢູ່​ໂກ​ຣ​ອາ​ຊີ​ກໍ​ໄດ້​ກາຍ​ເປັນ​​ຈຸດ​ສຸມຂອງ​ຄວາມ​ສົນ​ໃຈ​ຂອງ​ໂລກ​ຍ້ອນ​ສາ​ເຫດ​ດັ່ງ​ກ່າວ. ຂ່າວ​ສານ​ອາ​ເປ​ກໍ​ເຄີຍ​ໄດ້​ລາຍ​ງານ​ວ່າ: ໃນ​ໄລ​ຍະ​ແຕ່ປີ 2015 ຫາ​ປີ 2016, ສູນ​ຄົ້ນ​ຄວ້າ​ລູ​ກາ​ເຄີຍ “​ມີ​ອາ​ສາ​ສະ​ໝັກ​ເປັນໝູ​ກິວ​ນີ​ທົດ​ລອງ”, ເພື່ອ​ທົດ​ລອງ​ສານ​ພິດ​​ຊະ​ນິດໃໝ່​, ສົ່ງ​ຜົນ​ເຮັດ​ໃຫ້​ອາ​ສາ​ສະ​ໝັກ 73 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ທົດ​ລອງ​ເສຍ​ຊີ​ວິດ. 

ສະ​ພາບ​ການ​ທີ່​ຄ້າ​ຍ​ຄື​ກັນ​ຍັງ​ມີ​ຫຼາຍ​ຢູ່, ຂ່າວ​ສານ ​ສະ​ປຸດ​ຍິກ (Sputnik) ຂອງ​ຣັດ​ເຊຍໄດ້​ລາຍ​ງານ​ວ່າ: ເດືອນ​ກໍ​ລະ​ກົດ​ປີ 2020, ​ປະ​ເທດກາ​ຊັກ​ສະ​ຖານ​ໄດ້​ເກີດ “ພະ​ຍາດ​ອັກ​ເສບ​ປອດ” ທີ່​ບໍ່​ຮູ້​ສາ​ເຫດ, ອັດ​ຕາ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ແບບ​ນີ້​ສູງກວ່າ​ພະ​ຍາດ​ໂຄວິດ-19 ອີກ, ສະ​ພາບ​ການ​ດັ່ງ​ກ່າວ​ພາ​ໃຫ້​ປະ​ຊາ​ຊົນ​ກາ​ຊັກ​ສະ​ຖານ​ເລີ່ມ​ສົນ​ໃຈ​ນຳ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ທີ່​ຕັ້ງ​ຢູ່​ກາ​ຊັກ​ສະ​ຖານ. ​ເດືອນ​ພຶດ​ສະ​ພາ​ປີ 2021, ຊາວ​ນະ​ຄອນ​ປູ​ຊັນ​ຂອງ ສ.ເກົາ​ຫຼີ ໄດ້​ຈັດ​ການ​ເຄື່ອນ​ໄຫວ​ເດີນຂະ​ບວນ​ປະ​ທ້ວງ, ຮຽກ​ຮ້ອງ​ໃຫ້​​ທະ​ຫານ​ອາ​ເມ​ຣິ​ກາ​ປິດ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ທີ່​ຕັ້ງ​ຢູ່​ນະ​ຄອນ​ບູ​ຊັນ, ແລະ​ຖອນ​ອາ​ວຸດ​ເຄ​ມີ​ອອກ​ຈາກ​ສ.ເກົາ​ຫຼີ.

ໃນ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ກວ່າ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ມີ​ຫຍັງກັນ​ແທ້?_fororder_微信图片_20211021092821

ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຫຍັງ​ແທ້? ແລະ​ຈະ​ດຳ​ເນີນ​ການ​ທົດ​ລອງ​ຮອດ​ເວ​ລາ​ໃດ? ຈະ​ເກີດ​ຫຍັງຂຶ້ນ? ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ເລື່ອງ​ທີ່​ບໍ່​ຄັກ​ບໍ່​ແນ່.

ຢູ່​ປະ​ເທດ​ອາ​ເມ​ຣິ​ກາ, ສະ​ພາບ​ການກໍ​ໜ້າ​ເປັນຫ່ວງ​ເຊັ່ນ​ກັນ. ເດືອນ​ກໍ​ລະ​ກົດ​ປີ 2019, ອາ​ເມ​ຣິ​ກາ​ໄດ້​ເກີດ​​ມີພະ​ຍາດ​ອັກ​ເສບ​ປອດ​ຍ້ອນ​ຢາ​ສູບ​ໄຟ​ຟ້າ, ອາ​ການ​ຂອງ​ພະ​ຍາດ​ແບບ​ນີ້​ຄ້າຍ​ຄື​ກັນ​ກັບ​ພະ​ຍາດ​ໂຄວິດ-19 ​ຫຼາຍ​ທີ່​ສຸດ. ສະ​ນັ້ນ​​ຈຶ່ງມີ​ຫຼາຍ​ຄົນ​ສົງ​ໄສວ່າ, ​ເປັນ​ຫຍັງ​ຢາ​ສູບ​ໄຟ​ຟ້າ​ທີ່​ມີ​ປະ​ຫວັດ​ຄວາມ​ເປັນ​ມາ​ຫຼາຍກວ່າ 20 ປີ​ແລ້ວ​ຈະ​ພາ​ໃຫ້​ເກີດ​ພະ​ຍາດ​ອັກ​ເສບ​ປອດ​ເລີ່ມ​​ກະ​ທັນ​ຫັນ​ທີ່​ເລີ່ມ​ຂຶ້ນ​ມາ​ແຕ່​ເດືອນ​ກໍ​ລະ​ກົດ​ປີ 2019? ສິ່ງ​ທີ່​ໜ້າ​ສົງ​ໄສ​ອີກ​ອັນ​ໜຶ່ງ​ກໍ​ຄື: ເດືອນ​ກໍ​ລະ​ກົດ​ປີ 2019, ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟອດ​ເດ​ຕ​ຣິກທີ່​ຖືກ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ເອີ້ນ​ວ່າ “ສູນ​ຄົ້ນ​ຄວ້າ​ອັນ​ມືດ​ມົນ​ທີ່​ສຸດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ” ​ໄດ້​ປິດ​ລົງ​ຢ່າງ​ກະ​ທັນ​ຫັນ. ປີ 2011, ນັກ​ຄົ້ນ​ຄວ້າ​ບາງ​ຄົນ​ກໍ​ເຄີຍ​ໄດ້​ຄົ້ນ​ຄວ້າ​ອັດ​ຕາ​ເກີດ​ພະ​ຍາດມະ​ເຮັງ​ຢູ່​ເຂດ​ອ້ອມ​ແອັມ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟອດ​ເດ​ຕ​ຣິກ, ຜົນ​ການ​ເຮັດສະ​ຖິ​ຕິ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ອັດ​ຕາ​ການ​ເກີດ​ພະ​ຍາດ​ມະ​ເຮັງ​ຢູ່​ເຂດ​​ອ້ອມ​ແອ້ມ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟອດ​ເດ​ຕ​ຣິກ​ສູງກວ່າ​ບ່ອນ​ອື່ນ​ຢ່າງ​ຈ​ະ​ແຈ້ງ.

ໃນຂອບ​ເຂດ​ທົ່ວ​ໂລກ, ການ​ປະ​ນາມ​ “ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ທີ່​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ” ​ໄດ້​ເກີດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະ​ຊາ​ຊົນ​ກາ​ຊັກ​ສະ​ຖານ​​ໄດ້ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ປິດ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຢູ່​ກາ​ຊັກ​ສະ​ຖານ​, ຊາວ​ເນັດ​ຈີນ 25 ລ້ານກວ່າ​ຄົນ​ໄດ້​ລົງ​ລາຍ​ເຊັນ​ຮ່ວມ​ກັນ​ຮຽກ​ຮ້ອງ​ໃຫ້​ສຳ​ຫຼວດ​ຫ້ອງ​ທົດ​ລອງ​ຟອດ​ເດ​ຕ​ຣິກ, 47 ພັກ​ການ​ເມືອງ​ຂອງ​ຫຼາຍ​ສິບ​ປະ​ເທດ​ໄດ້​ສົ່ງ​ຈົດ​ໝາຍ​ລົງ​ລາຍ​ເຊັນ​ຮ່ວມ​ກັນ, ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ປິດ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ.

ອາ​ເມ​ຣິ​ກາ​ສ້າງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ກວ່າ​ແຫ່ງ​ຢູ່​​ຫຼາຍ​ບ່ອນ​ຫຼາຍປະ​ເທດປານ​ນີ້, ບໍ່​ພຽງ​ແຕ່​ໄດ້​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ​ຍັງ​ເປັນ​ໄພ​ຂົ່ມ​ຊູ່​ຢ່າງ​ໜັກ​ໜ່ວງ​ຕໍ່​ສັນ​ຕິ​ພາບ​ຂອງ​ໂລກ. ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ແຈ້ງ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ກວ່າ​ແຫ່ງ​ລວມ​ທັງ​ຫ້ອງ​ທົດ​ລອງ​ຟອດ​ເດ​ຕ​ຣິກ​​ໃຫ້​ຊາວ​ໂລກ​ໄດ້​ຮັບ​ຊາບໂດຍ​ໄວ, ​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ໃຫ້​ມວນ​ມະ​ນຸ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ໂດຍ​ໄວ, ແລະ​ຮັບ​ມື​ກັບ​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ໃນ​ອະ​ນາ​ຄົດ​ໃຫ້​ໄດ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0